ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ ມີ 50 ຄົນຖືກຂ້າຕາຍ ໃນການໂຈມຕີ ໂດຍກຸ່ມ ໂບໂກ ຮາຣາມ ຢູ່ໄນຈີເຣຍ


ຊາຍຄົນນຶ່ງ ຍ່າງຜ່ານເຮືອນຫຼາຍຫຼັງທີ່ຖືກໄຟເຜົາ ຫຼັງຈາກການໂຈມຕີ ຄຸ້ມບ້ານໂດຍພວກໂບໂກ ຮາຣາມ ໃນເມືອງ Dalori ຫ່າງຈາກນະຄອນ Maiduguri ຂອງໄນຈີເຣຍ 5 ຫລັກກິໂລແມັດ, ວັນທີ 31 ມັງກອນ 2016.
ຊາຍຄົນນຶ່ງ ຍ່າງຜ່ານເຮືອນຫຼາຍຫຼັງທີ່ຖືກໄຟເຜົາ ຫຼັງຈາກການໂຈມຕີ ຄຸ້ມບ້ານໂດຍພວກໂບໂກ ຮາຣາມ ໃນເມືອງ Dalori ຫ່າງຈາກນະຄອນ Maiduguri ຂອງໄນຈີເຣຍ 5 ຫລັກກິໂລແມັດ, ວັນທີ 31 ມັງກອນ 2016.

ພວກຫົວຮຸນແຮງ ໂບໂກ ຮາຣາມ ໄດ້ໂຈມຕີ ຄຸ້ມບ້ານແຫ່ງນຶ່ງ
ຢູ່ທາງພາກຕາເວັນອອກສຽງເໜືອ ຂອງໄນຈີເຣຍ ໂດຍສັງຫານ
ຢ່າງໜ້ອຍ 50 ຄົນ.

ພວກເຫັນເຫດການ ໄດ້ກ່າວໃນວັນອາທິດວານນີ້ ວ່າ ພວກຫົວ
ຮຸນແຮງຈັດ ອິສລາມ ໄດ້ບຸກຈູ່ໂຈມເຂົ້າໄປໃນເມືອງ Dalori ທີ່
ຢູ່ໃກ້ກັບ ນະຄອນ Maiduguri ເມື່ອຕອນເດິກຂອງຄືນວັນເສົາ
ໂດຍໃຊ້ປືນຍິງເຂົ້າໃສ່ພວກຄົນ ເຮັດໃຫ້ຄົນເຫຼົ່ານັ້ນ ເສຍຊີວິດ
ຫຼາຍຂຶ້ນ.

ໃນຂະນະດຽວກັນ ກຸ່ມປົກປ້ອງສິດທິມະນຸດ ອົງການນີລະໂທດ
ກຳສາກົນ ກໍກ່າວວ່າ ການນຳຄືນມາຮັບໜ້າທີ່ ຂອງພວກນາຍພົນທະຫານທີ່ຖືກສົງໄສ
ວ່າ ກໍ່ອາຊະຍາກຳຕໍ່ມວນມະນຸດ ສະແດງໃຫ້ເຫັນເຖິງ ອັນທີ່ພວກຫົວຮຸນແຮງ ເອີ້ນວ່າ
ເປັນການເຍາະເຍີ້ຍສຽດສີ ລັດຖະບານໄນຈີເຣຍ ທີ່ໄດ້ປະຕິຍານວ່າ ຈະສືບສວນ ສອບ
ສວນ ອາຊະຍາກຳສົງຄາມທັງຫຼາຍ.

ພົນຕີ Ahmadu Mohammed ໄດ້ຖືກນຳກັບຄືນມາຮັບຕຳແໜ່ງ ໃນເດືອນມັງກອນ
ຫຼັງຈາກ ໄດ້ອອກໜ້າທີ່ໄປ ກິນເບ້ຍບຳນານແລ້ວ ຫຼາຍກວ່ານຶ່ງປີ ຫຼັງຈາກທີ່ພວກທະ
ຫານຂອງທ່ານໄດ້ກໍ່ການກະບົດ.

ອົງການດັ່ງກ່າວ ເວົ້າອີກວ່າ ນາຍພົນຄົນນີ້ ໄດ້ບັນຊາການ ພາລະກິດຂອງກອງທັບບົກ
ຫຼາຍຄັ້ງ ໃນເວລາພວກທະຫານ ຂ້າພວກຜູ້ຕ້ອງສົງໄສ ທີ່ບໍ່ຕິດອາວຸດ ຫຼາຍກວ່າ 640
ຄົນ ຫຼັງຈາກ ກຸ່ມໂບໂກ ຮາຣາມ ໄດ້ໂຈມຕີ ຄ້າຍທີ່ພັກອາໄສຂອງກອງທັບບົກ ຢູ່ໃນ
ນະຄອນ Maiduguri.

ເລຂາທິການໃຫຍ່ຂອງອົງການນີລະໂທດກຳ ທ່ານ Salil Shetty ກ່າວວ່າ ມັນເປັນສິ່ງ
ທີ່ “ບໍ່ໜ້າເຊື່ອ” ວ່າ ນາຍພົນ Mohammed ອາດກັບຄືນມາຮັບໜ້າທີ່ອີກ ແມ່ນກະທັງ
ກ່ອນໜ້າການໃຫ້ຄຳໝັ້ນສັນຍາ ທີ່ຈະເລີ່ມຕົ້ນການສືບສວນສອບສວນ.

ທ່ານເວົ້າຕໍ່ໄປວ່າ “ພວກຊາຍໜຸ່ມ ແລະ ພວກເດັກຊາຍ ໄດ້ຖືກລວບລວມໂຕມາ ໂດຍ
ທະຫານ ແລ້ວພວກເຂົາກໍຖືກຍິງ ໃຫ້ອົດອາຫານ ເຮັດໃຫ້ຂາດອາກາດຫາຍໃຈ ຫຼືບໍ່
ກໍຖືກທໍລະມານຈົນຕາຍ ແລະ ບໍ່ມີໃຜ ໄດ້ຖືກນຳມາຮັບຜິດຊອບເລີຍ.”

ມາເຖິງເວລານີ້ ບໍ່ມີຄຳຕອບໃດເລີຍ ຈາກລັດຖະບານໄນຈີເຣຍ.

ອົງການນີລະໂທດກຳ ກ່າວວ່າ ພວກຜູ້ບັນຊາການທະຫານຂັ້ນສູງ ຂອງໄນຈີເຣຍ ແມ່ນ
ມີຄວາມຮັບຜິດຊອບ ຕໍ່ການເສຍຊີວິດ ຂອງພວກທີ່ຖືກຈັບໂຕ ຫຼາຍກວ່າ 8,000 ຄົນ
ຕັ້ງແຕ່ປີ 2011 ເປັນຕົ້ນມາ.

XS
SM
MD
LG