ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໃນຂະນະທີ່ ປະເທດຕາເວັນຕົກ ຫັນຄວາມສົນໃຈ ໃສ່ໂຣກລະບາດຢູ່ນັ້ນ ຫວຽດນາມກໍ່ເລັ່ງການປາບປາມ​ພວກ​ຄັດ​ຄ້ານ​ລັດ​ຖະ​ບານ


ໜັງສືພິມຂອງທາງການ ໄດ້ຖືກວາງຂາຍຢູ່ຖະໜົນເສັ້ນນຶ່ງ ໃນນະຄອນຫຼວງຮາໂນ່ຍ ຂອງຫວຽດນາມ, ວັນທີ 26 ກັນຍາ 2015.
ໜັງສືພິມຂອງທາງການ ໄດ້ຖືກວາງຂາຍຢູ່ຖະໜົນເສັ້ນນຶ່ງ ໃນນະຄອນຫຼວງຮາໂນ່ຍ ຂອງຫວຽດນາມ, ວັນທີ 26 ກັນຍາ 2015.

ບັນດານັກວິເຄາະດ້ານສື່ມວນຊົນກ່າວວ່າ ສະພາບການດ້ານສື່ມວນຊົນ ໃນຫວຽດນາມ ບໍ່ເຄີຍຂີ້​ຮ້າຍ​ແບບນີ້​ມາ​ກ່ອນ ໂດຍທີ່ປະເທດແຫ່ງນີ້ ໄດ້ຈັບນັກຂ່າວຫຼາຍກວ່າສິບຄົນໄປຂັງ ໃນໄລຍະ 12 ເດືອນຜ່ານມາ ແລະສານຕ່າງໆ ກໍໄດ້ຕັດສິນລົງໂທດພວກເຂົາເຈົ້າ ເປັນໄລຍະຍາວນານຜິດປົກກະຕິ.

ການຈັບກຸມທີ່ເພີ້ມຂຶ້ນດັ່ງກ່າວ ມີຂຶ້ນໃນຂະນະທີ່ພັກຄອມມິວນິສຂອງຫວຽດນາມທີ່ປົກຄອງປະເທດໃນປັດຈຸບັນ ໄດ້ຈັດກອງປະ​ຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະໄດ້ລົງຄະແນນສຽງເລືອກຕັ້ງສະມາຊິກສະພາແຫ່ງຊາດ ເຂົ້າ​ຮັບ​ຕຳ​ແໜ່ງ 5 ປີ ໃນປີ 2021.

ບັນດາກຸ່ມປົກປ້ອງສິດທິສາກົນ ເຊື່ອວ່າ ຮາໂນ່ຍ ໄດ້ທະວີຄວາມພະຍາຍາມໃນການປາບປາມ ຜູ້ທີ່ບໍ່ເຫັນດີນຳ ຫຼື ອອກສຽງຄັດຄ້ານໃດໆ ໃນລະຫວ່າງການເລືອກຕັ້ງດັ່ງກ່າວ ແລະໃນເວລາດຽວກັນ ການແຜ່ລະບາດຂອງໄວຣັສໂຄໂຣນາ ໄດ້ດຶງເອົາຄວາມສົນໃຈ ຂອງບັນດາປະເທດຕາເວັນຕົກ ໄປຈາກການກວດກາໃນການກະທຳຕ່າງໆຂອງຫວຽດນາມນັ້ນ.

ທ່ານຟີລ ໂຣເບີດສັນ ຮອງຜູ້ອຳນວຍການຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch ພະແນກເອເຊຍ ເວົ້າວ່າ “ຫວຽດນາມໄດ້ເລັ່ງການລ່ວງລະເມີດສິດທິ​ມະ​ນຸດຢ່າງກວ້າງຂວາງໃນທຸກພາກສ່ວນ ໂດຍການແນໃສ່ບັນດາປະຊາຄົມນັກເຄື່ອນໄຫວ ພວກປົກປ້ອງສິດທິມະນຸດ ແລະພວກທີ່ບໍ່ເຫັນດີນຳທາງການເມືອງ ແບບເປັນລະບົບ ທີ່ຊີ້ໃຫ້ເຫັນວ່າ ຮາໂນ່ຍວາງແຜນທີ່ຈະກຳຈັດກຸ່ມຄັດຄ້ານໃດໆ​ກໍ​ຕາມຕໍ່ການປົກຄອງຂອງຕົນ.”

ຂໍ້ມູນຈາກ​ອົງ​ການ​ນັກ​ຂ່າວ​ບໍ່​ມີ​ພົມ​ແດນ ​ຫຼື Reporters Without Borders ທີ່ເປັນອົງການສິ້ງຊອມດ້ານເສລີພາບຂອງສື່ມວນຊົນສະແດງໃຫ້ເຫັນວ່າ ຈຳນວນຂອງບັນດານັກຂ່າວທີ່ຖືກຂັງຄຸກ ໄດ້ເພີ້ມສູງຂຶ້ນ ໂດຍມີຢູ່ທັງ​ໝົດ 43 ຄົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG