ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ດ້ວຍ​ການ​ໄດ້​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ຄືນ, ທ່ານ ມາກ​ຣົງ ໄດ້​ຮັບ​ອິດ​ທິ​ພົນ​ໃໝ່ ​ໃນ ຢູ​ໂຣບ


ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາກ​ຣົງ ຈັບ​ມື​ກັບ​ຜູ້​ສະ​ໜັບ​ສະ​ໜູນໃນ​ວັນ​ສຸດ​ທ້າຍ​ຂອງ​ການ​ໂຄ​ສະ​ນາ​ຫາ​ສຽງ. ເມືອງ ຟີ​ຊາກ, ພາກ​ໃຕ້​ຂອງ ຝ​ຣັ່ງ, 22 ເມ​ສາ, 2022.
ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາກ​ຣົງ ຈັບ​ມື​ກັບ​ຜູ້​ສະ​ໜັບ​ສະ​ໜູນໃນ​ວັນ​ສຸດ​ທ້າຍ​ຂອງ​ການ​ໂຄ​ສະ​ນາ​ຫາ​ສຽງ. ເມືອງ ຟີ​ຊາກ, ພາກ​ໃຕ້​ຂອງ ຝ​ຣັ່ງ, 22 ເມ​ສາ, 2022.

ທ່ານບໍ່​ໄດ້​ແມ່​ນ​ຄົນ​ທີ່​ສະ​ຫງົບ​ສະ​ຫງ່ຽມ ຫຼື ເປັນ​ທີ່​ຮູ້​ຈັກ​ສຳ​ລັບ​ການ​ຮັບ​ຟັງ, ເຊິ່ງ​ແມ່ນ​ລັກ​ສະ​ນະ​ປະ​ຈຳ​ຕົວ​ທີ່​ສຳ​ຄັນ ​ຂອງ​ອະ​ດີດ​ຄູ່​ຮ່ວມ​ຕຳ​ແໜ່ງ​ຂອງ​ທ່ານ ​ຈາກເຢຍ​ຣະ​ມັນ, ທ່ານ​ນາງ ແອນ​ເຈີ​ລາ ເມີ​ໂກ.

ແຕ່​ດ້ວຍ​ການ​ໄດ້​ຖືກເລືອກ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ຄືນ​ ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ​ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ ໄດ້​ຕອກ​ຢ້ຳ​ບົດ​ບາດ​ຂອງ​ທ່ານ​ຢ່າງ​ແທ້​ຈິງ​ອີກ​ຄັ້ງ​ນຶ່ງ, ເຊິ່ງ​ບາ​ງ​ຄົນ​ເວົ້າ​ວ່າ: ໄດ້​ສືບ​ທອດ​ທ່ານ​ນາງ ເມີ​ໂກ ໃນ​ຖາ​ນະ​ເປັນ​ຜູ້​ນຳ​ທີ່​ແທ້​ຈິງ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ, ດ້ວຍ​ການ​ຮຽກ​ຮ້ອງ​ຂອງ​ທ່ານ​ສຳ​ລັບ​ການ​ຕອບ​ສະ​ໜອງທີ່​ແຂງ​ແກ່ນກວ່າ​ເກົ່າ ແລະ ໃກ້​ຊິດກວ່າ​ເກົ່າ​ໃນ​ສະ​ຫະ​ພາບ​ຢູ​ໂຣບ, ໂດຍ​ສະ​ເພ​າ​ະ​ສົງ​ຄາມ​ໃນ​ຢູ​ເຄ​ຣນ.

ທ່ານ ເຊ​ບາ​ສ​ຕຽນ ເມ​ຢາດ (Sebastian Maillard), ຜູ້​ອຳ​ນວຍ​ການ​ຂອງ​ສະ​ຖາ​ບັນ​ນັກ​ວິ​ໄຈ ຊາກ ເດ​ລໍ (Jacques Delors) ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນຫຼວງ​ປາ​ຣີ ໄດ້​ກ່າວ​ວ່າ “ທ່ານ​ນາງ ເມີ​ໂກ ແມ່ນ​ຜູ້​ຈັດ​ການບັນ​ຫາ​ວິ​ກິດ​ການຫຼາຍກວ່າ ແຕ່ບໍ່​ມີ​ວິ​ໄສ​ທັດ. ທ່ານ ມາກ​ຣົງ ມີ​ວິ​ໄສ​ທັດ​ທີ່​ຈະ​ແຈ້ງ ກ່ຽວ​ກັບ ການ​ພົວ​ພັນ​ຢູ​ໂຣບ​ແບບ​ໃດ​ທີ່​ລາວ​ຕ້ອງ​ການ.”

ມັນ​ບໍ່​ປະຫຼາດ​ໃຈ, ທີ່​ບັນ​ດາ​ຜູ້​ນຳ​ຢູ​ໂຣບ​ສ່ວນຫຼາຍ​ໄດ້​ມີ​ຄວາມ​ຍິນ​ດີ​ກັບ​ໄຊ​ຊະ​ນະ​ຂອງ​ທ່ານ ມາກ​ຣົງ ຕໍ່​ຜູ້​ນຳ​ຂວາ​ຈັດ​ທ່ານ​ນາງ ມາ​ຣີນ ເລີ ແປັງ, ຜູ້​ທີ່​ໄດ້​ຮຽກ​ຮ້ອງ​ສຳ​ລັບ​ການ​ປັບ​ປຸງ​ຢ່າງຫຼວງຫຼາຍ ແລະ ຫຼຸດ​ລະ​ດັບ​ຂອງ​ກຸ່ມ​ທີ່​ມີ​ສະ​ມາ​ຊິກ 27 ປະ​ເທດ​ນັ້ນ​ລົງ​.

ປະ​ທານ​ສະ​ພາ​ຢູ​ໂຣບ​ທ່ານ ຊາ​ລ​ສ໌ ມິ​ແຊ​ລ໌ ໄດ້​ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວິດ​ເຕີ​ວ່າ “ນີ້​ແມ່ນ​ໄລ​ຍະ​ເວ​ລາ​ທີ່​ວຸ້ນ​ວາຍ, ພວກ​ເຮົາ​ຕ້ອງ​ການ​ທະ​ວີບ​ຢູ​ໂຣບ ​ທີ່​ໝັ້ນ​ຄົງ ແລະ ຝ​ຣັ່ງ​ ແມ່ນ​ມີ​ຄວາມ​ມຸ່ງ​ໝັ້ນ​ເປັນ​ຢ່າງ​ຍິ່ງ​ທີ່​ຢ​າກ​ມີ​ສະ​ຫະ​ພາບ​ຢູ​ໂຣບ​ທີ່​ມີ​ອຳ​ນາດ​ອະ​ທິ​ປະ​ໄຕ ແລະ ມີ​ແຜນ​ຍຸດ​ທະ​ສາດຫຼາຍກວ່າ​ເກົ່າ.”

ການ​ດຳ​ລົງ​ຕຳ​ແໜ່ງ​ສະ​ໄໝ​ທີ​ສອງ ແລະ 5 ປີ​ສຸດ​ທ້າຍ​ຂອງ​ທ່ານ ມາກ​ຣົງ ໃນ​ຖາ​ນະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ເທດຝ​ຣັ່ງ ອາດ​ຊ່ວຍ​ຜັກ​ດັນ​ເປົ້າ​ໝາຍ​ຕ່າງໆ​ທີ່​ວ່າ​ນັ້ນ​ໄປ​ໜ້າ. ບໍ່​ວ່າ​ມັນ​ຈະ​ໄກ​ຊ່ຳ​ໃດ​ນັ້ນ​ຈະ​ຂຶ້ນ​ກັບ​ບໍ່​ພຽງ​ແຕ່​ການ​ນຳ​ເອົາ​ບັນ​ດາ​ຜູ້​ນຳ​ຢູ​ໂຣບ​ມາ​ເຮັດ​ວຽກ​ນຳ​ເທົ່າ​ນັ້ນ, ແຕ່​ຍັງ ກ່ຽວ​ກັບ ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ ໃນ ຝ​ຣັ່ງ, ເລີ່​ມ​ຕົ້ນ​ດ້ວຍ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ໃນ​ເດືອ​ນ​ມິ​ຖຸ​ນານີ້.

ນອກ​ຈາກ​ນັ້ນ, ໃນ​ສອງ​ເດືອນ​ຂ້າງ​ໜ້າ, ເວ​ລາ​ທີ່​ຝ​ຣັ່ງ​ມ້ວນ​ທ້າຍ​ການ​ເປັນ​ປະ​ທານ​ວຽນຂອງ​ສະ​ຫະ​ພາບ​ຢູ​ໂຣບ​ນັ້ນ, ມັນ​ຈະ​ເຮັດ​ໃຫ້​ມີ​ການ​ທົດ​ສອບ​ໃນ​ທັນ​ທີ.

ມີ​ສາມ​ຂົງ​ເຂດ​ທີ່​ມີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ, ນັກ​ວິ​ເຄາະ​ທ່ານ ເມ​ຢາດ ໄດ້​ກ່າວ​ວ່າ: ຄື​ການ​ບັ​ນ​ລຸ​ມາດ​ຕະ​ການ​ລົງ​ໂທດ​ດ້ານ​ມະ​ລັງ​ງານ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ​ຕໍ່​ມົ​ສ​ກູ, ເຊິ່ງ​ແມ່ນ​ອຸ​ປະ​ສັກ​ສຳ​ລັບ​ເຢຍ​ຣະ​ມັນ, ທີ່​ເພິ່ງ​ພາ​ອາ​ໄສ​ນ້ຳ​ມັນ ແລະ ແກັ​ສ​ຂອງ​ຣັດ​ເຊຍ ແລະ ອາດ​ເປັນ​ໄປ​ໄດ້​ສຳ​ລັບ​ໂປ​ແລນ, ຫຼັງ​ຈາກ​ການ​ປະ​ກາດ ​ຂອງ​ຣັດ​ເຊຍ​ວ່າ​ເຂົາ​ເຈົ້າ​ຈະ​ຢຸດ​ການ​ສະ​ໜອງ​ແກັ​ສ​ຊົ່ວ​ຄາວ, ຕໍ່​ໄປ​ແມ່ນ​ກ່ຽວ​ກັບ​ການ​ຮຽກ​ຮ້ອງ​ຂອງ​ທ່ານ ມາກ​ຣົງ ສຳ​ລັບ​ການ​ປ້ອງ​ກັນ​ຢູ​ໂຣບ​ທີ່​ໃກ້​ຊິດກວ່າ​ເກົ່າ ແລະ ແຂງ​ແກ່ນກວ່າ​ເກົ່າ, ແລະ ຕັດ​ສິນ​ໃຈ ກ່ຽວ​ກັບ ການ​ຂໍ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພາບ​ຢູ​ໂຣບ, ເລີ່ມ​ຕົ້ນ​ດ້ວຍ ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG