ເຊື້ອໄວຣັສໂອໄມຄຣອນທີ່ແປພັນຊະນິດໃໝ່ ອີກຄັ້ງນຶ່ງໄດ້ເປັນສາເຫດຜັກດັນໃຫ້ມີຄົນປ່ວຍເຂົ້າໂຮງໝໍ ແລະເສຍຊີວິດເພີ້ມຂຶ້ນ ໃນໄລຍະສອງສາມອາທິດທີ່ຜ່ານມານີ້ ຊຶ່ງເຮັດໃຫ້ລັດແລະຫົວເມືອງຕ່າງໆຕ້ອງໄດ້ທົບທວນຄືນໃນການຮັບມືກັບໂຄວິດ-19 ຂອງພວກເຂົາເຈົ້າ ແລະທຳນຽບຂາວກໍໄດ້ເພີ້ມການດຳເນີນຄວາມພະຍາຍາມເພື່ອແຈ້ງເຕືອນໃຫ້ປະຊາຊົນຮູ້ ອີງຕາມລາຍງານຂອງອົງການຂ່າວເອພີ.
ພວກນັກຊ່ຽວຊານບາງຄົນກ່າວວ່າ ການເຕືອນດັ່ງກ່າວອາດບໍ່ພຽງພໍ ແລະມີຂຶ້ນຊ້າໂພດ. ເຊື້ອໄວຣັສທີ່ແປພັນຊະນິດໃໝ່ ມີຄວາມສາມາດສູງເປັນພິເສດໃນການບຸກຜ່ານແນວປ້ອງກັນຂອງຢາວັກຊີນ. ເຈົ້າໜ້າທີ່ສາທາລະນະສຸກກ່າວວ່າ ນະຄອນລອສແອນເຈີລິສ ທີ່ມີປະຊາຊົນອາໄສຢູ່ 10 ລ້ານຄົນນັ້ນພວມປະເຊີນໜ້າໃນການຖືກບັງຄັບ ໃຫ້ໃສ່ໜ້າກາກຄືນ ຢູ່ພາຍໃນຕຶກອາຄານ ໃນທ້າຍເດືອນນີ້ ຖ້າແນວໂນ້ມກ່ຽວກັບການເຂົ້າໂຮງໝໍ ໃນປັດຈຸບັນນີ້ ຍັງດຳເນີນຢູ່ຕໍ່ໄປ.
LOS ANGELES (AP) — New omicron variants are again driving hospital admissions and deaths higher in recent weeks, causing states and cities to rethink their responses to COVID-19. And the White House is stepping up efforts to alert the public. Some experts say the warnings are too little, too late. The highly transmissible variants have shown a remarkable ability to get around the protection offered by vaccination. Health officials say Los Angeles County, home to 10 million residents, is facing a return to a broad indoor mask mandate later this month if current hospital admissions trends continue.