ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາແຫ່ງຊາດ ຂອງມຽນມາ ເລືອກເອົາ ປະທານາທິບໍດີ ຄົນໃໝ່


ທ່ານ ວິນ ມິນ ທີ່ຫາກໍຖືກເລືອກ ໃຫ້ເປັນປະທານາທິບໍດີ ຄົນໃໝ່ຂອງມຽນມາ, ໂບກມືໃຫ້ແກ່ຊື່ມວນຊົນ ຢູ່ດ້ານນອກ ຂອງສະພາແຫ່ງຊາດ ໃນນະຄອນຫຼວງເນປີດໍ ຂອງມຽນມາ ໃນວັນພຸດ ທີ 28 ມີນາ 2018.
ທ່ານ ວິນ ມິນ ທີ່ຫາກໍຖືກເລືອກ ໃຫ້ເປັນປະທານາທິບໍດີ ຄົນໃໝ່ຂອງມຽນມາ, ໂບກມືໃຫ້ແກ່ຊື່ມວນຊົນ ຢູ່ດ້ານນອກ ຂອງສະພາແຫ່ງຊາດ ໃນນະຄອນຫຼວງເນປີດໍ ຂອງມຽນມາ ໃນວັນພຸດ ທີ 28 ມີນາ 2018.

ພັນທະມິດທີ່ໃກ້ຊິດ ຂອງທ່ານນາງ ອອງ ຊານ ຊູ ຈີ ໄດ້ຖືຶກເລືອກໃຫ້ເປັນປະທານາ
ທິບໍດີ ຄົນໃໝ່ຂອງມຽນມາ ໂດຍສະພາແຫ່ງຊາດ ຂອງປະເທດ.

ທ່ານ ວິນ ມິນ ໄດ້ຖືກເລືອກ ໃນວັນພຸດມື້ນີ້ ໃຫ້ເຂົ້າຮັບຕຳແໜ່ງ ແທນທ່ານ ທິນ ຈໍ ທີ່ໄດ້
ລາອອກເມື່ອສັບປະດາແລ້ວນີ້ ໂດຍອ້າງວ່າສຸຂະພາບບໍ່ດີ. ທ່ານ ວິນ ມິນ ອາຍຸ 66 ປີ
ທີ່ໄດ້ປະຕິບັດໜ້າທີ່ ເປັນປະທານສະພາຕ່ຳຂອງມຽນມາ ຈົນຮອດສັບປະດາແລ້ວນີ້
ແລະເປັນນັກເຄື່ອນໄຫວເກົ່າ ຢູ່ໃນພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຂອງ
ທ່ານນາງ ອອງ ຊານ ຊູ ຈີ ເຊິ່ງໄດ້ຄອບງຳ ທັງສອງສະພາ ນັບຕັ້ງແຕ່ ພັກດັ່ງກ່າວໄດ້ຮັບ
ໄຊຊະນະໃນການເລືອກຕັ້ງຢ່າງຖ້ວມລົ້ນ ໃນປີ 2015. ທ່ານ ວິນ ມິນ ໄດ້ຖືກຄຸມຂັງເປັນ
ເວລາບໍ່ດົນໃນຊຸມປີ 1990 ພາຍໃຕ້ການປົກຄອງຂອງທະຫານ ແລະ ໄດ້ຖືກເລືອກເຂົ້າ
ໄປນັ່ງໃນສະພາຄັ້ງທຳອິດ ເມື່ອປີ 2012 ໃນຂະນະທີ່ພວກທະຫານ ໄດ້ໂອນອຳນາດໃຫ້
ລັດຖະບານ ທີ່ປົກຄອງໂດຍພົນລະເຮືອນ ພຽງໃນນາມເທົ່ານັ້ນ.

ທີ່ປຶກສາຂອງປະເທດມຽນມາ ທ່ານນາງ ອອງ ຊານ ຊູ ຈີ ແລະ ປະທານາທິບໍດີ ຂອງມຽນມາ ທິນ ຈໍ ຖືໂອກາດເຂົ້າຮ່ວມໃນການຖ່າຍຮູບ ຫຼັງຈາກພິທີເປີດ ກອງປະຊຸມ ປັງລອງ ໃນສັດຕະວັດ ທີ 21 ຢູ່ໃນນະຄອນຫຼວງ ເນປີດໍ ຂອງມຽນມາ, ວັນທີ 24 ພຶດສະພາ 2017.
ທີ່ປຶກສາຂອງປະເທດມຽນມາ ທ່ານນາງ ອອງ ຊານ ຊູ ຈີ ແລະ ປະທານາທິບໍດີ ຂອງມຽນມາ ທິນ ຈໍ ຖືໂອກາດເຂົ້າຮ່ວມໃນການຖ່າຍຮູບ ຫຼັງຈາກພິທີເປີດ ກອງປະຊຸມ ປັງລອງ ໃນສັດຕະວັດ ທີ 21 ຢູ່ໃນນະຄອນຫຼວງ ເນປີດໍ ຂອງມຽນມາ, ວັນທີ 24 ພຶດສະພາ 2017.

ທ່ານ ວິນ ມິນ ເອົາຊະນະຜູ້ສະໝັກສອງທ່ານຢ່າງງ່າຍດາຍ ໂດຍມີ ທ່ານ ມິນ ສເວ ຜູ້ທີ່
ໄດ້ຮັບການສະໜັບສະໜູນຈາກທະຫານ ທີ່ຍັງກຳອຳນາດຢູ່ນັ້ນ ເຊິ່ງມີບ່ອນນັ່ງໃນສະພາ
25 ເປີເຊັນ ພາຍໃຕ້ລັດຖະທຳມະນູນ ສະບັບທີ່ຕົນໄດ້ຮ່າງຂຶ້ນມາໃໝ່ ໃນປີ 2008 ທີ່ວ່າ
ໃນທີ່ສຸດກໍຈະມອບການຄວບຄຸມຢ່າງຄົບຖ້ວນ ໃຫ້ແກ່ລັດຖະບານພົນລະເຮືອນ.
ທະຫານ ຍັງກຳຕຳແໜ່ງທີ່ສຳຄັນໆ ໃນຄະນະລັດຖະບານ ຮວມທັງກະຊວງປ້ອງກັນ
ປະເທດ ກະຊວງພາຍໃນ ແລະ ກະຊວງກິດ ຈະການຊາຍແດນ.

ເຖິງຢ່າງໃດກໍຕາມ ທ່ານ ວິນ ມິນ ຮັບຕຳແໜ່ງປະທານາທິບໍດີ ພຽງໃນນາມເທົ່ານັ້ນ ເຊິ່ງ
ຕຳແໜ່ງທີ່ປຶກສາຂອງທ່ານນາງ ອອງ ຊານ ຊູ ຈີ ກໍຄືເປັນຜູ້ນຳທີ່ແທ້ຈິງຂອງປະເທດ
ເຊິ່ງທ່ານນາງ ໄດ້ປະກາດວ່າ ເປັນ “ຕຳແໜ່ງທີ່ເໜືອກວ່າປະທານາທິບໍດີ.” ທ່ານນາງ
ໄດ້ຖືກຫ້າມບໍ່ໃຫ້ຮັບຕຳແໜ່ງ ເປັນປະທານາທິບໍດີ ພາຍໃຕ້ລັດຖະທຳມະນູນ ທີ່ທະຫານ
ໄດ້ຮ່າງຂຶ້ນມານັ້ນ ກໍຍ້ອນວ່າ ພວກລູກຊາຍຂອງທ່ານນາງເປັນຄົນອັງກິດ ເຊັ່ນດຽວກັນ
ກັບມື້ລາງສາມີຂອງທ່ານນາງ.

Myanmar Election
please wait
Embed

No media source currently available

0:00 0:00:26 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG