ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມືອງ ​ວິນ​ລຽມ​ສ໌​ເບີກ ຂອງ ສ​ຫລ ເຮັດ​ໃຫ້​ຄົນ​ໄປ​ທ່ຽວ ບຸນຄ​ຣິ​ສ​ມັ​ສ ຕົກ​ຕະ​ລຶງ​ກັບ​ບັນ​ຍາ​ກາດ​ຄຶກ​ຄື້ນຂອງງານ ແລະ ​ຄວາມ​ງາມ​ຂອງ​ເມືອງ ​


American Town Wows Christmas Visitors
please wait

No media source currently available

0:00 0:02:57 0:00

ເມືອງ​ປະ​ຫວັດ​ສາດ ເມືອງວິນ​ລຽມ​ສ໌​ເບີກ (Williamsburg) ໃນລັດ​ເວີ​ຈີ​ເນຍ ຂອງ​ ສະ​ຫະ​ລັດ ເຮັດ​ໃຫ້​ຄົນ​ໄປ​ທ່ຽວ​ບຸນ Christmas ຕົກ​ຕະ​ລຶງ​ກັບຄວາມ​ງາມຂອງ​ເມືອງ ແລະ​ບັນ​ຍາ​ກາດ​ຂອງ​ງານ

ບັນ​ຍາ​ກາດ​ແຫ່ງ​ການ​ສະ​ຫລອງ​ບຸນ​ຄ​ຣິ​ສ​ມາສເຕັມ​ໄປ​ດ້ວຍຄວາມ​ຮູ້​ສຶກ ທີ່ມີ​ຊີ​ວິດ​ຊີ​ວາ​ຂອງຄົນ​ໃນຍຸກ​ເກົ່າ ແລະຍຸກ​ໃໝ່​ ຢູ່​ທົ່ວທັງເມືອງປະ​ຫວັດ​ສາດວິນ​ລຽມ​ສ໌​ເບີກ (Williamsburg) ໃນລັດ​ເວີ​ຈີ​ເນຍ. ຕົ​ວເມືອງ​ສະ​ໄໝອາ​ນາ​ນິ​ຄົມ ແຫ່ງນັ້ນ ແມ່ນມີ​ຂຶ້ນ​ຕັ້ງ​ແຕ່ຊຸມ​ປີ 1600 ພຸ້ນ ແຕ່​ວ່າ ສວນສະ​ໜຸກບຸ​ສກາ​ເດັນ​ສ໌ (Busch Gardens) ໄດ້​ເລີ້ມ​ເປີດ​ຂຶ້ນ​ໃນ​ຊຸມ​ປີ 1970. ສະ​ຖານ​ທີ່ທັງ​ສອງ​ແຫ່ງ ດັ່ງ​ກ່າວ ສະ​ແດງ​ໃຫ້​ເຫັນ​ຄວາມ​ແຕກ​ຕ່າງ​ກັນ ແຕ່​ວ່າ ກໍມີ​ການ​ປະ​ດັບ​ປະ​ດາ​ໃນ​ຍາມ​ບຸນ​ເທດ​ສະ​ການ​ ທີ່​ເປັນ​ເອ​ກະ​ລັກ​ຂອງ​ຕົນເອງ ຊຶ່ງ​ເຮັດ​ໃຫ້ເມືອງປະ​ຫວັດ​ສາດວິນ​ລຽມ​ສ໌​ເບີກ (Williamsburg) ກ​າຍ​ເປັນ​ບ່ອນ​ທ່ອງ​ທ່ຽວ​ ທີ່​ດີ​ທີ່​ສຸດແຫ່ງ​ນຶ່ງ ຂອງ​ສະ​ຫະ​ລັດ​ໃນ​ລະ​ດູ​ສະ​ຫລອງ​ບຸນ​ຄ​ຣິ​ສ​ມາສ. Deborah Block, ນັກ​ຂ່າວ​ຂອງວີ​ໂອ​ເອ ຈະ​ພາ​ພວກ​ເຮົາ​ໄປ​ທ່ຽວ​ຊົມ ແລະ​ຮູ້​ຈັກ​ກັບ​ສະ​ຖານ​ທີ່ແຫ່ງນັ້ນ ຊຶ່ງ​ບົວ​ສະ​ຫວັນຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ວັນ​ຄ​ຣິ​ສ​ມາ​ສໄດ້ກ້າວ​ເຂົ້າ​ມາ​ພ້ອມ​ກັບຄວາມ​ສະ​ໜຸກ​ສະ​ໜານ ​ຢູ່​ໃນເມືອງ​ສະ​ໄໝອາ​ນາ​ນິ​ຄົມວິນ​ລຽມ​ສ໌​ເບີກ (Williamsburg) ໃນລັດ​ເວີ​ຈີ​ເນຍບ່ອນ​ທີ່​ຂະ ບວນຄົນ​ເປົ່າຂຸ່ຍ ແລະ​ຕີກອງ​ນຳ​ເອົາ​ບັນ​ຍາ​ກາດ​ຂອງການ​ສະ​ຫລອງງານບຸນ ມາບັນ​ເທີງ​ແກ່​ຄົນໄປ​ທີ່ນັ້ນ.

ແລະ​ຢູ່​ໃນ​ເມືອງ​ແຫ່ງຄ​ຣິ​ສ​ມາ​ສ ບຸ​ສ​ກາ​ເດັນ​ສ໌ (Busch Gardens) ນັ້ນ ແສງ​ໄຟ​ລະ​ຍິບລະ​ຍັບ ໄດ້​ເຮັດ​ໃຫ້​ບ້ານເຢຍ​ຣະ​ມັນ ຫລື German village​ ທີ່​ຕັ້ງຢູ່​ໃກ້ໆກັນ​ນັ້ນ ສະ​ຫວ່າງສະ​ໄຫວຂຶ້ນ. ໃນ​ຊ່ວ​ງລະ​ດູ​ການຂອງວັນ​ບຸນດັ່ງ​ກ່າວ ສວນ​ສະ​ໜຸກກໍ​ໄດ້​ກັບ​ກາຍ​ເປັນ​ດິນ​ແດນມະ​ຫັດ​ສະ​ຈັນ​ໃນລະ​ດູ​ໜາວ ໂດຍ​ທີ່ມີ​ດອກ​ໄຟ​ປະ​ດັບ​ປະ​ດາ​ຢູ່ 11 ລ້ານດອກ ຊຶ່ງເຮັດ​ໃຫ້​ມັນ​ກາຍ​ເປັນ​ສະ​ຖານ​ທີ່ ​ທີ່​ມີ​ການ​ສະ​ແດງການ​ຕົບ​ແຕ່ງ​ປະ​ດັບ​ປະ​ດາ​ໃນ​ວັນ​ຄ​ຣິ​ສມ​າ​ສ ທີ່​ໃຫຍ່​ທີ່​ສຸດ​ແຫ່ງ​ນຶ່ງ ​ໃຂ​ເຂດ​ພາກ​ເໜືອ​ຂອງ​ທະ​ວີບ​ອາ​ເມ​ຣິ​ກາ.

ແມ່ ແລະ​ລູກສາວ​ຄູ່ນີ້​ເວົ້າ​ວ່າ ເມືອງ​ແຫ່ງຄ​ຣິ​ສ​ມາ​ສ ຫລື Christmas Town ໄດ້ເຮັດ​ໃຫ້​ມີ​ຄວາມ​ສະ​ໜຸກສະ​ໜານ​ຫລາຍ ຊຶ່ງ​ຜູ້​ເປັນ​ແມ່​ເວົ້າ​ວ່າ:
"ທຸກ​ສິ່ງ​ທຸກ​ຢ່າງແມ່ນ​ມີ​ດອກໄຟ​ຕິດ​ໃສ່​ໃຫ້​ສະ​ຫວ່າງ​ສະ​ໄຫວໄປ​ໝົດ ແລະເຮັດ​ໃຫ້​ຮູ້​ສຶກຄຶກ​ຄື້ນ ແລະ​ຮຸ່ງ​ໄປ​ທົ່ວ ແລະ​ກໍ​ມີ​ແຕ່​ເຮັດ​ໃຫ້​ເຈົ້າ​ຮູ້​ສຶກ​ມີ​ຄວາມ​ສຸກທັງ​ນັ້ນ."

​ລູກ​ສາວ​ຂອງ​ລາວ​ກໍ​ບອກວ່າ:
"ມັນ​ງາມ ແລະ​ມ່ວນ​ຫລາຍ. ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ໃຫ້​ເຮັດ. ຢູ່​ເທິງ​ລົດ​ໄຟ​ນັ້ນ ເບິ່ງ​ແສງ​ໄຟຢູ່​ຫັ້ນ​ແມ໋, ແລະແສງ​ໄຟພວກນັ້ນ​ ​ງາມ​ຫລາຍອີ່​ຫລີໄດ໋."

​ນັກ​ທ່ອງ​ທ່ຽວ​ຄົນ​ນີ້ ແມ່ນ​ມັກບັນ​ດາໝູ່​ບ້ານ​ທີ່​ຖືກ​ຕົບ​ແຕ່ງ​ແບບ​ຢູ​ໂຣບຢູ່ໃນ​ເມືອງ ແຫ່ງ​ຄ​ຣິ​ສ​ມາ​ສແຫ່ງ​ນັ້ນ.

​ນາງ​ເຄດ ວິດ​ເທີ​ສ໌ (Kate Withers) ເວົ້າ​ວ່າ:
"ການ​ໄດ້​ສຳ​ພັດ​ກັບ​ວັດ​ທະ​ນະ​ທຳ​ຫລາຍ​ອັນ​ແຕກ​ຕ່າງ​ກັນ, ເຖິງ​ແມ່ນ​ວ່າ ​ທ່ານ​ຈະ​ບໍ່​ໄດ້​ໄປ​ຢູ່​ທີ່ນັ້ນກໍ​ຕາມ ແຕ່​ທ່ານ​ກໍ​ຮູ້​ສຶກ​ຄ້າຍ​ກັບ​ວ່າທ່ານໄດ້​ຢູ່​ທີ່ນັ້ນ. ສະ​ຖາ​ປະ​ນິກ​ທີ່​ແຕກ​ຕ່າງ​ກັນ ແລະ​ອາ​ຫານ​ກໍເປັນ​ເຊັ່ນ​ນັ້ນ ຄື​ກັນ."

​ຢູ່​ໃນ​ຮ້ານ​ກິນ​ດື່ມ​ຂອງ​ຊາວ​ໄອ​ຣ໌ແລນ​ແຫ່ງນີ້ ບັນ​ດາ​ແຂກ​ທີ່ມາ​ທ່ຽວ​ພາ​ກັນ​ໄປ​ດື່ມ​ເບຍ​ດຳ ທີ່​ເອີ້ນ​ວ່າເບຍ​ດຳ​ຊະ​ນິດ​ປຸກ. ແລະ ຢູ່​ໃນ​ບ້ານ​ເຢຍ​ຣະ​ມັນອັນ​ເກົ່າແກ່ ແຫ່ງນີ້ ກິ່ນ​ຫອມ​ຫວານ​ຂອງ​ເຂົ້າ​ຈີ່​ໃສ່​ຂີງກໍໄດ້​ດຶງ​ດູດ​ໃຈ​ໃຫ້​ຄົນ​ເຂົ້າ​ໄປ​ຫາ​ຮ້ານ ​ຂ​າຍ​ເຂົ້າ​ໜົມປັງແຫ່ງ​ນຶ່ງ.

​ນອກນັ້ນ​ແລ້ວ ເມືອງ​ສະ​ໄໝອາ​ນາ​ນິ​ຄົມວິນ​ລຽມ​ສ໌​ເບີກ (Williamsburg) ຍັງ​ເຮັດ​ໃຫ້ຄົນ​ຮູ້​ສຶກ​ຄ້າຍ​ກັບ​ວ່າ ໄດ້​ໄປ​ຢູ່​ໃນ​ສະ​ຖານ​ທີ່ ແລະ​ຫ້ວງ​ເວ​ລາ​ອີກອັນ​ນຶ່ງ​ຕ່າງ​ອອກ​ໄປ. ​ເມືອງ​ວິນ​ລຽມ​ສ໌​ເບີກ (Williamsburg) ໄດ້​ກາຍ​ເປັນ​ເມືອງ​ຫລວງຂອງ​ອາ​ນາ​ນິ​ຄົມ​ເວີ​ຈີ​ເນຍໃນ​ປີ 1699. ຕຶກ​ອາ​ຄານ​ທີ່ສ້າງ​ໃນ​ສະ​ໄໝສັດ​ຕະ​ວັດ​ທີ 18 ໄດ້​ຖືກບູ​ລະ​ນະຟື້ນ​ຟູ​ຄືນ ໃນ​ຂະ​ນະ​ທີ່​ຕຶກ​ອື່ນໆໄດ້​ຖືກ​ສ້າງ​ຄືນ​ໃໝ່ຢູ່​ບ່ອນ​ເກົ່າ​ຂອງ​ຕຶກ​ເຫລົ່າ​ນັ້ນ. ທຸກມື້ນີ້ ຕົວ​ເມືອງນີ້ ແມ່ນເປັນ​ພິ​ພິດ​ທະ​ພັນ​ທາງ​ປະ​ຫວັດ​ສາດ​ທີ່​ຍັງ​ມີ​ຊີ​ວິດຊີ​ວາ​ຢູ່.

ນັກ​ທ່ອງ​ທ່ຽວ​ຄົນ​ນຶ່ງ​ເວົ້າ​ວ່າ: "Merry Christmas ຊຶ່ງ​ແປ​ວ່າ ສຸກ​ສັນ​ວັນ​ ຄ​ຣິ​ສ​ມາ​ສ." ຄົນ​ທີ່​ອາ​ໄສ​ຢູ່​ໃນ​ເມືອງນັ້ນກໍຕອບ​ຄືນ​ວ່າ-- "ສຸກ​ສັນ​ວັນ​ຄ​ຣິ​ສ​ມາເດີ້ ເພື່ອນໆ."

ການ​ສະ​ຫລອງວັນຄ​ຣິ​ສ​ມາ​ສໃນອາ​ນາ​ນິ​ຄົມວິນ​ລຽມ​ສ໌​ເບີກ ແມ່ນ​ງ່າຍ​ດາຍກວ່າ​ການ​ສະ​ຫລອງ​ໃນ​ທຸກມື້ນີ້​ຫລາຍ.

ທ່ານ​ນາງ ໂລ​ຣາ ວຽນ​ເຄີ (Laura Viancour), ອຳ​ນວຍ​ການ​ດ້ານ​ການ​ຈັດ​ວາງສະ​ຖານ​ທີ່ ​ໃນຫໍ​ພິ​ພິດ​ທະ​ພັນ​ດ້ານ​ສິນ​ລະ​ປະ​ຂອງເມືອງ​ສະ​ໄໝອາ​ນາ​ນິ​ຄົມວິນ​ລຽມ​ສ໌​ເບີກເວົ້າ​ວ່າ:
"ບຸນ​ຄ​ຣິ​ສ​ມາ​ສ​ເປັນ​ການ​ສະ​ຫລອງ​ທີ່​ຜູ້​ຄົນພາ​ກັນ​ໄປ​ໂບດ, ກິນ​ເຂົ້າຊຸມ​ກັນ, ​ຈັດ​ງານ​ລ້ຽງ ແລະ​ເຕັ້ນ​ລຳ​ນຳ​ກັນ. ເຂົາ​ເຈົ້າ​ຈະ​ເອົາ​ງ່າ​ໄມ້ສັກ​ສິດ ຫລື​ພວງ​ໃບ​ໄມ້​ຂຽວໆ​ ຫ້ອຍ​ໃສ່​ບານປ່ອງ​ຢ້ຽມ."

ໃນ​ປີ 1842 ເມືອງວິນ​ລຽມ​ສ໌​ເບີກ (Williamsburg) ໄດ້​ກາຍ​ເປັນເມືອງ​ແຫ່ງ​ທຳ​ອິດ ​ໃນ​ເຂດ​ອາ​ນາ​ນິ​ຄົມ​ຢູ່ອາ​ເມ​ຣິ​ກາ ​ທີ່​ໄດ້​ປະ​ດັບ​ປະ​ດາ​ຕົ້ນ​ຄ​ຣິ​ສ​ມາ​ສ.

ທ່ານ​ນາງ ​ຄ​ຣິ​ສ​ຕິ​ນາ ແວ​ສ​ເຕັນ​ເບີ​ກ​ເກີ (Christina Westenberger) ໃນ​ພະ​ແນກ​ການສຶກ​ສາ​ຫໍພິ​ພິດ​ທະ​ພັນ ​ຢູ່​ໃນຫໍພິ​ພິດ​ທະ​ພັນ​ດ້ານ​ສິນ​ລະ​ປະ​ ຂອງເມືອງ​ສະ​ໄໝອາ​ນາ​ນິ​ຄົມວິນ​ລຽມ​ສ໌​ເບີກ ກ່າວ​ວ່າ:
"ຕົ້ນຄ​ຣິ​ສ​ມາ​ສນ້ອຍໆ​ທີ່​ຕັ້ງ​ໄວ້ເທິງຖືກປະ​ດັບ​ປະ​ດາ​ດ້ວຍໝາກກໍ່ ຫລື walnut ເຄືອບ​ສີ​ທອງ ຫໍ່​ໃສ່ຜ້າ​ສີ​ແດງ ແລະໃຕ້​ທຽນ​ໄຂ​ໃສ່ໃຫ້​ຮຸ່ງ."

ທຸກມື້ນີ້ ຕົ້ນຄ​ຣິ​ສ​ມາ​ສອັນ​ນີ້ຢູ່​ໃນ​ພິ​ພິດ​ທະ​ພັນ​ສິນ​ລະ​ປະພື້ນ​ເມືອງ ມີ​ເຄື່ອງ​ປະ​ດັບ​ປະ​ດາ ທີ່​ເຮັດ​ດ້ວຍ​ມືຫ້ອຍຢູ່​ 2,000 ອັນ ໂດຍ​ເບິ່ງ​ແລ້ວ​ເປັນ​ໜ້າ​ສະ​ອອນ​ນຳການ​ເກັບ​ທ້ອນ​ເອົາ​ເຄື່ອງ​ເກົ່າ​ໄວ້.

ເດັກ​ຊາຍ​ນ້ອຍ​ຄົນ​ນີ້​ເວົ້າ​ວ່າ: "ຂ້ອຍເຫັນ​ນົກ​ໂຕ​ນຶ່ງ​ຢູ່​ເທິງໆ ພຸ້ນ."

ທ່ານ​ນາງ ແວ​ສ​ເຕັນ​ເບີ​ກ​ເກີ (Westenberger) ເວົ້າ​ອີກວ່າ:
"ສິ່ງ​ຂອງ​ອັນ​ນີ້ ​ເປັນສິ່ງ​ທີ່ເກັບ​ທ້ອນ​ໄວ້ ທີ່​ຕັດ​ໂດຍ​ແມ່​ຍິງ​ຄົນ​ນຶ່ງຜູ້ທີ່​ເກີດ​ມາບໍ່​ມີ​ແຂນ​ຈັກເບື້ອງ ແລະ​ລາວ​ໄດ້​ຕັດ​ມັນ​ດ້ວຍ​ການ​ໃຊ້​ແຂ້ວ​ກັດ ແລະ​ໃຊ້​ນີ້ວ​ຕີນ​ຈັບ ເອົາ."

ໃນ​ຂະ​ນະ​ທີ່ສິ່ງສຳ​ລັບສະ​ຫລອງ​ບຸນ​ເຫລົ່າ​ນີ້ ໄໝ້ຢູ່​ໃນກະ​ຕ່າເຫລັກ ​ທີ່​ເປັນ​ຮູບ​ເຄິ່ງດວງ​ຈັນ ທ່າມ​ກາງ​ສຽງຂຸ່ຍ ແລະ​ສຽງ​ກອງ​ດັງກ້ອງ​ກັງ​ວານ​ຢູ່​ຖະ​ໜົນ ​ໃນ ສະ​ໄໝ​ອາ​ນາ​ນິ​ຄົມ​ສາຍ​ນຶ່ງ, ພວກ​ທີ່​ໄປ​ຊົມ​ງານ​ບຸນ​ ກໍ​ຖືກຊັກ​ຊວນ​ໃຫ້​ຫວນ​ເຖິງ ຊ່ວງ​ເວ​ລາ ​ທີ່​ມີ​ການ​ສະ​ຫລອງ​ແບບ​ງ່າຍໆ​ກວ່າ ແລະ​ກົກ​ເຄົ້າ​ຂອງ​ປະ​ເພ​ນີສະ​ຫລອງວັນວັນ​ບຸນຄ​ຣິ​ສ​ມາ​ສ ທີ່​ສືບ​ສານ​ມາ​ເປັນ​ເວ​ລາຍາວ​ນານ​ຂອງ​ອາ​ເມ​ຣິ​ກາ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

The Christmas spirit encompassing the old and the new is alive in historic Williamsburg, Virginia. The colonial town dates back to the 16-hundreds, while nearby Busch Gardens amusement park opened in the 1970's. Both places are displaying different but unique holiday decorations, making Williamsburg one of the best places in the United States to visit during the Christmas season. VOA's Deborah Block takes us on a tour.

Christmas came in with a bang in colonial Williamsburg, Virginia where a fife and drum corps brought in the holiday spirit.

And at nearby Busch Gardens' Christmas Town, an eye-popping lights show illuminates a German village. During the holiday season the theme park turns into a winter wonderland decorated with 11 million lights, making it one of the largest Christmas displays in North America.

This mother and daughter say Christmas Town is magical.
"Everything's lit up and festive and bright and just makes you happy."

"It's really nice and fun. There's a lot of things to do. On the train, look at the lights and the lights are really pretty."

This visitor enjoys Christmas Town's recreated European villages.

Kate Withers, Visitor:
"Experiencing the different cultures, even though you're not there you feel like you're there. The different architecture and the food too."

Here in this Irish pub, visitors are getting a dark beer called stout. And in this old German village the sweet smell of gingerbread brings people into a cookie shop.

Colonial Williamsburg also feels like another place and time. Williamsburg became the capital of the Virginia Colony in 1699. Some 18th century buildings have been restored, while others were reconstructed on their original foundations. Today the town is a living historic museum.

tourist: -- "Merry Christmas." Townsperson -- "Merry Christmas friends."

Christmas in colonial Williamsburg was much simpler than it is today.

Laura Viancour, Art Museums of Colonial Williamsburg Landscape Director:
"Christmas was more a celebration of going to church, feasting, parties and dances. They would tuck holly sprigs in the windowpane or some evergreen."
In 1842 Williamsburg became the first town in the American colonies to have a decorated Christmas tree.

Christina Westenberger, Art Museums of Colonial Williamsburg Museum Education:
"A small table top tree decorated with gilded walnuts and balls surrounded by red gauze and lit with candles."

Today, this Christmas tree in the folk art museum contains 2,000 handmade ornaments inspired by pieces in the collection.

little boy: "I see a bird all the way up there."

Christina Westenberger, Art Museums of Colonial Williamsburg Museum Education:
"This object is traced from a piece in the collection that was cut by a woman who was born without any arms and she cut with her teeth and her toes."

As these holiday iron basket cressents burn while the fife and drums play on a colonial street, visitors are invited to think about a simpler time and the roots of America's enduring Christmas traditions.

XS
SM
MD
LG