ປະຕິກິລິຍາໃນເອເຊຍ ຕໍ່ການລົງໂທດຂອງປະຊາຄົມນາໆຊາດຮອບຫລ້າສຸດຕໍ່ເກົາຫຼີ
ເໜືອ ນັ້ນ ແມ່ນເປັນໄປໃນທາງບວກ ແຕ່ວ່າມີຫຼາຍປະເທດ ຍັງລັງເລໃຈຢູ່ວ່າ ການລົງ
ໂທດທີ່ວ່ານີ້ ຈະມີຜົນຢ່າງແທ້ຈິງໃດໆຫຼືບໍ່.
ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ຮັບຮອງເອົາຢ່າງເປັນເອກກະສັນ
ໃນວັນຈັນວານນີ້ ຕໍ່ການລົງໂທດຢ່າງໜັກຮອບໃໝ່ທາງດ້ານເສດຖະກິດ ຕໍ່ເກົາຫຼີເໜືອ
ເພື່ອເປັນການຕອບໂຕ້ຕໍ່ການທົດລອງນິວເຄລຍເມື່ອວັນທີ 3 ກັນຍາຜ່ານມານີ້ ຊຶ່ງອາດ
ຈະເປັນລະເບີດ hydrogen ນັ້ນ.
“ມື້ນີ້ ພວກເຮົາສາມາດເວົ້າໄດ້ວ່າ ໂລກ ຈະບໍ່ຍອມຮັບເອົາເດັດຂາດ ໃຫ້ເກົາຫລີ
ເໜືອເປັນປະເທດທີ່ມີອາວຸດນິວເຄລຍ,” ນັ້ນຄືຄຳເວົ້າຂອງທ່ານນາງ Nikki Haley
ເອກອັກຄະລັດ ຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ໄດ້ກ່າວຕໍ່ສະພາ
ຄວາມໝັ້ນຄົງ ໃນແລງວັນຈັນວານນີ້ ແລະທ່ານນາງກ່າວຕື່ມວ່າ “ແລະມື້ນີ້ ສະພາ
ຄວາມໝັ້ນຄົງອົງການສະຫະປະຊາຊາດ ແມ່ນກ່າວວ່າ ຖ້າຫາກວ່າອຳນາດການ
ປົກຄອງເກົາຫຼີເໜືອ ບໍ່ຍຸຕິໂຄງ ການນິວເຄລຍນີ້ແລ້ວ ພວກເຮົາກໍຈະເອົາບາດກ້າວ
ເພື່ອຈະຍຸຕິດ້ວຍພວກເຮົາເອງ.”
ຖ້າຫາກວ່າຈັດຕັ້ງປະຕິບັດຢ່າງຄົບຖ້ວນນັ້ນ ການລົງໂທດຄັ້ງໃໝ່ນີ້ ຈະສາມາດຫຼຸດຜ່ອນການເຂົ້າເຖິງການເງິນຕ່າງປະເທດ ແລະເຊື້ອໄຟທີ່ຈຳເປັນ ໃນການເກືອດຫ້າມກ່ຽວກັບໂຄງການ
ລູກສອນໄຟຂີປະນາວຸດ ແລະອາວຸດນິວເຄລຍ ດັ່ງນີ້:
ຈະຕັດການນຳເຂົ້ານ້ຳມັນຂອງເກົາຫຼີເໜືອ ໃນອັນທີ່ທ່ານນາງ Haley ເອີ້ນວ່າ “ເສັ້ນ
ເລືອດແຫ່ງຊີວິດ” ຂອງຄວາມພະຍາຍາມທີ່ຈະສ້າງແລະຍິງອາວຸດນິວເຄລຍນັ້ນ.
ຈະຫຼຸດການນຳເຂົ້າແກັສ ເຊື້ອໄຟເຊັ່ນ ນ້ຳມັນກາຊວນ ແລະນຳມັນຕ່າງໆຂອງປະເທດ
ລົງຫຼາຍກວ່າເຄິ່ງນຶ່ງ ໃນຂະນະທີ່ເກືອດຫ້າມການນຳເຂົ້າແກັສທຳມະຊາດທັງໝົດ ແລະ
ນ້ຳມັນທີ່ໃຊ້ແທນແກັສທັງໝົດ.
ຈະເກືອດຫ້າມການສົ່ງອອກແຜ່ນແພຕ່າງໆ ຊຶ່ງໃນປັດຈຸບັນນີ້ ແມ່ນທຸລະກິດທີ່ມີກຳໄລ
ງາມເປັນອັນດັບສອງຂອງປະເທດ ຊຶ່ງທ່ານນາງ Haley ໄດ້ກ່າວວ່າ ມັນຈະເຮັດໃຫ້ພຽງຢາງໄດ້ຮັບຄວາມເສຍຫາຍ ປະມານເກືອບ 800 ລ້ານຕໍ່ປີ.
ຈະເກືອດຫ້າມ ບໍ່ໃຫ້ປະເທດໃດອອກອະນຸຍາດໃໝ່ ໃຫ້ແກ່ພວກຄົນງານຊາວເກົາຫຼີເໜືອ
ຊຶ່ງເປັນແຫລ່ງລາຍໄດ້ຂອງເງິນຕາທີ່ສຳຄັນ ຂອງອຳນາດການປົກຄອງພຽງຢາງແຂງນັ້ນ.
ການລົງໂທດຮອບກ່ອນຂອງອົງການສະຫະປະຊາຊາດ ຕໍ່ເກົາຫຼີເໜືອ ໃນເດືອນສິງຫາ
ທີ່ຜ່ານມາ ແມ່ນການເກືອດຫ້າມການສົ່ງອອກຖ່ານຫີນ ເຫຼັກ ກົ່ວ ແລະອຸດສາຫະກຳ
ອາຫານທະເລທັງ ໃນມູນຄ່າ 3 ພັນລ້ານໂດລາ.