ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາ​ຍົກ​ລັດຖະມົນຕີ Modi ຈະ​ໃຫ້​ສັດຕະຍາບັນ ຕໍ່​ຂໍ້​ຕົກລົງ ​ດິນ​ຟ້າ​ອາກາດປາຣີ ຫລື​ບໍ່


ນາຍົກລັດຖະມົນຕີອິນເດຍ ທ່ານ Narendra Modi ກ່າວຕໍ່ການໂຮມຊຸມນຸມຊາວໜຸ່ມ.
ນາຍົກລັດຖະມົນຕີອິນເດຍ ທ່ານ Narendra Modi ກ່າວຕໍ່ການໂຮມຊຸມນຸມຊາວໜຸ່ມ.

ການ​ປະກາດ​ຄັ້ງ​ໃຫຍ່ກ່ຽວ​ກັບ​ດິນ​ຟ້າ​ອາກາດ ອາດ​ມີ​ຂຶ້ນ​ໃນ​ອາທິດ​ນີ້​ທີ່ນະຄອນ ຫລວງວໍ​ຊິງ​ຕັນ.

ບັນດາ​ນັກ​ຊ່ຽວຊານ​ກຳລັງ​ພາກັນ​ຈັບ​ຊຕາເບິ່ງ​ວ່າ ​ນາ​ຍົກ​ລັດຖະມົນຕີ​ອິນ​ເດ​ຍ ທ່ານ Narendra Modi ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ໃຫ້​ສັດຕະຍາບັນ​ຕໍ່​ຂໍ້​ຕົກລົງ​ດິນ​ຟ້າ​ອາກາດ ປາຣີ ກ່ອນ​ທ້າຍ​ປີ​ນີ້ ຫລື​ບໍ່​. ຖ້າ​ຫາກ​ອິນ​ເດຍ​ໃຫ້​ສັດຕະຍາບັນ​ຕໍ່ຂໍ້ຕົກລົງນີ້ ​ຈະ​ເຮັດ​ໃຫ້ຂໍ້​ຕົກລົງ​ດັ່ງກ່າວ ມີຜົນ​ບັງ​ຄັບ​ໃຊ້ກ່ອນ​ໜ້າເປົ້າ​ໝາຍ ຕົ້ນຕໍ ຄື​ໃນ​ປີ 2020.

ບັນດາ​ພວກ​ສະໜັບສະໜູນ​ກ່າວ​ວ່າ ​ມັນ​ຈະ​ເປັນ​ສັນ​ຍານ​ອັນ​ແຮງ ​ທີ່ ​ບັນ​ດາ​ປະ​ເທດກຳລັງ​ພັດທະນາ​ ມີ​ຄວາມ​ຈິງ​ຈັງ​ກ່ຽວ​ກັບ​ການ​ຕໍ່ສູ້​ກັບ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​. ​ແຕ່​ບັນ ດາ​ຜູ້​ຕິຕຽນ​ໄດ້ໃຫ້​ຂໍ້​ສັງ​ເກດ​ວ່າ ອິນ​ເດຍ ​ໄດ້​ໃຫ້​ຄວາມ​ໝັ້ນ ໝາຍ​ພຽ​ງ​ແຕ່ໜ້ອຍ​ນຶ່ງ​ພາຍ​ໃຕ້​ຂໍ້ຕົກລົງ​ປາຣີ. ​ເຂົາ​ເຈົ້າ​ກ່າວ​ວ່າ ອີກ​ຫລາຍ​ຢ່າ​ງ ຈະ​ເປັນທີ່​ຕ້ອງການຈາກ​ອິນ​ເດຍ ​ແລະ​ສ່ວນທີ່​ເຫລືອ​ຂອງ​ໂລກ​ທັງ​ໝົດ ​ເພື່ອ​ຮັກສາ​ໃຫ້​ໂລກ​ຢູ່​ພາຍ​ໃຕ້ລະດັບ​ຕ່ຳ​ວ່າ 2 ອົງ ສາ​ແຊ​ລ​ເຊີ​ສ ທີ່​ພວກ​ນັກວິທະຍາສາດ ພິຈາລະນາ​ວ່າ ຈະ​ເປັນ​ອັນຕະລາຍຮ້າຍ​ແຮງ​ຕໍ່​ ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ໂລກ ມະນຸດ​ເຮົາ.

ຮູບພາບບັນທຶກ ວັນທີ 6, ປີ 2015 ທີ່ສະແດງໃຫ້ເຫັນພວກນັກເຄື່ອນໄຫວ ພາກັນຈັບແຂນກັນເຫັນເປັນສັນຍາລັກສັນຕິພາບ.
ຮູບພາບບັນທຶກ ວັນທີ 6, ປີ 2015 ທີ່ສະແດງໃຫ້ເຫັນພວກນັກເຄື່ອນໄຫວ ພາກັນຈັບແຂນກັນເຫັນເປັນສັນຍາລັກສັນຕິພາບ.

ທ່ານ Modi ກຳລັງ​ຢ້ຽມຢາມ​ສະຫະລັດ​ຢ່າງ​ເປັນ​ທາງ​ການ ຮວມ​ທັງການ​ກ່າວ​ຄຳ​ປາ​ໄສ ​ຕໍ່​ກອງ​ປະຊຸມຮ່ວມ​ຄົບ​ຄະນະ​ຂອງ​ສະພາ ​ແລະ​ເປັນ​ການ​ປະຊຸມ​ເທື່ອ​ທີເຈັດ​ກັບປະທານາ ທິບໍດີ Obama.

ຜູ້ນຳ​ທັງ​ສອງ “ປະຊຸມ​ຢ່າງ​ເປີດ​ອົກ​ເປີດ​ໃຈ” ກ່ຽວ​ກັບ​ເລື້ອງ​ດິນຟ້າ​ອາ​ກາດ ​ແລະ​ພະລັງ ງານ​ສະອາດ ທີ່ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ທ່ານ Andrew Light ຈາກສະ​ຖາ​ບັນ ຊັບພະ​ຍາກ​ອນ​ໂລກ ອະດີດ​ທີ່​ປຶກສາ​ກະຊວງ​ຕ່າງປະ​ເທດ ​ກ່ຽວ​ກັບ​ອິນ​ເດຍແລະບັນຫາ​ການ​ປ່ຽນ​ແປງ ຂອງ​ດິນ​ຟ້າ​ອາກາດ. ​ທັງ​ສອງຖື​ວ່າ​ມັນ​ເປັນ​ບັນຫາ​ທາງ​ດ້ານສິນ​ທຳ​ແລະ​ພັນທະ​ຂອງ​ພວກ​ຮຸ້ນ​ຕໍ່​ໄປແລ​ະຕ້ອງການ​ຄວາມ​ຄືບ​ໜ້າ​ເພື່ອ​ເປັນ​ພາກສ່ວນຂອງ​ມູນ​ມໍລະ​ດົກ​ພວກ​ທ່ານ.

ພວກພະນັກງານພາກັນຕິດຕັ້ງແຜ່ນເກັບແສງຕາເວັນ ທີ່ ສະຖານີ Constantine photovoltaic power ທີ່ Cestas, ໃກ້ກັບ Bordeaux, ພາກໃຕ້ປະທດຝຣັ່ງ.
ພວກພະນັກງານພາກັນຕິດຕັ້ງແຜ່ນເກັບແສງຕາເວັນ ທີ່ ສະຖານີ Constantine photovoltaic power ທີ່ Cestas, ໃກ້ກັບ Bordeaux, ພາກໃຕ້ປະທດຝຣັ່ງ.

ນັ້ນ​ໝາຍ​ຄວາມເຖິງການ​ຮ່ວມມື​ແບບສ້າງສັນ ທີ່​ທ່ານໃຫ້​ຂໍ້​ສັງ​ເກດ. ​ໃນ​ລະຍະ​ສອງ​ປີ​ທີ່​ ຜ່ານ​ມ​າ ທ່ານ Light ກ່າວ​ວ່າ ທັງ​ສອງ​ໄດ້​ຂະຫຍາຍຫລື​ສ້າງ 15 ​ໂຄງການ​ຮ່ວ​ມມື​ໃນ​ ດ້ານດິນ​ຟ້າ​ອາກາດ ​ແລະ​ພະລັງງານ.

ທ່ານ​ກ່າວ​ວ່າ ​ແລະ​ໃນ​ເດືອນ​ທັນວາ ລະຫວ່າງ​ການ​ເຈລະຈາ​ເລື້ອງ​ດິນຟ້າ​ອາ ກາດ “ສະຫະລັດ ແລະອິນເດຍໄດ້ເຮັດວຽກຮ່ວມ​ກັນເປັນຢ່າງດີທີ່ປາຣີ ເພື່ອ ນໍາພາ​ໃຫ້​ມີ​ການ ປະນິປະນອມຢູ່ໃນ​ເອກກະສາ​ນທີ່ສ້າງຂໍ້ຕົກລົງທີ່ທັງສອງຝ່າຍ ສາມາດນຳເອົາກັບຄືນ ​ປະ​ເທດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG