ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ ອາ​ເມ​ຣິ​ກາ ລາ​ຕິນ ຈະ​ເປັນ​ຜູ້​ຕັດ​ສິນ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ຄົນ​ຕໍ່​ໄປ​ໄດ້​ບໍ່?


Pennsylvania Latinos Changing the Political Rhythm in Key Swing State
please wait

No media source currently available

0:00 0:02:48 0:00

ເຊີນ​ຊົມ​ວິດ​ີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ດົນ​ກວ່າ​ນຶ່ງ​ສັດ​ຕະ​ວັດ​ທີ່​ຜ່ານ​ມາ, ຊາວ ເປີ​ໂຕ ຣິ​ໂກ ກຸ່ມ​ນຶ່ງ​ໄດ້​ຍົກ​ຍ້າຍ​ຖິ່ນ​ຖານ ​ໄປ​ຢູ່​
ເມືອງ ເຣັດດິງ ລັດເພັນຊິລເວເນຍ ເພື່ອເຮັດວຽກຢູ່ສວນເຫັດທີ່ຢູ່ໃກ້ຄຽງ. ນັບຕັ້ງແຕ່
ນັ້ນມາ ຊາວອາເມຣິກັນ ເຊື້ອສາຍລາຕິນ ແລະ ປະຊາກອນທີ່ປາກເວົ້າພາສາ ສເປນ
ຂອງເມືອງດັ່ງກ່າວໄດ້ຂະຫຍາຍຕົວເປັນ 65 ເປີເຊັນລວມທັງໝົດ. ປະຊາກອນສ່ວນ
ຫຼາຍທີ່ເປັນຊົນກຸ່ມນ້ອຍນີ້ ໄດ້ຖືກຈັບຕາເບິ່ງຢ່າງໃກ້ຊິດທາງດ້ານການເມືອງຍ້ອນເປັນ
ເຂດປ່ອນບັດທີ່ສຳຄັນໃນລັດ​ທີ່​ອາດ​ຕົກ​ເປັນ​ຂອງ​ຝ່າຍ​ໃດ​ກໍ​ໄດ້ທີ່​ພິ​ຈາ​ລະ​ຈາ​ວ່າ ​ຕ້ອງ​
ຊະນະ ສຳລັບທັງສອງພັກການເມືອງໃນການເລືອກຕັ້ງປະທານາທິບໍດີປີໜ້າ. ນັກຂ່າວ
ປະຈຳທຳນຽບຂາວຂອງວີໂອເອ ສຕີຟ ເຮີແມນ ມີລາຍງານຈາກເມືອງ ເຣັດດິງ, ເຊິ່ງ
ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ຈາກ​ຄ້ອຍ​ທີ່​ມີ​ວັດເກົ່າ​ແກ່​ເປັນ​ສັດ​ຕະ​ວັດ​ຂອງ​ເມືອງ, ເມືອງ ເຣັດ​ດິງ ເບິ່ງ​ຄືເປັນ​ເມືອງ​ທີ່​
ງຽບເຫງົາ, ເປັນບ່ອນທີ່ທາງລົດໄຟ ແລະ ຄວາມຈະເລີນຮັ່ງມີໄດ້ຈາກໄປ​ດົນ​ນານ​ມາ​
ແລ້ວ. ແຕ່ຢູ່ທາງລຸ່ມ ມັນຍັງມີກຳລັງແຮງໃໝ່ຫຼາຍພຽງພໍຢູ່ ທີ່ຈະປ່ຽນແປງທັດສະນະທາງ
ການເມືອງ.”

ນີ້​ແມ່ນ​ ການ​ເດີນ​ສວນ​ສະ​ໜາມ ແລະ ງານ​ເທດ​ສະ​ການ​ຕາມ​ຖະ​ໜົນ​ແຫ່ງ​ທຳ​ອິດ​ຂອງ​
ຊາວ ເປີໂຕ ຣີໂກ ໃນເມືອງ ເຣັດດິງ, ລັດເພັນຊິລເວເນຍ, ມັນເປັນສັນຍານຂອງອິດທິ
ພົນຂອງຊາວອາເມຣິກາລາຕິນທີ່ເພີ່ມຂຶ້ນຢູ່ທີ່ນີ້.

ແຕ່​ເມື່ອ​ເວົ້າ​ເຖິງ​ອິດ​ທິ​ພົນ​ທາງ​ການ​ເມືອງ, ມັນ​ຕ້ອງ​ໄດ້​ມີ​ການ​ເຮັດ​ວຽກ​ຕື່ມ​ອີກ.

ຊາວ​ລາ​ອາ​ເມ​ຣິ​ກາ​ລາ​ຕິນ​ ໃນຄະ​ນະ​ສະ​ມາ​ຊິກ​ສະ​ພາ​ຂອງ​ເມືອງ ເຣັດ​ດິງ ພຽງ​ຄົນ​ດຽວ ​
ແມ່ນເຈົ້າຂອງຮ້ານ ກາເຟ ທ່ານນາງ ໂຈຮານນີ ເຊເປດາ ເຟຣຕິສ, ລາວເວົ້າວ່າ ເຂົາ
ເຈົ້າໄດ້ດີ້ນຮົນທີ່ຈະສິດສອນຊຸມຊົນຂອງລາວ ກ່ຽວກັບ ອິດທິພົນທີ່ຖືກຄົ້ນພົບໃໝ່ຂອງ
ເຂົາເຈົ້າ ແລະ ອຳນາດໃນການລົງຄະແນນສຽງ.

ທ່ານ​ນາງ ໂຈ​ຮານ​ນີ ກ່າວ​ວ່າ “ປະ​ຊາ​ຊົນ​ຮູ້​ສຶກຖືກ​ກີດ​ກັ້ນ​ໃນ​ການ​ລົງ​ຄະ​ແນນ​ສຽງ. ແລະ
ເຂົາເຈົ້າມັກຈະຮູ້ສຶກວ່າ ການລົງຄະແນນສຽງຂອງເຂົາເຈົ້າແມ່ນບໍ່ໄດ້ຖືກນັບ ແລະ ຄະ
ແນນສຽງຂອງເຂົາເຈົ້າແມ່ນບໍ່ສຳຄັນ.”

ຮອງ​ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການ​ໂຮງ​ຮຽນ ເຣັດ​ດິງ, ທ່ານ ເອັດ​ດີ ມໍ​ແຣນ ກຳ​ລັງ​ພະ​
ຍາຍາມທີ່ຈະກາຍເປັນເຈົ້າເມືອງເຊື້ອສາຍ ອາເມຣິກາ ລາຕິນ ຄົນທຳອິດຂອງເມອືງ.
ລາວເຫັນກຳລັງທາງການເມືອງຢູ່ທີ່ນີ້ ມີຜົນສະທ້ອນຕໍ່ປະເທດຊາດ.

ທ່ານ ເອັດ​ດີ ມໍ​ແຣນ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ​ ປີ​ໜ້າ​ຈະ​ເປັນ​ປີ​ທີ່​ໃຫຍ່ ເຊິ່ງ​ຊຸມ​ຊົນ​
ຊາວ ອາເມຣິກາ ລາຕິນ ຈະສ້າງຄວາມແຕກຕ່າງອັນໃໝ່ໃນການໂຄສະນາຫາສຽງ
ເລືອກຕັ້ງນີ້.”

ຈຳ​ນວນ​ຂອງ​ຜູ້​ລົງ​ຄະ​ແນນ​ສຽງ​ຊາວ ອາ​ເມ​ຣິ​ກາ ລາ​ຕິນ ແລະ ຜູ້​ທີ່​ປາກ​ເວົ້າ​ພາ​ສາ​ ສ​ເປນ
ທີ່ມີອາຍຸເຖິງກະສຽນ ໃນປີ 2020 ແມ່ນຫຼາຍພໍສົມຄວນ. ໃນນັ້ນກໍແມ່ນນັກສຶກສາມະຫາ
ວິທະຍາໄລ ອາຍຸ 18 ປີ, ນາງ ທາເທຍນາ ເລີໂບຣລທ໌.

ນາງ ເລີ​ໂບ​ຣ​ລ​ທ໌ ກ່າວ​ວ່າ “ແລະ ຄົນໜຸ່ມ​ຄື​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເຫັນ​ຄົນ​ມີ​ສ່ວນ​ຮ່ວມ​
ໃນຊຸມຊົນຫຼາຍຂຶ້ນກວ່າເກົ່າ ແລະ ນັ້ນໄດ້ເຮັດໃຫ້ເຂົາເຈົ້າຢາກໄປລົງຄະແນນສຽງ ແລະ
ຢາກເຮັດໃຫ້ຊຸມຊົນດີຂຶ້ນກວ່າເກົ່າ ແລະ ເປັນປະເທດທີ່ດີກວ່າເກົ່າ.”

ຊາວ​ ເປີ​ໂຕ ຣີ​ໂກ ຄົນ​ທຳ​ອິດທີ່​ຖືກ​ເລືອກ​ເຂົ້າ​ໄປ​ນັ່ງ​ໃນ​ສະ​ພາ​ຂອງ​ເມືອງ ​ຢ້ອນ​ກັບ​ຄືນ​
ໄປໃນປີ 2002, ເຊິ່ງແມ່ນນັກປະກອບກິດຈະການສັງຄົມ ທ່ານ ແອນແຮລ ຟິກູເອຣາ,
ຜູ້ທີ່ໄດ້ຈັດການເດີນສວນສະໜາມ ແລະ ງານເທດສະການນີ້, ລາວໄດ້ກ່າວຢ້ຳເຖິງບົດ
ບາດທີ່ສຳຄັນຂອງເມືອງ ເຣັດດິງ ແລະ ປະຫວັດຂອງເມືອງ ເບີກສ໌ ຈາກຜົນທີ່ອອກມາ
ຂອງການເລືອກຕັ້ງປະທານາທິບໍດີ.

ທ່ານ ຟິ​ກູ​ເອ​ຣາ ໄດ້​ກ່າວ​ວ່າ “ການ​ເລືອກ​ຕັ້ງ​ປີ 2020 ນີ້ ແມ່ນ​ການ​ແກ້​ໄຂ​ບັນ​ຫາ​ຄວາມ​
ຄຽດຊັງທຸກຢ່າງ ແລະ ຄຳເວົ້າທີ່ໄດ້ເກີດຂຶ້ນ. ຂ້າພະເຈົ້າຄິດວ່າມັນຮອດເວລາແລ້ວ, ໃນ
ຖານະກຸ່ມນຶ່ງ, ພວກເຮົາຕ້ອງສົ່ງຂໍ້ຄວາມຫາທັງສອງພັກການເມືອງນັ້ນ.”

ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ​ທີ່​ປາກ​ເວົ້າ​ພາ​ສາ ສ​ເປນ ບາງ​ຄົນ​ໄດ້​ຖິ້ມ​ໂທດ​ໃສ່​ປະ​ທາ​ນາ​ທິ​ບໍ​ດີ
ສະຫະລັດ ທ່ານ ດໍໂນລ ທຣຳ ສຳລັບຄຳເວົ້າທີ່ສ້າງຄວາມແຕກແຍກນັ້ນ, ປະມານ 30
ເປີເຊັນແມ່ນໄດ້ລົງຄະແນນສຽງໃຫ້ທ່ານໃນທົ່ວປະເທດ ແລະ ທ່ານຍັງຮັກສາຜູ້ສະໜັບ
ສະໜູນໃນເມືອງ ເຣັດດິງ ໄວ້ຄືເກົ່າ ຄືນາງ ແນນຊີ ໂຣດຣີເກສ ແລະ ທ້າວ ຈູເນຍ ຄຣູສ-
ໂມຣາເລັສ.

ນາງ ແນນ​ຊີ ໂຣດ​ຣີ​ເກ​ສ ຜູ້​ສະ​ໜັບ​ສະ​ໜູນ​ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ສະ​ໜັບ
ສະໜູນເພິ່ນ ເພາະວ່າຂ້າພະເຈົ້າໄດ້ເຫັນໂອກາດສຳລັບຊາວ ອາເມຣິກາ ລາຕິນ ເພີ່ມ
ຂຶ້ນ ແລະ ທ່ານໄດ້ເອົາໃຈໃສ່ກັບຊຸມຊົນ ລາຕິນ ຫຼາຍຂຶ້ນ.

ທ້າວ ຈູ​ເນຍ ຄ​ຣູ​ສ ໂມ​ຣາ​ເລັ​ສ ຜູ້​ທີ່​ສະ​ໜັບ​ສະ​ໜູນ​ທ່ານ ທ​ຣຳ ເຊັ່ນ​ກັນ​ໄດ້ ກ່າວ​ວ່າ “ຂ້າ​
ພະເຈົ້າເຫັນດີ. ພວກເຮົາໄດ້ລົງຄະແນນສຽງໃຫ້ທ່ານ ດໍໂນລ ທ​ຣຳ ແລະ ທ່ານ​ກໍ​ເຮັດ​
ວຽກໄດ້ດີ. ຂ້າພະເຈົ້າບໍ່ແນ່ໃຈວ່າ ທ່ານຈະໄດ້ກຳຕຳແໜ່ງອີກສີ່ປີຫຼືບໍ່, ແຕ່ຖ້າເພິ່ນໄດ້
ພວກເຮົາກໍດີໃຈ.”

ທ່ານ ທ​ຣຳ ໄດ້​ຊະ​ນະ​ໃນ​ລັດ ເພັນ​ຊິ​ລ​ເວ​ເນຍ ດ້ວຍ​ຄະ​ແນນ​ບໍ່​ເຖິງ ນຶ່ງ​ເປີ​ເຊັນ.

ພັກ​ເດ​ໂມ​ແຄ​ຣັດ ເວົ້າ​ວ່າ ເຂົາ​ເຈົ້າ​ໝັ້ນ​ໃຈ​ວ່າ​ຜູ້​ລົງ​ຄ​ະ​ແນນ​ສຽງ​ຊາວ ອາ​ເມ​ຣິ​ກາ ລາ​ຕິນ
ຢູ່ທີ່ນີ້ ຈະສະໜັບສະໜູນຜູ້ຖືກສະເໜີຊື່ຂອງເຂົາເຈົ້າ ໃນປີ 2020 ຢ່າງຖ້ວມລົ້ນ, ເຮັດ
ໃຫ້ລັດເພັນຊິລເວເນຍ ຢູ່ໃນຖັນແຖວຂອງເຂົາເຈົ້າ ແລະ ມີຄວາມເປັນໄປໄດ້ໃນການ
ສ້າງຄວາມແຕກຕ່າງ ໃນການປະຕິເສດປະທານາທິບໍດີຄົນປັດຈຸບັນ ທ່ານ ທຣຳ, ຈາກ
ການໄດ້ຮັບຕຳແໜ່ງສະໄໝທີສອງ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG