ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າອົງການ IMF ເຕືອນວ່າ ປີ 2023 ຈະເປັນປີທີ່ເສດຖະກິດໂລກ ພົບຄວາມຫຍຸ້ງຍາກທີ່ສຸດ


ແຟ້ມ-ຜູ້ຄົນພາກັນຍ່າງຕາມສູນການຄ້າຢູ່ໃນຖະໜົນຂອງນະຄອນຫຼວງລອນດອນ, ປະເທດອັງກິດ, ວັນທີ 26 ທັນວາ 2022.
ແຟ້ມ-ຜູ້ຄົນພາກັນຍ່າງຕາມສູນການຄ້າຢູ່ໃນຖະໜົນຂອງນະຄອນຫຼວງລອນດອນ, ປະເທດອັງກິດ, ວັນທີ 26 ທັນວາ 2022.

ສໍາລັບເສດຖະກິດສ່ວນໃຫຍ່ຢູ່ໃນທົ່ວໂລກນັ້ນ, 2023 ແມ່ນ​ຈະ​ເປັນປີທີ່ມີ ຄວາມຫຍຸ້ງຍາກທີ່ສຸດ ເນື່ອງຈາກກົນຈັກທີ່ສໍາຄັນຂອງການເຕີບໃຫຍ່ຂະຫຍາຍ ໂຕລະດັບໂລກເຊັ່ນ ສະຫະລັດ, ຢູໂຣບ ແລະຈີນ, ທັງໝົດເຫຼົ່ານີ້ ແມ່ນໄດ້ປະ ສົບກັບບັນຫາເສດຖະກິດທີ່ອ່ອນແອລົງ, ຫົວໜ້າກອງທຶນການເງິນລະຫວ່າງ ປະເທດ ຫຼື IMF ກ່າວໃນວັນອາທິດທີ່ຜ່ານມາ, ອີງຕາມອົງການຂ່າວ Reuters.

ຜູ້​ອຳ​ນວຍ​ການຈັດການກອງທຶນ IMF ທ່ານນາງ ຄຣິສຕາລິນາ ຈໍຈີເອວາ (Kristalina Georgieva) ກ່າວໃນລາຍການ “Face The Nation” ຂອງອົງການຂ່າວ CBS ໃນຕອນເຊົ້າວັນອາທິດວານນີ້ວ່າ ປີໃໝ່ກໍາລັງ ຈະເປັນປີທີ່ “ຫຍຸ້ງຍາກກວ່າປີທີ່ພວກເຮົາປະສົບຜ່ານມາ.”

ທ່ານນາງກ່າວວ່າ “ຍ້ອນຫຍັງ? ຍ້ອນວ່າສາມລະບົບເສດຖະກິດຂະໜາດໃຫຍ່ ເຊັ່ນ ສະຫະລັດ, ຢູໂຣບ ແລະຈີນ ກໍາລັງຄ່ອຍໆອ່ອນໂຕລົງພ້ອມໆກັນ.”

ໃນເດືອນຕຸລາທີ່ຜ່ານມາ, ອົງການ IMF ໄດ້ຕັດວິໄສທັດສໍາລັບການເຕີບໃຫຍ່ ຂອງລະບົບເສດຖະກິດປະຈໍາປີ 2023 ລົງ, ເຊິ່ງເປັນຜົນສະທ້ອນມາຈາກສົງ ຄາມທີ່ຍາວນານຕໍ່ເນື່ອງຢູ່ໃນ ຢູເຄຣນ ລວມເຖິງແຮງກົດດັນຈາກພາວະເງິນເຟີ້ ແລະການວາງແຜນອັດຕາດອກເບ້ຍທີ່ເພີ້ມສູງຂຶ້ນໂດຍບັນດາທະນາຄານກາງ ຕ່າງໆເຊັ່ນ ທະນາຄານກາງ ສະຫະລັດ ທີ່ມີເປົ້າໝາຍໃນການຫຼຸດແຮງກົດດັນ ຂອງລາຄາເຫຼົ່ານັ້ນລົງມາ.

ຕັ້ງແຕ່ນັ້ນເປັນຕົ້ນມາ, ຈີນ ໄດ້ຍົກເລີກນະໂຍບາຍສູນໂຄວິດ-19 ຂອງພວກ ເຂົາເຈົ້າ, ແລະໄດ້ເລີ້ມດໍາເນີນການເປີດລະບົບເສດຖະກິດໃນພາວະທີ່ສັບສົນ ວຸ້ນວາຍຂອງພວກເຂົາເຈົ້າຄືນອີກຄັ້ງ, ເຖິງແມ່ນບັນດາຜູ້ບໍລິໂພກຈະຍັງຄົງ ມີຄວາມລະມັດລະວັງໃນຂະນະທີ່ກໍລະນີໂຄວິດ-19 ເພີ້ມສູງຂຶ້ນ. ໃນວັນເສົາ ທີ່ຜ່ານມາປະທານປະເທດ ທ່ານສີ ຈິ່ນຜິງ ໃນການກ່າວປາໄສໃນວັນປີໃໝ່ນັ້ນ​ໄດ້​ຮຽກ​ຮ້ອງສໍາລັບຄວາມພະຍາຍາມ ແລະຄວາມສາມັກຄີກັນ ໃນຂະນະທີ່ ຈີນ ກ້າວເຂົ້າສູ່ “ຊ່ວງໄລຍະໃໝ່,” ເຊິ່ງເປັນການສະແດງຄວາມຄິດເຫັນຄັ້ງທໍາອິດ ຕໍ່ສາທາລະນະຂອງທ່ານ ນັບຕັ້ງແຕ່ມີການປ່ຽນແປງນະໂຍບາຍ.

ທ່ານນາງ ຈໍຈີເອວາ ກ່າວວ່າ “ນີ້ເປັນຄັ້ງທໍາອິດໃນຮອບ 40 ປີ ສໍາລັບການ ເຕີບໃຫຍ່ຂະຫຍາຍໂຕຂອງລະບົບເສດຖະກິດຈີນໃນປີ 2022, ເຊິ່ງມີລັກສະ ນະທີ່ຕໍ່າ ຫຼືຕໍ່າກວ່າການເຕີບໃຫຍ່ຂອງລະບົບເສດຖະກິດໂລກ.”

ທ່ານຈໍຈີເອວາ, ຜູ້ທີ່ເດີນທາງໄປປະເທດ ຈີນ ກ່ຽວ​ກັບ​ວຽກ​ງານທຸລະກິດ​ຂອງ IMF ໃນເດືອນແລ້ວນີ້ ກ່າວວ່າ: ນອກຈາກນີ້, ການຄາດການກ່ຽວກັບ ການຕິດເຊື້ອໂຄວິດ “ຢ່າງຫຼວງຫຼາຍ” ໃນອີກຫຼາຍເດືອນຕໍ່ໜ້າ ມີທ່າອ່ຽງທີ່ຈະ ສົ່ງຜົນກະທົບຕໍ່ລະບົບເສດຖະກິດຂອງພວກເຂົາເຈົ້າໃນປີນີ້, ແລະສົ່ງຜົນກະ ທົບຕໍ່ທັງລະບົບເສດຖະກິດພາຍໃນ ແລະລະບົບເສດຖະກິດໂລກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG