ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທຶນ ອະນຸລັກ ທຳມະຊາດໂລກ ໂຕ້ແຍ້ງ ຕໍ່ໂຄງການສ້າງ ເຂື່ອນດອນສະຫົງ (ວີ​ດີ​ໂອ​ກ່ຽວຂ້ອງ)


ການຫາປາ ໃນເຂດຄອນພະເພັງ ໃກ້ເຂດຊາຍແດນລາວ ຕິດກັບ ກຳປູເຈຍ.
ການຫາປາ ໃນເຂດຄອນພະເພັງ ໃກ້ເຂດຊາຍແດນລາວ ຕິດກັບ ກຳປູເຈຍ.
ແຜນການ​ຕ່າງໆ ທີ່​ຈະ​ສ້າງເຂື່ອນ​ໄຟຟ້າພະລັງ​ນ້ຳ​ໃສ່​ໃນ​
ລຳ​ແມ່​ນ້ຳຂອງ ຢູ່​ໃນ​ລາວ ​ເໜືອ​ກຳປູ​ເຈຍຂຶ້ນໄປໜ້ອຍນຶ່ງ
ນັ້ນ ​ໄດ້​ພາ​ໃຫ້​ມີ​ການ​ຕັ້ງ​ຄຳ​ຖາມ​ຕ່າງໆ​ຂຶ້ນ​ມາ ກ່ຽວ​ກັບຜົນ​
ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ. ສິງ​ຈະ​ນຳ​ເອົາ​ລາຍ​ງານ​ກ່ຽວ​ກັບ
​ເລື້ອງ​ນີ້ຈາກ​ Steven Herman ຜູ້​ສື່​ຂ່າວ​ວີ​ໂອ​ເອ ທີ່​ບາງ
ກອກ ມາສະ​ເໜີ​ທ່ານ.


ຢູ່​ໃນ​ລາຍ​ງານ​ສະ​ບັບນຶ່ງ ທີ່​ກອງ​ທຶນອະນຸລັກ​ທຳ​ມະ​ຊາດ​ໂລກ ຫຼື World Wide Fund
for Nature ເປີດ​ເຜີຍ​ໃຫ້​ຮູ້​ ເມື່ອໄວໆມານີ້ ​ເອີ້ນ​ການ​ປະ​ເມິ​ນຜົນ​ກະທົບ​ແກ່​ສິ່ງ​ແວດ​
ລ້ອມຂອງ​ການ​ກໍ່ສ້າງ​ເຂື່ອນດອນ​ສະ​ຫົງ ທີ່​ສະ​ເໜີ​ໄປ​ນີ້ ວ່າ “ວິທີ​ການສ້າງ​ຄວາມ​
ຫາຍຍະນະ​
.”

ອົງການຈັດຕັ້ງ​ນາໆ​ຊາດ​ອົງການນຶ່ງ​ທີ່​ບໍ່​ມີ​ສ່ວນ​ພົວພັນ​ກັບລັດຖະບານ ກຳລັງ​ໂຕ້
​ແຍ້​ງຕໍ່​ການ​ຢືນຢັນ​ຂອງ​ພວກ​ກໍ່ສ້າງທີ່​ວ່າ ​ໂຄງການ​ດັ່ງກ່າວ​ຈະ​ບໍ່​ມີ​ຜົນ​ກະທົບ​ຫຍັງ​
ຫຼາຍ​ຕໍ່​ສິ່ງ​ແວດລ້ອມ​.

ເຂື່ອນ​ດັ່ງກ່າວ​ຈະ​ຜະລິດກະ​ແສ​ໄຟຟ້າໃນ​ປະລິມານ​ທັງ​ໝົດ 260 ​ເມ​ກາ​ວັດ ສຳລັບ
​ໃຊ້​ໃນ ໄທ​ແລະ​ກຳປູ​ເຈຍ​ນັ້ນ ກຳນົດ​ຈະ​ສ້າງ​ຂຶ້ນ​ໃນ​ລຳ​ແມ່​ນ້ຳຂອງ​ໃນເຂດຂອງ​ລາວ
​ໂດຍ​ບໍລິສັດ ​ມາ​ເລ​ເຊຍ​ນັ້ນ.

ກອງ​ທຶນອະນຸລັກທຳມະຊາດໂລກຫຼື WWF ​ໂຕ້​ແຍ້​ງວ່າ ການ​ປະ​ເມິ​ນຂອງ​ບໍລິສັດ​
ກໍ່ສ້າງ​ກ່ຽວ​ກັບ​ຜົນ​ກະທົບ​ຂອງ​ໂຄງການ​ດັ່ງກ່າວ ບໍ່​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​
ຫຼັກ​ຖານ​ທາງ​ດ້ານ​ວິທະຍາສາດ ​ແລະ​ຂາດ​ການ​ຄົ້ນຄວ້າກ່ຽວ​ກັບ​ວ່າ ວິທີ​ໃດ​ບັນດາ
​ສັງຄົມ​ແລະ​ການ​ເສດ ຖະກິດ​ຕ່າງໆຂ້າມ​ຊາຍແດນ ​ຈະ​ໄດ້​ຮັບ​ຜົນ​ກະທົບ​ແບບ​ໃດ​
ແດ່​ນັ້ນ.

​ແຜນຜັງ​ຂອງ​ໂຄງການ​ກໍ່ສ້າງ​ເຂື່ອນ ແມ່ນຮວມທັງ​ລະບົບ​ການ​ຂຶ້ນລົງຂອງປາ ທີ່ມີ
ການ ເຄື່ອນຍ້າຍໄປມາໃນເຂດລຸ່ມ​ແມ່​ນ້ຳຂອງ ຊຶ່ງ​ເປັນ​ແຫຼ່ງທີ່​ມາ​ຂອງ​ທາດ​ໂປຣຕີນ
ທີ່ພໍ​ຈະ​ຊື້​ໄດ້​ ສຳລັບ​ພວກ​ປະຊາ​ຄົມ​ຕ່າງໆ ​ໃນ​ເຂດເລາະ​ແຄມ​ແມ່ນ້ຳຂອງ​ນັ້ນ.

ການຫາປາ ໃນເຂດຄອນພະເພັງ
ການຫາປາ ໃນເຂດຄອນພະເພັງ


ທ່ານ Marc Goichot ຈາກ​ກອງ​ທຶນ WWF ຊຶ່ງ​ເປັນ​ນັກຊ່ຽວ
ຊານ​ພິ​ເສດ​ກ່ຽວ​ກັບ​ໂຄງການ​ດັ່ງກ່າວ ກ່າວ​ຕໍ່ວີ​ໂອ​ເອວ່າ ລະ
ບົບ​ການ​ຂຶ້ນລົງຂອງປາ ທີ່​ສະ​ເໜີ​ໄປ​ນີ້ ຂາດ​ການ​ພິສູດ ​ແລະ
ຍັງ​ມີ​ຄວາມສ່ຽງ.

ທ່ານ Goichot ກ່າວ​ວ່າ “ ຖ້າ​ພວກ​ເຮົາ​ກີດ​ກັນ​ການ​ດຳ​ເນີນ
​ຂັ້ນ​ຕອນ​ຕ່າງໆ​ແລ້ວ​ ພວກ​ພັນປາ​ເຫຼົ່າ​ນີ້ ກໍ​ຈະ​ຫາຍ​ໄປ ​ແລະ​
ບ່ອນ​ທີ່​ໂຄງການ​ດັ່ງກ່າວ​ຈະ​ສ້າງ​ຂຶ້ນ​ແລະ​ວາງ​ແຜນ​ໄວ້​ນັ້ນ ​
ເປັນ​ຊ່ອງ​ທີ່ສະເພາະ​ເຈາະ​ຈົງ​ຫຼາຍ ​ໃນ​ຈຳນວນ​ຫຼາຍ​ໆຊ່ອງ​ຂອງ​ແມ່​ນ້ຳຂອງ ຊຶ່ງ​
ເປັນ​ຊ່ອງທາງ​ດຽວເທົ່າ​ນັ້ນ ທີ່ປາສາມາດ​ຜ່ານ​ໄປ​ມາໄດ້ຢ່າງງ່າຍໆ​.”


ທ່ານ Goichot ກ່າວ​ວ່າ ກອງ​ທຶນ WWF ບໍ່​ໄດ້​ຊອກ​ຫາ​ທາງ​ເພື່ອ​ກີດ​ກັນ​ ການສ້າງເຂື່ອນ​
ດັ່ງກ່າວ ​ແຕ່​ພວກ​ຕົນ​ມີ​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບ​ສະຖານ​ທີ່​ເລືອກ​ມາໂດຍ​ສະ​ເພາະ ສຳລັບ​ການ​ກໍ່ສ້າງເຂື່ອນ​ດັ່ງກ່າວ​ຂຶ້ນ​ນັ້ນ ຊຶ່ງ​ທ່ານ Goichot ກ່າວ​ຕື່ມ​ວ່າ:

"ພວກ​ເຮົາ​ເຊື່ອ​ວ່າ ມີ​ຫຼາຍ​ບ່ອນ ທີ່​ມີ​ການ​ສ່ຽງ​ໜ້ອຍ​ກວ່າ​ນັ້ນ​ຫຼາຍ. ດັ່ງ​ນີ້
ຖ້າ​ພວກ​ເຮົາ​ຢາກ ພັດທະນາ​ໂຄງການ​ສ້າງ​ເຂື່ອ​ນໄຟຟ້າ​ພະລັງນ້ຳ​ເຫຼົ່າ​ນັ້ນ ​
ໃສ່​ບ່ອນ​ທີ່ຖືກຕ້ອງ​ເໝາະ​ສົມ ຊຶ່ງ​ເວລາ​ນັ້ນ ມັນ​ຈະ​ເປັນ​ງ່າຍ​ຂຶ້ນ​ຫຼາຍ ​ເພື່ອ​
ຜ່ອນຄາຍ​ຜົນ​ກະທົບ​ລົງ ​ແລະ​ສຳລັບ​ການ​ຜະລິດ​ພະລັງ​ໄຟຟ້າ​ຈາກແຮງ​ນ້ຳ
​ໃນ​ທຳນອງ​ດຽວ​ກັນ​ນີ້ ຈາກ​ມີ​ການ​ສ່ຽງ​ໄພ​ໜ້ອຍ​ກວ່າ​ນີ້​ຕັ້ງ​ຫຼາຍ​ຕໍ່​ແຫຼ່ງຊັບ
ພະຍາກອນທຳ​ມະ​ຊາດ​ຕ່າງໆ ແລະສິ່ງ​ແວດ​ລ້ອມ​ຂອງພວກເຮົານັ້ນ.”


​ໃນ​ເດືອນ​ມັງກອນ​ຜ່ານ​ມາ​ນີ້ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ລຸ່ມ​ແມ່​ນ້ຳຂອງ ​ໄດ້​ຮຽກຮ້ອງ
ໃຫ້​ມີການ​ໂອ້​ລົມ​ກັນ​ໃນ​ລະດັບລັດຖະມົນຕີຂຶ້ນ ກ່ຽວກັບ​ຊະ​ຕາ​ກຳ​ຂອງ​ເຂື່ອນ​ດັ່ງກ່າວ
ຊຶ່ງ​ເປັນ​ນຶ່ງ​ໃນ​ບັນດາ​ເຂື່ອນ 11 ​ແຫ່ງ ​ທີ່​ມີ​ແຜນ​ຈະ​ສ້າງ​ຂຶ້ນ ​ໃນ​ລຳ​ແມ່​ນ້ຳຂອງ ​ທີ່​ມີຄວາມ​
ຍາວ 4300 ຫຼັກ​ກິ​ໂລ​ແມັດ​ນັ້ນ.

ວີ​ດີ​ໂອ: ນັກ​ຊ່ຽວຊານ​ກ່າວ​ວ່າ ກາ​ນປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຈະ​ສົ່ງ​
ຜົນ​ກະທົບ​ຕໍ່​ ການ​ທຳ​ມາ​ຫາ​ລ້ຽງ​ຊີບ ຕາມ​ລຳ​ແມ່ນ້ຳຂອງ:


Scientists say Climate Change, Dams Threaten Mekong Livelihoods
please wait

No media source currently available

0:00 0:03:00 0:00
ລິງໂດຍກົງ
XS
SM
MD
LG