ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊ່ຽວຊານເຕືອນວ່າ ໄຟປ່າຈະເພີ່ມຂຶ້ນເຖິງ 50 ເປີເຊັນ ໃນທ້າຍສັດຕະວັດນີ້


ເຮລິຄັອບເຕີ ຖິ້ມນໍ້າໃສ່ໄຟໃນປ່າ ໂທໄກ, ໃກ້ນະຄອນຫຼວງ ເຄບ ທາວນ໌, ປະເທດ ອາຟຣິກາໃຕ້. 2 ມີນາ, 2015.
ເຮລິຄັອບເຕີ ຖິ້ມນໍ້າໃສ່ໄຟໃນປ່າ ໂທໄກ, ໃກ້ນະຄອນຫຼວງ ເຄບ ທາວນ໌, ປະເທດ ອາຟຣິກາໃຕ້. 2 ມີນາ, 2015.

ລາຍງານສະບັບນຶ່ງ ໂດຍໂຄງການສິ່ງແວດລ້ອມສະຫະປະຊາຊາດເວົ້າວ່າ ສະພາບອາກາດປ່ຽນແປງຈະເຮັດໃຫ້ມີໄຟໄໝ້ປ່າເພີ່ມຂຶ້ນໃນຫຼາຍທົດສະວັດຂ້າງໜ້າ. ລາຍງານດັ່ງກ່າວເວົ້າວ່າ ຖ້າບໍ່ມີການໃຊ້ມາດຕະການປ້ອງກັນ, ໄຟປ່າຈະທຳລາຍສິ່ງແວດລ້ອມ, ສຸຂະພາບຂອງປະຊາຊົນ ແລະເສດຖະກິດ. ນັກ ຂ່າວວີໂອເອ ໂມຮຳເມັດ ຢູຊຸຟ ມີລາຍງານ ຈາກນະຄອນຫຼວງ ໄນໂຣບີ, ປະ ເທດ ເຄັນຢາ, ບ່ອນທີ່ສຳນັກງານໃຫຍ່ຂອງໂຄງການສິ່ງແວດລ້ອມ ສປຊ ຕັ້ງຢູ່, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ລາຍງານທີ່ວ່ານັ້ນ, ເຊິ່ງຖືກເປີດເຜີຍໂດຍໂຄງການສິ່ງແວດລ້ອມສະຫະປະຊາຊາດ ແລະ ກຸ່ມສິ່ງ ແວດລ້ອມ ນໍເວ AGID-Arendal ໃນວັນພຸດທີ່ຜ່ານມາ, ເວົ້າວ່າສະພາບອາກາດປ່ຽນແປງ ແລະ ວິທີທີ່ປະຊາຊົນໃຊ້ທີ່ດິນແມ່ນຄາດວ່າຈະເຮັດໃຫ້ເກີດໄຟປ່າຫຼາຍຂຶ້ນ ແລະ ຮຸນແຮງຂຶ້ນ, ດ້ວຍການເພີ່ມຂຶ້ນເຖິງ 50 ເປີເຊັນໃນທົ່ວໂລກພາຍໃນປີ 2100.

ລາຍງານນັ້ນ ໄດ້ຖືກເປີດເຜີຍ ກ່ອນກອງປະຊຸມຄັ້ງທີ 5 ຂອງສະພາສິ່ງແວດລ້ອມສະຫະປະຊາ ຊາດ ທີ່ຈະຖືກຈັດຂຶ້ນໃນນະຄອນຫຼວງ ໄນໂຣບີ ອາທິດໜ້າ.

ທ່ານ ແອນດຣູ ຊຸລລີວານ ແມ່ນນັກຄົ້ນຄວ້າໄຟປ່າຢູ່ອົງການ ຄົ້ນຄວ້າວິທະ ຍາສາດ ແລະ ອຸດສາ ຫະກຳເຄືອຈັກກະພົບ ຫຼື CSIRO.

ທ່ານ ຊຸລລີວານ ກ່າວວ່າ “ພາກພື້ນສ່ວນໃຫຍ່ໄດ້ປະສົບກັບສະພາບອາກາດທີ່ເຮັດໃຫ້ເກີດການລະບາດຂອງໄຟປ່າໃນບາງຈຸດຂອງປີ. ໄຟປ່າທີ່ບໍ່ສາມາດຄວບຄຸມໄດ້ ແລະ ທຳລາຍລ້າງແມ່ນໄດ້ກາຍມາເປັນສິ່ງທີ່ຄາດວ່າຈະເກີດຂຶ້ນໃນຕາຕະລາງລະດູການໃນຫຼາຍພາກສ່ວນຂອງໂລກ. ຄວາມສ່ຽງທີ່ໄຟປ່າ ມີຕໍ່ປະຊາຊົນ ແລະ ສິ່ງແວດລ້ອມແມ່ນກຳລັງປ່ຽນແປງຍ້ອນຫຼາຍປັດໄຈ, ລວມທັງສະພາບອາກາດປ່ຽນແປງ. ປັດໄຈອື່ນໆລວມມີການປ່ຽນແປງໃນການໃຊ້ທີ່ດິນ ແລະ ການປ່ຽນແປງດ້ານປະຊາກອນ.”

ນັກວິດເຄາະການຄົ້ນຄວ້າ ໄດ້ສະແດງໃຫ້ເຫັນວ່າ ຄວາມສ່ຽງຂອງໄຟປ່າໄດ້ກາຍເປັນປະຈຳໃນບາງຂົງເຂດ ແລະ ມັນມີຄວາມສ່ຽງຫຼາຍຂຶ້ນໃນເຂດທີ່ບໍ່ໄດ້ຖືກຜົນກະທົບໂດຍໄຟ.

ການສຶກສາເມື່ອບໍ່ດົນມານີ້ທີ່ຖືກເປີດເຜີຍໃນວາລະສາການແພດ The Lancet ໄດ້ກ່າວວ່າ ປະ ຊາຊົນຫຼາຍກວ່າ 30,000 ຄົນໃນ 43 ປະເທດໄດ້ເສຍຊີວິດຍ້ອນການສຳພັດກັບຄວັນໄຟປ່າ.

ນັກຄົ້ນຄວ້າ 50 ຄົນໃນທົ່ວໂລກໄດ້ກ່າວວ່າ ໄຟໄໝ້ແມ່ນໄດ້ຮ້າຍແຮງຂຶ້ນຍ້ອນສະພາບອາກາດປ່ຽນແປງຜ່ານໄພແຫ້ງແລ້ງທີ່ເພີ່ມຂຶ້ນ, ອຸນຫະພູມອາກາດສູງ, ຄວາມຊຸ່ມຕໍ່າ, ຟ້າຜ່າ ແລະ ລົມ ແຮງ.

ທ່ານ ກລີນິສ ຮຳຟຣີ ຈາກໜ່ວຍອະນຸລັກພືດຢູ່ມະຫະວິທະຍາໄລ ເຄບ ທາວນ໌ ໄດ້ກ່າວວ່າ ໄຟໄດ້ສົ່ງຜົນກະທົບຕໍ່ເປົ້າໝາຍການພັດທະນາຂອງສະຫະປະຊາຊາດ ເພື່ອຫຼຸດຜ່ອນຄວາມທຸກຍາກ, ການພັດທະນາສຸຂະພາບ ແລະ ການກະຕຸ້ນການພັດທະນາເສດຖະກິດ.

ທ່ານ ຮຳຟຣີ ກ່າວວ່າ “ມັນໄດ້ສົ່ງຜົນກະທົບຕໍ່ລະບົບອາຫານ. ຖ້າໄຟໃຫຍ່ກວດລ້າງຜົນລະປູກທັງ ໝົດ ຫຼື ມັນສົ່ງຜົນກະທົບຕໍ່ເຂດຕົວເມືອງ, ມັນຍັງຈະສົ່ງຜົນກະທົບຕໍ່ແຫຼ່ງທີ່ມາຂອງອາຫານ ແລະ ປົກກະຕິມັນຈະສົ່ງຜົນກະທົບຕໍ່ຄົນທີ່ທຸກຍາກທີ່ສຸດ. ໄຟຈະມີປະຕິກິລິຍາຢ່າງໃກ້ຊິດກັບສະພາບອາກາດໃນແງ່ຂອງການປ່ອຍອາຍຄາບອນ ແລະ ລຳດັບຂອງຝົນຕົກ ແລະ ມັນຈະສົ່ງຜົນກະທົບຕໍ່ມະນຸດ ແລະ ສຸຂະພາບຂອງລະບົບນິເວດ ແລະ ມັນຈະສົ່ງຜົນກະທົບຕໍ່ວຽກງານຂອງປະຊາຊົນ ແລະ ສະຖານະການດ້ານເສດຖະກິດທີ່ປະຊາຊົນຈະປະເຊີນ. ສະນັ້ນມັນຈຳເປັນທີ່ໄຟຖືກລວມເຂົ້າ ແລະ ຖືກຮັບຮູ້ໃນເປົ້າໝາຍການພັດທະນາແບບຍືນຍົງ ແລະ ເອົາຂຶ້ນໃນວາລະແຜນການ.”

ທ່ານ ຊຸລລີວານ ກ່າວວ່າ ໂລກຕ້ອງຮຽນຮູ້ທີ່ຈະຈັດການ ແລະ ຫຼຸດຜ່ອນຄວາມສ່ຽງຂອງໄຟປ່າ.

ທ່ານ ຊຸລລີວານ ກ່າວວ່າ “ການລົບລ້າງຄວາມສ່ຽງຂອງໄຟປ່າແມ່ນເປັນໄປບໍ່ໄດ້, ແຕ່ຫຼາຍຢ່າງແມ່ນສາມາດເຮັດໄດ້ເພື່ອຈັດການ ແລະ ຫຼຸດຜ່ອນຄວາມສ່ຽງສິ່ງທີ່ມັນເຮັດ. ເມື່ອເວົ້າເຖິງການຕໍ່ສູ້ກັບໄຟປ່າແລ້ວ, ພວກເຮົາຮູ້ວ່າເທັກໂນໂລຈີແມ່ນມີຂໍ້ຈຳກັດທີ່ຊັດເຈນຫຼາຍ, ໂດຍສະເພາະເວລາທີ່ສະພາບຂອງໄຟປ່າແມ່ນຮຸນແຮງ. ການຈັດການກັບເຊື້ອໄຟທີ່ມີຢູ່ກ່ອນໄຟປ່າຈະເກີດຂຶ້ນຜ່ານພືດ, ທີ່ຖືກກຳນົດສຳລັບການຫຼຸດຜ່ອນອັນຕະລາຍໃນການເຜົາໄໝ້ ຫຼື ການຫຼຸດຜ່ອນອັນຕະລາຍອື່ນໆ, ສາມາດຫຼຸດຜ່ອນຄວາມຮຸນແຮງ ແລະ ຜົນກະທົບທີ່ອາດເປັນໄປໄດ້ຂອງໄຟປ່າ.​ ການຈັດການເຊື້ອໄຟຈະຂະຫຍາຍໂອກາດຂອງຄວາມມີປະສິດທິພາບໃນການປາບປາມ ແລະ ຍັງຈະເພີ່ມຄວາມປອດໄພຂອງນັກດັບເພີງດ້ວຍ.”

ບັນດານັກຊ່ຽວຊານດ້ານສິ່ງແວດລ້ອມໄດ້ຮຽກຮ້ອງໃຫ້ໃຊ້ຂໍ້ມູນ ແລະ ລະບົບການຕິດຕາມທີ່ອີງໃສ່ວິທະຍາສາດດ້ວຍຄວາມຮູ້ທີ່ສະຫຼຽວສະຫຼາດເພື່ອບັນລຸການຮ່ວມມືທີ່ມີຢ່າງຫຼວງຫຼາຍໃນພາກພື້ນ ແລະ ສາກົນ.

ລາຍງານດັ່ງກ່າວໄດ້ຮຽກຮ້ອງສຳລັບມາດຕະຖານຄວາມປອດໄພສາກົນ ແລະ ໄດ້ຂໍໃຫ້ປະເທດຕ່າງໆເຮັດວຽກ ກ່ຽວກັບ ນະໂຍບາຍ ແລະ ກົດໝາຍ ທີ່ສົ່ງ ເສີມການໃຊ້ທີ່ດິນ ແລະ ນຳ​ໃຊ້ໄຟທີ່ດີ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG