ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ້າວ Assange ​​ກ່າວ​ຫາ​​ ອົງການ ຊີໄອເອ ວ່າ ຂາດຄວາ​ມ ສາມາດ ຈຶ່ງເຮັດໃຫ້ ຂໍ້ມູນຮົ່ວໄຫຼ


ຜູ້​ກໍ່ຕັ້ງ​ອົງການ WikiLeaks, ທ້າວ Julian Assangr ຢືນຢູ່ລະບຽງຂອງສະຖານທູດ Ecuador ທີ່ໃຈກາງນະຄອນ London ປະເທດອັງກິດ
ຜູ້​ກໍ່ຕັ້ງ​ອົງການ WikiLeaks, ທ້າວ Julian Assangr ຢືນຢູ່ລະບຽງຂອງສະຖານທູດ Ecuador ທີ່ໃຈກາງນະຄອນ London ປະເທດອັງກິດ

ຜູ້​ກໍ່ຕັ້ງ​ອົງການ WikiLeaks, ທ້າວ Julian Assange ​ໄດ້​ກ່າວ​ຫາ​ອົງການ​ສືບ​ລັບ​ CIA
ຂອງສະຫະລັດ ​ໃນ​ວັນ​ພະຫັດ​ວານນີ້ວ່າ “​ຂາດຄວາ​ມສາມາດທີ່ທໍາໃຫ້​ມີ​ການທໍາລາຍ​
ລ້າງຜານ”
ພາຍຫລັງ​ທີ່​ອົງການ​ຂອງ​ລາວ​ສາມາດ ​ເຂົ້າ​ໄປເອົາ ​ແລະ​ພິມ​ເຜີຍ​ແຜ່​ເອກະ
ສານ​ ທີ່​ພົວພັນ ກັບ​ໂຄງການ​ການ​ລັກ​ເຈາະ​ຂໍ້​ມູນ​ຂອງອົງການ CIA.

“ນີ້​ເປັນ​ການ​ກະທໍາ​ທີ່ຂາດຄວາ​ມສາມາດທີ່​ເປັນ​ການທໍາລາຍ​ລ້າງຜານອັນ​ນຶ່ງ​ໃນ​ປະ
ຫວັດສາດ ທີ່​ມີ​ການສ້າງຄັງ​ເຊ່ນ​ນັ້ນຂຶ້ນ ແລ້ວ​ກໍເກັບ​ກຳເອກະສານ​ທັງໝົດ​ໄວ້​ບ່ອນ​ດຽວ
​ແລະ​ກໍ​ບໍ່ມີ​ການ​ຮັກສາ​ຄວາມປອດ​ໄພ​ຂອງ​ມັນ,”
ທ້າວ Assange ກ່າວ​ຢູ່​ໃນ​ກອງ​ປະ
ຊຸມ​ນັກ​ຂ່າວ ​ທີ່​ມີ​ການ ຖ່າຍ​ທອດ​ສົດ.

​ໃນ​ຕົ້ນອາທິດ​ນີ້ ເວັບ​ໄຊ WikiLeaks ​ໄດ້​ພິມ​ເຜີຍ​ແຜ່​ເອກະສານທີ່ເວັບ​ໄຊ​ດັ່ງກ່າວເວົ້າ
ວ່າ​ເປັນ​ເອກະສານ​ລັບ​ຂອງອົງການ CIA ຫຼາຍໆ ພັນໜ້າ ທີ່​ເຜີຍ​ແບ “ຄວາມ​ສາມາດ​
ໃນ​ການ​ລັກ​ເຈາະ​ຂໍ້​ມູນ​ຂອງອົງການ CIA ທັງໝົດ”
​ໃຫ້​ຄົນຮູ້.

​ເອກະສານ​ດັ່ງກ່າວ​ໄດ້​ຢືນຢັນ​ວ່າອົງການ CIA ມີ​ເຄື່ອງມື​ໃຊ້​ໃນ​ການ​ລັກ​ເຈາະ​ຂໍ້​ມູນ ​ໃນ​ໂທລະສັບ​ສະຫລາດ ຫຼື Smart phone ​ແລະ ​ໂທລະພາບ, ຊຶ່ງເຮັດ​ໃຫ້​ອົງ​ການ​ດັ່ງກ່າວ ສາມາດສືບ​ເອົາ​ຄວາມ​ລັບ​ ຂອງ​ຄົນ​ຢູ່​ທາງ​ໄກ ​ໂດຍ​ຜ່ານໄມ​ໂຄຣ​ໂຟນ ທີ່​ຕິດ​ຢູ່​ໃນ​ເຄື່ອງ​
ເຫລົ່ານັ້ນ.

ທ້າວ Assange ​ເວົ້າຢູ່​ໃນ​ກອງ​ປະຊຸມ​ນັ້ນ ອີກ​ວ່າ ບໍລິສັດ​ດ້ານ​ເທັກ​ໂນ​ໂລ​ຈີ​ຫຼາຍໆບໍລິ
ສັດ​ໄດ້​ຕິດຕໍ່ຫາ WikiLeaks ​ແລະ​ຖາມເອົາ​ຂໍ້​ມູນ​ເພີ້ມ​ເຕີມ ກ່ຽວກັບ​ການ​ປະຕິບັດ​ງານ​ຂອງອົງການ CIA. ທ້າວ Assange ​ເວົ້າວ່າ ລາວ​ຈະ​ເຮັດ​ວຽກຮ່ວມ​ມື​ກັບບໍລິສັດເທັກ​
ໂນ​ໂລ​ຈີ​ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຄື່ອງມືເຫລົ່ານັ້ນລັກ​ເຈາະ​ເອົາ​ຂໍ້​ມູນ​ໄດ້.

“ພວກ​ເຮົາ​ຕັດສິນ​ໃຈ​ທີ່​ຈະ​ເຮັດ​ວຽກຮ່ວມ​ກັບ​ເຂົາ​ເຈົ້າ, ໃຫ້​ເຂົາ​ເຈົ້າມີ​ຊ່ອງ​ທາງ​ເຂົ້າ​ເຖິງ​
ລາຍ​ລະອຽດດ້ານ​ເຕັກນິກ​ບາງ​ອັນ​ທີ່​ພວກ​ເຮົາ​ມີ ​ເພື່ອ​ໃຫ້​ມີ​ການ​ແກ້​ໄຂ​ບັນຫາ​ໃຫ້ເຂົາ​
ເຈົ້າ.”

ທັງ​ບໍລິສັດ Apple ​ແລະ Samsung ​ໄດ້​ອອກ​ຖະ​ແຫລ​ງການ​ໃນ​ວັນ​ພຸດ​ຜ່າ​ນມານີ້ວ່າ
ພວກ​ເຂົາ​ເຈົ້າກໍາລັງ​ພິຈາລະນາເບິ່ງ​ການກ່າວ​ຫາ ຂອງ WikiLeaks. ສໍາລັບບໍລິສັດ​
Apple ນັ້ນ ​ແມ່ນ​ໄດ້​ແກ້​ໄຂ​ບັນຫາ​ຫຼາຍໆອັນ​ ທີ່​ໄດ້​ບົ່ງ​ໄວ້​ໃນ​ເອກະສານ​ຂອງ​ອົງການ WikiLeaks ນັ້ນ​ແລ້ວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG