ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ອອກ​ສຳຫຼວດ ຄວາມ​ເສຍ​ຫາຍ​ຈາກ​ຄື້ນ ຊຸ​ນາ​ມິ


ທະ​ຫານ ອິນ​ໂດ​ເນ​ເຊຍ ຫາມ​ສົ​ບ​ຜູ້​ເຄາະ​ຮ້າຍ​ຈາກ​ຄື້ນ ຊຸ​ນາ​ມິ ຢູ່​ຣີ​ສອດ​ແຄມ​ຫາດ​ຊາຍ ໃນ​ເມືອງ ຕັນ​ຈຸງ ເລ​ຊຸງ. ອິນ​ໂດ​ເນ​ເຊຍ, 24 ທັນ​ວາ 2018.
ທະ​ຫານ ອິນ​ໂດ​ເນ​ເຊຍ ຫາມ​ສົ​ບ​ຜູ້​ເຄາະ​ຮ້າຍ​ຈາກ​ຄື້ນ ຊຸ​ນາ​ມິ ຢູ່​ຣີ​ສອດ​ແຄມ​ຫາດ​ຊາຍ ໃນ​ເມືອງ ຕັນ​ຈຸງ ເລ​ຊຸງ. ອິນ​ໂດ​ເນ​ເຊຍ, 24 ທັນ​ວາ 2018.

ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ທ່ານ ໂຈ​ໂກ ວິ​ໂດ​ໂດ ໄດ້​ເດີນ​ທາງ​ໄປ​ສຳຫຼວດ​ຂົງ​ເຂດ
ທີ່ຖືກທຳລາຍໂດຍຄື້ນ ຊຸນາມິ ຢູ່ຕາມຊ່ອງແຄບ ຊຸນດາ ຂອງປະເທດໃນວັນຈັນມື້ນີ້.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ສັງ​ເກດ​ຄວາມ​ເສຍ​ຫາຍ​ຢູ່​ໂຮງ​ແຮມ ຣີ​ສອດ ມູ​ເທຍ​ຣາ ທີ່​ໄດ້
ຮັບຜົນກະທົບຢ່າງແຮງ ຢູ່ຫາດຊາຍ ຄາຣິຕາ ໃນແຂວງ ບານເຕັນ.

ອົງ​ກາ​ນ​ໄພ​ພິ​ບັດ​ແຫ່ງ​ຊາດ​ຂອງ ອິນ​ໂດ​ເນ​ເຊຍ ໄດ້​ກ່າວ​ໃນ​ວັນ​ຈັນ​ວານມື້ນີ້​ວ່າ ປະ​ຊາ
ຊົນ 281 ຄົນໄດ້ເສຍຊີວິດ, 1,016 ຄົນໄດ້ຮັບບາດເຈັບ ແລະ 57 ຄົນຫາຍສາບສູນ.

ທ່ານ ຊູ​ໂຕ​ໂປ ເປີ​ໂວ ນູ​ໂກ​ຣ​ໂຮ, ໂຄ​ສົກ​ຂອງ​ອົງ​ການ​ຫຼຸດ​ຜ່ອນ​ໄພ​ພິ​ບັດ​ແຫ່ງ​ຊາດ ຫຼື
BNBP ກ່າວວ່າ ຈຳນວນຜູ້ເສຍຊີວິດສູງສຸດ “ຈະສືບຕໍ່ເພີ່ມຂຶ້ນ.”

ອົງ​ການ​ອຸ​ຕຸ​ນິ​ຍົມວິ​ທະ​ຍາ, ສະ​ພາບ​ອາ​ກາດ​ວິ​ທະ​ຍາ ແລະ ຟີ​ຊິກ ກ່ຽວ​ກັບ ພື້ນ​ໂລກ ຫຼື
BMKG ລາຍງານການປະ​ທຸຂຶ້ນຂອງພູໄຟ ຄຣາໂກຕາ ໃນຕອນ 9 ໂມງແລງ ວັນເສົາ
ທີ່ຜ່ານມາ ຕາມເວລາໃນທ້ອງຖິ່ນ, ແລະ ຄື້ນຊຸນາມິກໍໄດ້ພັດຂຶ້ນຝັ່ງບໍ່ດົນຈາກນັ້ນ
ປະມານຕອນ 9 ໂມງ 30.

ອົງ​ການ BMKG ເວົ້າ​ວ່າ “ສາ​ເຫດ​ຂອງ​ຄື້ນ ຊຸ​ນາ​ມິ ແມ່ນ​ຍ້ອນ​ດິນ​ເຈື່ອນປະ​ສານ​ກັນ​
ຢູ່ໃຕ້ທະເລ ຫຼັງຈາກການປະທຸຂຶ້ນຂອງພູໄຟ ອານັກ ຄຣາໂກຕາ ແລະ ຄື້ນທະເລທີ່ມີ
ສາເຫດມາຈາກເດືອນເພັງ.” ແນວໃດກໍຕາມ, ອົງການທໍລະນີວິທະຍາ ອິນໂດເນເຊຍ
ກໍກ່າວວ່າ ເຂົາເຈົ້າບໍ່ສາມາດຢືນຢັນໄດ້ວ່າ ຄື້ນຊຸນາມາ ໄດ້ເກີດຂຶ້ນຍ້ອນການປະທຸຂຶ້ນ
ຂອງພູໄຟ ຄຣາໂກຕາ ຫຼືບໍ່, ໃນເມື່ອພູດັ່ງກ່າວໄດ້​ປະ​ທຸຂຶ້ນ​ແລ້ວ ນັບ​ຕັ້ງ​ແຕ່​ເດືອນ​ມິ​ຖຸ​
ນາທີ່ຜ່ານມາ ດ້ວຍຄວາມແຮງທີ່ວ່າໃຫຍ່ກວ່ານີ້ ແລະ ບໍ່ເຄີຍເຮັດໃຫ້ເກີດຄື້ນຊຸນາມິ
ມາກ່ອນ.

ຫົວ​ໜ້າ​ອົງ​ການ​ທໍ​ລະ​ນີ​ວິ​ທະ​ຍາ​ ທ່ານ ຣູ​ດີ ຊູ​ເຮັນ​ດາ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ​ພະ​ແນກ​ ອິນ​
ໂດເນເຊຍ ວ່າ ເຂົາເຈົ້າກຳລັງສືບສວນສອບສວນວ່າ ແມ່ນຫຍັງທີ່ເປັນສາເຫດຂອງ
ຄື້ນຊຸນາມິ.

ຜູ້​ເສ​ຍ​ຊີ​ວິດ ແລະ ບາດ​ເຈັບ​ແມ່ນ​ມີ​ຢູ່​ໃນ​ສາມ​ພາກ​ພື້ນ ຄື ລຳ​ປຸງ​ໃຕ້ ໃນ​ເກາະ​ສຸ​ມາດ​ຕາ
ແລະ ພາກພື້ນ ເຊຣັງ ແລະ ປານເດກລັງ ໃນເກາະ ຈາວາ, ຕັ້ງຢູ່ພາກຕາເວັນຕົກຂອງ
ນະຄອນຫຼວງ ຈາກາຕາ, ຕາມຊ່ອງແຄບ ຊຸນດາ, ອີງຕາມການກ່າວໃນຖະແຫຼງການ
ຂອງທ່ານ ນູໂກຣໂຮ ໂຄສົກອົງການໄພພິບັດນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG