ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄວິດ-19 ເຮັດໃຫ້ເປັນການຍາກ ສໍາລັບນັກຮຽນບາງຄົນ ທີ່ຈະສາມາດຮຽນໜັງສື ແບບປົກກະຕິ ໄດ້ ໃນ ມ. ມີລວອກກີ, ລັດວິສຄອນຊິນ


ການຟ້ອນພື້ນເມືອງຂອງນັກຮຽນຊາວມຽນມາ, ຊົນເຜົ່າກະຈິນ ທີ່ອົບພະຍົບມາຢູ່ໃນ ມ. ມີລວອກກີ, ລັດວິສຄອນຊິນ
ການຟ້ອນພື້ນເມືອງຂອງນັກຮຽນຊາວມຽນມາ, ຊົນເຜົ່າກະຈິນ ທີ່ອົບພະຍົບມາຢູ່ໃນ ມ. ມີລວອກກີ, ລັດວິສຄອນຊິນ

ການລະບາດຢ່າງແຮງຂອງໄວຣັສໂຄໂຣນາທີ່ນັບມື້ນັບເພີ້ມຂຶ້ນຢູ່ໃນສະ ຫະລັດ ທີ່ພາໃຫ້ມີການປິດເມືອງນັ້ນ ບໍ່ພຽງແຕ່ມີຜົນກະທົບຕໍ່ວິທີການເຮັດທຸລະ ກິດຕ່າງໆ ເທົ່ານັ້ນ ມັນຍັງເຮັດໃຫ້ນັກຮຽນ, ນັກສຶກສາ, ບັນດາຄູອາຈານ ຕະ ຫລອດເຖິງພໍ່ແມ່ນັກຮຽນ ໃນທຸກລະດັບການສຶກສາຕ້ອງໄດ້ປັບຕົວໃຫ້ທັນກັບ ສະພາບການອີກດ້ວຍ. ນັ້ນກໍຄືຊອກຫາສິ່ງອໍານວຍຄວາມສະດວກຕ່າງໆເພື່ອ ເຮັດໃຫ້ນັກຮຽນ, ນັກສຶກສາ ສາມາດຮຽນໜັງສື ຢູ່ບ້ານຢູ່ເຮືອນຂອງຕົນເອງ ຢ່າງເຕັມ ຮ້ອຍເປີເຊັນໄດ້ ໂດຍບໍ່ຕ້ອງເຂົ້າໄປໂຮງຮຽນເລີຍ. ແຕ່ວ່າ ສະພາບ ການຮຽນແລະ ການສອນແບບນີ້ ຢູ່ໃນເມືອງມິລວອກກີ, ລັດວິສຄອນຊິນໃນຕົວ ຈິງນັ້ນ ແມ່ນບໍ່ສາ ມາດ ປະຕິບັດໄດ້ຢ່າງທົ່ວເຖິງກັນປານໃດ. ລາຍລະອຽດຈະ ເປັນແນວໃດນັ້ນ ຂໍ ເຊີນບັນດາທ່ານໄປຟັງການສໍາພາດຂອງບົວສະຫວັນ, ນັກຂ່າວຂອງພວກເຮົາ ກັບອາຈານສອນໃນຊັ້ນມັດທະຍົມປາຍຜູ້ນຶ່ງ ແລະແມ່ ຂອງນັກຮຽນຊັ້ນປະຖົມຄົນນຶ່ງໃນອັນດັບຕໍ່ໄປ.

ການລະບາດຢ່າງແຮງຂອງໄວຣັສໂຄໂຣນາຢູ່ໃນສະຫະລັດ ທີ່ເຮັດໃຫ້ລັດຕ່າງໆ ລວມທັງລັດວິສຄອນຊິນ ທີ່ມີຈໍານວນຄົນຕິດເຊື້ອແລະເສຍຊີວິດຍ້ອນໄວຣັສນີ້ ນັບມື້ ນັບເພີ້ມຂຶ້ນ ນັບແຕ່ເດືອນກຸມພາເປັນຕົ້ນມານັ້ນ ຕ້ອງໄດ້ປິດເມືອງຕ່າໆ ໄວ້ເຊັ່ນກັນ. ສະພາບການນີ້ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ທຸລະກິດຫລາຍໆປະເພດ ເທົ່ານັ້ນ ມັນຍັງເຮັດໃຫ້ມີການປ່ຽນແປງຢ່າງຫລວງຫລາຍໃນມະຫາວິທະຍາໄລ ທັງໃຫຍ່ ແລະນ້ອຍ ຕະຫລອດທັງໂຮງຮຽນໃນທຸກລະດັບການສຶກສາຢູ່ທົ່ວທຸກ ແຫ່ງຫົນ ນັບທັງຢູ່ໃນເມືອງມີລວອກກີທີ່ ເປັນເມືອງໃຫຍ່ທີ່ສຸດຂອງລັດດັ່ງກ່າວ ທີ່ຖືກທາງການສັ່ງໃຫ້ປິດໄວ້ ເພື່ອຫລຸດຜ່ອນການແຜ່ລະບາດຂອງເຊື້ອໄວຣັສນີ້ ອີກດ້ວຍ.

ຮູບຂອງ ອ. ຈ. ສຸມາລີ ຖ່າຍກັບນັກຮຽນມັດທະຍົມປາຍຂອງເພິ່ນໃນວັນຮັບໃບປະກາດສະນີຍະບັດຄັ້ງນຶ່ງ
ຮູບຂອງ ອ. ຈ. ສຸມາລີ ຖ່າຍກັບນັກຮຽນມັດທະຍົມປາຍຂອງເພິ່ນໃນວັນຮັບໃບປະກາດສະນີຍະບັດຄັ້ງນຶ່ງ

ພາຍໃຕ້ສະພາບການນີ້ ພໍ່ແມ່ນັກຮຽນພ້ອມກັບຄູອາຈານທຸກຄົນຕ້ອງໄດ້ປັບຕົວ ໃຫ້ເຂົ້າກັບສະພາບການດັ່ງກ່າວຢ່າງວ່ອງໄວ ເພື່ອໃຫ້ນັກຮຽນ, ນັກສຶກສາສາມາດຮຽນໜັງສື ຢູ່ບ້ານຢູ່ເຮືອນຂອງຕົນເອງໄດ້. ແຕ່ເນື່ອງຈາກວ່າ ນັກຮຽນໃນ ເມືອງດັ່ງກ່າວມາຈາກຫລາຍຊົນຊາດ, ຊົນເຜົ່າ, ວັດທະນະທໍາຕະຫລອດທັງ ລາຍຮັບ ແລະລະດັບການສຶກສາຂອງຄອບຄົວທີ່ແຕກຕ່າງກັນບວກໃສ່ກັບຄວາມເອົາໃຈໃສ່ຂອງນັກຮຽນເອງ ກໍເຮັດໃຫ້ນັກຮຽນນັກສຶກສາຢູ່ໃນຊັ້ນປະຖົມແລະ ມັດທະຍົມ ທີ່ຮຽນຢູ່ເຮືອນດ້ວຍຕົນເອງ ນັ້ນປະຕິບັດໄດ້ໃນລະດັບທີ່ແຕກຕ່າງກັນ ອີງຕາມການໃຫ້ສໍາພາດໃນວັນທ້າຍອາທິດຜ່ານມາ ຂອງອາຈານສຸມາລີ ບຸນເກດ ທີ່ ສອນວິຊາເລກຢູ່ໃນໂຮງຮຽນມັດທະຍົມຕອນປາຍຢູ່ເຂດໃຕ້ຂອງເມືອງມີລວອກກີ, ລັດວິສຄອນຊິນ ທີ່ຊື່ວ່າ South Division High School ທີ່ເປັນໂຮງ ຮຽນ ທີ່ມີຫລັກສູດການສອນໜັງສືເປັນສອງພາສາ, ຄືພາສາອັງກິດ ແລະ ສະເປນ ທີ່ໃຫຍ່ທີ່ສຸດໃນລັດດັ່ງກ່າວ. ອາຈານສຸມາລີ ເລົ່າສູ່ຟັງດັ່ງນີ້:

ນັກຮຽນມັດທະຍົມປາຍຂອງ ອ.ຈ. ສຸມາລີໃນ South Division High School, ພາກໃຕ້ຂອງ ມ. ມີລວອກກີ
ນັກຮຽນມັດທະຍົມປາຍຂອງ ອ.ຈ. ສຸມາລີໃນ South Division High School, ພາກໃຕ້ຂອງ ມ. ມີລວອກກີ

ເມື່ອຖາມເຖິງໂຄຣມບຸກ (Chrome Book) ນັ້ນ ອາຈາສຸມາລີບອກວ່າ ມັນ ເປັນອຸປະກອນທີ່ຄ້າຍຄືກັນກັບຄອມພິວເຕີແບບວາງໃສ່ຕັກ ຫລືແລັບທອບ ແລະໄອແພັດ (Ipad) ທີ່ສາມາດໃຊ້ຕິດຕໍ່ໃສ່ກັບເຄືອຂ່າຍອິນເຕີແນັດໄດ້. ນອກຈາກການແຈກຢາຍອຸປະກອນການຮຽນ ການສອນແບບໃໝ່ນີ້ແລ້ວ, ສໍາ ລັບນັກຮຽນເກືອບໝົດທຸກຄົນໃນຈໍານວນປະມານ 800 ຄົນ ເຂົ້າໂຮງຮຽນ ມັດທະຍົມປາຍດັ່ງກ່າວ ແມ່ນມາຈາກຄອບຄົວທີ່ມີລາຍຮັບຕໍ່າ ກໍຍັງໄດ້ຮັບອາ ຫານເຊົ້າ ແລະອາຫານທ່ຽງຟຣີ ອີກດ້ວຍ ຊຶ່ງຕາມປົກກະຕິແລ້ວແມ່ນຈະແຈກ ຢາຍໃຫ້ກິນຢູ່ໃນໂຮງຮຽນນັ້ນ ກໍໄດ້ເຮັດເປັນກ່ອງເພື່ອແຈກຢາຍໃຫ້ນັກຮຽນໄປ ພ້ອມກັບການແຈກວຽກບ້ານ ແລະ ບົດຮຽນໃຫ້ນັກຮຽນແຕ່ລະຄົນເປັນຈຸດໆ ອີກດ້ວຍ ດັ່ງການອະທິບາຍຂອງອາຈານສຸມາລີສູ່ວີໂອເອຟັງວ່າ:


ອາຈານສຸມາລີຍັງເວົ້າສູ່ຟັງອີກວ່າ ທັງນີ້ກໍເປັນຍ້ອນວ່າລະດັບການສຶກສາ ແລະຄວາມຮັບຮູ້ເຖິງຄວາມສໍາຄັນຂອງການສຶກສາຂອງພໍ່ແມ່ນັກຮຽນແມ່ນ ແຕກ ແຕ່ງກັນ ແລະ ເຄິ່ງນຶ່ງຂອງນັກຮຽນທັງໝົດແມ່ນມາຈາກຄອບຄົວທີ່ພໍ່ແມ່ ຍົກ ຍ້າຍມາຈາກຕ່າງປະເທດຊຶ່ງລະດັບພາສາອັງກິດ ແລະຄວາມຮູ້ຄວາມເຂົ້າໃຈ ຂ້ອນຂ້າງ ຕໍ່າກວ່ານັກຮຽນ ນັກສຶກສາທີ່ຢູ່ໃນໂຮງຮຽນອື່ນ ໂດຍສະເພາະໂຮງ ຮຽນທີ່ຕັ້ງຢູ່ ໃນເຂດທີ່ປະຊາຊົນສ່ວນໃຫຍ່ມີລະດັບການສຶກສາສູງກວ່າ ຫລື ພໍ່ແມ່ ເກີດຢູ່ໃນສະຫະລັດ. ອາຈານສຸມາລີບອກວ່າ ໃນໂຮງຮຽນມັດທະຍົມປາຍທີ່ເພິ່ນສອນຢູ່ນັ້ນ ສ່ວນຫລາຍເປັນລູກຂອງຊາວອົບພະຍົບມາຈາກປະເທດຕ່າງໆ ເຊັ່ນ ໂຊມາເລຍ ແລະມຽນມາ ຕະຫລອດທັງພວກທີ່ມາຈາກເຂດອາເມຣິກາລາຕິນ ທີ່ເວົ້າພາສາສະເປັນນັ້ນ ຊຶ່ງສະພາບການນີ້ໄດ້ ເຮັດໃຫ້ນາຍຄູມີຄວາມລໍາບາກບໍ່ໜ້ອຍໃນການສິດສອນນັກຮຽນ ບໍ່ແມ່ນພຽງແຕ່ໃນການສອນເພື່ອໃຫ້ຄວາມຮູ້ ດ້ານວິຊາການເທົ່ານັ້ນ ຍັງໄດ້ສອນທັງກິລິຍາມາລະຍາດ, ການປະພຶດຕົວທາງສັງຄົມຢູ່ໃນໂຮງຮຽນ ແລະການນຸ່ງຖືໃຫ້ເໝາະສົມກັບສະພາບດິນຟ້າອາກາດ ເຊັ່ນ ລະດູໜາວກໍຕ້ອງນຸ່ງເສື້ອໂສ້ງໜາໆແລະໃສ່ເກີບຫຸ້ມສົ້ນທີ່ເປັນຜ້າໃບ ຫລື ເກີບໜັງ ຫລືອື່ນໆ ແທນທີ່ຈະໃສ່ເກີບຄີບໄປໂຮງຮຽນເໝືອນກັບເຂດຮ້ອນ ທີ່ພໍ່ແມ່ເຂົາເຈົ້າພາຫລົບໜີມານັ້ນ.

ການຮຽນໜັງສືຢູ່ເຮືອນຂອງລູກຊາຍສອງຄົນຂອງນາງບົວວັນ ຊາວກີ, ຢູ່ໃນເມືອງເຂດເກລນເດລຂອງ ມ. ມີລວອກກີ, ວິສຄອນຊິນ
ການຮຽນໜັງສືຢູ່ເຮືອນຂອງລູກຊາຍສອງຄົນຂອງນາງບົວວັນ ຊາວກີ, ຢູ່ໃນເມືອງເຂດເກລນເດລຂອງ ມ. ມີລວອກກີ, ວິສຄອນຊິນ

ແຕ່ກົງກັນຂ້າມ ສໍາລັບນັກຮຽນ, ນັກສຶກສາທີ່ອາໄສຢູ່ໃນເຂດເມືອງ Glendale, ເມືອງນ້ອຍໆ ແຫ່ງນຶ່ງທີ່ຕັ້ງຢູ່ພາກຕາເວັນອອກສຽງເໜືອຂອງນະຄອນມີລວອກກີ ທີ່ເປັນເຂດຄຸ້ມທີ່ປະຊາຊົນສ່ວນໃຫຍ່ເປັນຄົນຂາວ ຫລື ຄອບຄົວທີ່ມີລາຍໄດ້ສູງ ນັ້ນ ກັບໄດ້ຮັບການສຶກສາທາງອອນລາຍຢູ່ເຮືອນໄດ້ຢ່າງທົ່ວເຖິງດີ ດັ່ງການ ບອກເລົ່າຂອງນາງບົວວັນ ຊາວກີ ທີ່ແຕ່ງງານກັບຄົນອາເມຣິກັນຜິວຂາວ ແລະມີລູກຊາຍຄົນນຶ່ງໃນສາມຄົນຮຽນ ຢູ່ຊັ້ນ ປ4 ໃນໂຮງງຮຽນ Glendale Middle School . ນາງ ເລົ່າສູ່ວີໂອເອຟັງວ່າ ນັບແຕ່ວັນທີ 13 ມີນາເປັນຕົ້ນມາ ທາງໂຮງຮຽນຂອງລູກລາວ ໄດ້ບອກໃຫ້ພໍ່ແມ່ນັກຮຽນໄປຮັບເອົາໂຄຣມບຸກ ແລະວຽກບ້ານມາໃຫ້ລູກ ແລະກໍກໍາກັບນໍາລູກໃນເວລາຮຽນ. ເມື່ອຖາມເຖິງ ໂຄຣມບຸກນັ້ນທ່ານນາງເລົ່າສູ່ຟັງດັ່ງນີ້:


ເມື່ອເວົ້າເຖິງຄວາມເຄັ່ງຄັດໃນການປະຕິບັດລະບຽບການຢູ່ຫ່າງກັນຢ່າງໜ້ອຍ 6 ຟຸດ ຫລື 2 ແມັດນັ້ນ, ນາງບອກວ່າ ຢູ່ເຂດຄຸ້ມ Glendale ນັ້ນ ແມ່ນເຮັດຢ່າງເຄັ່ງຄັດ ຄືພວກພໍ່ແມ່ທີ່ໄປຮັບເອົາວຽກບ້ານມາໃຫ້ລູກຢູ່ໂຮງຮຽນມັດທະຍົມນັ້ນ ຕ້ອງໄດ້ຢືນຕາມຊ່ອງຂອງເຊືອກເສັ້ນສີຟ້າໝາຍໄວ້. ການເອົາເຊືອກເທັບສີຟ້າ ໝາຍໄວ້ໃຫ້ຄົນຢູ່ຫ່າງກັນເປັນຂັ້ນໆ ໃນໄລຍະ 6 ຟຸດນີ້ ແມ່ນນໍາໃຊ້ຢູ່ທົ່ວທຸກ ບ່ອນທີ່ເປັນບ່ອນທີ່ສາທາລະນະຊົນຊົມໃຊ້ ເຊັ່ນໂຮງໄປສະນີ, ຮ້ານຂາຍສິນ ຄ້າຍ່ອຍ ແລະອາຫານຂອງອາເມຣິກັນຂະໜາດໃຫຍ່ ເຊັ່ນຮ້ານ Pick N Save.

ສະຫລຸບແລ້ວ ການລະບາດລະດັບໂລກຂອງໄວຣັສໂຄໂຣນາ ລ້ວນແຕ່ໄດ້ສົ່ງ ຜົນກະທົບເຮັດໃຫ້ມີ ການປ່ຽນແປງຢ່າງຫລວງຫລາຍໃນລະບົບການຮຽນ ແລະການສອນຢູ່ໃນເມືອງມີລວອກກີ, ລັດວິສຄອນຊິນ. ແຕ່ວ່າ ສໍາລັບນັກ ຮຽນນັກສຶກສາທີ່ມາຈາກຄອບຄົວ ທີ່ມີລາຍໄດ້ຕໍ່າກວ່າ ແລະພໍ່ແມ່ບໍ່ມີລະດັບ ການສຶກສາສູງ ກໍຂ້ອນຂ້າງພົບຄວາມຫຍຸ້ງຍາກໃນການຮັກສາລະດັບການ ຮຽນໜັງສືໃຫ້ເປັນປົກກະຕິໄດ້.

ອ່ານສະຫລຸບຫຍໍ້ຂອງລາຍງານເປັນພາສາອັງກິດເພີ້ມຢູ່ລຸ່ມນີ້

The Coronavirus Pandemic’s Impact on Students’ Ability in Maintaining their Routine Learning Schedule in Milwaukee, WI

The Coronavirus pandemic that forced most states, including the Midwest state of Wisconsin, to close their cities has strong impact not only on the businesses, but also on all sizes of schools and universities, including those in Milwaukee, the largest city of Wisconsin. During the state's lockdown, some students are able to maintain their educational activities nearly as much as the level they previously did in their schools, while they are learning at home. However, for those coming from families with lower-income and lower level of education and limited English skill tend to less likely be able to maintain the normal learning schedules, despite the fact that the city of Milwaukee tries to accommodate their learning need during this period of crisis.

XS
SM
MD
LG