ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເປັນຫຍັງ ສຫລ ພະຍາຍາມຕໍ່ອາຍຸຫ້າມການຂາຍອາວຸດແກ່ອີຣ່ານ ເຖິງແມ່ນມີຄວາມລຳບາກ


ທ່ານຮຸກ ທູດພິເສດຕາງໜ້າໃຫ້ສະຫະລັດສໍາລັບເລື້ອງອີຣ່ານ ພົບປະກັບພວກເຈົ້າໜ້າທີ່ແອັສໂຕເນຍ ທີ່ນະຄອນ Tallinn ວັນທີ 28 ກໍລະກົດ 2020.
ທ່ານຮຸກ ທູດພິເສດຕາງໜ້າໃຫ້ສະຫະລັດສໍາລັບເລື້ອງອີຣ່ານ ພົບປະກັບພວກເຈົ້າໜ້າທີ່ແອັສໂຕເນຍ ທີ່ນະຄອນ Tallinn ວັນທີ 28 ກໍລະກົດ 2020.

ການເດີນທາງເທື່ອຫລ້າສຸດຂອງ ທູດພິເສດສະຫະລັດ ທ່ານ ບຣາຍອັນ ຮຸກ ໄດ້ແນໃສ່
ການຕໍ່ອາຍຸການຫ້າມຂາຍອາວຸດຂອງສະຫະປະຊາຊາດຕໍ່ ອີຣ່ານ ຜ່ານຍັດຕິຂອງສະ
ພາຄວາມໝັ້ນຄົງທີ່ອາດຈະມີຂຶ້ນ ທີ່ໄດ້ຖືກຕຳນິ ໂດຍປະເທດມະຫາອຳນາດທີ່ບໍ່ສາ
ມາດຖືກຢັບຢັ້ງໄດ້ ທີ່ຍົກຄໍາຖາມຂຶ້ນມາວ່າເປັນຫຍັງ ສະຫະລັດ ຈຶ່ງດໍາເນີນບາດກ້າວ
ດັ່ງກ່າວ ແລະຈະເຮັດຢ່າງໃດ ຖ້າຫາກການທູດຫລົ້ມແຫຼວ.

ທ່ານ ຮຸກ ທູດພິເສດຕາງໜ້າໃຫ້ສະຫະລັດສໍາລັບເລື້ອງ ອີຣ່ານ ໄດ້ເສັດສິ້ນການເດີນ
ທາງໄປຕ່າງປະເທດເປັນເວລານຶ່ງອາທິດໃນວັນພຸດທີ່ຜ່ານມາ ພົບປະກັບບັນດາເຈົ້າ
ໜ້າທີ່ອັງກິດໃນນະຄອນຫຼວງລອນດອນ ຫຼັງຈາກສົນທະນາກັບພວກເຈົ້າໜ້າທີ່ ຕູນີ
ເຊຍ, ກາຕາ ຄູເວດ ແລະ ເອັສໂຕເນຍ ເພື່ອຊອກຫາການສະໜັບສະໜູນຍັດຕິຂອງ
ສະຫະປະຊາຊາດທີ່ ສະຫະລັດ ເປັນຜູ້ສະໜັບສະໜຸນໃນການຕໍ່ອາຍຸ ການຫ້າມຂາຍ
ອາວຸດໃຫ້ແກ່ ອີຣ່ານ.

ບໍ່ໄດ້ມີຄຳເວົ້າໃດໆຈາກກະຊວງຕ່າງປະເທດສະຫະລັດ ກ່ຽວກັບວ່າໄດ້ສົນທະນາຫຍັງ
ກັນແດ່ ແລະຕົກລົງກັນຢ່າງໃດ ຢູ່ໃນການພົບປະຂອງທ່ານຮຸກ ກັບອັງກິດ ແລະ ເອັສ
ໂຕເນຍ ບ່ອນຢຸດແວ່ສຸດທ້າຍຂອງການເດີນທາງໄປ ຕ່າງປະເທດຂອງທ່ານ.

ຫ້າປະເທດທັງໝົດທີ່ທ່ານຮຸກ ໄດ້ໄປຢ້ຽມຢາມນັ້ນເປັນພັນທະມິດ ຫຼືຄູ່ຕຳແໜ່ງ ຂອງ
ສະຫະລັດ. ສາມປະເທດຄື ອັງກິດ ແອສໂຕເນຍ ແລະຕູນີເຊຍແມ່ນມີ ບ່ອນນັ່ງຢູ່ໃນ

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດທີ່ມີສະມາຊິກ 15 ປະເທດ. ອັງກິດ
ແມ່ນນຶ່ງໃນສະມາຊິກຖາວອນ 5 ປະເທດທີ່ມີອຳນາດຢັບຢັ້ງ ເຊັ່ນດຽວກັນກັບຝຣັ່ງ
ຣັດເຊຍ ຈີນ ແລະ ສະຫະລັດ. ຝຣັ່ງ ກໍເປັນພັນທະມິດກັບ ສະຫະລັດ ໃນຂະນະທີ່ຣັດ
ເຊຍ ແລະ ຈີນ ເປັນຄູ່ແຂ່ງມາແຕ່ດົນນານຂອງ ວໍຊິງຕັນ.

ໃນວັນທີ 15 ກໍລະກົດ ຢູ່ກອງປະຊຸມນັກຂ່າວທີ່ ວໍຊິງຕັນ ລັດຖະມົນຕີຕ່າງປະເທດ ສະ
ຫະລັດ ທ່ານ ໄມຄ໌ ພອມພຽວ ກ່າວວ່າ “ສະຫະລັດ ບໍ່ຢູ່ຫ່າງໄກ” ຈາກການເໜີຮ່າງມະ
ຕິສະພາຄວາມໝັ້ນຄົງເພື່ອຕໍ່ອາຍຸຫ້າມການຂາຍອາວຸດໃຫ້ ແກ່ອີຣ່ານ ທີ່ຈະໝົດກຳນົດ
ລົງໃນວັນທີ 18 ຕຸລາຈະມາເຖິງນີ້. ກຳນົດການ ເປັນພາກສ່ວນມະຕິສະພາຄວາມໝັ້ນ
ຄົງປີ 2231 ທີ່ໄດ້ຮັບຮູ້ໃຫ້ແກ່ຂໍ້ຕົກລົງ ນິວຄເລຍຂອງອີຣ່ານປີ 2015 ກັບບັນດາປະ
ເທດມະຫາອຳນາດ.

U.S. envoy Brian Hook’s latest travels aimed at extending a U.N. arms embargo on Iran through a prospective Security Council resolution criticized by veto-wielding world powers are raising questions about why the U.S. is pursuing such a step and what it will do if the diplomacy fails.

Hook, the U.S. special representative for Iran, ended a week of international travels Wednesday, meeting with British officials in London after talking with officials in Tunisia, Qatar, Kuwait and Estonia to seek support for a U.S.-sponsored U.N. resolution extending Iran’s arms embargo.

There was no word from the U.S. State Department about what was discussed or agreed to in Hook’s talks in Britain and Estonia, the final two stops of his international tour.

All five nations that Hook visited are U.S. allies or partners. Three of them, Britain, Estonia and Tunisia, have seats on the 15-member U.N. Security Council. Britain, one of five permanent members, has veto power as does France, Russia, China and the U.S. France also is a U.S. ally, while Russia and China are longtime rivals of Washington.

In a July 15 press briefing in Washington, U.S. Secretary of State Mike Pompeo said the U.S. is “not that far away” from introducing a draft Security Council resolution to extend an Iran arms embargo that expires on October 18. The expiration is part of Council resolution 2231 that approved Iran’s 2015 nuclear deal with world powers.

XS
SM
MD
LG