ເມື່ອການເລືອກຕັ້ງກາງສະໄໝເລີ້ມດຳເນີນການໃນເດືອນໜ້ານີ້ ພວກຜູ້ລົງຄະ ແນນສຽງໃນຫຼາຍໆລັດທີ່ຄວບຄຸມໂດຍພັກຣີພັບບລີກັນນັ້ນ ຈະພາກັນໄປປ່ອນບັດຂອງພວກເຂົາເຈົ້າ ຢູ່ໃນເຂດເລືອກຕັ້ງຕ່າງໆ ທີ່ກວມເອົາພື້ນທີ່ຊຶ່ງສານໄດ້ປະຕິເສດໄປແລ້ວ.
ໃນລັດອາລາບາມາ ຈໍເຈຍ ຫລຸຍເຊຍນາ ແລະໂອຮາຍໂອ ແຜນທີ່ເຂດເລືອກຕັ້ງໄດ້ຖືກແຕ້ມໃໝ່ໂດຍພວກສະມາຊິກສະພານິຕິບັນຍັດຈາກພັກຣີພັບບລີກັນ ພາຍຫລັງຈາກມີການສຳຫຼວດສຳມະໂນຄົວໃນປີ 2020. ບັນດາຜູ້ພິພາກສາ ໃນເວລາຕໍ່ມາໄດ້ຕັດສິນວ່າ ແຜ່ນທີ່ດັ່ງກ່າວ ໄດ້ຖືກແຕ້ມໃໝ່ຢ່າງຜິດກົດໝາຍ ຫຼື ເປັນໄປໄດ້ສູງວ່າ ໄດ້ຖືກພິສູດຢູ່ໃນການດຳເນີນຄະດີໄປແລ້ວທີ່ເຫັນວ່າ ຜິດກົດໝາຍ.
ແຕ່ສານສູງສຸດສະຫະລັດ ແລະສານລັດຖະບານກາງອື່ນໆ ປະຕິບັດຕາມເຫດການຄືກັບໃນເມື່ອກ່ອນຂອງຕົນ ຊຶ່ງໄດ້ອະນຸຍາດໃຫ້ແຜນທີ່ທັງຫຼາຍທີ່ຖືກປະຕິເສດນັ້ນ ໃຊ້ໄດ້ສຳລັບການເລືອກຕັ້ງນີ້ ໂດຍການປະຕິເສດຕໍ່ຂໍ້ສະເໜີຕ່າງໆເພື່ອເຮັດໃຫ້ແຜນທີ່ເຫຼົ່ານັ້ນ ເປັນທຳກວ່າເກົ່າ.
ເຫດຜົນຂອງພວກເຂົາເຈົ້າຄືແນວໃດ? ແນວຄວາມຄິດດ້ານກົດໝາຍທີ່ບໍ່ຄ່ອຍມີ ທີ່ວ່າ ພວກຜູ້ພິພາກສາຄວນລະເວັ້ນ ຈາກການປ່ຽນແປງກົດລະບຽບໃນການອອກສຽງ ເມື່ອໃກ້ເຖິງການເລືອກຕັ້ງ ເພາະການເຮັດເຊັ່ນນັ້ນ ສາມາດນຳໄປສູ່ຄວາມວຸ້ນວາຍ ແລະຄວາມສັບສົນ ແລະເຮັດໃຫ້ພວກມີສິດອອກສຽງບໍ່ໄປປ່ອນບັດຢູ່ໜ່ວຍເລືອກຕັ້ງ.
ດັ່ງທີ່ຮູ້ຈັກກັນໃນຊື່ “ຫຼັກການເປີໂຊລ” (Purcell Principle) ຊຶ່ງເປັນຄວາມຄິດທີ່ໄດ້ຊື່ມາຈາກຄະດີຄວາມປີ 2006 ຂອງສານສູງສຸດ ທີ່ເອີ້ນວ່າ ເປີໂຊລ(Purcell) ສູ້ກັບ ກອນຊາເລັສ (Gonzales) ນັ້ນ. ຄະດີນີ້ກ່ຽວຂ້ອງກັບການທ້າທາຍດ້ານກົດໝາຍ ຕໍ່ຂໍ້ກຳນົດໃຫ້ມີບັດປະຈຳຕົວຜູ້ມີສິດອອກສຽງຂອງລັດອາຣີໂຊນາ. ມັນເປັນປີການເລືອກຕັ້ງກາງສະໄໝ ແລະສານສູງສຸດ ໄດ້ປະຕິ ເສດບໍ່ຮັບການຍື່ນຟ້ອງທີ່ທ້າທ້າຍນັ້ນ.