ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນຫຍັງ ທູດພິເສດຄວບຄຸມອາວຸດ ຂອງ ສຫລ ຈຶ່ງເລັງໄປຫາຫວຽດນາມ ໂດຍກົງໂລດ ໃນການເດີນທາງ ໄປເອເຊຍ ໄລຍະສັ້ນໆ


ພາບຖ່າຍໃນວັນທີ 9 ກັນຍາ, 2020, ສະໜອງໃຫ້ໂດຍກອງທັບອາກາດ ສຫລ: ທ່ານ Marshall Billingslea, ທູດພິເສດຂອງປະທານາທິບໍດີໃນດ້ານຄວບຄຸມອາວຸດ (ກາງ) ແລະ ທ່ານນາງ Lisa Gordon-Hagerty (ຂວາຍ່າງ), ຜູ້ຄຸ້ມຄອງການບໍລິຫານດ້ານຄວາມໝັ້ນຄົງນິວເຄລຍຂອງ ສຫລ
ພາບຖ່າຍໃນວັນທີ 9 ກັນຍາ, 2020, ສະໜອງໃຫ້ໂດຍກອງທັບອາກາດ ສຫລ: ທ່ານ Marshall Billingslea, ທູດພິເສດຂອງປະທານາທິບໍດີໃນດ້ານຄວບຄຸມອາວຸດ (ກາງ) ແລະ ທ່ານນາງ Lisa Gordon-Hagerty (ຂວາຍ່າງ), ຜູ້ຄຸ້ມຄອງການບໍລິຫານດ້ານຄວາມໝັ້ນຄົງນິວເຄລຍຂອງ ສຫລ

ພວກນັກຊ່ຽວຊານກ່າວວ່າ ຜູ້ກໍາຕໍາແໜ່ງຄວບຄຸມອາວຸດຂອງວໍຊິງຕັນ ໄດ້ໄປຢ້ຽມຢາມຫວຽດນາມເຊິ່ງເປັນຄູ່ຕໍ່ສູ້ກັນໃນສົງຄາມຄອມມູນິສເມື່ອຫ້າທົດສະວັດ ທີ່ຜ່ານມາ, ເພື່ອເຂົ້າຮ່ວມກອງປະຊຸມຕ່າງໆກ່ຽວກັບໄພຂົ່ມຂູ່ທີ່ຄິດວ່າມີມາຈາກຈີນ ເພາະວ່າເຈົ້າໜ້າທີ່ຫວຽດນາມ ມີທ່າທີຢູ່ໃນອົງການຈັດຕັ້ງສາກົນທີ່ສຳຄັນແລະມີຄວາມເຫັນສອດຄ່ອງກັບຝ່າຍປະເທດຕາເວັນຕົກແບບໃກ້ຊິດຂຶ້ນຢ່າງບໍ່ເຄີຍມີມາກ່ອນ.

ທ່ານ ມາແຊລ ບິລລິງສ໌ລີ (Marshall Billingslea), ທູດພິເສດດ້ານການຄວບຄຸມອາວຸດຂອງປະທານາທິບໍດີສະຫະລັດໄດ້ພົບປະກັບເຈົ້າໜ້າທີ່ຫວຽດ ນາມໃນວັນພະຫັດຜ່ານມາເພື່ອປຶກສາຫາລືກ່ຽວກັບການຂະຫຍາຍເຂດຄວບຄຸມນອກຝັ່ງທະເລຂອງຈີນ, ລວມທັງຄວາມຢ້ານກົວ ກ່ຽວກັບ ຄັງອາວຸດນິວເຄຼຍທີ່ເພີ່ມຂຶ້ນ, ອີງຕາມຄໍາເວົ້າຂອງທ່ານຕໍ່ພວກນັກຂ່າວ. ທູດພິເສດໄດ້ໄປຢ້ຽມຢາມບັນດາປະເທດພັນທະມິດຂອງສະຫະລັດ ຍີ່ປຸ່ນແລະເກົາຫຼີໃຕ້ຢູ່ໃນການເດີນທາງຄັ້ງດຽວກັນນີ້.

"ພວກເຮົາຮູ້ວ່າສະຫະລັດໄດ້ຮັບຮູ້ເຖິງຄວາມອາດສາມາດດ້ານຍຸດທະສາດຂອງຫວຽດນາມໃນເອເຊຍແລະທ່າແຮງດ້ານຍຸດທະສາດຂອງຫວຽດນາມກຳລັງເພີ່ມຂຶ້ນໂດຍທີ່ມີການແຂ່ງຂັນລະຫວ່າງສະຫະລັດແລະຈີນ, ສະນັ້ນຂ້າພະເຈົ້າຄວນຄິດວ່າ ການສົນທະນາຫຼາຍຢ່າງຈະມີຂຶ້ນໃນການນໍາຄວາມດຸ່ນດ່ຽງດ້ານອໍານາດທີ່ໃຫຍ່ກວ່າຢູ່ໃນຂົງເຂດ, ລວມທັງທະເລຈີນໃຕ້ອີກດ້ວຍ,” ນັ້ນຄືຄໍາເວົ້າຂອງອາຈານອາເລັກແຊນເດີ ວູວິງ (Alexander Vuving), ອາຈານສອນທີ່ສູນສຶກສາດ້ານຄວາມໝັ້ນຄົງໃນເຂດເອເຊຍປາຊີຟິກ ແດນຽວ ເຄ (Daniel K Pacific) ໃນລັດຮາວາຍ.

ຫວຽດນາມໃນປີນີ້ ໄດ້ກາຍເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ແລະເປັນປະທານດ້ານເຈລະຈາຂອງກຸ່ມໃນສະມາຄົມບັນດາປະເທດເຂດຕາເວັນອອກສຽງໃຕ້ ຫລືອາຊຽນ, ຊຶ່ງເປັນທີ່ດຶງດູດໃຈສຳລັບຄະນະຜູ້ແທນສະຫະລັດ, ອີງຕາມນັກວິເຄາະເວົ້າ. ບັນດາຜູ້ນໍາຫວຽດນາມໄດ້ເປີດໃຫ້ມີການໄປຢ້ຽມຢາມໃນລະດັບສູງອັນອື່ນຂອງສະຫະລັດ, ການຂາຍອາວຸດຈາກປະເທດພັນທະມິດຝ່າຍຕາເວັນຕົກຂອງອິນເດຍ ແລະການເດີນເຮືອທາງທະເລຂອງປະເທດອອສເຕຣເລຍຢູ່ແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG