ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເປັນ​ຫຍັງ ທ່ານ ທ​ຣຳ ຈຶ່ງ​ຕິດ​ຕາມ​ເບິ່ງ​ຈີນ ​ຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ຢ່າງ​ເຂັ້ມ​ງວດ​ຂຶ້ນ


ຜູ້ຄວບ​ຄຸມ​ການ​ສັນ​ຈອນ​ເທິງ​ອາ​ກາດ ຊີ້ບອກ​ທາງ​ໃຫ້​ເຮືອ​ບິນ​ລຳ​ນຶ່ງ​ລົງ​ຈອດ​ຢູ່ເທິງ​ດາດ​ຟ້າຂອງ​ກຳ​​ປັ່ນ​ USS Theodore Roosevelt ຂອງສະ​ຫະ​ລັດ ທີ່ກຳ​ລັງຢູ່​ໃນຂົງ​ເຂດ​ທະ​ເລ​ຈີນ​ໃຕ້ ໃນ​ວັນ​ທີ 10 ເມ​ສາ, 2018
ຜູ້ຄວບ​ຄຸມ​ການ​ສັນ​ຈອນ​ເທິງ​ອາ​ກາດ ຊີ້ບອກ​ທາງ​ໃຫ້​ເຮືອ​ບິນ​ລຳ​ນຶ່ງ​ລົງ​ຈອດ​ຢູ່ເທິງ​ດາດ​ຟ້າຂອງ​ກຳ​​ປັ່ນ​ USS Theodore Roosevelt ຂອງສະ​ຫະ​ລັດ ທີ່ກຳ​ລັງຢູ່​ໃນຂົງ​ເຂດ​ທະ​ເລ​ຈີນ​ໃຕ້ ໃນ​ວັນ​ທີ 10 ເມ​ສາ, 2018

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍ​ໂນລ ທ​ຣຳ ກຳ​ລັງ​ເອົາ​ບາດ​ກ້າວ​ທີ່​ໜັກ​ແໜ້ນ​ຂຶ້ນ ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ຈີນ ຢູ່​ໃນ​ເຂດ​ທະ​ເລ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ​ໃນ​ເອ​ເຊຍ ທຽບ​ໃສ່​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ອື່ນໆ​ກ່ອນ​ໜ້າ​ທ່ານນັ້ນ ເພາະ​ວ່າ ລັດ​ຖະ​ບານ​ສະ​ຫະ​ລັດ​ຢ້ານ​ວ່າ ຈີນ​ຈະ​ຂະ​ຫຍາຍ​ຕົວ​ໄປ​ໄກ​ຫລາຍ ຈົນເກີນກວ່າ​ທີ່ຈະ​ບໍ່​ເມີນ​ເສີຍຕໍ່​ໄປແລ້ວ, ອີງ​ຕາມຄວາມ​ເຊື່ອຂອງ​ພວກ​ນັກ​ວິ​ເຄາະ​ເຫດ​ການ​ໃນ​ຂົງ​ເຂດນັ້ນ.

ເຂດທີ່​ມີ​ການ​ກ່າວ​ອ້າງ​ກຳມະ​ສິດ​ຂອງ​ປະ​ເທດ​ຕ່າງໆ ໃນ​ທະ​ເລ​ຈີນ​ໃຕ້
ເຂດທີ່​ມີ​ການ​ກ່າວ​ອ້າງ​ກຳມະ​ສິດ​ຂອງ​ປະ​ເທດ​ຕ່າງໆ ໃນ​ທະ​ເລ​ຈີນ​ໃຕ້

ລັດ​ຖະ​ບານ​ສະ​ຫະ​ລັດ ໃນ​ໄລ​ຍະ​ສອງ​ປີ​ຜ່ານ​ມານີ້ ໄດ້​ເພີ້ມ​ການ​ສະ​ໜັບ​ສະ​ໜຸນ​ທາງ​ທະ​ຫານ​ໃຫ້​ແກ່​ບັນ​ດາ​ປະ​ເທດທີ່​ຄັດ​ຄ້ານ​ຕໍ່​ການ​ກ່າວ​ອ້າງ​ເອົາ​ກຳ​ມະ​ສິດ​ຂອງ​ຈີນໃນ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ. ຢູ່​ໃນ​ກໍ​ລະ​ນີ​ເມື່ອ​ມໍ່ໆ​ມາ​ນີ້ (ວັນ​ທີ 23 ພຶດ​ສະ​ພາ), ພວກ​ເຈົ້າ​ໜ້າ​ທີ່​ໃນ​ຟີ​ລິບ​ປິນ ເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ມີ​ແຜນ​ທີ່​ຈະຂໍ ​ເຮືອ​ບິນກວດ​ກາ​ແລະ​ສອດ​ແນມ P-3 "Orion" ແລະ ເຮືອບິນ​ຕໍ່ຕ້ານ​ກຳ​ປັ່ນ​ດຳ​ນ້ຳທີ່​ຜະ​ລິດ​ໂດຍ​ສະ​ຫະ​ລັດ ພາຍຫລັງ​ທີ່​ສະ​ຫະ​ລັດ ໄດ້​ເຊົາໃຊ້​ງານ​ເຮືອ​ບິນເຫລົ່າ​ນີ້​ແລ້ວ.

ກຳ​ປັ່ນ​ຂອງກອງ​ທັບ​ເຮືອ​ສະ​ຫະ​ລັດ​ຍັງ​ໄດ້​ແລ່ນ​ຜ່ານ​ເຂດ​ທະ​ເລ​ຈີນ​ໃຕ້ 11 ຄັ້ງ ຢູ່​ພາຍ​ໃຕ້​ລັດ​ຖະ​ບານ​ຂອງ​ທ່ານທ​ຣຳ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ໂຄງ​ການທີ່​ເອີ້ນ​ວ່າ ການ​ປະ​ຕິ​ບັ​ດ​ງານ​ ເພື່ອເສ​ລີ​ພາບ​ໃນ​ການ​ເດີນ​ເຮືອ ຫລື FONOP. ພວກ​ກຳ​ປັ່ນດັ່ງ​ກ່າວ ​ທຳ​ການ​ສິ້ງ​ຊອມຕິດ​ຕາມ​ເບິ່ງ​ການ​ເຄື່ອນ​ໄຫວ​ຂອງ​ຈີນ ແລະ​ໄດ້​ຮັບການ​ຕ້ອນ​ຮັບ​ແບບ​ງຽບໆ ​ຈາກ​ພວກ​ປະ​ເທດ​ທີ່​ເປັນ​ຄູ່​ປໍ​ລະ​ປັກກັບ​ຈີນ ຢູ່​ໃນ​ຂົງ​ເຂດ​ເອ​ເຊຍ.

“ຂ້າ​ພະ​ເຈົ້າ​ບໍ່​ແນ່​ໃຈ​ວ່າ ທ່ານ ທ​ຣຳ​ມອງເບິ່ງ​ເຂດ​ທະ​ເລ​ຈີນ​ໃຕ້ແຕກ​ຕ່າງ​ໄປ​ຈາກ​ຄົນ​ອື່ນ ​ທີ່​ຢູ່​ກຳ​ຕຳ​ແໜ່ງ​ກ່ອ​ນ​ໜ້າ​ທ່ານນັ້ນຫລືບໍ່, ແຕ່​ວ່າ ສະ​ພາບ​ການ​ຕ່າງໆ ແນ່ນອນ ​ໄດ້​ກັບ​ກາຍ​ເປັນ​ເລື້ອງ​ຮ້າຍ​ແຮງ​ຂຶ້ນ​ໄປ ​ປີ​ຕໍ່​ປີ​ຢູ່​ທີ່ນັ້ນ, ໃນ​ຂະ​ນະ​ທີ່​ຈີນ ໄດ້​ຖົມ​ເກາະ​ຖົມ​ດອນ​ເພີ້ມ​ຂຶ້ນ​ຄືນ​ອີກ ແລະ​ໄດ້ສົ່ງ​ກຳ​ລັງ​ຂອງ​ຕົນ​ໄປ​ປະຈຳ​ຫຼາຍ​ຂຶ້ນ,” ນັ້ນ​ຄື​ຄຳ​ເວົ້າຂອງ​ທ່ານ ສອນ ຄິງ (Sean King), ຮອງ​ປະ​ທານ​ຂອງ​ບໍ​ລິ​ສັດ​ທີ່​ປຶກ​ສາ​ທາງ​ການ​ເມືອງ Park Strategies ຢູ່​ນະ​ຄອນ​ນິວ​ຢອກ. ທ່ານ​ກ່າວ​ຕໍ່​ໄປ​ວ່າ "FONOP ຂອງ​ທ່ານ​ທ​ຣຳ ທີ່​ຈິງ​ແລ້ວ ອາດຈະ​ໜ້ອຍ​ເກີນໄປ ຊ້າ​ເກີນ​ໄປ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG