ນັກຊ່ຽວຊານເຊື່ອວ່າ ຈີນແລະຜູ້ນຳຈາກ 10 ປະເທດເອເຊຍຕາເວັນອອກສຽງໃຕ້ທີ່ຈັດກອງປະຊຸມປະຈຳປີໃນເດືອນນີ້ໄດ້ຫລີກລ້ຽງຄຳຖາມກ່ຽວກັບເຂດແດນອະທິປະໄຕທາງທະເລທີ່ຄົງຄ້າງຕິດແໜ້ນຢູ່ນັ້ນ ເພື່ອສຸມໃສ່ດ້ານການຄ້າ ແລະພະຍາດໂຄວິດ-19, ເຊິ່ງເປັນສັນຍານສໍ່ສະແດງເຖິງປີທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກໃນອະນາຄົດສຳລັບບັນດາປະເທດເປັນຄູ່ປໍລະປັກກກັນໃນເລື້ອງນີ້.
ນອກຈາກການຍອມຮັບຢ່າງສຸພາບໃນເລື້ອງຂັດແຍ້ງກັນ ເຊິ່ງກໍ່ໃຫ້ເກີດປະມານ 90% ຂອງທະເລຈີນໃຕ້ ລວມທັງການປະມົງ ແລະການຄົ້ນຫາພະລັງງານທີ່ສຳຄັນນັ້ນແລ້ວ, ປັກກິ່ງແລະສະມາຄົມປະເທດເອເຊຍຕາເວັນອອກສຽງໃຕ້ຫລືອາຊຽນກໍບໍ່ຄ່ອຍໄດ້ແຕະຕ້ອງເຖິງບັນຫາດັ່ງກ່າວ ຢູ່ໃນກອງປະຊຸມສຸດຍອດອາ ຊຽນຄັ້ງທີ 37 ໃນວັນທີ 12 -15 ພະຈິກຜ່ານມາ.
ການສົນທະນາທີ່ດຸເດືອດກວ່າເກົ່າ ໄດ້ສຸມໃສ່ການຮັບມືໃນລະດັບສາກົນຂອງຈີນກັບໂຄວິດ-19 ແລະການເຊັນຂໍ້ຕົກລົງທາງການຄ້າຄູ່ພາຄີທາງເສດຖະກິດຮອບດ້ານໃນພາກພື້ນ ທີ່ລໍຄອຍມາເປັນເວລາດົນນານນັ້ນ. ນັກວິເຄາະກ່າວວ່າ ຫົວຂໍ້ເຫລົ່ານັ້ນໄດ້ເຮັດໃຫ້ຄວາມຮູ້ສຶກຂອງທຸກໆຄົນດີຂຶ້ນ, ໃນຂະນະທີ່ບໍ່ມີໃຜມີຂໍ້ສະເໜີໃໝ່ເພື່ອການຜ່ອນຄາຍການເດີນເຮືອໃນທະເລ ເຖິງແມ່ນວ່າໃນປີທີ່ຜ່ານມາມີການບັນຫາຂຶ້ນໆລົງໆ ຍ້ອນມີການຜັກດັນຄືນຂອງສະຫະລັດກ່ຽວກັບການເຄື່ອນຂອງຈີນໃນທະເລດັ່ງກ່າວກໍຕາມ.
ທ່ານ ໂອ ອາຍ ຊຸນ (Oh Ei Sun) ນັກຄົ້ນຄວ້າອາວຸໂສຂອງສະຖາບັນການຕ່າງປະເທດສິງກະໂປກ່າວວ່າ “ທ່າມກາງບັນຍາກາດທີ່ມີຄວາມຊື່ນຊົມນໍາກັນຢູ່ນີ້, ຂ້າພະເຈົ້າບໍ່ຄິດວ່າ ພວກເຂົາເຈົ້າຈະເຮັດໃຫ້ສິ່ງດັ່ງກ່າວປຽກລົງດ້ວຍການໃຊ້ບາງສິ່ງບາງຢ່າງທີ່ແຮງຫລາຍ ກ່ຽວກັບເລື້ອງທະເລຈີນໃຕ້.”
ໃນບັນດາສະມາຊິກອາຊຽນນັ້ນ, ບຣູໄນ, ມາເລເຊຍ, ຟີລິບປິນແລະເຈົ້າພາບຈັດກອງປະຊຸມສຸດຍອດ, ຫວຽດນາມ ແຂ່ງຂັນກັນກັບຈີນ ທີ່ມີກຳລັງທະຫານເຂັ້ມແຂງກວ່າ ຢູ່ໃນການຂັດແຍ້ງທາງດ້ານເຂດແດນແຫ່ງນັ້ນ.