ຕອນນີ້ໃຫ້ທ່ານລືມເລື່ອງໂຄງການເສັ້ນທາງສາຍໃໝໄປກ່ອນ, ພົມແດນໃໝ່ໃນການຕາມລ່າຫາອິດທິພົນຂອງ ຈີນ ໃນທະວີອາຟຣິກາຈະປະກອບມີສິ່ງຕ່າງໆທີ່ນອກເໜືອໄປຈາກດາວເຄາະ ແລະ ໂລກ, ໃນຂະນະທີ່ປະເທດຍັກໃຫຍ່ ໃນເອເຊຍໄດ້ເອົາໃຈໃສ່ຕໍ່ທະວີບດັ່ງກ່າວ ດັ່ງກັບຄູ່ຮ່ວມທີ່ສຳຄັນ ໃນຄວາມທະເຍີທະຍານດ້ານອະວະກາດຂອງເຂົາເຈົ້າ. ນັກຂ່າວວີໂອເອ ເຄດ ບາເລັດ ມີລາຍງານຈາກນະຄອນຫຼວງ ໂຈແຮນເນັສເບີກ, ປະເທດ ອາຟຣິກາໃຕ້, ເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ພວກນັກບິນອະວະກາດເຂົາເຈົ້າກິນຫຍັງຢູ່ໃນອະວະກາດ?
ນັ້ນແມ່ນສິ່ງທີ່ນັກສຶກສາຊາວ ເອທິໂອເປຍຄົນນຶ່ງຢາກຮູ້ ໃນອາທິດທີ່ຜ່ານມາ ເວລາທີ່ລາວ ແລະ ບັນດາຊາວໜຸ່ມອາຟຣິກາຈາກ 8 ປະເທດໄດ້ເຂົ້າຮ່ວມໃນການສົນທະນາກັບນັກບິນອະວະກາດຈີນ ທີ່ພວມບິນໂຄຈອນອ້ອມໂລກ.
ງານທີ່ຈັດຜ່ານທາງວິດີໂອດັ່ງກ່າວ, ຖືກຈັດຂຶ້ນໂດຍພາລະກິດຂອງ ຈີນ ປະຈຳສະຫະພາບ ອາຟຣິກາ. ຕໍ່ໄປນີ້ແມ່ນຄຳຕອບຕໍ່ຄຳຖາມ ກ່ຽວກັບ ອາຫານໂດຍນຶ່ງໃນບັນດານັກອະວະກາດຈີນ, ທ່ານ ສາຍ ຊູເຈ, ທີ່ອອກອາກາດໂດຍສື່ມວນຊົນລັດຖະບານຈີນ CGTV.
ທ່ານ ຊູເຈ ກ່າວວ່າ “ທີມພາກພື້ນດິນຂອງພວກເຮົາໄດ້ກະກຽມອາຫານຫຼາຍ ກວ່າ 1000 ຊະນິດ. ເບິ່ງນີ້, ພວກເຮົາມີເຂົ້າປຽນເຂົ້າກ່ຳທີ່ແຊບຫຼາຍ, ຂົ້ວສາລີຫວານແຊບໆ, ຂົ້ວຊີ້ນງົວໃສ່ຊອສພິກໄທດຳ, ແລະພວກເຮົາກໍມີເຂົ້າດ້ວຍ.”
ງານດັ່ງກ່າວ ແມ່ນການສະແດງວິທີການຊັກຊວນໃຈໃນພາກສ່ວນຂອງ ປັກກິ່ງ, ແຕ່ຍັງໄດ້ລະບຸການໃຫ້ຄວາມສຳຄັນຂອງປະເທດຕໍ່ບົດບາດຂອງ ອາຟຣິກາ ທີ່ເຂົາເຈົ້າສາມາດຊ່ວຍໃນການແຂ່ງຂັນດ້ານອະວະກາດທົ່ວໂລກ, ອີງຕາມການກ່າວຂອງບັນດານັກຊ່ຽວຊານ.
ທ່ານ ເທມິດາໂຢ ໂອນີໂອຊັນ, ນັກວິທະຍາສາດດ້ານອະວະກາດ ໄນຈີເຣຍ ແລະ ຜູ້ບໍລິຫານທົ່ວໄປຂອງເວັບໄຊ້ “Space in Africa,” ໄດ້ກ່າວຕໍ່ວີໂອເອວ່າເສດຖະກິດອະວະກາດຂອງ ອາຟຣິກາ ໃນປີ 2021 ມີມູນຄ່າ 19.49 ຕື້ໂດລາ ແລະແມ່ນຄາດວ່າຈະເຕີບໂຕເຖິງ 16 ເປີເຊັນໃນໄລຍະ 4 ປີຂ້າງໜ້າ.
ທ່ານ ໂອນີໂອຊັສ ກ່າວວ່າ “ອຸດສາຫະກຳອະວະກາດໃນ ອາຟຣິກາ ແມ່ນກຳລັງເຕີມໂຕໃນລະດັບທີ່ໜ້າເຫຼືອເຊື່ອ, ສະນັ້ນປະເທດ ແລະ ພາກພື້ນຕ່າງໆຄື ຈີນ, ຢູໂຣບ, ຣັດເຊຍ ແລະ ສະຫະລັດ ແມ່ນກຳລັງເລີ່ມຕົ້ນທີ່ຈະແຂ່ງຂັນເພື່ອຜົນປະໂຫຍດໃນອຸດສາຫະກຳດັ່ງກ່າວ.”
ແນວໃດກໍ່ຕາມ, ໃນປີນີ້, ປັດຈຸບັນນີ້ມີພຽງ 13 ປະເທດໃນອາຟຣິກາ ມີດາວທຽມ 48 ໜ່ວຍ, ເຊິ່ງຫົກໜ່ວຍໃນນັ້ນແມ່ນຖືກສ້າງໂດຍຈີນ.
ຈີນ ໄດ້ປ່ອຍດາວທຽມການສື່ສານໜ່ວຍທຳອິດຂອງ ໄນຈີເຣຍ ໃນປີ 2007 ແລະ ໜ່ວຍທີສອງຂອງເຂົາເຈົ້າ 4 ປີຕໍ່ມາ. ເຂົາເຈົ້າຍັງໄດ້ປ່ອຍດາວທຽມການສື່ສານໜ່ວຍທຳອິດຂອງປະເທດ ອາລຈີເຮຍ ໃນປີ 2017, ພ້ອມກັບດາວທຽມໜ່ວຍທຳອິດສຳລັບ ເອທິໂອເປຍໃນປີ 2019. ໃນປີ 2018 ບັນດານັກຊ່ຽວຊານໄດ້ກ່າວວ່າ ປະເທດ ຕູນີເຊຍ ແມ່ນໄດ້ໄປສະຖານທີ່ຂອງສະຖານີຕອບຮັບພາກພື້ນດິນແຫ່ງທຳອິດຢູ່ນອກ ຈີນ ສຳລັບລະບົບການສັນຈອນດາວທຽມ ເບດູ.
ອະວະກາດອາດຫຍຸ້ງຍາກກວ່າໂຄງການພື້ນຖານໂຄງລ່າງນຶ່ງແລວທາງນຶ່ງເສັ້ນທາງຂອງ ຈີນ ໃນທົ່ວ ອາຟຣິກາ, ແຕ່ໂຄງການທີ່ວ່ານັ້ນອາດເປັນແຮງຈູງໃຈນຶ່ງສຳລັບຜົນປະໂຫຍດຂອງ ຈີນ ໃນໂຄງການອະວະກາດບັນດາປະເທດ ອາຟຣິກາ ອີງຕາມພວກນັກວິເຄາະ.
ທ່ານ ໂອນີໂອຊັນ ໄດ້ກ່າວວ່າ “ການພົວພັນທີ່ວ່ານີ້ແມ່ນບໍ່ຈຳເປັນເພາະວ່າ ຈີນ ແລະ ປະເທດອື່ນໆແມ່ນໄດ້ທຳການພົວພັນເພື່ອຊ່ວຍເຫຼືອ ອາຟຣິກາ, ເຂົາເຈົ້າເຮັດແນວນັ້ນກໍເພາະວ່າເຂົາເຈົ້າໄດ້ທຶນທາງເສດຖະກິດ, ສັງຄົມ ແລະ ວັດທະນະທຳໃນການຕອບແທນ.”
ທ່ານນາງ ຈູລີ ຄລິງເກີ ຜູ້ທີ່ໄດ້ສຶກສາ ກ່ຽວກັບ ສາຍພົວພັນອະວະກາດ ຈີນ ອາຟຣິກາ ໄດ້ກ່າວໃນບົດຄົ້ນຄວ້າປີ 2020 ຂອງລາວວ່າ “ການກໍ່ສ້າງເຄືອຂ່າຍດາວທຽມການຮັບຮູ້ທາງໄກ” ໃນ ອາຟຣິກາ ໄດ້ອະນຸຍາດໃຫ້ ຈີນ “ສະໜັບສະໜູນການຮ່ວມມືດ້ານການຂົນສົ່ງຂອງບັນດາລັດຄູ່ຮ່ວມ ນຶ່ງແລວທາງນຶ່ງເສັ້ນທາງ.”
ທ່ານນາງ ຄລິງເກີ ຜູ້ທີ່ສອນຢູ່ມະຫາວິທະຍາໄລ ເດລາແວ ໄດ້ກ່າວຕໍ່ວີໂອເອວ່າ, ໂຄງການອະວະກາດຂອງ ຈີນ ແມ່ນໄດ້ກາຍເປັນລະຫວ່າງປະເທດຫຼາຍຂຶ້ນນັບຕັ້ງແຕ່ຕອນເລີ່ມຕົ້ນຂອງໂຄງການໂຄງລ່າງພື້ນຖານທົ່ວໂລກຂອງປະທານປະເທດ ສີ, ຄືໂຄງການນຶ່ງແລວທາງນຶ່ງເສັ້ນທາງ.
ທ່ານນາງ ຄລິງເກີ ເວົ້າວ່າສຳລັບເຫດຜົນຂອງບັນດາປະເທດອາຟຣິກາ ເພື່ອຕ້ອນຮັບການເປັນຄູ່ຮ່ວມກັບຈີນນັ້ນ, ແມ່ນປະເທດຕ່າງໆໃນທະວີບດັ່ງກ່າວມີບູລິມະສິດສູງສຸດທີ່ແຕກຕ່າງກັນ. ເຂົາເຈົ້າບໍ່ໄດ້ໃຫ້ບູລິມະສິດໃນການໃຊ້ທະຫານ ຫຼື ແມ່ນກະທັ້ງນຳເອົາມະນຸດຂຶ້ນໄປໃນຖ້ຽວບິນອະວະກາດ. ສິ່ງທີ່ເຂົາເຈົ້າສົນໃຈກໍແມ່ນເທັກໂນໂລຈີການສື່ສານ ແລະ ການພັດທະນາເສດຖະກິດສັງຄົມ.
ທ່ານນາງ ຄລິງເກີ ກ່າວວ່າ “ອີກປັດໄຈທີ່ສຳຄັນອີກອັນນຶ່ງໃນການຮ່ວມມືດ້ານອະວະກາດຈີນ-ອາຟຣິກາ ແມ່ນກ່ຽວຂ້ອງກັບສະພາບອາກາດປ່ຽນແປງ, ການຕິດຕາມສິ່ງແວດລ້ອມ ແລະ ການບໍລິຫານໄພພິບັດ.”
ທ່ານນາງ ຄລິງເກີ ເວົ້າວ່າການຈັດງານຄືການສົນທະນາຂອງນັກສຶກສາກັບນັກບິນອະວະກາດ ຈະຊ່ວຍສ້າງແຮງບັນດານໃຈຕໍ່ຄວາມສົນໃຈຕໍ່ອະວະກາດໃນບັນດາຊາວໜຸ່ມອາຟຣິກາ ແລະ ທ້າທາຍຄວາມຄິດທີ່ວ່າສຳລັບ ອາຟຣິກາ, ອະວະກາດແມ່ນການຕາມລ່າທີ່ມີລາຄາແພງ.