ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ WHO ປະຕິຍານວ່າ ຈະເສີມຂະຫຍາຍ ການຕໍ່ສູ້ ຕ້ານການຖືກງູຕອດ


ໝໍງູ ຊີ້ໃຫ້ເຫັນ ບ່ອນງູຕອດ ໃນລະຫວ່າງ ທຳການສະແດງ ກັບງູ ຢູ່ດ້ານນອກວັດ ແຫ່ງນຶ່ງ ທີ່ເມືອງ ອາລາຮາບາດ ຂອງອິນເດຍ, ວັນທີ 19 ສິງຫາ 2013.
ໝໍງູ ຊີ້ໃຫ້ເຫັນ ບ່ອນງູຕອດ ໃນລະຫວ່າງ ທຳການສະແດງ ກັບງູ ຢູ່ດ້ານນອກວັດ ແຫ່ງນຶ່ງ ທີ່ເມືອງ ອາລາຮາບາດ ຂອງອິນເດຍ, ວັນທີ 19 ສິງຫາ 2013.

ລັດຖະບານຂອງປະເທດຕ່າງໆໃນທົ່ວໂລກມີແຜນທີ່ຈະຕອບໂຕ້ຢ່າງຈິງຈັງກວ່າເກົ່າ
ຕໍ່ການຖືກງູຕອດ, ເຊິ່ງແມ່ນການລະບາດທີ່ໄດ້ສັງຫານຢ່າງໜ້ອຍ 81,000 ຄົນຕໍ່ປີ.

ມະຕິອົງການອະນາໄມໂລກ ຫຼື WHO ໄດ້ຍົກບູລິມະສິດອັນດັບໜຶ່ງ ກ່ຽວກັບການປັບປຸງ
ການປ້ອງກັນການຖືກງູຕອດ ພ້ອມກັບການໄດ້ຮັບຢາແກ້ພິດທີ່ໄດ້ຜົນ ແລະ ມີລາຄາຖືກ.
ມາດຕະການດັ່ງກ່າວແມ່ນໄດ້ຖືກຮັບຮອງເອົາໂດຍ 192 ປະເທດ ໃນທ້າຍເດືອນ
ພຶດສະພາ ທີ່ຜ່ານມາ.

ອົງການ WHO ໄດ້ຄາດໝາຍວ່າ ງູພິດໄດ້ຕອດຄົນປະມານ 1 ລ້ານ 8 ແສນຄົນ ຫາ 2
ລ້ານ 8 ແສນຄົນຕໍ່ປີ, ເຮັດໃຫ້ມີຜູ້ເສຍຊີວິດຫຼາຍເຖິງ 138,000 ຄົນ.

ນັກຄົ້ນຄວ້າ ສາທິດໃຫ້ເຫັນ ວິທີ ສະກັດເອົາພິດຈາກງູ ຕໍ່ພວກເດັກນັກຮຽນພັກແລ້ງ ໃນລະຫວ່າງ ການສາທິດ ຢູ່ສະຖາບັນ Butantan ໃນນະຄອນ ຊາວ ພາວໂລ ຂອງບຣາຊີລ, ວັນທີ 23 ມັງກອນ 2015.
ນັກຄົ້ນຄວ້າ ສາທິດໃຫ້ເຫັນ ວິທີ ສະກັດເອົາພິດຈາກງູ ຕໍ່ພວກເດັກນັກຮຽນພັກແລ້ງ ໃນລະຫວ່າງ ການສາທິດ ຢູ່ສະຖາບັນ Butantan ໃນນະຄອນ ຊາວ ພາວໂລ ຂອງບຣາຊີລ, ວັນທີ 23 ມັງກອນ 2015.

ອົງການ WHO ໄດ້ລາຍງານວ່າ “ສຳລັບທຸກຄົນຜູ້ທີ່ໄດ້ເສຍຊີວິດຫຼັງຈາກຖືກງູຕອດ
ແລ້ວ, ອີກສີ່ ຫຼື ຫ້າຄົນແມ່ນໄດ້ເສຍອົງຄະເຊັ່ນ ຕາບອດ, ຂາດຄວາມສາມາດໃນ
ການເຄື່ອນໄຫວ ຫຼື ການຕັດແຂນຂາ, ແລະ ເສຍຈິດ.”

ອົງການ WHO ລາຍງານວ່າ “ການຖືກງູພິດກັດແມ່ນມີແຜ່ຫຼາຍທີ່ສຸດໃນເຂດລຸ່ມ
ທະເລຊາຍ ຊາຮາຣາ ອາຟຣິກາ, ເອເຊຍໃຕ້ ແລະ ເອເຊຍຕາເວັນອອກສຽງໃຕ້.
ປະຊາຊົນໃນເຂດຊົນນະບົດ, ເຂດທຸກຍາກຢູ່ທີ່ນັ້ນ ແລະ ບ່ອນອື່ນໆ ແມ່ນມີຄວາມ
ສ່ຽງຫຼາຍທີ່ສຸດ, ເຊິ່ງຖືກກະຕຸ້ນໂດຍລະບົບສາທາລະນະສຸກທີ່ບໍ່ພຽງພໍ ຫຼື ຢູ່ຫ່າງໄກ
ສອກຫຼີກ, ແລະ ການປິ່ນປົວ, ລົດໂຮງໝໍ ຫຼື ການປິ່ນປົວສຸກເສີນອື່ນໆ ທີ່ຈຳກັດ
ລວມທັງການຕ້ານພິດ ທີ່ໄວ້ວາງໃຈໄດ້.”

ໃນເຂດລຸ່ມທະເລຊາຍຊາຮາຣາ ອາຟຣິກາ ນັ້ນ, ມີປະຊາຊົນທີ່ຖືກງູພິດກັດພຽງ 2
ເປີເຊັນເທົ່ານັ້ນ ທີ່ສາມາດໄດ້ຮັບຢາຕ້ານພິດງູຢ່າງເໝາະສົມ, ອີງຕາມການກ່າວ ຂອງ
ອົງການ Medcins Sans Frontieres ຫຼື MSF, ເຊິ່ງແມ່ນກຸ່ມຊ່ວຍເຫຼືອ ທີ່ຮູ້ຈັກ
ກັນວ່າ ທ່ານໝໍບໍ່ມີພົມແດນ (Doctors Without Borders) ເຊັ່ນກັນ.

ທ່ານ ຈູລຽນ ໂປເຕັດ (Julien Potet) ຜູ້ຊີ້ນຳດ້ານນະໂຍບາຍ ກ່ຽວກັບ ພະຍາດເຂດ
ຮ້ອນ ທີ່ຖືກເມີນເສີຍຂອງອົງການ MSF ກ່າວວ່າ “ພວກເຮົາຢາກຮູ້ຂໍ້ມູນທີ່ດີກວ່ານີ້
ກ່ຽວກັບ ບ່ອນທີ່ກໍລະນີສ່ວນໃຫຍ່ໄດ້ເກີດຂຶ້ນ. ພວກເຮົາຕ້ອງໄດ້ກຳນົດຢາຕ້ານພິດ
ທີ່ມີຄຸນນະພາບໃຫ້ດີກວ່າເກົ່າ, ເພື່ອແຈກຢາຍມັນ ໃຫ້ສອດຄ່ອງກັນ ໃນຂົງເຂດ
ຕ່າງໆ ທີ່ມີຄວາມຕ້ອງການສູງສຸດ”
ແລະ ເຮັດໃຫ້ມັນມີລາຄາຖືກ, “ເພາະວ່າ ບໍ່ເຊັ່ນ
ນັ້ນ ພວກຄົນໄຂ້ກໍຈະບໍ່ສາມາດເຂົ້າຫາຢານັ້ນໄດ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG