ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງການອະນາໄມໂລກ ເຜີຍຍຸດທະສາດໃໝ່ ເພື່ອກໍາຈັດໂຣກມະເຮັງ ປາກມົດລູກ ໃນທົ່ວໂລກ


ພາບທີ່ສະແດງໃຫ້ເຫັນກັບຢາວັກຊີນກັນ ໂຣກມະເຮັງປາກມົດລູກ Gardasil ທີ່ວາງສະແດງຢູ່ໃນຮ້ານຂາຍຢາໃນເມືອງ Strasbourg ຂອງຝຣັ່ງ, ວັນທີ 25 ພະຈິກ, 2013
ພາບທີ່ສະແດງໃຫ້ເຫັນກັບຢາວັກຊີນກັນ ໂຣກມະເຮັງປາກມົດລູກ Gardasil ທີ່ວາງສະແດງຢູ່ໃນຮ້ານຂາຍຢາໃນເມືອງ Strasbourg ຂອງຝຣັ່ງ, ວັນທີ 25 ພະຈິກ, 2013

ສະມາຊິກຂອງອົງການອະນາໄມໂລກທັງໝົດ 194 ປະເທດ ໄດ້ຕົກ ລົງກັນຊຸກຍູ້ໃຫ້ກຳຈັດໂຣກມະເຮັງປາກມົດລູກ, ຊຶ່ງເປັນພະຍາດທີ່ສົ່ງຜົນກະທົບຕໍ່ແມ່ຍິງ 570,000 ຄົນ ແລະເຮັດໃຫ້ ຫຼາຍກ່ວາ 300,000 ຄົນເສຍຊີວິດໄປ ໃນແຕ່ລະປີນັ້ນ. ໄດ້ມີການຮັບຮອງເອົາຍຸດທະສາດໃໝ່ໃນການເລັ່ງການກໍາຈັດ ໂຣກມະເຮັງປາກມົດລູກ ຢູ່ໃນກອງປະຊຸມສະພາຂອງອົງການອະນາໄມໂລກໃນປີນີ້. Lisa Schlein ມີລາຍງານຂອງວີໂອເອຈາກນະຄອນເຈນີວາ ຊຶ່ງບົວສະ ຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.


ໂຣກມະເຮັງປາກມົດລູກແມ່ນພະຍາດທີ່ສາມາດປ້ອງກັນໄດ້ດ້ວຍການສັກຢາວັກ ຊີນ ແລະສາມາດປິ່ນປົວໄດ້ຖ້າຫາກຖືກກວດພົບໄວແລະໄດ້ຮັບການປິ່ນປົວຢ່າງພຽງພໍ. ບັນດາເຈົ້າໜ້າທີ່ສາທາລະນະສຸກ ກ່າວວ່າ ເຄື່ອງມືໃນການກຳຈັດ ພະ ຍາດດັ່ງກ່າວ ເຊິ່ງເປັນໂຣກມະເຮັງທີ່ມັກພົບເຫັນຫລາຍທີ່ສຸດໃນບັນດາແມ່ຍິງຢູ່ທົ່ວໂລກນັ້ນ ແມ່ນມີຢູ່ແລ້ວ.

ຍຸດທະສາດສາມຈຸດຂອງອົງການອະນາໄມໂລກ ຫລື WHO ໄດ້ຮຽກຮ້ອງໃຫ້ເດັກນ້ອຍແມ່ຍິງທຸກຄົນ ໄດ້ຮັບການສັກຢາປ້ອງກັນໂຣກ HPV ຫລື papillomavirus ສໍາລັບມະນຸດ ກ່ອນຮອດອາຍຸ 15 ປີ. ອົງການນີ້ບອກວ່າ ແມ່ຍິງຄວນໄດ້ຮັບການກວດຫາໂຣກນີ້ ສອງຄັ້ງໃນລະຫວ່າງອາຍຸ 35 ແລະ 45 ປີ ແລະ ຜູ້ທີ່ພົບວ່າເປັນໂຣກມະເຮັງນີ້ ຄວນໄດ້ຮັບການປິ່ນປົວ.

ຜູ້ຊ່ວຍອຳນວຍການໃຫຍ່ ຂອງອົງການອະນາໄມໂລກ, ເຈົ້າຍິງ ນອດເທມບາ ຊີມເມີເລລາ (Princess Nothemba Simelela) ກ່າວວ່າ ເທັກໂນໂລຈີໃໝ່ ທີ່ອີງໃສ່ປັນຍາປະດິດ ສາມາດໃຊ້ເພື່ອກວດແມ່ຍິງທີ່ເປັນໂຣກມະເຮັງປາກມົດລູກໄດ້.

ເຈົ້າຍິງ ນອດເທມບາ ຊີມເມີເລລາກ່າວດັ່ງນີ້:
"ຖ້າຫາກວ່າເທັກໂນໂລຈີເຫລົ່ານີ້ ຖືກນຳໃຊ້, ພວກເຮົາຈະສາມາດວິນິໄສໂຣກມະເຮັງປາກມົດລູກພາຍໃນ 15 ຫາ 20 ນາທີໄດ້.”

ເຈົ້າຍິງກ່າວອີກວ່າ:
“ໃນຈຸດນີ້, ການໄດ້ຮັບຜົນກວດຈາກຫ້ອງທົດລອງ ອາດໃຊ້ເວລາໄລຍະໃດ ໄລ ຍະນຶ່ງ ທີ່ອາດນານຮອດນຶ່ງເດືອນ ຫຼື ດົນກວ່ານັ້ນກໍເປັນໄດ້ ແລະແມ່ຍິງແມ່ນບໍ່ໄດ້ຮັບຜົນກວດຂອງພວກເຂົາເຈົ້າ ເພາະວ່າ ເຂົາເຈົ້າສ່ວນໃຫຍ່ກໍບໍ່ໄດ້ຢູ່ ຫລືອາໄສຢູ່ໃກ້ສະຖານທີ່ນັ້ນແລ້ວ.”


ເຈົ້າຍິງ ຊີມເມີເລລາກ່າວວ່າ ການວິນິໄສຢ່າງວ່ອງໄວ ຈະເປັນການຊ່ວຍຊີວິດຂອງແມ່ຍິງ ໃນຫລາຍປະເທດ ທີ່ກຳລັງພັດທະນາໄວ້ໄດ້. ເຈົ້າຍິງກ່າວອີກວ່າ ພວກເຂົາເຈົ້າຈະສາມາດ ໄດ້ຮັບການປິ່ນປົວ ຢູ່ໃນສະຖານທີ່ກວດນັ້ນ ສຳລັບອາການກ່ອນການເປັນໂຣກມະເຮັງ ໂດຍບໍ່ຕ້ອງກັບຄືນໄປຫາສະຖານທີ່ນັ້ນອີກ.
ອົງການ WHO ລາຍງານວ່າ ຢູ່ໃນອະນຸພາກພື້ນ ຊາຮາຣາຂອງອາຟຣິກາ ມີຈຳນວນຜູ້ປ່ວຍແລະຜູ້ເສຍຊີວິດຍ້ອນໂຣກມະເຮັງປາກມົດລູກສູງທີ່ສຸດ, ຖັດລົງມາແມ່ນບັນດາປະເທດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້. ເຈົ້າຍິງ ຊີມເມີ-ເລລາ ເຕືອນວ່າ ກໍລະນີຄົນເປັນ ແລະເສຍຊີວິດໄປຍ້ອນພະຍາດນີ້ ຈະສືບຕໍ່ເພີ່ມຂຶ້ນ ຢູ່ໃນບັນດາປະເທດທີ່ບໍ່ລົງທຶນເຂົ້າໃນການສັກຢາວັກຊີນ, ການກວດກັ່ນນຕອງ ແລະການກວດພະຍາດ.

ເຈົ້າຍິງ ຊີມເມີເລລາກ່າວເພີ້ມວ່າ:
"ທະວີບອາຟຣິກາແມ່ນເປັນພຽງທະວີບດຽວທີ່ຈະລາຍງານວ່າ ມີປະຊາກອນສູງຂຶ້ນ ຫຼັງຈາກປີ 2030 ໄປ. ສະນັ້ນ, ພວກເຂົາເຈົ້າ ຈະຕ້ອງໄດ້ຮັບມື ກັບການ ແບກຫາບພາລະ ສອງຢ່າງ ຊຶ່ງໃນນັ້ນແມ່ນ ພວກເຂົາເຈົ້າຈະຈໍານວນຄົນໜຸ່ມ ທີ່ຕ້ອງໄດ້ຮັບການສັກຢາວັກຊີນ ໃນຈໍານວນທີ່ສູງກວ່າເກົ່າ ແລະມີແມ່ຍິງສູງອາ ຍຸທີ່ຈະເປັນໂຣກມະເຮັງປາກມົດລູກ ທີ່ບໍ່ໄດ້ຮັບການປິ່ນປົວ.”

ຈໍານວນກໍລະນີຄົນປ່ວຍ ແລະເສຍຊີວິດຍ້ອນພະຍາດນີ້ ຢູ່ໃນບັນດາປະເທດທີ່ມີລາຍໄດ້ສູງແມ່ນຕໍ່າກວ່າ ຈໍານວນຢູ່ໃນບັນດາປະເທດທີ່ມີລາຍໄດ້ຕໍ່ານັ້ນຫລາຍເນື່ອງຈາກວ່າ ມີການນຳໃຊ້ຢາວັກຊີນປ້ອງກັນພະຍາດນີ້ຢ່າງກວ້າງຂວາງ ເຊິ່ງອາດຈະມີລາຄາສູງເຖິງ 110 ໂດລາ ຕໍ່ຄັ້ງ ກໍເປັນໄດ້.

ເຈົ້າຍິງ ຊີມເມີເລລາກ່າວວ່າ ບັນດາປະເທດກຳລັງພັດທະນາສາມາດໄດ້ຮັບຢາ ວັກຊີນກັນ HPV ໃນລາຄາທີ່ຕໍ່າກ່ວາ 5 ໂດລາ ຕໍ່ຄັ້ງໄດ້ ໂດຍຜ່ານລະບົບການຈັດຊື້ຂອງພັນທະມິດ GAVI Alliance. ພັນທະມິດ GAVI ຊ່ວຍສັກຢາວັກຊີນໃຫ້ແກ່ເດັກນ້ອຍ ເພື່ອປ້ອງກັນພະຍາດຕິດແປດຕ່າງໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG