ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ອົງການອະນາໄມໂລກ ແລະກອງທຶນເດັກນ້ອຍ ກ່າວວ່າ ມີ 130 ປະເທດ ຍັງບໍ່ທັນໄດ້ສັກຢາວັກຊີນ ກັນໂຄວິດ-19


ດຣ. ເຕໂດຣສ ອາດານອມ ເກເບຣເຢຊຸສ ຫົວໜ້າອົງການ ອະນາໄມໂລກ (WHO)
ດຣ. ເຕໂດຣສ ອາດານອມ ເກເບຣເຢຊຸສ ຫົວໜ້າອົງການ ອະນາໄມໂລກ (WHO)

ຫົວໜ້າອົງການອະນາໄມໂລກ (WHO) ແລະອົງການກອງທຶນເດັກນ້ອຍ (UNICEF)
ກຳລັງຮຽກຮ້ອງໃຫ້ເພີ້ມການຜະລິດຢາວັກຊີນກັນໂຄວິດ-19 ແລະການແຈກຢາຍໃຫ້
ເທົ່າທຽມກັນໂດຍເຕືອນວ່າ ການແຈກຢາຍຢາວັກ ຊີນໃນທົ່ວໂລກນັ້ນ ບໍ່ມີຄວາມສະ
ເໝີພາບກັນຢ່າງຮ້າຍແຮງ.

ຫົວໜ້າອົງການ WHO ດຣ. ເຕໂດຣສ ອາດານອມ ເກເບຣເຢຊຸສ ແລະຜູ້ອຳ ນວຍການ
ບໍລິຫານຂອງອົງການ UNICEF ທ່ານເຮັນຣີແອຕຕາ ຟໍເຣ ກ່າວຢູ່ ໃນຖະແຫຼງການຮ່ວມ
ໃນວັນພຸດວານນີ້ວ່າ “ຈາກຈຳນວນ 128 ລ້ານໂດສຂອງ ຢາວັກຊີນ ເທົ່າທີ່ໄດ້ຖືກນຳໃຊ້
ມາຈົນຮອດເວລານີ້ ຫຼາຍກວ່າສາມສ່ວນສິີ່ ຂອງ ຢາວັກຊີນເຫລົ່ານັ້ນ ແມ່ນແຈກຢາຍກັນ
ພຽງແຕ່ໃນ 10 ປະເທດທີິິ່ປະກອບເປັນ 60 ເປີເຊັນ ຂອງຍອດຜະລິດຕະພັນຮວມຂອງ
ໂລກ. ມາຈົນມື້ນີ້ ເກືອບ 130 ປະເທດ ທີ່ີມີປະຊາຊົນ 2 ພັນ 5 ຮ້ອຍລ້ານຄົນ ທີ່ຍັງບໍ່ທັນ
ໄດ້ສັກຢາແມ່ນແຕ່ ໂດສດຽວ.”

ຖ້າຫາກເປັນຢ່າງນີ້ຕໍ່ໄປ ເຂົາເຈົ້າເຕືອນວ່າ “ມັນຈະສ້າງຄວາມເສຍຫາຍໃຫ້ແກ່ຊີວິດ
ແລະແນວທາງການເປັນຢູ່” ແລະສ້າງເງື່ອນໄຂໃຫ້ແກ່ໄວຣັສ ທີ່ຈະກາຍ ພັນ ແລະມີການ
ຕ້ານຕໍ່ຢາວັກຊີນ. ການຟື້ນໂຕຂອງເສດຖະກິດກໍຈະຊ້າລົງ.

ພວກເຈົ້າໜ້າທີ່ຮຽກຮ້ອງໃຫ້ ລັດຖະບານປະເທດຕ່າງໆເບິ່ງ “ໄກອອກໄປກວ່າຊາຍແດນ
ຂອງເຈົາເຈົ້າ” ແລະປັບປ່ຽນຍຸດທະສາດ ທີ່ຈະເຮັດໃຫ້ການລະບາດສິ້ນສຸດລົງ ແລະຈຳ
ກັດປາກົດຕົວຂຶ້ນມາຂອງພະຍາດສາຍພັນໃໝ່.

ເຂົາເຈົ້າໄດ້ສະເໜີໃຫ້ສັກຢາວັກຊີນໃຫ້ແກ່ບັນດາພະນັກງານການແພດແຖວໜ້າ ແລະ
ບັນດາອາສາສະໝັກ ຢູ່ໃນປະເທດຕ່າງໆ ກ່ອນໝູ່ໝົດ. ຫົວໜ້າອົງການ WHO ແລະອົງ
ການ UNICEF ຍັງໄດ້ຮຽກຮ້ອງ ໃຫ້ບັນດາບໍລິສັດຜະລິດຢາວັກຊີນຈົ່ງແຈກຢາຍຢາທີ່ມີ
ຢູ່ຢ່າງຈຳກັດຂອງເຂົາເຈົ້າ ໃຫ້ມີຄວາມເປັນທໍາແລະ ສົ່ງເທັກໂນໂລຈີ ໄປໃຫ້ບັນດາຜູ້ຜະ
ລິດອື່ນໆທີ່ສາມາດຊ່ວຍໃຫ້ມີການສະໜອງ ຢາດັ່ງກ່າວຢູ່ທົ່ວໂລກໃຫ້ຫຼາຍຂຶ້ນ.

ເຂົາເຈົ້າກ່າວວ່າ “ໂຄວິດ-19 ໄດ້ສະແດງໃຫ້ເຫັນວ່າ ຊະຕາກຳພວກເຮົາແຍກອອກຈາກ
ກັນບໍ່ໄດ້. ບໍ່ວ່າຈະຊະນະ ຫຼືເສຍໄຊ ພວກເຮົາຈະເຮັດໄປນຳກັນ”

ນອກນັ້ນໃນວັນພຸດວານນີ້ ກຸ່ມພວກນັກຊ່ຽວຊານໃນດ້ານຍຸດທະສາດຂອງອົງ ການອະ
ນາໄມໂລກກ່ຽວກັບການສັກຢາວັກຊີນ ໄດ້ອອກຄຳແນະນຳຊົ່ວຄາວໃນ ເລື້ອງຢາວັກຊີນ
ກັນໂຄວິດ-19 ຂອງບໍລິສັດອາສຕຣາເຊເນກາ ແລະມະຫາວິ ທະຍາໄລອອກສ໌ຟອດ ສຳ
ລັບພວກທີ່ມີອາຍຸກາຍ 65 ປີຂຶ້ນໄປ.

The heads of the World Health Organization and the U.N. Children’s Fund are appealing for scaled-up COVID-19 vaccine production and equitable distribution, warning that the global roll out is dangerously uneven.

“Of the 128 million vaccine doses administered so far, more than three quarters of those vaccinations are in just 10 countries that account for 60% of global GDP,” said WHO chief Dr. Tedros Adhanom Ghebreyesus and UNICEF Executive Director Henrietta Fore in a joint statement on Wednesday. “As of today, almost 130 countries, with 2.5 billion people, are yet to administer a single dose.”

If this continues, they warn, it “will cost lives and livelihoods,” and create conditions for the virus to mutate and become resistant to vaccines. Global economic recovery will also be slowed.

The officials urged governments to look “beyond their borders” and devise a vaccine strategy that will both end the pandemic and limit the emergence of new variants.

They recommend immunizing frontline health workers and vulnerable persons in all countries first. The WHO and UNICEF chiefs also appealed to vaccine manufacturers to allocate their limited supply fairly and transfer technology to other producers that can help boost the global supply.

“COVID-19 has shown that our fates are inextricably linked,” they said. “Whether we win or lose, we will do so together.”

Also on Wednesday, the WHO’s Strategic Advisory Group of Experts on Immunization issued interim guidance recommending the AstraZeneca and Oxford University COVID-19 vaccine for persons over age 65.

XS
SM
MD
LG