ນາຍທຶນຕ່າງປະເທດຢູ່ລາວ ມີສ່ວນທີ່ເຮັດໃຫ້ເກີດມີການລັກລອບຕັດໄມ້ທຳລາຍປ່າຢູ່ເຂດປ່າສະຫງວນແຫ່ງຊາດ ໂດຍອາໄສຊ່ອງວ່າງຂອງກົດໝາຍທີ່ບໍ່ມີຄວາມຊັດເຈນໃນການເເບ່ງຂອບເຂດປ່າສະຫງວນ ເເລະ ເຂດຂອງກະຊິກອນລາວ ໃນການເຮັດທຸລະກິດຊື້ສິນຄ້າກະສິກຳຈາກປະຊາຊົນລາວ ທີ່ປູກຝັງໃນພື້ນທີ່ປ່າເຂດສະຫງວນ ເເລະ ລັກລອບຕັດຕົ້ນໄມ້ເພື່ອສົ່ງອອກຕ່າງປະເທດ.
ປະເທດລາວ ເປັນບ່ອນທີ່ຖືກໝາຍປອງສຳລັບນັກລົງທຶນ ຍ້ອນການຜະລິດສິນຄ້າກະສິກຳຢູ່ລາວ ເປັນທຸລະກິດທີ່ລົງທືນບໍ່ຫຼາຍ ເເລະ ມີຄ່າຈ້າງແຮງງານທີ່ຖືກ. ສະນັ້ນ, ປະເທດລາວ ຈຶ່ງກາຍເປັນເປົ້າຫມາຍໃຫ້ບັນດານັກລົງທຶນຕ່າງປະເທດ. ເເຕ່ໃນນັ້ນ, ມັນຕົ້ນທີ່ເປັນສິນຄ້າສົ່ງອອກ ອັນດັບໜຶ່ງຂອງປະເທດລາວ ໄດ້ສ້າງຜົນກະທົບມະຫາສານຕໍ່ກັບພື້ນທີ່ປ່າພາຍໃນປະເທດ.
ຕາມຂໍ້ມູນສະຖິຕິຂອງ ຂໍ້ມູນຂ່າວສານດ້ານການຄ້າຂອງ ສປປ ລາວ (LTP), ມັນຕົ້ນເປັນສິນຄ້າທີ່ປະເທດລາວ ສົ່ງອອກເປັນອັນດັບຕົ້ນໆ ເຊິ່ງປາຍທາງເເມ່ນປະເທດໄທ, ຫວຽດນາມ, ເເລະ ຈີນ ໂດຍມີມູນຄ່າລວມຫຼາຍກວ່າ 94 ລ້ານໂດລາສະຫະລັດ ໃນຕົ້ນເດືອນຂອງປີ 2024.
ຄວາມຕ້ອງການຂອງການປູກມັນຕົ້ນເພື່ອສົ່ງອອກ ເເລະເເປຮູບ ກາຍເປັນບັນຫາຍ້ອນວ່າ ການປູກມັນຕົ້ນໄດ້ອາໄສພື້ນທີ່ ເເລະ ຊັບພະຍາກອນຈຳນວນຫຼາຍໃນການປູກ ເຊິ່ງເຮັດໃຫ້ການບຸກລຸກພື້ນທີ່ປ່າໃນລາວ ເພື່ອປູກພືດທາງການກະເສດ ຈຶ່ງເປັນເລື່ອງທີ່ເຮັດໄດ້ງ່າຍດາຍ.
ພະນັກງານທີ່ເຮັດວຽກໃນປ່າສະຫງວນຢູ່ລາວ ໄດ້ເວົ້າວ່າ ເເຮງກົດດັນຈາກເສດຖະກິດຕໍ່ຄວາມເປັນຢູ່ຂອງປະຊາຊົນ ຕໍ່ສະພາບເສດຖະກິດໃນປັດຈຸບັນ ເເລະ ນາຍທຶນຜູ້ສະໜັບສະໜູນຢູ່ເບື້ອງຫຼັງ ເປັນສາເຫດທີ່ເຮັດໃຫ້ມີການບຸກລຸກພື້ນທີ່ປ່າ.
ພະນັກງານທ່ານນີ້ ເວົ້າວ່າ “ສະພາບການບຸກລຸກປ່າເພື່ອປູກມັນຕົ້ນ ມັນມີໝົດທົ່ວປະເທດ. ຜ່ານມາ ເວົ້າເຖິງຄວາມຮຽກຮ້ອງຕ້ອງການຂອງສັງຄົມກໍຄືຕະຫຼາດ ເເລະ ສະພາບເງິນເຝີ້ເຮັດໃຫ້ປະຊາຊົນມາປູກມັນຕົ້ນທີ່ໃຫ້ຜົນຜະລິດໄວ. ສະນັ້ນ, ມັນຈຶ່ງເປັນຂະບວນການພາກັນເຂົ້າໄປບຸກລຸກ.”
ທ່ານໄດ້ກ່າວຕື່ມອີກວ່າ “ມັນບໍ່ມີທາງເລືອກ. ເເລ້ວບາດນີ້ການບຸກລຸກປ່າມັນກໍມີຫຼາຍປະເພດ ທັງມີການຜະລິດ ເເລະ ຈັບຈອງດິນຂາຍກໍມີ ດິນຕອນນີ້ຂາຍເເລ້ວ ຂາຍເອົາຕອນໃຫມ່. ເຖິງແມ່ນວ່າ ເຮົາຈະມີເອກະສານໝາຍຂອບເຂດກໍຕາມ ເເຕ່ການບຸກລຸກຂອງຈຳນວນກຸ່ມຄົນບໍ່ດີກໍຍັງລຸກລາມໄປເເບບບໍ່ຢ້ານກົວກົດໝາຍ. ສ່ວນຫຼາຍກໍມີນາຍທຶນຢູ່ເບື້ອງຫຼັງ ເເລ້ວປະຊາຊົນພາກັນໄປຖາງ, ໄປຈັບໄປຈອງ ເເລະ ຊື້ເອົາດິນເລີຍ”
ທ່ານເວົ້າຕໍ່ໄປວ່າ:
“ທາງລັດທະບານເຮົາເຫັນບັນຫາ ເເລະ ກໍອອກຄຳສັ່ງອອກມາ. ເເຕ່ການສະກັດກັ້ນເຮົາກໍຮູ້ກັນຢູ່ວ່າ ກຸ່ມຄົນບໍ່ດີເຂົາເຈົ້າກະລຶ້ງເຮັດກັນມາດົນເເລ້ວ. ເຮົາຊິມາຢຸດເຂົາເຈົ້າມື້ນຶ່ງຍາມດຽວ ມັນກໍຍາກຢູ່ ເເຕ່ກໍຄ່ອຍໆຫັນປັບເຂົ້າເທື່ອລະໜ້ອຍ. ເລື່ອງເຫດການໂຕຢູ່ພູເຂົາຄວາຍມັນມີບັນຫາຕັ້ງເເຕ່ສະໄໝປີ 2010 ຕັ້ງເເຕ່ການສ້າງເຂື່ອນ ເເລ້ວກໍລາມມາເລີຍ. ສ່ວນຫຼາຍເປັນປະຊາຊົນກຸ່ມຊົນເຜົ່າ ຖ້າຊິໃຊ້ກົດໝາຍໃສ່ເຄັ່ງເລີຍ ກໍບໍ່ໄດ້ມີເເຕ່ໄດ້ສຶກສາອົບຮົມກັນ ເເກ່ຍາວໄປກາຍວ່າ ບໍ່ຢ້ານບາດນີ້.”
ອີກສາເຫດຫຼັກຢ່າງໜຶ່ງທີ່ເຮັດໃຫ້ປະເທດລາວສູນເສີຍປ່າ ກໍເເມ່ນການລັກລອບຕັດຕົ້ນໄມ້ໃນເຂດປ່າສະຫງວນ ເຊິ່ງເຮັດໃຫ້ປະເທດລາວໄດ້ສູນເສີຍເນື້ອທີ່ປ່າອີກ ຈາກການຕັດໄມ້ເພື່ອການຄ້າສູງເຖິງ 51 ເປີເຊັນ ພາຍໃນ 5 ປີ ຈາກປີ 2019 ຫາປີ 2023. ເນື້ອທີ່ປ່າສ່ວນຫຼາຍທີ່ຖືກຕັດເເລ້ວ ສູນເສີຍໄປເເມ່ນຢູ່ໃນເຂດເເຂວງຫຼວງພະບາງ, ອຸດົມໄຊ, ສະຫວັນນະເຂດ, ຫົວພັນ, ເເລະ ຜົ້ງສາລີ ອີງຕາມ ຂໍ້ມູນຈາກ Global Forest Watch.
ນັກສິ່ງເເວດລ້ອມຜູ້ກໍ່ຕັ້ງອົງການໃນລາວ ທີ່ໃຫ້ຄວາມຮູ້ກ່ຽວກັບສິ່ງເເວດລ້ອມ ສະເໜີໃຫ້ທາງພາກລັດ, ເອກະຊົນ ເເລະ ອົງການຈັດຕັ້ງທີ່ກ່ຽວຂ້ອງຕ່າງໆ ເຮັດວຽກກັບທາງຊຸມຊົນໃຫ້ໄດ້ຫຼາຍທີ່ສຸດເພື່ອປ້ອງກັນການລັກລອບຕັດໄມ້ທຳລາຍປ່າ.
“ຖ້າຊຸມຊົນເຂັ້ມເເຂງປັດໄຈພາຍນອກກໍບໍ່ສາມາດເຂົ້າມາໄດ້ຍາກ. ຕາມການສັນນິຖານເເລ້ວ ການຕັດໄມ້ທຳລາຍປ່າທີ່ເຮັດກັນໄດ້ເເບບຈະເເຈ້ງໄດ້ ກໍຍ້ອນວ່າ ມີບຸກຄົນພາຍໃນຮູ້ ເເລ້ວອຳນວຍຄວາມສະດວກໃຫ້. ເເຕ່ຖ້າອົງການຮັບຜິດຊອບເຂັ້ມເເຂງເລື່ອງນີ້ ໜ້າຈະບໍ່ມີບັນຫາ.”
ທ່ານຍັງກ່າວຕື່ມອີກວ່າ ການສ້າງຄວາມເຂັ້ມເເຂງໃນຊຸມຊົນ ເປັນຕົ້ນເເມ່ນການສ້າງອາຊີບໃຫ້ທີ່ໝັ້ນຄົງ ເເລະ ມີລາຍໄດ້ທີ່ພຽງພໍຈະຊ່ວຍໃຫ້ການລັກລອບຕັດຕົ້ນໄມ້ຫຼຸດລົງເຊັ່ນຕົວຢ່າງການປ່ຽນອາຊີບຈາກນັກລ່າ ມາເປັນຄົນທີ່ໃຫ້ຄວາມຮູ້ດ້ານປ່າສະຫງວນຢ່າງເຊັ່ນຄົນທີ່ມີອາຊີບເປັນນາຍພານລ່າສັດ ໃຫ້ຫັນມາເຮັດວຽກເປັນໄກດ ຫຼືຜູ້ນຳທ່ຽວເປັນຕົ້ນ ເເຕ່ມັນກໍຂຶ້ນກັບເງື່ອນໄຂ ເເລະ ອົງກອນທີ່ປົກປ້ອງປ່າສະຫງວນຫຼາຍໆບ່ອນນຳ.
ການບຸກລຸກພື້ນທີ່ປ່າສະຫງວນຖືວ່າ ເປັນສິ່ງທີ່ທ້າທາຍຕໍ່ກັບລັດທະບານລາວ ຕໍ່ກັບເເຜ່ນຍຸດທະສາດໃນການເຕີບໂຕສີຂຽວ (Green Growth Strategy) ທີ່ມີຈຸດປະສົງຈະໃຫ້ມີເນື້ອທີ່ປົກຫຸ້ມປ່າໄມ້ຫຼາຍກວ່າ 70% ໃນທົ່ວປະເທດ ພາຍໃນປີ 2025 ທີ່ຈະມາຮອດນີ້. ຕາມສະພາບຄວາມເປັນຈິງຂອງເນື້ອທີ່ປ່າໃນປະເທດລາວເເລ້ວເເຜນການນີ້ ຍັງຫ່າງໄກຈາກຄວາມສຳເລັດຫຼາຍ ຫຼື ເວົ້າອີກຢ່າງໜຶ່ງກໍຄື ລັດຖະບານລາວ ມີໂອກາດສູງທີ່ຈະປະກາດເລື່ອນເເຜນການໂຕນີ້ອອກໄປ ແລະຈະເເກ່ຍາວອີກຫຼາຍໆປີ.
ຟໍຣັມສະແດງຄວາມຄິດເຫັນ