ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານໄທ ໄດ້ປະສານງານກັບລັດຖະບານລາວ ເພື່ອຈະຈັດໃຫ້ມີກອງປະຊຸມ ໃນວາລະພິເພດຂອງອາຊຽນ


ແຟ້ມພາບ - ນາຍົກລັດຖະມົນຕີລາວ ທ່ານສອນໄຊ ສີພັນດອນ, ກາງ, ກ່າວຖະແຫລງຕໍ່ບັນດາຜູ້ນຳໃນລະຫວ່າງກອງປະຊຸມພິເສດສຸດຍອດ ອາຊຽນ ແລະອອສເຕຣເລຍ ASEAN-Australia ໃນນະຄອນເມລເບີນ, ອອສເຕຣເລຍ, ວັນທີ 6 ມີນາ 2024.
ແຟ້ມພາບ - ນາຍົກລັດຖະມົນຕີລາວ ທ່ານສອນໄຊ ສີພັນດອນ, ກາງ, ກ່າວຖະແຫລງຕໍ່ບັນດາຜູ້ນຳໃນລະຫວ່າງກອງປະຊຸມພິເສດສຸດຍອດ ອາຊຽນ ແລະອອສເຕຣເລຍ ASEAN-Australia ໃນນະຄອນເມລເບີນ, ອອສເຕຣເລຍ, ວັນທີ 6 ມີນາ 2024.

ລັດຖະບານໄທ ໄດ້ປະສານງານຢ່າງໃກ້ຊິດຮ່ວມກັບລັດຖະບານລາວ ເພື່ອທີ່ຈະຈັດໃຫ້ມີກອງປະຊຸມ ໃນວາລະພິເພດຂອງອາຊຽນ ວ່າດ້ວຍການແກ້ໄຂຄວາມຂັດແຍ້ງທາງການເມືອງ ແລະສ້າງສັນຕິພາບໃນມຽນມາ.

ທ່ານປານປຣີ ພະຫິນທານຸກອນ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີວ່າການຕ່າງປະເທດຂອງໄທ ຖະແຫລງຢືນຢັນວ່າ ທ່ານໄດ້ປະສານງານໄປຍັງລັດຖະມົນຕີວ່າການຕ່າງປະເທດຂອງລາວ ໃນຖານະເປັນປະທານຂອງອາຊຽນ ປະຈຳປີ 2024 ເພື່ອຈະເປັນຜູ້ປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງໃນບັນຫາຂັດແຍ້ງທາງການເມືອງ ແລະການສູ້ລົບໃນມຽນມາ ຫຼື ພະມ້າ ໂດຍຈະຈັດໃຫ້ມີກອງປະຊຸມໃນວາລະພິເສດຂອງລັດຖະມົນຕີອາຊຽນວ່າດ້ວຍການສ້າງສັນຕິພາບໃນມຽນມາ ໃຫ້ໄດ້ໄວທີ່ສຸດ ໂດຍຈະມີການເຊື້ອເຊີນທຸກພາກສ່ວນທີ່ກ່ຽວຂ້ອງໃຫ້ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ ທີ່ຄາດວ່າ ຈະຈັດຂຶ້ນໃນ ສປປ ລາວ ຊຶ່ງເປັນປະທານຂອງອາຊຽນ ປະຈຳປີ 2024 ນີ້ ດັ່ງທີ່ ທ່ານປານປຣີ ໄດ້ໃຫ້ການຢືນຢັນວ່າ:

“ເຮົາກໍໄດ້ລົມກັບທາງອາຊຽນແລ້ວເນາະ ອາຊຽນໃນເວລານີ້ ເປັນປະທານຢູ່ແລ້ວ ເຮົາກໍໄດ້ຮ່ວມກັນອອກ Statement (ຖະແຫລງການ) ຮຽກຮ້ອງໃຫ້ທາງມຽນມາ ຫັ້ນ ກັບສູ່ຄວາມສະຫງົບ ແລ້ວກໍມີສັນຕິພາບໂດຍໄວທີ່ສຸດ ສ່ວນໃນເລື້ອງຂອງການທີ່ຈະເຂົ້າໄປເປັນຕົວກາງໃນການເຈລະຈາ ຕອນນີ້ກຳລັງທຳງານກັນຢູ່ ເພາະວ່າ ຂະນະນີ້ໜິ ກໍຍັງບໍ່ຊາບວ່າໃຜ? ເປັນໃຜ ແລ້ວກໍການສູ້ລົບກັນ ກໍຍັງມີຢູ່ຕະຫຼອດເວລາ ແຕ່ຢ່າງໃດກໍຕາມ ກໍໄດ້ມີການເວົ້າລົມກັນໃນລະດັບນຶ່ງແລ້ວ.”

ທັງນີ້ ໂດຍການທີ່ປະເທດໄທ ລາວ ແລະຈີນ ໄດ້ຮັບຜົນກະທົບໂດຍກົງຈາກບັນຫາຄວາມບໍ່ສະຫງົບທີ່ເກີດຈາກຄວາມຂັດແຍ້ງທາງການເມືອງໃນມຽນມາ ໂດຍສະເພາະແມ່ນຜົນກະທົບທາງເສດຖະກິດ ແລະການຄ້າທັງຍັງເຮັດໃຫ້ເກີດມີບັນຫາການອົບພະຍົບຂອງພົນລະເມືອງເພື່ອຫລົບໜີຈາກໄພສົງຄາມໃນມຽນມດ້ວຍນັ້ນ ກໍຄືປັດໄຈສຳຄັນທີ່ເຮັດໃຫ້ມີການປະສານງານກັນຢ່າງຈຶ່ງຈັງລະຫວ່າງລັດຖະບານງໄທ ລາວ ແລະຈີນ ເຂົ້າໃນການຊຸກຍູ້ໃຫ້ມີການເຈລະຈາເພື່ອແກ້ໄຂບັນຫາຂັດແຍ້ງລະຫວ່າງຝ່າຍຕ່າງໆ ໃນມຽນມາຢ່າງເປັນຮູບປະທຳໃຫ້ໄວທີ່ສຸດ ເພາະຖ້າຫາກຍັງປ່ອຍໃຫ້ບັນຫາຂັດແຍ້ງແກ່ຍາວຕໍ່ໄປ ກໍມີແຕ່ຈະສ້າງຄວາມເສຍຫາຍທີ່ເພີ້ມຂຶ້ນນັບມື້ ທັງຍັງຈະເຮັດໃຫ້ເກີດຄວາມບໍ່ມີສະຖຽນລະພາບພາຍໃນອາຊຽນ ອັນຈະກະທົບຕໍ່ອຳນາດການຕໍ່ລອງຂອງອາຊຽນໃນເວທີສາກົນຢ່າງຫລີກລ້ຽງບໍ່ໄດ້ ໂດຍຫລ້າສຸດ ລັດຖະບານຈີນ ກໍໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ທັງໃນດ້ານງົບປະມານ ແລະອຸປະກອນທີ່ຈຳເປັນຕ່າງໆ ຢ່າງຄົບຊຸດດ້ວຍ ດັ່ງທີ່ທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີວ່າການຕ່າງປະເທດ ໄດ້ຖະແຫລງຢືນຢັນວ່າ:

“ການຊ່ວຍເຫຼືອຂອງລັດຖະບານ ສປ ຈີນ ເປັນການປະກອບສ່ວນອັນໃຫຍ່ຫຼວງ ແລະສຳຄັນທີ່ສຸດໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຕ່າງໜ້າໃຫ້ລັດຖະບານ ແລະປະຊາຊົນລາວ ຕີລາຄາຢ່າງສູງຕໍ່ການສະໜັບສະໜູນ ແລະຊ່ວຍເຫຼືອອັນລ້ຳຄ່າຂອງ ສປ ຈີນ ຊຶ່ງເປັນການປະກອບສ່ວນສົ່ງເສີມການຈັດຕັ້ງຜັນຂະຫຍາຍຄູ່ຮ່ວມຍຸດທະຫາດຮອບດ້ານ ອາຊຽນ-ຈີນ ໂດຍສະເພາະໃນປີ 2024 ຊຶ່ງໄດ້ກຳນົດເປັນປີແຫ່ງການແລກປ່ຽໜການໄປມາຫາສູ່ ລະຫວ່າງປະຊາຊົນອາຊຽນ ແລະຈີນ.”

ໂດຍການທີ່ລັດຖະບານລາວ ໄດ້ເປັນປະທານອາຊຽນໃນປີ 2024 ຍ່ອມຖືເປັນໂອກາດສຳຄັນທີ່ລັດຖະບານລາວ ຈະໄດ້ສະແດງບົດບາດນຳໃນການເສີມຂະຍາຍການພົວພັນ-ຮ່ວມມືທັງໃນລະດັບພາກພື້ນ ແລະສາກົນ ເພາະຈະຕ້ອງເປັນເຈົ້າພາບຈັດກອງປະຊຸມສຸດຍອດຜູ້ນຳອາຊຽນ ແລະປະເທດຄູ່ເຈລະຈາຂອງອາຊຽນ ເຖິງ 2 ຄັ້ງຢູ່ໃນລາວ ແຕ່ວ່າ ໃນຂະນະດຽວກັນ ລັດຖະບານລາວ ຈະຖືກຈັບຕາ ແລະຖືກກົດດັນຈາກນານາຊາດເພີ້ມຂຶ້ນຢ່າງຫລີກລ້ຽງບໍ່ໄດ້ໄດ້ເຊັ່ນດຽວກັນ.

ໂດຍສະເພາະຕໍ່ບັນຫາຂັດແຍ້ງທາງການເມືອງໃນມຽນມານັ້ນ ຈະມີການສະເໜີແນວໃດ? ຈຶ່ງຈະເຮັດໃຫ້ເກີດມີໝາກຜົນທີ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທຳ ເພາະຖ້າຫາກວ່າ ຍັງຈະດຳເນີນການຄືກັບປະທານອາຊຽໜໃນຊ່ວງກ່ອນໜ້ານີ້ ທີ່ກຳນົດເງື່ອນໄຂ 5 ຂໍ້ໃນການແກ້ໄຂບັນຫາຂັດແຍ້ງໃນມຽນມາ ຊຶ່ງຍັງບໍ່ສາມາດປະຕິບັດໄດ້ເລີຍ ນັບຕັ້ງແຕ່ເດືອນເມສາ 2021 ເປັນຕົ້ນມານັ້ນ ຍ່ອມຈະບໍ່ເກີດປະໂຫຍດໃດເລີຍ ແຕ່ວ່າ ດ້ວຍການພົວພັນໃນຖານະຄູ່ຮ່ວມຊະຕາກຳລະຫວ່າງລາວກັບຈີນ ແລະລັດຖະບານຈີນ ກໍຍັງມີອິດທິພົນຕໍ່ລັດຖະບານມຽນມາດ້ວຍນັ້ນ ລັດຖະບານຈີນ ຈຶ່ງມີສ່ວນຮ່ວມໃນການແກ້ບັນຫາໃນມຽນມາດ້ວຍນັ້ນເອງ.

ທັງນີ້ ໂດຍເງື່ອນໄຂ 5 ຂໍ້ໃນການແກ້ໄຂບັນຫາຂັດແຍ້ງໃນມຽນມາ ປະກອບດ້ວຍ ການຢຸດຢັ້ງການການໃຊ້ຄວາມຮຸນແຮງໃນທັນທີ ການຈັດໃຫ້ທຸກຝ່າຍທີ່ກ່ຽວຂ້ອວເຈລະຈາກັນຢ່າງສັນຕິ ການໃຫ້ຜູ້ແທນພິເສດຂອງອາຊຽນ ເປັນຜູ້ປະສານງານການເຈລະຈາ ການຊ່ວຍເຫຼືອດ້ານມະນຸດຊະທຳໃນມຽນມາ ຜ່ານສູນປະສານ ກ່ຽວກັບການຈັດການໄພພິບັດຂອງອາຊຽນ ແລະການອະນຸຍາດໃຫ້ຜູ້ແທນພິເສດອາຊຽນພົບປະກັບທຸກຝ່າຍ ທີ່ກ່ຽວຂ້ອວໃນມຽນມາ ໄດ້ຢ່າງອິດສະຫລະ ໂດຍມີທ່ານອະລຸນແກ້ວ ກິດຕິຄຸນ ເປັນທູດພິເສດຂອງອາຊຽນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG