ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໘ ກຸມພາ ໒໐໒໕

ການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ຄືສາ​ເຫດສຳຄັນ​ທີ່​​ລັດຖະບານ​ລາວ ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ເງິນ​ເຟີ້​ໄດ້


ຄ່າເງິນກີບສືບຕໍ່ຕົກຕ່ຳລົງຢ່າງຕໍ່ເນື່ອງ ປັດຈຸບັນຢູ່ໃນລະດັບ 20,000 ກີບຕໍ່ນຶ່ງໂດລາ
ຄ່າເງິນກີບສືບຕໍ່ຕົກຕ່ຳລົງຢ່າງຕໍ່ເນື່ອງ ປັດຈຸບັນຢູ່ໃນລະດັບ 20,000 ກີບຕໍ່ນຶ່ງໂດລາ

ການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ກໍແມ່ນສາ​ເຫດສຳຄັນ​ທີ່​ເຮັດ​ໃຫ້​ລັດຖະບານ​ລາວ ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ເງິນ​ເຟີ້​ທີ່ສູງໄດ້ ເຊັ່ນດຽວກັນກັບດັດຊະນີລາຄາການບໍລິໂພກທີ່ສືບຕໍ່ເພີ່ມຂຶ້ນນັບມື້.

ເຈົ້າໜ້າທີ່ໃນທະນາຄານແຫ່ງຊາດລາວ ​ເປີດ​ເຜີຍ​ວ່າ: ສາເຫດສຳຄັນ​ທີ່​ລັດຖະບານ​ລາວ​ຍັງ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ເງິນ​ເຟີ້​ທີ່​ສູງ​ຂຶ້ນ​ໄດ້ເລຍຈົນມາຮອດ​ປັດຈຸ​ບັນ​ນີ້ ກໍເພາະວ່າ ​ລາວ​ຍັງ​ຂາດ​ດຸນ​ການ​ຄ້າ​ຕ່າງປະ​ເທດຢ່າງຕໍ່ເນື່ອງ ໂດຍ​ໃນໄລຍະ 8 ​ເດືອນ​ຕົ້ນ​ປີ 2024 ​ກໍປະກົດ​ວ່າ ​ລາວ​ຂາດດຸນການຄ້າຕ່າງປະ​ເທດ​ແລ້ວ ຄິດເປັນມູນຄ່າລວມ 633 ລ້ານກວ່າໂດລາ ຈາກມູນຄ່າການຄ້າທັງໝົດ 10,185 ລ້ານໂດລາ (ບໍ່ລວມການສົ່ງອອກໄຟຟ້າ). ສ່ວນສິນຄ້ານຳເຂົ້າຈາກຕ່າງປະເທດທີ່ເຮັດໃຫ້ລາວຂາດດຸນການຄ້າຫລາຍທີ່ສຸດ ກໍຄືນ້ຳມັນ ຍານພາຫະນະ ເຄື່ອງຈັກແລະສິນຄ້າອຸປະໂພກບໍລິໂພກ ຕາມລໍາດັບ ​ໃນ​ຂະນະ​ທີ່ສິນຄ້າ​ສົ່ງ​ອອກ​ຍັງ​ມີ​ຈຳກັດ ກໍ​ຄື: ​ໄຟຟ້າ, ​ແຮ່​ທາດ ​ແລະ ຜະລິດ​ຕະພັນ​ກະສິກຳ​ບາງຊະນິດເທົ່ານັ້ນ.

ແຕ່ຢ່າງໃດກໍ່ຕາມ ຖ້າຫາກວ່າ ລວມມູນຄ່າການສົ່ງອອກພະລັງງານໄຟຟ້າດ້ວຍນັ້ນ ກໍຈະ​ເຮັດ​ໃຫ້​ລາວ ເປັນ​ຝ່າຍ​ທີ່ເກີນ​ດຸນ​ການ​ຄ້າ​ຕ່າງປະ​ເທດ. ແຕ່ເນື່ອງຈາກວ່າ ໄຟຟ້າທີ່ສົ່ງອອກໄປຕ່າງປະເທດນັ້ນ ເປັນການລົງທຶນຂອງບໍລິສັດຕ່າງປະເທດທີ່ກູ້ຢືມທຶນຈາກຕ່າງປະເທດ ຈຶ່ງຕ້ອງນຳໃຊ້ລາຍຮັບສ່ວນຫລາຍທີ່ໄດ້ຈາກການສົ່ງອອກໄຟຟ້ານັ້ນ ເພື່ອໄປຊຳລະຫນີ້ດັ່ງກ່າວ ເພາະສະນັ້ນ ຈຶ່ງບໍ່ໄດ້ໂອນເງິນທີ່ໄດ້ຈາກການສົ່ງອອກພະລັງງານໄຟຟ້າເຂົ້າລະບົບທະນາຄານໃນລາວແຕ່ຢ່າງໃດ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ລາວ ຍັງປະເຊີນກັບບັນຫາການຂາດແຄນຄັງສຳຮອງເງິນຕາຕ່າງປະເທດ. ທັງຍັງເຮັດໃຫ້ເກີດບັນຫາການຕົກຕ່ຳຂອງຄ່າເງິນກີບ ໂດຍທີ່ທະນາຄານແຫ່ງຊາດລາວ ບໍ່ສາມາດຄວບຄຸມໄດ້ເລີຍໃນການປະຕິບັດຕົວຈິງ ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

“ບັນຫາ​ເງິນ​ເຟີ້ ອັນທີຫນຶ່ງແມ່ນເຮົາຄຸ້ມຄອງກ່ຽວກັບການແລກປ່ຽນເງິນຕາຊັກຊ້າບັນ​ຫາ​ທີ​ສອງ ​ແມ່ນພວກເຮາ​ບໍ່​ມີ​ສິນຄ້າສົ່ງ​ອອກ​ ມີແຕ່ນໍາ​ເຂົ້າ​ ຈັງຊັ້ນ​ບັນ​ຫາ​ດັ່ງ​ກ່າວ​. ກໍຢາກສະເໜີໃຫ້ລັດຖະບານນີ້ ຕ້ອງເດັດຂາດຕາມກົດໝາຍ. ຖ້າເຮົາສົມທຽບຕົນເອງກັບປະເທດເພື່ອນບ້ານ ເຮົາຍັງມີການຜ່ອນສັ້ນ ແລະ ຜ່ອນຍາວ ແຕ່ບັນຫາຂອງປະເທດຊາດເຮົາ ມັນຫລະພົບຂໍ້ຫຍຸ້ງຍາກຄືແນວນີ້. ຖ້າວ່າ ເຮົາແກ້ໄຂບັນຫາເງິນເຟີ້ນີ້ໃຫ້ມັນຢູ່ໃນສະພາບບໍ່ຮ້າຍແຮງເທົ່າໃດນີ້ ກໍຄິດ​ວ່າ ບັນດາວຽກງານໄທເຮານີ້ ຈະເດິນໄປໄດ້​ ຖ້າເຮົາບໍ່ແກ້ໄຂອັນນີ້, ມັນຈະສົ່ງຜົນກະທົບໄປຫມົດ ນັບທັງພື້ນຖານໂຄງຮ່າງຕ່າງໆ ບັນຫາເຄັ່ງຮ້ອນເຮົາມີຫຼາຍອັນເດ້ດຽວນີ້.”

ພາຍໃຕ້ສະຖານະການເຫຼົ່ານີ້ ນອກຈາກຈະເຮັດໃຫ້ລັດຖະບານລາວ ບໍ່ສາມາດ ແກ້ໄຂວິກິດການເສດຖະກິດ ແລະ ການເງິນ ໄດ້ຢ່າງແທ້ຈິງ ໃນປີ 2024 ນີ້ ໂດຍສະເພາະ ອັດຕາເງິນເຟີ້ ທີ່ ສູງເກີນ 24% ແລະ ດັດຊະນີລາຄາການຊົມໃຊ້ ທີ່ສູງກວ່າ 245% ແລ້ວ ກໍຍັງສົ່ງຜົນກະທົບເຮັດໃຫ້ເງິນກີບອ່ອນຄ່າລົງ ໂດຍລັດຖະບານລາວ ບໍ່ສາມາດກຳນົດອັດຕາແລກປ່ຽນ ແລະຄວບຄຸມການແລກປ່ຽນເງິນຕາໃນຕະຫຼາດທີ່ເປັນຈິງໄດ້ເລີຍ ທັງນີ້ກໍຍ້ອນວ່າ ການຂາດດຸນການຄ້າເຮັດໃຫ້ຄັງສຳຮອງເງິນຕາຕ່າງປະເທດຂອງລາວຫລຸດລົງຢ່າງຕໍ່ເນື່ອງ ສະນັ້ນ, ຈຶ່ງບໍ່ແມ່ນເລື້ອງງ່າຍໆ ທີ່ຈະແກ້ໄຂວິກິດການເສດຖະກິດໃນລາວໄດ້ຢ່າງແທ້ຈິງ. ດັ່ງເຈົ້າໜ້າທີ່ທະນາຄານແຫ່ງຊາດລາວ ໄດ້ໃຫ້ການຍອມຮັບວ່າ:

“ເຖິງແມ່ນວ່າການອ່ອນຄ່າຂອງເງິນກີບທຽບໃສ່ສະກຸນເງິນແຂງໃນປີ 2024 ຈະມີລັກສະນະຊ້າກວ່າປີ 2023, ແຕ່ກໍຍັງສືບຕໍ່ອ່ອນຄ່າ. ຢ້ອນການຂາດດຸນການຊໍາລະເງິນຕາຕ່າງປະເທດ. ​ໃນ​ຂະນະ​ທີ່ລະດັບ​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ຍັງມີ​ຈຳກັດ ເຮັດໃຫ້ບໍ່​ສາມາດ​ດັດ​ສົມ​ເງິນຕາ​ໃຫ້​ແກ່ສັງຄົມໄດ້​ຕາມ​ຄວາມ​ຕ້ອງການໃນການຊົມໃຊ້ ເພື່ອສະຫນອງໃຫ້ແກ່ການນຳເຂົ້າແລະການຊຳລະຫນີ້ເງິນກູ້ຕ່າງປະເທດຈຳນວນຫລວງຫລາຍ ໃນປີ 2023 ກະຢັງຂາດດຸນຫລາຍກວ່າ 1.3 ຕື້ໂດລາສະຫະລັດ ແລະໃນໄລຍະ 6 ເດືອນຕົ້ນປີ 2024 ກະຢັງຂາດດຸນຫລາຍກວ່າ 400 ລ້ານໂດລາສະຫະລັດ.”

ຍິ່ງໄປກວ່ານັ້ນ, ບັນຫາເງິນເຟີ້ ແລະ ຄ່າເງິນກີບຕົກຕ່ຳລົງດັ່ງກ່າວ ຍັງສົ່ງຜົນກະທົບຕໍ່ລະດັບລາຍຮັບສະເລ່ຍຂອງປະຊາກອນລາວເມື່ອປຽບທຽບກັບເງິນໂດລາສະຫະລັດ ກໍຄືສຳລັບປະຊາຊົນໃນທົ່ວປະເທດທີ່ມີລາຍໄດ້ສະເລ່ຍ 28.97 ລ້ານກີບ ຫຼື ເທົ່າກັບ 2,022 ໂດລາຕໍ່ຄົນໃນປີ 2022 ນັ້ນ ຈະຄິດເປັນພຽງ $1,308 ຕໍ່ຄົນເທົ່ານັ້ນ. ຖ້າອີງໃສ່ອັດຕາແລກປ່ຽນໃນທະນາຄານ ໃນອັດຕາສະເລ່ຍ 1 ໂດລາ ຕໍ່ 22,140 ກີບ, ແຕ່ວ່າ ອັດຕາແລກປ່ຽນຕົວຈິງໃນຕະຫຼາດໄດ້ເພີ່ມຂຶ້ນເປັນ 24,000 ກວ່າກີບຕໍ່ 1 ໂດລາແລ້ວ.

ແຕ່ຢ່າງໃດກໍ່ຕາມ ລັດຖະບານລາວ ກໍໄດ້ເພີ້ມ ມາດຕະການຄວບຄຸມການແລກປ່ຽນເງິນຕາຕ່າງປະເທດ ເພື່ອຈະດຶງດູດເຂົ້າໃນລະບົບທະນາຄານຫລາຍຂຶ້ນ ໂດຍກໍານົດໃຫ້ບໍຣິສັດການຄ້າຂະໜາດໃຫຍ່ ທີ່ມີຫລາຍກວ່າ 1,000 ບໍລິສັດ ຕ້ອງລົງທະບຽນ ເພື່ອຊໍາລະລາຄາການຄ້າຜ່ານລະບົບທະນາຄານເທົ່ານັ້ນ ຊຶ່ງເຮັດໃຫ້ເງິນຕາໄຫລເຂົ້າສູ່ລະບົບທະນາຄານໃນລາວ ເພີ່ມຂຶ້ນຫຼາຍກວ່າ 130% ແຕ່ດ້ວຍການຫຼຸດລົງຂອງຄ່າເງິນກີບ ຈຶ່ງເຮັດໃຫ້ການເພີ່ມຂຶ້ນດັ່ງກ່າວ ຄິດເປັນພຽງ 0.6% ເທົ່ານັ້ນຂອງມູນຄ່າຜະລິດຕະພັນພາຍໃນ (GDP).

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG