ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໗ ຕຸລາ ໒໐໒໔

ປະຊາຊົນລາວໃນເຂດຊົນນະບົດ ຍັງມີຊີວິດການເປັນຢູ່ທີ່ຍາກຈົນ ແລະເສຍຊີວິດຈຳນວນຫຼາຍກວ່າ 13,300 ຄົນໃນແຕ່ລະປີ


ແມ່ຄ້າຂາຍເຄື່ອງແຄມທາງ ໃນຂົງເຂດແຫ່ງນຶ່ງຂອງ ສ ປ ປ ລາວ.
ແມ່ຄ້າຂາຍເຄື່ອງແຄມທາງ ໃນຂົງເຂດແຫ່ງນຶ່ງຂອງ ສ ປ ປ ລາວ.

ປະຊາຊົນລາວໃນເຂດຊົນນະບົດ ຍັງມີຊີວິດການເປັນຢູ່ທີ່ຍາກຈົນຢ່າງຍິ່ງ ແລະເສຍຊີວິດຈຳນວນຫຼາຍກວ່າ 13,300 ຄົນໃນແຕ່ລະປີຍ້ອນຄວາມທຸກຢາກ ແລະ ຂາດການບໍຣິການດ້ານສາທາລະນະສຸກທີ່ດີ.

ເຈົ້າຫນ້າທີ່ຂັ້ນສູງໃນກອງທຶນ

ຫຼຸດຜ່ອນບັນຫາທຸກຍາກແຫ່ງຊາດເປີດເຜີຍວ່າ ພາຍໃຕ້ສະພາວະບັນຫາວິກິດການເສດຖະກິດທີ່ຍັງບໍ່ສາມາດແກ້ໄຂໃຫ້ດີຂື້ນໄດ້ນັ້ນເມື່ອສົມທົບດ້ວຍໄພນໍ້າຖ້ວມທີ່ສົ່ງຜົນກະທົບຕໍ່ປະຊາຊົນລາວ 50,889 ຄອບຄົວໃນພື້ນທີ່ 1,337 ບ້ານ ຂອງ 125 ເມືອງ, ແລະເນື້ອທີ່ການຜະລິດກະສິກໍາຫຼາຍກວ່າ 30,000 ເຮັກຕາ ໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ ກໍຄືປັດໃຈສໍາຄັນທີ່ເຮັດໃຫ້ປະຊາຊົນລາວຕ້ອງປະສົບກັບຄວາມຍາກຈົນເພີ້ມສູງຂຶ້ນຢ່າງຫຼີກລ່ຽງບໍ່ໄດ້ ໂດຍສະເພາະຢູ່ທີ່ເຂດຊົນນະບົດທີ່ຍັງປະກົດວ່າມີປະຊາຊົນຈໍານວນຫຼາຍທີ່ພົ້ນຈາກຄວາມທຸກຍາກໄປແລ້ວນັ້ນ ໄດ້ກັບຄືນສູ່ຄວາມທຸກຍາກອີກເທື່ອໃໝ່, ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການຢືນຢັນວ່າ:

“ຫຼັງຈາກການ​ຕິດຕາມ​ກວດກາ​ຢູ່​ທ້ອງ​ຖິ່ນ, ພວກ​ຂ້າພະ​ເຈົ້າພົບ​ວ່າ ຄອບຄົວທີ່ຜ່ານເກນພົ້ນທຸກ​ຈຳນວນບໍ່ໜ້ອຍ​ມີ​ທ່າ​ອຽງທີ່ຈະກັບ​ຄືນ​ສູ່​ຄວາມ​ທຸກ​ຍາກອີກເທື່ອໃໝ່ ສາເຫດຕົ້ນຕໍກໍແມ່ນຍ້ອນລາຍ​ໄດ້​ຂອງ​ຄອບ​ຄົວມັນ​ບໍ່​ໄດ້​ມາ​ຈາກ​ຖານ​ລາຍ​ຮັບ​ທີ່​ໝັ້ນ​ຄົງ ມັນເປັນຖານລາຍຮັບທີ່ບັງເອີນເປັນສ່ວນໃຫຍ່ ແລ້ວກະມີໂອກາດ ແລະມີຄວາມສ່ຽງສູງທີ່ຈະກັບຄືນສູ່ຄວາມທຸກຍາກຄືເກົ່າ ມັນຈະແຕກຕ່າງກັບຄອບຄົວທີ່ພົ້ນທຸກແລ້ວ ແຕ່ວ່າ ມີຖານການຜະລິດທີ່ຫມັ້ນຄົງ ລະແມ່ນຄອບຄົວໃດມີການປູກຢາງພາລາ 1,000 ຫາ 1,500 ຕົ້ນ. ນີ້ ກໍຖືວ່າ ເປັນຄອບຄົວທີ່ສາມາດແກ້ໄຂຄວາມທຸກຍາກໄດ້ແບບຍືນຍົງແທ້ໆ.”

ໃນປີ 2023, ໃນທົ່ວປະເທດລາວມີຄອບຄົວທີ່ພົ້ນທຸກທັ້ງໝົດ 1,260,083 ຄອບຄົວ ກວມເອົາ 83.13 ເປີເຊັນ ຂອງຄອບຄົວທັງໝົດ, ແລະ ຍັງມີ 208,231 ຄອບຄົວ ທີ່ຍັງບໍ່ທັນພົ້ນຈາກຄວາມທຸກຍາກ ກວມເອົາ 16.87 ເປີເຊັນ. ໃນ​ນັ້ນ ມີບ້ານທີ່ພົ້ນທຸກ 5,855 ບ້ານ ​ກວມເອົາ 69,69 ເປີເຊັນ ແລະບ້ານທີ່ບໍ່ພົ້ນທຸກຍັງ​ເຫຼືອ​ 2,547 ບ້ານ ກວມເອົາ 30,31 ເປີເຊັນຂອງຈໍາ​ນວນ​ບ້ານ​ທັງ​ຫມົດ​ໃນ​ປະ​ເທດ, ຫຼາຍກວ່ານັ້ນ ບັນຫາວິກິດການເສດຖະກິດການເງິນໃນລາວ​ຍັງ​ໄດ້​ເຮັດ​ໃຫ້​ມີ​ການ​ຍົກຍ້າຍ​ທີ່ຍູ່ອາໄສ ແລະທີ່ທຳກິນເປັນ​ຈຳນວນ​ຫຼາຍ ແລະ ໃນຂະນະດຽວກັນ ດ້ວຍຊີວິດການເປັນຢູ່ທີ່ທຸກຍາກຍ່າງຢິ່ງຂຶ້ນ ທັງຍັງບໍ່ໄດ້ຮັບການບໍລິການສາທາລະນະສຸກທີ່ດີອີກ ກໍຍັງເຮັດໃຫ້ມີການເສີຍຊີວິດຍ້ອນການເຈັບປ່ວຍຈຳນວນຫຼາຍກວ່າ 13,300 ຄົນໃນແຕ່ລະປີ, ດັ່ງເຈົ້າໜ້າທີ່ໃນກະຊວງສາທາຣະນະສຸກໄດ້ໃຫ້ການຢືນຢັນວ່າ:

“ໃນປີ 2023, ສັງລວມໄດ້ຈຳນວນພົນລະເມືອງຂອງ ສປປ.ລາວ ທັງໝົດ 7,257,000 ກວ່າຄົນ, ຍິງ 3,617,000 ກວ່າຄົນ, ໄດ້ຈົດທະບຽນ ແລະ ໄດ້ອອກໃບຢັ້ງຢືນການເກີດ 62,057 ຄົນ, ຍິງ 30,867 ຄົນ, ເສຍຊີວິດ 13,362 ຄົນ, ຍິງ 5,532 ຄົນ, ສັງລວມການຍົກຍ້າຍຂອງພົນລະເມືອງຈຳນວນ 12,712 ຄົນ , ຍິງ 6.215 ຄົນ, ແລະແກ້ໄຂການຍົກຍ້າຍທີ່ບໍ່ຖືກຕ້ອງຂອງພົນລະເມືອງຫວຽດນາມທີ່ຕັ້ງຖິ່ນຖານລຽບຕາມຊາຍແດນທາງຝັ່ງລາວ.”

ສ່ວນທ່ານ ຄຳແພງ ໄຊສົມແພງ, ເຈົ້າແຂວງໆ ຫົວພັນ ຖະແຫຼງວ່າ ການພັດທະນາທາງເສດຖະກິດ-ສັງຄົມ ຢູ່ແຂວງຫົວພັນມີຄວາມຄືບໜ້າຢ່າງຊັກຊ້າ ຍ້ອນວ່າມີຂໍ້ຈຳກັດທາງດ້ານທຶນຮອນ, ບຸກຄະລາກອນ, ວິຊາການ ແລະ ທີ່ຕັ້ງພູມສາດທີ່ພື້ນທີ່ສ່ວນຫຼາຍແມ່ນເຂດພູດອຍ. ສະນັ້ນ, ຈິ່ງເປັນອຸປະສັກຕໍ່ການຜະລິດກະສິກຳ ແລະ ​ການ​ພັດ​ທະ​ນາ​ໂຄງ​ການ​ພື້ນ​ຖານ​ຕ່າງໆ​ ​ຈຶ່ງໄດ້ສົ່ງ​ຜົນ​ກະທົບ​ຕໍ່​ການ​ພັດທະນາ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ແຂວງ​ແບບຫຼີກລ້ຽງບໍ່ໄດ້ ເຫັນໄດ້ຈາກລວມຍອດຜະລິດຕະພັນພາຍໃນ (GDP) ທີ່ສາມາດຄິດໄລ່ເປັນລາຍຮັບສະເລ່ຍຂອງປະຊາຊົນໃນແຂວງຫົວພັນໄດ້ພຽງແຕ່ 900 ໂດລາຕໍ່ຄົນຕໍ່ປີເທ່ານັ້ນໃນປັດຈຸບັນນີ້.

ລາຍໄດ້ສະເລ່ຍຂອງປະຊາຊົນລາວໃນແຂວງຫົວພັນດັງກ່າວນີ້ ແມ່ນຕໍ່າກວ່າລາຍໄດ້ສະເລ່ຍຂອງປະຊາຊົນລາວໃນເຂດນະຄອນຫຼວງວຽງຈັນເຖິງ 2.5 ເທົ່າ, ແຕ່ວ່າ ຍ້ອນວິກິດການທາງເສດຖະກິດ ແລະສະພາວະທີ່ຄ່າເງິນກີບຕົກຕໍ່າລົງຢ່າງໜັກໜ່ວງ ຈຶ່ງ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ ແລະ​ເຮັດ​ໃຫ້​ລາຍ​ໄດ້​ສະ​ເລ່ຍ​ຂອງ​ປະຊາຊົນລາວ​ໃນ​ເຂດ​ນະຄອນ​ຫຼວງ​ວຽງ​ຈັນ​ຫຼຸດ​ລົງ​ຈາກ 64 ລ້ານ​ກວ່າ​ກີບໃນ​ປີ 2023 ເຫຼືອພຽງ 48 ລ້ານ​ກວ່າ​ກີບ​ຕໍ່​ຄົນ, ຫຼື 1,920 ​ໂດ​ລາ​ ຕາມ​ອັດຕາ​ແລກປ່ຽນ​ໂຕ​ຈິງ ແລະ ເຖິງແມ່ນເສດຖະກິດຂອງນະຄອນຫຼວງວຽງຈັນ ຂະຫຍາຍຕົວ 5.7 ເປີເຊັນ ກໍຕາມ ແຕ່ວ່າ ດ້ວຍການທີ່ຄ່າເງິນກີບໄດ້ຫຼຸດລົງໄປຢ່າງຫຼວງຫຼາຍ ຈຶ່ງເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາຊົນລາວໃນເຂດນະຄອນຫຼວງວຽງຈັນຫຼຸດລົງຫຼາຍກວ່າ 3.3 ເທົ່າ ທຽບໃສ່ປີ 2022 ອີກດ້ວຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG