ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ການ​ຜະ​ລິດສິນຄ້າ​ອຸດ​ສາ​ຫະ​ກຳ​ຂອງ​ລາວ ຍັງ​ມີ​ສະມັດຕະ​ພາບ​ຕ່ຳ ກວມ​ເອົາ​ພຽງ 21.62 ເປີເຊັນ ຂອງ GDP


ຊາວນາກຳລັງດຳນາຢູ່ໃນແຂວງຄຳມ່ວນທາງພາກຕາເວັນຕົກສຽງໃຕ້ຂອງລາວ.
ຊາວນາກຳລັງດຳນາຢູ່ໃນແຂວງຄຳມ່ວນທາງພາກຕາເວັນຕົກສຽງໃຕ້ຂອງລາວ.

ການຜະລິດສິນຄ້າໃນພາກອຸດສາຫະກຳຂອງລາວ ຍັງມີສະມັດຕະພາບຕ່ຳ ແລະມີການເຕີບໂຕຢ່າງຊັກຊ້າ ໂດຍຄິດເປັນສັດສ່ວນພຽງ 21.62 ເປີເຊັນເທົ່ານັ້ນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ໃນປີກາຍນີ້.

ນັກທຸລະກິດໃນສະພາການຄ້າແລະອຸດສາຫະກໍາແຫ່ງຊາດ ​ຍອມຮັບ​ວ່າ​ການ​ຜະລິດ​ໃນ​ພາກອຸດສາຫະກຳ​ປຸງ​ແຕ່ງຂອງລາວ ຍັງມີສະມັດຕະພາບຕ່ຳຫຼາຍ ເມື່ອທຽບໃສ່ບັນດາປະເທດສະມາຊິກໃນກຸ່ມອາຊຽນດ້ວຍກັນ ໂດຍມີສາເຫດມາຈາກການຂາດແຄນທາງດ້ານເງິນທຶນ ແລະ ເທັກໂນໂລຈີການຜະລິດສິນຄ້າທີ່ທັນສະໄໝ ຈຶ່ງເຮັດໃຫ້ຜະລິດຕະພັນອຸດສາຫະກຳປຸງແຕ່ງຂອງລາວ ມີຄຸນນະພາບຕໍ່າ ແລະບໍ່ສາມາດແຂ່ງຂັນໃນຕະຫຼາດສາກົນໄດ້ເລີຍ ທັງຍັງມີການເຕີບໂຕຢ່າງຊັກຊ້າອີກດ້ວຍ ຫຼືຄິດເປັນສັດສ່ວນພຽງ 21.62 ເປີເຊັນ ຂອງຍອດຜະລິດຕະພັນພາຍໃນ (GDP) ຂອງລາວ ໃນປີ 2023 ດັ່ງທີ່ນັກທຸລະກິດລາວຢືນຢັນວ່າ:

“ອັດ​ຕາ​ສ່ວນ​ມູນ​ຄ່າ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ໄດ້​ຂະຫຍາຍຕົວ​ຈາກ 36,30 ເປີເຊັນ ໃນ​ປີ 2022 ແລະ ຈະ​ກາຍ​ເປັນ 37,88 ເປີເຊັນ ໃນ​ປີ 2023 ເຮັດໃຫ້ຂະແໜງອຸດສາຫະກຳປຸແຕ່ງ ປະກອບສ່ວນໃນໂຄງສ້າງ GDP ຈາກ 19.83 ເປີເຊັນ ໃນປີ 2021 ເປັນ 21.62 ເປີເຊັນ ໃນປີ 2023, ສ້າງວຽກເຮັດງານທຳໃນຂະ​ແໜງ​ອຸດສາຫະກຳ​ປຸງ​ແຕ່ງຂະຫຍາຍຕົວສະ​ເລ່ຍ 3 ເປີເຊັນ ຕໍ່​ປີ, ມູນ​ຄ່າ​ການ​ຜະລິດ​ອຸດສາຫະກຳ​ປຸງ​ແຕ່ງ​ບັນລຸ 32,067.23 ຕື້ກີບ​, ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນເພີ່ມ​ຂຶ້ນ 19.29 ເປີເຊັນ.”

ການຜະລິດສິນຄ້າອຸດສາຫະກໍາປຸງແຕ່ງ ທີ່ມີສະມັດຕະພາບຕ່ໍາດັ່ງກ່າວ ກໍຍັງເປັນເຫດສຳຄັນທີ່ເຮັດໃຫ້ລາວ ຕ້ອງປະເຊີນກັບວິກິດການເສດຖະກິດຢ່າງໜັກໜ່ວງ ​ເພາະຕ້ອງນຳເຂົ້າ​ສິນຄ້າ​ຈາກ​ຕ່າງປະ​ເທດ​ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້​ຊົມ​ພາຍ​ໃນ​ປະ​ເທດຢ່າງພຽງພໍ ຈຶ່ງເຮັດໃຫ້ລາວ ຕ້ອງປະເຊີນກັບການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ແລະ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ​ຂາດ​ແຄນ​ເງິນຕາ​ຕ່າງປະ​ເທດ​ຢ່າງ​ຮ້າຍ​ແຮງ ສ່ວນການຜະລິດສິນຄ້າສິນຄ້າທີ່ມີຄຸນນະພາບຕ່ໍາ ແຕ່ກັບມີຕົ້ນທຶນການຜະລິດທີ່ສູງດ້ວຍນັ້ນ ກໍຍັງເຮັດໃຫ້ສິນຄ້າຂອງລາວ ບໍ່ສາມາດແຂ່ງຂັນດ້ານລາຄາໃນຕະຫຼາດຕ່າງປະເທດໄດ້ເລີຍ ເພາະວ່າ ປັດໄຈການຜະລິດວໃນລາວ ມີລາຄາສູງກວ່າສິນຄ້າຕ່າງປະເທດ ຈຶ່ງເປັນໄປໄດ້ຍາກທີ່ສິນຄ້າຜະລິດໃນລາວ ຈະແຂ່ງຂັນໃນຕະຫຼາດສາກົນໄດ້ຢ່າງແທ້ຈິງ ດັ່ງທີ່ ທ່ານທອງລຸນ ສີສຸລິດ ປະທານປະເທດ ໄດ້ຢືນຢັນວ່າ:

“ສິນຄ້າຫຼາຍປະເພດທີ່ສາມາດຜະລິດໄດ້ຢູ່ພາຍໃນເຮົາ ຜັດບໍ່ຢຸດການນຳເຂົ້າຈາກຕ່າງປະເທດໄດ້ ເປັນຕົ້ນແມ່ນປະເພດ ສະບຽງອາຫານ ອຸດສາຫະກຳປຸງແຕ່ງຜົນຜະລິດກະສິກຳເປັນສິນຄ້າ ອັນນີ້ ກະຍັງບໍ່ທັນໄດ້ຮັບການເສີມຂະຫຍາຍແລະພັດທະນາ ບັນຫານີ້ ພວກເຮົາຕ້ອງມີຄວາມກ້າຫານເບິ່ງສາເຫດຂອງມັນວ່າ ມັນແມ່ນຫຍັງ ແມ່ນບໍ່ວ່າ ຍ້ອນຍັງຂາດລະບົບໂຄງລ່າງພື້ນຖານທີ່ເໝາະສົມ ຫຼືຍ້ອນຄວາມຮັບຜິດຊອບ ບໍ່ທັນແທກເຖິງ ຢາກໃຫ້ຊອກຮູ້ໃຫ້ເຫັນບັນຫາ ແລ້ວກໍຕ້ອງແກ້ໄຂ.”

ສ່ວນການຜະລິດດ້ານກະສິກຳໃນລາວ ກໍຍັງມີສະມັດຕະພາບຕ່ຳເຊັ່ນດຽວກັນ ໃນຂະນະທີ່ລັດຖະບານລາວ ກໍໄດ້ວາງເປົ້າໝາຍຈະຊຸກຍູ້ການຜະລິດເຂົ້າໃຫ້ເປັນສິນຄ້າສົ່ງອອກໄປຕ່າງປະເທດ ໃນປະລິມານ 1.9 ລ້ານໂຕນ ແຕ່ກໍຄົງຈະເປັນໄປໄດ້ຍາກ ເພາະສະມັດຕະພາບການຜະລິດເຂົ້າຂອງຊາວກະສິກອນລາວຍັງຕ່ຳ ຊຶ່ງຈະເຫັນໄດ້ຈາກການເພີ້ມຜົນຜະລິດດ້ວຍການເພີ້ມພື້ນທີ່ປູກໃຫ້ຫຼາຍຂຶ້ນ ເພາະຊາວກະສິກອນລາວ ມີຄວາມສາມາດຢ່າງຈຳກັດໃນດ້ານເງິນທຶນ ແລະເທັກນິກການຜະລິດສທີ່ທັນສະໄໝ ເມື່ອສົມທົບກັບຕົ້ນທຶນການຜະລິດສູງດ້ວຍແລ້ວ ກໍຍິ່ງເປັນບັນຫາທີ່ຫຍຸ້ງຍາກຫຼາຍຂຶ້ນໄປອີກສຳລັບການຜະລິດໃນພາກກະສິກຳຂອງລາວ.

ໃນປີ 2023 ລາວໄດ້ສົ່ງສິນຄ້າກະສິກຳໄປຕ່າງປະເທດໄດ້ໃນມູນຄ່າລວມກວ່າ 2,000 ລ້ານໂດລາ ເພີ່ມຂຶ້ນກວ່າ 25 ເປີເຊັນ ທຽບໃສ່ປີ 2022 ໃນນີ້ເປັນການສົ່ງອອກພືດແລະຜະລິດຕະພັນທີ່ມູນຄ່າລວມ 1,800 ກວ່າລ້ານໂດລາ ແລະສົ່ງອອກ ສັດປີກ ງົວ ຄວາຍ ໝູ ແບ້ ແລະ ແກະ ໃນມູນຄ່າລວມເກືອບ 200 ລ້ານໂດລາ ເຖິງແມ່ນວ່າ ລາວ ຈະໄດ້ຮັບໂຄຕ້າໃນການສົ່ງງົວໄປຈີນເຖິງ 5 ແສນໂຕໃນແຕ່ລະປີກໍຕາມ ​ແຕ່ດ້ວຍ​ລະບົບ​ການ​ລ້ຽງ​ງົວ ທີ່​ຍັງ​ບໍ່​ໄດ້​ມາດຕະຖານ​ຕາມລັດຖະບານ​ຈີນ ​ຈຶ່ງບໍ່ສາມາດສົ່ງງົວ​ໄປ​ຈີນ​ໄດ້​ຕາມ​ໂຄວ​ຕ້າ​ດັ່ງກ່າວ.

ສ່ວນ​ການ​ສົ່ງ​ອອກ​ສິນຄ້າ​ກະສິກຳ​ຂອງ​ລາວ​ໄປ​ຈີນ​ໃນ​ປີ 2023 ມີມູນ​ຄ່າ​ລວມເກີນກວ່າ 1,500 ລ້ານ​ໂດ​ລາ​ ໃນນີ້ ຄິດເປັນສັດສ່ວນເຖິງ 85 ເປີເຊັນ ​ທີ່​ເປັນ​ໂຄ​ຕ້າ​ພິ​ເສດ​ທີ່​ລັດຖະບານ​ຈີນ ​ອະນຸຍາດ​ໃຫ້​ນຳ​ເຂົ້າ​ສິນຄ້າ​ກະສິກຳ​ຈາກ​ລາວ ຈຳນວນ 18 ຊະນິດ ສ່ວນໃນປີ 2024 ນີ້ ລັດຖະບານລາວ ຍັງຄາດຫວັງວ່າ ລັດຖະບານຈີນ ຈະເພີ້ມໂຄວຕ້າໃຫ້ອີກ 91 ຊະນິດ ຊຶ່ງລັດຖະບານລາວ ໄດ້ສະເໜີຕໍ່ລັດຖະບານຈີນ ໄປແລ້ວ ຫາກແຕ່ກໍຍັງບໍ່ມີທີທ່າວ່າ ທາງການຈີນ ຈະເພີ່ມໂຄວຕ້ານໍາເຂົ້າສິນຄ້າກະສິກໍາຈາກລາວຕາມການສະເໜີດັ່ງກ່າວແຕ່ຢ່າງໃດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG