ອົງການອະນາໄມໂລກ ໄດ້ຕັດສິນໃຈໃນວັນສຸກວານນີ້ ບໍ່ປະກາດພາວະສຸກເສີນທາງດ້ານສາທາລະນະສຸກ ກ່ຽວກັບການລະບາດຂອງເຊື້ອໄວຣັສອີໂບລາ ເຖິງແມ່ນໄດ້ມີການແຜ່ລາມ ແຕ່ສາທາລະນະລັດປະຊາທິປະໄຕຄອງໂກ ເຂົ້າໄປໃນປະເທດອູການດາກໍຕາມ.
ຄະນະກຳມະການສຸກເສີນຂອງອົງການອະນາໄມໂລກ ໄດ້ເວົ້າເຖິງການລະບາດດັ່ງກ່າວນີ້ວ່າ ແມ່ນ “ເຫດການພິເສດ” ທີ່ສ້າງຄວາມວິຕົກກັງວົນ ຢ່າງເລິກເຊິ່ງແຕ່ກໍກ່າວວ່າ ມັນຍັງບໍ່ທັນເຖິງຂັ້ນຮ້າຍແຮງທີ່ຈະລະບຸວ່າເປັນເຫດການສຸກເສີນລະຫວ່າງປະເທດເທື່ອ.
ທາງຄະນະກຳມະການໄດ້ລະບຸວ່າ “ເປັນເຫດການສຸກເສີນທາງດ້ານສາທາລະນະສຸກລະຫວ່າງປະເທດ ທີ່ໜ້າເປັນຫ່ວງ” ພຽງ 4 ເທື່ອ ນັບແຕ່ຄະນະກຳມະການດັ່ງກ່າວໄດ້ຖືກສ້າງຕັ້ງຂຶ້ນມາໃນປີ 2005. ເຫດການທັງສີ່ ແມ່ນຮວມທັງການລະບາດຂອງໄຂ້ຫວັດໝູໃນປີ 2009 ການລະບາດຂອງເຊື້ອໂປລີໂອ ໃນປີ 2014 ການລະບາດຂອງເຊື້ອໄວຣັສອີໂບລາ ໃນເຂດອາຟຣິກາຕາເວັນຕົກໃນປີ 2014 ແລະການລະບາດຂອງເຊື້ອໄວຣັສຊີກາ ໃນປີ 2016.
ການລະບຸທີ່ວ່ານີ້ ຕາມປົກກະຕິແລ້ວ ແມ່ນຈະມີການອະນຸມັດທຶນແລະການສ້າງຄວາມຕື່ນຕົວທາງດ້ານການເມືອງ ກ່ຽວກັບສະຖານະການດັ່ງກ່າວ.
ການລະບາດຂອງເຊື້ອໄວຣັສອີໂບລາຢູ່ສາທາລະນະລັດປະຊາທິປະໄຕຄອງໂກໃນເວລານີ້ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຫຼາຍກວ່າ 1,400 ຄົນນັບຕັ້ງແຕ່ໄດ້ເລີ້ມຂຶ້ນໃນເດືອນສິງຫາ. ໃນອາທິດນີ້ ເຊື້ອໄວຣັສໄດ້ແຜ່ລະບາດເຂົ້າໄປໃນປະເທດອູການດາແລະພາໃຫ້ມີຄວາມເປັນຫ່ວງກ່ຽວກັບການແຜ່ລາມດັ່ງກ່າວ ຊຶ່ງມີຊາຍແດນຕິດກັບປະເທດຣວັນດາ ແລະຊູດານໃຕ້ ທີ່ອາດຈະແຜ່ລະບາດ ເຂົ້າໄປໃນປະເທດເຫຼົ່ານັ້ນ.
ຮັກສາການປະທານຄະນະກຳມະການສຸກເສີນຂອງອົງການອະນາໄມໂລກ ທ່ານ Preben Aavitsland ກ່າວໃນວັນສຸກວານນີ້ວ່າ ຕາບໃດທີ່ການລະເບີດຍັງດຳເນີນຕໍ່ໄປໃນຄອງໂກ “ມັນກໍຍັງຈະມີຄວາມສ່ຽງທີ່ຈະແຜ່ລາມເຂົ້າໄປໃນປະເທດເພື່ອນບ້ານໄດ້.” ແຕ່ແນວໃດກໍຕາມ ທ່ານກ່າວວ່າ “ຄວາມສ່ຽງທີ່ຈະແຜ່ລາມໄປຍັງປະເທດຕ່າງໆທີ່ຢູ່ນອກຂົງເຂດ ແມ່ນຍັງມີຕ່ຳ.”
ຜູ້ອຳນວຍການອົງການອະນາໄມໂລກ ທ່ານ Tedros Adhanom Ghebre-yesus ກ່າວໃນວັນສຸກວານນີ້ວ່າ ທ່ານຈະຮັບເອົາຄຳແນະນຳຂອງຄະນະກຳມະການດັ່ງກ່າວ. ທ່ານ Tedros ຜູ້ຊຶ່ງກຳລັງຢູ່ໃນລະຫວ່າງການຢ້ຽມຢາມສາທາລະນະລັດປະຊາທິປະໄຕຄອງໂກ ເພື່ອທົບທວນເບິ່ງການຮັບມືກັບການລະບາດຂອງອີໂບລາ ກ່າວຕໍ່ພວກນັກຂ່າວວ່າ “ເຖິງແມ່ນການລະບາດໃນເວລານີ້ ບໍ່ໄດ້ ເປັນໄພຂົ່ມຂູ່ສຸກເສີນ ໃນດ້ານສາທາລະນະສຸກຂອງໂລກກໍຕາມ ແຕ່ຂ້າພະເຈົ້າຢາກຈະຂໍກ່າວຢ້ຳວ່າ ການລະບາດນີ້ກໍເປັນເຫດການສຸກເສີນ ຮ້າຍແຮງຢູ່ແລ້ວ” ສຳລັບຜູ້ທີ່ໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວ.