ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ WHO ກ່າວວ່າ 1 ພັນ 5 ຮ້ອຍລ້ານຄົນ ຈະມີບັນຫາ ໃນດ້ານການໄດ້ຍິນ ຢູ່ໃນທົ່ວໂລກ


ພະນັກງານຂອງບໍລິສັດ GN, ຜູ້ຜະລິດອຸປະກອນຊ່ອຍໃຫ້ໄດ້ຍິນ ທີ່ໃຫຍ່ທີ່ສຸດຂອງໂລກ, ສາທິດການນຳໃຊ້ ເຄື່ອງຊ່ອຍໃຫ້ໄດ້ຍິນ ReSound LiNX ໃນນະຄອນວຽນນາ, ວັນທີ 22 ພະຈິກ 2013.
ພະນັກງານຂອງບໍລິສັດ GN, ຜູ້ຜະລິດອຸປະກອນຊ່ອຍໃຫ້ໄດ້ຍິນ ທີ່ໃຫຍ່ທີ່ສຸດຂອງໂລກ, ສາທິດການນຳໃຊ້ ເຄື່ອງຊ່ອຍໃຫ້ໄດ້ຍິນ ReSound LiNX ໃນນະຄອນວຽນນາ, ວັນທີ 22 ພະຈິກ 2013.

ເພື່ອເປັນຂີດໝາຍ ຂອງວັນແຫ່ງການໄດ້ຍິນຫຼືຮັບຟັງຂອງໂລກ ອົງການອະນາໄມໂລກຫຼື WHO ຮຽກຮ້ອງໃຫ້ເອົາມາດຕະການຫລຸດ ຜ່ອນໂຣກລະບາດໃນການສູນເສຍການຮັບຟັງຫຼືການໄດ້ຍິນ ຊຶ່ງໃນປັດຈຸບັນນີ້ສົ່ງຜົນກະທົບຕໍ່ນຶ່ງພັນຫ້າຮ້ອຍລ້ານຄົນໃນທົ່ວໂລກ. ແບບແຜນສຳລັບການດຳເນີນງານ ແມ່ນລວບລວມຢູ່ໃນບົດລາຍງານກ່ ຽວກັບສະພາບການໄດ້ຍິນໃນໂລກ ສະບັບທຳອິດຂອງອົງການ WHO. ລີຊາ ສລາຍນ໌ ລາຍງານຈາກນະຄອນເຈນີວາ ມາໃຫ້ວີໂອເອ ຊຶ່ງໄຊຈະເລີນສຸກຈະນຳລາຍລະອຽດມາສະ ເໜີທ່ານໃນອັນດັບຕໍ່ໄປ.

ບັນດາເຈົ້າໜ້າທີ່ອົງການ WHO ເຕືອນວ່າ ເກືອບ 2 ພັນ 5 ຮ້ອຍລ້ານຄົນຈະດຳລົງຊີວິດໂດຍມີອາການສູນເສຍການໄດ້ຍິນໃນລະດັບໃດນຶ່ງ ພາຍໃນປີ 2050 ຖ້າຫາກບໍ່ມີການປ້ອງກັນຫຍັງເລີຍ ຫຼືບັນເທົາອາການນີ້. ເກືອບນຶ່ງສ່ວນສາມຂອງຈຳນວນດັ່ງກ່າວ ພວກເຂົາເຈົ້າ ກ່າວວ່າ ຈະຕ້ອງໄດ້ຮັບການບຳບັດທາງດ້ານການໄດ້ຍິນ.

ຄ່າໃຊ້ຈ່າຍໃນການຮັກສາອາການດັ່ງກ່າວນີ້ ໃນດ້ານສ່ວນຕົວແລະເສດຖະ ກິດແລ້ວ ແມ່ນຫຼວງຫຼາຍ. ຫຼາຍໆຄົນຜູ້ທີ່ຫູໜວກຫຼືປະສົບກັບການສູນເສຍການໄດ້ຍິນໃນລະດັບທີ່ແຕກຕ່າງກັນໄປນັ້ນ ກໍຖືກສັງຄົມລັງກຽດແລະພວກເຂົາສ່ວນຫຼາຍແມ່ນຈະໃຊ້ຊີວິດຕາມລຳພັງ. ພ້ອມກັນນັ້ນ ອົງການ WHO ລາຍງານວ່າ ການສູນເສຍການໄດ້ຍິນທີ່ບໍ່ໄດ້ຮັບການແກ້ໄຂ ສົ່ງຜົນໃຫ້ເປັນບັນຫາຄ່າໃຊ້ຈ່າຍ ຕໍ່ເສດຖະກິດໂລກເກືອບ 1 ພັນຕື້ໂດລາໃນແຕ່ລະປີ.

ເຈົ້າໜ້າທີ່ວິຊາການກ່ຽວກັບຫູແລະການຮັກສາຫູຂອງອົງການ WHO ທ່ານນາງແຊລລີ ຊາດາ (Shelly Chada) ກ່າວວ່າ ສ່ວນຫຼາຍບັນຫາການສູນເສຍການໄດ້ຍິນນີ້ ສາມາດປ້ອງກັນໄດ້.

ທ່ານນາງຊາດາ ກ່າວວ່າ “ສາເຫດຫຼາຍໆອັນ ຍົກຕົວຢ່າງ ການສູນເສຍການໄດ້ຍິນ ຊຶ່ງເກີດຍ້ອນການຟັງເພງ ທີ່ດັງແຮງເກີນໄປ ຈາກອຸປະກອນຟັງສຳລັບຫູແລະເຄື່ອງຟັງຫູທັງຫຼາຍຂອງຕົນນັ້ນ ອັນນີ້ ສາມາດປ້ອງກັນໄດ້. ໃນຂະນະທີ່ສາມາດສູນເສຍການໄດ້ຍິນ ຊຶ່ງເກີດຍ້ອນສຽງດັງໃນສະຖານທີ່ເຮັດວຽກຂອງແຕ່ລະຄົນ. ສາເຫດທົ່ວໄປອື່ນໆທີ່ເຮັດໃຫ້ສູນເສຍການໄດ້ຍິນ ຄືຫູອັກເສບ, ໂຣກໄຂ້ຫັດເຢຍຣະມັນ, ເຍື່ອຫຸ້ມສະໝອງອັກເສບ ພວກພະຍາດເຫຼົ່ານີ້ເປັນສາເຫດ ຊຶ່ງສາມາດປ້ອງກັນໄດ້ ໂດຍຈັດຕັ້ງແຜນຍຸດທະສາດດ້ານສາທາລະນະສຸກ.”

ທ່ານນາງຊາດາ ໃຫ້ຂໍ້ສັງເກດວ່າ ເກືອບ 60 ເປີເຊັນຂອງການສູນເສຍການໄດ້ຍິນໃນພວກເດັກນ້ອຍ ຍ້ອນສາເຫດທີ່ຫລີກລ້ຽງໄດ້ ເຊັ່ນ ຫູອັກເສບ ແລະບັນຫາແຊກຊ້ອນ ໃນເວລາກຳເນີດ. ທ່ານນາງກ່າວວ່າ ຂໍ້ແກ້ໄຂກໍມີຢູ່ແລ້ວ. ທ່ານກ່າວວ່າ ເທັກໂນໂລຈີຕ່າງໆສຳລັບການໄດ້ຍິນ ເຊັ່ນວ່າ ເຄື່ອງຊ່ອຍໃຫ້ໄດ້ຍິນ ແລະການຜ່າຕັດເສັ້ນປະສາດຫູ ພ້ອມກັນກັບການບຳບັດຟື້ນຟູສາມາດຫລຸດຜ່ອນຜົນກະທົບຮ້າຍແຮງຂອງການສູນເສຍການໄດ້ຍິນ.

ທ່ານນາງຊາດາ ເວົ້າອີກວ່າ “ຫຼາຍລ້ານຄົນຢູ່ທົ່ວໂລກ ແມ່ນໄດ້ຮັບຜົນປະ ໂຫຍດມາແລ້ວຈາກການແຊກແຊງເຫຼົ່ານີ້. ແຕ່ພວກເຂົາເຈົ້າເປັນກຸ່ມທີ່ພິເສດນ້ອຍກຸ່ມນຶ່ງ ເພາະວ່າ ສິ່ງທີ່ພວກເຮົາກະປະມານ ກໍແມ່ນວ່າ ໃນທົ່ວໂລກ ມີພຽງປະມານ 17 ເປີເຊັນເທົ່ານັ້ນ ຂອງພວກຄົນຜູ້ທີ່ຕ້ອງການການບໍລິການເຫຼົ່ານີ້ ທີ່ສາມາດໃຫ້ປະໂຫຍດແກ່ພວກເຂົາເຈົ້າໄດ້.”

ພວກຄົນໃນປະເທດຕ່າງໆທີ່ມີລາຍໄດ້ຕ່ຳແມ່ນເປັນກຸ່ມທີ່ໄດ້ຮັບການບໍລິການ ໜ້ອຍທີ່ສຸດ ເພາະວ່າພວກເຂົາຂາດແຄນນັກວິຊາການ, ນັກຊ່ຽວຊານດ້ານສຽງ ແລະນັກບຳບັດດ້ານການອອກສຽງ ຜູ້ທີ່ສາມາດສະໜອງການຮັກສາປິ່ນປົວທີ່ຕ້ອງການນັ້ນ. ອົງການ WHO ກ່າວວ່າ ຊ່ອງຫວ່າງອັນນີ້ ສາມາດປິດມັນໄດ້ໂດຍການລວມເອົາການຮັກສາຫູແລະການຟັງ ເຂົ້າໃນການບໍລິການຮັກສາສຸຂະພາບຂັ້ນຕົນຂອງຊາດ.

ອົງການ WHO ເອີ້ນອັນນີ້ ເປັນການລົງທຶນອັນຍິ່ງໃຫຍ່ ໂດຍໃຫ້ຂໍ້ສັງເກດວ່າ ເງິນທຸກນຶ່ງໂດລາທີ່ລົງທຶນໃສ່ໃນການຮັກສາບັນຫາການສູນເສຍການໄດ້ຍິນນັ້ນ, ລັດຖະບານຕ່າງໆ ສາມາດຄາດໝາຍໄດ້ວ່າ ຈະໄດ້ຮັບເກືອບເຖິງ 16 ໂດລາຄືນມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

To mark World Hearing Day, the World Health Organization is calling for action to stem the epidemic of hearing loss, which currently affects one-point-five billion people globally. A roadmap for action is contained in WHO’s first World Report on Hearing. Lisa Schlein reports for VOA from Geneva.

WHO officials warn nearly two-point-five billion people will be living with some degree of hearing loss by 2050 if nothing is done to prevent or mitigate this condition. Nearly a third, they say will require hearing rehabilitation.

The personal and economic cost of this condition is huge. Many people who are deaf or suffer from varying degrees of hearing loss are stigmatized and spend much of their lives in isolation. Additionally, WHO reports unaddressed hearing loss costs the global economy nearly one trillion dollars each year.

WHO technical officer on ear and hearing care Shelly Chadha says much of this hearing loss can be prevented.

(Shelly Chadha WHO technical officer)

“Many of the causes, for example, hearing loss which is caused by listening to loud music over one’s headphones and earphones—this can be prevented. As can be hearing loss, which is caused by loud noise in one’s workplace. Other common causes of hearing loss—ear infections, rubella, meningitis, these are causes which can be prevented by established public health strategies.”

Chadha notes almost 60 percent of hearing loss in children is due to avoidable causes such as ear infections and birth complications. She says solutions are available. She says hearing technologies, such as hearing aids and cochlear implants accompanied by rehabilitative therapy can mitigate the adverse effects of hearing loss.

(Shelly Chadha WHO technical officer)

“Millions of people across the world are already benefiting from these interventions. But they are a bit of an exclusive group because what we estimate is that across the world only about 17 percent of people who need these services actually are able to benefit from them.”

People in low-income countries are the most underserved because they lack the

specialists, audiologists and speech therapists who can provide the care required.

WHO says this gap can be closed by integrating ear and hearing care into national primary health care services.

WHO calls this a great investment, noting for every dollar invested in hearing loss care, governments can expect a return of nearly 16 dollars.

XS
SM
MD
LG