ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ WHO ລາຍງານວ່າ ມີຜູ້ຕິດຕິດໄວຣັສໂຄໂຣນາ ຫຼາຍເປັນປະຫວັດການ ພາຍໃນນຶ່ງວັນ


ບັນດາພະນັກງານສາທາລະນະສຸກ ເກັບເອົາຕົວຢ່າງຈາກດັງ ເພື່ອໄປກວດຫາພະຍາດ COVID-19 ໃນເມືອງ ໄຮເດີຣາບາດ ຂອງອິນເດຍ ໃນວັນອາທິດ ທີ13 ກັນຍາ 2020. (AP Photo/Mahesh Kumar A.)
ບັນດາພະນັກງານສາທາລະນະສຸກ ເກັບເອົາຕົວຢ່າງຈາກດັງ ເພື່ອໄປກວດຫາພະຍາດ COVID-19 ໃນເມືອງ ໄຮເດີຣາບາດ ຂອງອິນເດຍ ໃນວັນອາທິດ ທີ13 ກັນຍາ 2020. (AP Photo/Mahesh Kumar A.)

ມີກໍລະນີຕິດເຊື້ອໄວຣັສ COVID-19 ໃນທົ່ວໂລກເກືອບຮອດ 29 ລ້ານຄົນ. ອັນນັ້ນ ສະທ້ອນເຖິງສະຖິຕິການເພີ້ມຂຶ້ນໃນຈຳນວນ 307,930 ກໍລະນີພາຍໃນມື້ດຽວ ອີງຕາມອົງການອະນາໄມໂລກ ຫຼື WHO ທີ່ໄດ້ລາຍງານໃນວັນອາທິດວານີ້.

ກ່ອນໜ້ານີ້ ໄດ້ມີສະຖິຕິກໍລະນີຕິດເຊື້ອໃໝ່ພາຍໃນນຶ່ງມື້ຈຳນວນ 306,857 ຄົນ ໃນວັນທີ 6 ກັນຍາ ອີງຕາມອົງການ WHO. ສໍາລັບສະຖິຕິການເສຍຊີວິດພາຍໃນນຶ່ງວັນນັ້ນ ແມ່ນມີຈຳນວນ 12,430 ລາຍ ໃນວັນທີ 17 ເມສາ.

ອົງການ WHO ກ່າວວ່າ ອິນເດຍ ສະຫະລັດ ບຣາຊີລ ທັງສາມປະເທດນີ້ ນຳໜ້າໂລກໃນການຕິດແປດເຊື້ອໄວຣັສດັ່ງກ່າວ ຊຶ່ງຍັງໄດ້ສະແດງໃຫ້ເຫັນເຖິງການເພີ້ມຂຶ້ນຂອງຈຳນວນກໍລະນີທີ່ໃຫຍ່ທີ່ສຸດນຳດ້ວຍ. ສ່ວນການເສຍຊີວິດ ໄດ້ເພີ້ມຂຶ້ນໃນຈຳນວນຫຼາຍກວ່າ 5,500 ລາຍ ລວມທັງໝົດແລ້ວມີຫຼາຍກວ່າ 917,000 ລາຍໃນທົ່ວໂລກ.

ອິນເດຍ ໄດ້ລາຍງານວ່າ ມີກໍລະນີຕິດເຊື້ອໄວຣັສໃໝ່ 94,372 ຄົນ ສະຫະລັດໄດ້ລາຍງານວ່າ ມີ 45,523 ກໍລະນີແລະບຣາຊີລໄດ້ລາຍງານວ່າ ມີ 43,718 ກໍລະນີ ໃນວັນອາທິດວານນີ້. ກໍລະນີຕິດເຊື້ອໄວຣັສໃໝ່ຢູ່ໃນສະຫະລັດຫລຸດລົງໃນອັດຕາ 44 ເປີເຊັນ ທີ່ໄດ້ຂຶ້ນເຖິງສູງສຸດຫຼາຍກວ່າ 77,000 ກໍລະນີໃໝ່ ທີ່ໄດ້ຖືກລາຍງານເມື່ອວັນທີ 16 ກໍລະກົດ.

ສະຫະລັດ ແລະອິນເດຍ ຕ່າງກໍໄດ້ລາຍງານວ່າ ມີຫຼາຍກວ່າ 1,000 ກໍລະນີຂອງການເສຍຊີວິດໃໝ່ ແລະບຣາຊີລ ກໍໄດ້ລາຍງານວ່າ ມີການເສຍຊີວິດ 874 ກໍລິນີໃໝ່ ພາຍໃນ 24 ຊົ່ວໂມງທີ່ຜ່ານມານີ້.

ສະຫະລັດ ຍົງຄົງເປັນປະເທດທີ່ມີກໍລະນີຕິດເຊື້ອໄວຣັສ COVID-19 ຫຼາຍທີ່ສຸດ ໂດຍມີຢູ່ຫຼາຍກວ່າ 6.5 ລ້ານຄົນ.

ສ່ວນອິນເດຍໄດ້ແຊງໜ້າບຣາຊີລໄປເປັນອັນດັບສອງ ໂດຍມີ 4.7 ລ້ານກໍລະນີຕິດເຊື້ອໄວຣັສ. ການຕິດເຊື້ອໄວຣັສຢູ່ໃນລັດທີ່ໃຫຍ່ທີ່ສຸດຂອງອິນເດຍ ຄື ມະຫາຣາສຕຣາ ຊຶ່ງເປັນສູນກາງດ້ານການເງິນຂອງນະຄອນມຸມໄບນັ້ນ ມີສູງເຖິງ 1 ລ້ານຄົນໃນວັນເສົາຜ່ານມາ ທີ່ໄດ້ສະກັດກັ້ນຄວາມພະຍາຍາມໃນການຟື້ນຟູເສດຖະກິດຂອງປະເທດຕົນ.

ແລະບຣາຊີລ ມີ 4.3 ລ້ານກໍລະນີຕິດເຊື້ອ.

ບົດລາຍງານນຶ່ງ ໃນວາລະສານ New England Journal of Medicine ສະເໜີແນະວ່າ ການໃສ່ໜ້າກາກທົ່ວໄປ “ອາດຊ່ອຍຫລຸດຜ່ອນຄວາມຮ້າຍແຮງຂອງເຊື້ອໄວຣັສ ແລະຮັບປະກັນວ່າ ອັດຕາສ່ວນໃຫຍ່ກວ່າໝູ່ທີ່ຕິດເຊື້ອໄວຣັສທັງຫຼາຍນັ້ນ ແມ່ນບໍ່ມີອາການໃດໆເລີຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

There are almost 29 million COVID-19 infections worldwide. That reflects a record one-day increase of 307,930 cases, the World Health Organization reported Sunday.

The previous one-day new-case record was 306,857 on September 6, according to the WHO. The one-day record for deaths was 12,430 on April 17.

The WHO says India, the United States and Brazil, the three countries that lead the world in infections, also showed the biggest increases in cases. Deaths increased by more than 5,500 to a total of more than 917,000 worldwide.

India reported 94,372 new cases, the United States reported 45,523 and Brazil reported 43,718 Sunday. New cases are down 44% in the U.S. from a peak of more than 77,000 new cases reported on July 16.

The U.S. and India each reported more than 1,000 new deaths and Brazil reported 874 in the past 24 hours.

The United States remains the country with the most COVID-19 infections, with more than 6.5 million.

India has eclipsed Brazil to take over the second spot with 4.7 million cases. Infections in India’s largest state, Maharashtra, home to financial capital Mumbai, topped 1 million Saturday, stifling the country’s attempts to reinvigorate its economy.

People pack the Ipanema beach amid the new coronavirus pandemic in Rio de Janeiro, Brazil, Sept.6, 2020.

Brazil has 4.3 million cases.

An article in The New England Journal of Medicine suggests that universal face mask wearing “might help reduce the severity of disease and ensure that a greater proportion of new infections are asymptomatic.”

XS
SM
MD
LG