ອົງການອະນາໄມໂລກ ຫຼື WHO ລາຍງານວ່າ ຈຳນວນຄົນ
ທີ່ເສຍຊີວິດ ຍ້ອນໂຣກມາລາເຣຍ ຫຼືໄຂ້ຍຸງ ຕັ້ງແຕ່ປີ 2000
ໄດ້ ລຸດລົງຢ່າງຫຼວງຫຼາຍ ແລະກໍລະນີຜູ້ຕິດເຊື້ອ ກໍລຸດລົງຢ່າງ
ຕໍ່ເນື່ອງເຊັ່ນກັນ. ຜູ້ສື່ຂ່າວວີໂອເອ Lisa Schlein ມີລາຍງານ
ຈາກສຳນັກງານໃຫຍ່ຂອງອົງການ WHO ຢູ່ນະຄອນເຈີນີວາ
ຊຶ່ງ ໄຊຈະເລີນສຸກ ຈະນຳມາສະເໜີທ່ານ.
ເຂດໃຕ້ທະເລຊາຍ Sahara ຂອງທະວີບ Africa ເປັນເຂດທີ່ໄດ້ຮັບຜົນກະທົບຢ່າງໜັກຈາກໂຣກມາລາເຣຍ ໂດຍທີ່ 90 ເປີເຊັນ ຂອງການເສຍຊີວິດໃນທົ່ວໂລກ ແມ່ນເກີດຂຶ້ນຢູ່ທີ່ນັ້ນ.
ແຕ່ໃນປີນີ້ ລາຍງານກ່ຽວກັບມາລາເຣຍຂອງໂລກ ແຈ້ງວ່າ ພົນລະເມືອງຂອງອາຟຣິກາ
ໄດ້ເພີ້ມຂຶ້ນຕື່ມອີກ 43 ເປີເຊັນ ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ ພ້ອມດຽວກັນ ຈຳນວນ
ຜູ້ຕິດເຊື້ອພະຍາດ ກໍລຸດ ນ້ອຍຖອຍລົງອີກດ້ວຍ.
ຫົວໜ້າໂຄງການມາລາເຣຍໃນທົ່ວໂລກ ຂອງອົງການອະນາໄມໂລກ ທ່ານ Pedro Alonso ກ່າວວ່າ ຈຳນວນຂອງຜູ້ຕິດເຊື້ອພະຍາດ ລຸດລົງຈາກ 173 ລ້ານຄົນ ໃນປີ 2000 ເປັນ 128 ລ້ານຄົນ ໃນປີ 2013. ທ່ານ ກ່າວອີກວ່າ ໂດຍສະເພາະແລ້ວ ອັນນີ້ເປັນຂ່າວດີສຳຫລັບພວກເດັກນ້ອຍ ຊຶ່ງເປັນກຸ່ມທີ່ໃຫຍ່ທີ່ສຸດ ຂອງຜູ້ເຄາະຮ້າຍທີ່ ໄດ້ຕິດ ພະຍາດ ຊຶ່ງເປັນອັນຕະລາຍ ເຖິງແກ່ຄວາມຕາຍ ແຕ່ກໍສາມາດ ປ້ອງກັນໄດ້ ດັ່ງກ່າວນີ້.
ທ່ານ Alonso ເວົ້າວ່າ “ການເສຍຊີວິດ ໃນກຸ່ມພວກເດັກນ້ອຍ ທີ່ມີອາຍຸຕ່ຳກວ່າ
5 ປີ ຊຶ່ງປະກອບເປັນກຸ່ມ ທີ່ໃຫຍ່ທີ່ສຸດທີ່ຖືກຄຸກຄາມ ໂດຍໂຣກມາລາເຣຍ ໃນແງ່ຂອງຄວາມຮ້າຍແຮງ ແລະການເສຍຊີວິດນັ້ນ ໄດ້ລຸດລົງຢ່າງຫຼວງຫຼາຍ ເຖິງ 58 ເປີເຊັນ ແລະ ຖ້າພວກເຮົາ ພະຍາຍາມຈະໄລ່ເປັນຕົວເລກແລ້ວ ນັບຕັ້ງແຕ່ປີ 2000 ໄປເຖິງປີ 2014 ພວກເຮົາ ປະເມີນໄດ້ວ່າ ມີຫລາຍກວ່າ 4 ລ້ານຄົນ ສາມາດຫລີກເວັ້ນ ການເສຍຊີວິດໄດ້.”
ອົງການອະນາໄມໂລກ ກ່າວວ່າ ຜົນສຳເລັດດັ່ງກ່າວແມ່ນຍ້ອນ ການເຂົ້າເຖິງ ການປະຕິ ບັດງານເພື່ອຄວບຄຸມໂຣກມາລາເຣຍ ທີ່ຫລາຍຂຶ້ນ ກວ່າເກົ່ານັ້ນເອງ. WHO ໄດ້ໃຫ້ຂໍ້ສັງເກດວ່າ ໃນປີ 2013 ຊຶ່ງເກືອບເຄິ່ງໜຶ່ງຂອງຜູ້ມີຄວາມສ່ຽງສູງຕໍ່ການເປັນໂຣກມາລາເຣຍ ຢູ່ໃນເຂດໃຕ້ທະເລຊາຍ Sahara ຂອງທະວີບ Africa ໄດ້ຮັບມຸ້ງ ທີ່ຍ້ອມດ້ວຍນ້ຳຢາຂ້າແມງໄມ້. WHO ຍັງກ່າວວ່າ ມຸ້ງຈຳນວນ 214 ລ້ານດາງ ອັນເປັນຕົວເລກທີ່ສູງເປັນປະຫວັດການ ຈະຖືກນຳສົ່ງໄປຍັງ ບັນດາປະເທດ ໃນອາຟຣິກາທີ່ມີການລະບາດຂອງໂຣກມາລາເຣຍ ພາຍໃນທ້າຍປີນີ້.
ທ່ານ Alonso ກ່າວວ່າ ການທີ່ໄດ້ຮັບການກວດວ່ອງໄວຂຶ້ນແລະການ ປິ່ນປົວທີ່ມີປະສິດ
ທິພາບຫຼາຍຂຶ້ນ ຍັງໄດ້ເຮັດໃຫ້ຕົວເລກດີຂຶ້ນຢ່າງຫຼວງ ຫຼາຍ. ທ່ານກ່າວອີກວ່າ ສິ່ງທີ່ກ່າວ
ມາເຫຼົ່ານີ້ ບໍ່ແມ່ນເລື້ອງທີ່ສັບສົນ ບໍ່ແມ່ນການປະຕິບັດງານທີ່ແພງຫຼາຍ ແລະ ລະບົບ
ສາທາລະນະສຸກ ສາມາດສ້າງຕັ້ງຂຶ້ນດ້ວຍມາດຕະການຕ່າງໆເຫຼົ່ານີ້.
ທ່ານ Alonso ເວົ້າວ່າ “ພວກເຮົາຍັງຢາກໃຫ້ມີການຄ້ຳຈູນ ການຄົ້ນ ຄວ້າທີ່ແຂງແຮງ ຢ່າງຕໍ່ເນື່ອງ ແລະການພັດທະນາ ຕະຫລອດທັງນະ ວັດຕະກຳເພື່ອສ້າງເຄື່ອງມືໃໝ່ໆ. ພວກເຮົາປະເຊີນໜ້າກັບບັນຫາທ້າທາຍທີ່ສຳຄັນໆ ກັບພາວະສຸກເສີນ ແລະ ການແຜ່ລະບາດຂອງເຊື້ອ ພະຍາດທີ່ດື້ຢາ artemisinin ໂດຍສະເພາະແລ້ວ ຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້. ພວກເຮົາຕ້ອງໄດ້ຮັບມື ກັບບັນຫາອັນນັ້ນ ແລະ ພວກເຮົາ ສາມາດສຸມທຸກໆວິທີທາງ ຢ່າງໜັກແໜ້ນ ໃສ່ມັນ..ໂດຍການຜະລິດ ຢາໃໝ່ໆ ທີ່ອາດມີທ່າແຮງ ນຳມາທົດແທນ ວິທີການບຳບັດ ທີ່ປະສົມປະສານ ດ້ວຍການໃຊ້ຢາ Artemisinin ເປັນພື້ນຖານ ທີ່ ເອີ້ນຍໍ້ວ່າ ACTs ຫຼື (Artemisinin-based Combination Therapy) ນັ້ນ ຖ້າຫາກເວລາໃດ ວິທີການເຫຼົ່ານີ້ປະສົບກັບຄວາມຫລົ້ມແຫລວ ເຊື້ອ ພະຍາດທີ່ດື້ຢາ ກໍລະບາດ ອອກໄປຕື່ມອີກ.”
ຮ່ອງຮອຍຂອງຄວາມກ້າວໜ້າອີກດ້ານນຶ່ງ ກໍແມ່ນຈຳນວນຂອງບັນດາປະເທດທີ່ກ້າວເຂົ້າສູ່ ການລົບລ້າງໂຣກມາລາເຣຍໃຫ້ໝົດໄປ ທີ່ເພີ້ມສູງຂຶ້ນນັ້ນ. ໃນປີ 2013 ອົງການ WHO ກ່າວວ່າ ສອງປະເທດ ຄື ອາເຈີບາຍຈານ ແລະ ສຣີລັງກາ ບໍ່ມີລາຍງານກໍລະນີຂອງໂຣກມາລາເຣຍໃດໆເລີຍ ຊຶ່ງປະເທດທັງສອງໄດ້ຮວມເຂົ້າກັນກັບ 11 ປະເທດທີ່ລວມທັງ ອາເຈັນຕິນາ
ອີຈິບ ອີຣັກ ໂອມານ ແລະ ເຕີກເມນິສຖານ ຊຶ່ງໄດ້ຮັບຜົນສຳເລັດໃນການຮັກສາໄວ້
ສູນກໍລະນີ ຂອງການຕິດຕໍ່ໂຣກມາລາເຣຍ.
ແຕ່ລາຍງານກ່າວວ່າ ການສີດສະເປຂ້າຍຸງ ຢູ່ໃນບ້ານເຮືອນນັ້ນ ໄດ້ລຸດໜ້ອຍລົງໃນໄລຍະ
ສອງສາມປີມານີ້ ແລະ ໄດ້ມີລາຍງານ ຂອງ ການຕ້ານຢາຂ້າແມງໄມ້ ຢູ່ໃນ 49 ປະເທດ. ອົງການ WHO ຍັງກ່າວອີກວ່າ ຕົນໄດ້ຮັບທຶນແຕ່ພຽງປະມານເຄິ່ງໜຶ່ງ ຂອງມູນຄ່າ 5.1 ຕື້ດອນລາທີ່ຕ້ອງການ ເພື່ອປ້ອງກັນ ແລະຄວບຄຸມໂຣກມາລາເຣຍນີ້.