ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ​ອະນາ​ໄມ​ໂລກ ເວົ້າວ່າ ອາກາດ ຢູ່ ໃນເຮືອນ ກໍເປັນພິດ ຄືກັນກັບ ຢູ່ນອກເຮືອນ


ເດັກນັກຮຽນພາກັນຖືປ້າຍຄໍາຄວັນເພື່ອສະແດງບອກວ່າພວກເຂົາເຈົ້າບໍ່ພໍໃຈຢ່າງໜັກ ຕໍ່ສະພາບທີ່ມີມົນລະພິດ ໃນອາກາດ ໃນລະດັບສູ ງຢູ່ໃນນະຄອນນີວເດລີ ຂອງອິນເດຍໃນວັນທີ 15 ພະຈິກ, 2017.
ເດັກນັກຮຽນພາກັນຖືປ້າຍຄໍາຄວັນເພື່ອສະແດງບອກວ່າພວກເຂົາເຈົ້າບໍ່ພໍໃຈຢ່າງໜັກ ຕໍ່ສະພາບທີ່ມີມົນລະພິດ ໃນອາກາດ ໃນລະດັບສູ ງຢູ່ໃນນະຄອນນີວເດລີ ຂອງອິນເດຍໃນວັນທີ 15 ພະຈິກ, 2017.

9 ຄົນ​ໃດ​ໃນ​ຈໍານວນ 10 ຄົນ ​ແມ່ນ​ຫາຍ​ໃຈ​ເອົາ​ອາກາດ​ທີ່​ເປັນ​ພິດ ​ໂດຍ​ທີ່​ມົນ​ລະ​ພິດ​
ຢູ່​ໃນ​ຕຶກ​ອາຄານ​ເປັນ​ບັນຫາໃຫຍ່ ​ແລະ​ບໍ່ມີ​ຄົນ​ຮູ້, ອີງ​ຕາມ​ລາຍ​ງານ​ຂອງ​ອົງການ​ອະນາ​
ໄມ​ໂລກ ຫລື WHO.

ບົດລາຍ​ງານ​ຫລ້າ​ສຸດ​ຂອງ​ອົງການ​ອະນາ​ໄມ​ໂລກ​ເວົ້າວ່າ ມົນ​ລະ​ພິດ​ໃນ​ອາກາດ ​ໄດ້​ເຮັດໃຫ້ມີຜູ້ເສຍຊີວິດ 7 ລ້ານ​ຄົນ​ໃນ​ແຕ່ລະ​ປີ​ ໂດຍ​ທີ່​ພົນລະ​ເມືອງ​ທີ່​ມີ​ຄວາມ ທຸກ​ຈົນ​ຢູ່​ໃນ​ຂົງ​ເຂດຕ່າງໆເຊັ່ນ ອາ​ຟຣິກາ ​ແລະ​ເອ​ເຊຍ​ ​ແມ່ນໄດ້​ຮັບຜົນ​ກະທົບ​ຢ່າງ​ຮຸນ​ແຮງ.

ດຣ. ມາ​ເຣຍ ​ໄນຣາ, ​ເຈົ້າໜ້າທີ່​ຂອງອົງການ​ອະນາ​ໄມ​ໂລກ​ ເວົ້າວ່າ "ອັນ​ນີ້ແມ່ນ​ເປັນ​ບັນຫາ​ໃຫຍ່ ​ແລະ​ບໍ່​ເປັນ​ທີ່​ຮັບ​ເອົາ​ໄດ້​ເລີຍ."

ອາກາດ​ເປື້ອນ ທີ່ຢູ່​ທັງ​ໃນ ​ແລະ​ນອກ​ອາຄານ​ພາ​ໃຫ້​ເປັນ​ໂຣກ​ເສັ້ນ​ເລືອດ​ຕີບ​ຕັນ​ໃນ​ສະໝອງ, ໂຣກຫົວ​ໃຈ, ມະ​ເຮັງ​ປອດ, ​ແລະ​ພະຍາດ​ຊໍາ​ເຮື້ອທີ່​ເຮັດ​ໃຫ້​ການ​ຫາຍ​ໃຈ​ມີ​ບັນຫາ ​ເຊັ່ນ​ໂຣກຫອບ​ຫືດ.

ເຖິງ​ແມ່ນ​ວ່າ​ຄົນ​ສ່ວນ​ໃຫຍ່​ຄິດ​ວ່າ ມົນ​ລະ​ພິດ​ໃນ​ອາກາດ​ແມ່ນ​ມາ​ຈາກ​ຂ້າງ​ນອກ ​ເຊັ່ນ​ອາຍ​ຄວັນ​ປ່ອຍ​ອອກ​ມາ​ຈາກ​ໂຮງງານ ​ແລະ​ລົດ ​ແຕ່​ວ່າບົດ​ລາຍ​ງານ​ຂອງອົງການ​ອະນາ​ໄມ​ໂລກ​ເວົ້າວ່າ ມົນ​ລະ​ພິດ​ໃນ​ອາກາດ ທີ່ຢູ່​ໃນ​ຕຶກ​ອາຄານ​ຕ່າງໆ ​ເຮັດ​ໃຫ້​ຄົນ​ເສຍ​ຊີວິດ​ເກືອ​ບຮອດ 4 ລ້ານ​ຄົນ​ໃນ​ແຕ່ລະ​ປີ.

ດຣ. ​ໄນຣາກ່າວ​ອີກ​ວ່າ "ຢູ່ໃນ​ໂລກນີ້ມີ 3 ຕື້ຄົນ....​ຄົນເກືອບ​ຮອດ​ເຄິ່ງນຶ່ງ​ຂອງ​ພົນລະ​ເມືອງ​ໂລກ... ​ແມ່ນ​ຍັງ​ອີງ​ອາ​ໄສ​ຕໍ່ການ​ໃຊ້ພະລັງ​ເຊື້ອ​ໄຟ​ທີ່ພາ​ໃຫ້​ມີມົນ​ລະ​ພິດ​ຫລາຍ ເພື່ອຫູ​ງຕົ້ມອາຫານ ຫລືຜະລິດ​ອາຍ​ອຸ່ນ ຫລື​ໄຕ້​ໄຟ​ຢູ່​ໃນ​ເຮືອນ​ຂອງ​ຕົນ.”

ເຊື້ອ​ໄຟເຫລົ່ານີ້ ລວມມີ ນໍ້າມັນກາດ, ​ຟືນ, ​ແລະເຊື້ອ​ໄຟແທ່ງປະ​ເພດ​ອື່ນໆ ​ແທນ​ທີ່​ຈະ​ໃຊ້​ແຫ​ລ່ງ​ເຊື້ອ​ໄຟ​ທີ່​ສະອາດ​ກວ່າ ​ເຊັ່ນ​ໄຟຟ້າ ​ແລະ​ອາຍ​ແກັສ.

ດຣ. ​ໄນຣາ​ເວົ້າວ່າ "ບັນຫານີ້​ແມ່ນ​ເລື່ອງ​ທີ່​ພວກ​ເຮົາ​ຄວນ​ແກ້​ໄຂ. ພວກ​ເຮົາ​ຈະ​ຕ້ອງ​ເຮັດ​ໃຫ້​ຄົນ​ເຂົ້າ​ເຖິງ ເຊື້ອ​ໄຟ​ທີ່​ສະອາດ, ພະລັງງານ​ທີ່​ສະອາດ ​ເພື່ອ​ພາກ​ສ່ວນ​ທີ່​ສໍາຄັນ​ ຂອງ​ພົນລະ​ເມືອງ​ຂອງ​ພວກ​ເຮົາ."

ດຣ. ​ໄນຣາປະກາດ​ວ່າ ອົງການ​ອະນາ​ໄມ​ໂລກ ​ຈະຈັດ​ກອງ​ປະຊຸມລະດັບ​ໂລກ​ ​ເທື່ອ​ທໍາ​ອິດ​ ກ່ຽວກັບມົນ​ລະ​ພິດ​ໃນ​ອາກາດຢູ່​ນະຄອນ​ເຈ​ນີວາ ​ໃນ​ເດືອນ​ຕຸລາ ທີ່​ຈະ​ມານີ້ ເພື່ອຊອກ​ຫາ​ວິທີ​ການ​ຢັບຢັ້ງ ​ແລະ​ແກ້​ໄຂມັນ.

WHO-Air Pollution
please wait
Embed

No media source currently available

0:00 0:00:56 0:00

Nine out of 10 people on the planet are breathing polluted air, the World Health Organization says, with indoor pollution a major and generally unrecognized problem.

The latest report by the WHO says air pollution kills 7 million people every year with marginalized populations in such places as Africa and Asia, who bear the brunt.

"This is fundamental and unacceptable," WHO official Dr. Maria Neira says.

Dirty air, both in and out of doors, leads strokes, heart disease, lung cancer and such chronic respiratory diseases as asthma.

While most people associate air pollution with outdoor sources such as factory emissions and cars, the WHO report says indoor pollution causes close to 4 million deaths a year.

"Three-billion people around the world...almost half of the world global population...are still relying on very polluting fuels for cooking or heating or lighting the house," Dr. Neira says.

They include kerosene, wood, and other solid fuels instead of cleaner sources such as electricity and gas.

"This is something that we need to solve. We need to increase access to clean fuels, clean energy for this very important proportion of our population."

Dr. Neira announced WHO will convene the first-ever global conference on air pollution at the end of October in Geneva, looking to come up with interventions and solutions.

XS
SM
MD
LG