ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ​ອະ​ນາ​ໄມ​ໂລກ ແລະ​ອົງ​ການ​ ສ​ປ​ຊ ກຳ​ລັງ​ຕິດ​ຕາມ​ເບິ່ງການ​ຕິດ​ເຊື້ອ​ໂຄວິດ- 19 ຂອງ​ສັດ


ພາບ​ຈາກ​ກ້ອງ​ຊ່ອງ​ຈຸນ​ລະ​ທັດ​ທີ່​ຖ່າຍ​ໃນ​ປີ 2020 ເກັບ​ມ້ຽນ​ໄວ້​ໃຫ້​ຄົນ​ເບິ່ງຢູ່​ສະ​ຖາ​ບັນ​ໂຣກ​ພູມ​ແພ້ ແລະ​ພະ​ພ​ຍາດ​ຕິດ​ແປດ​ຂອງ​ສະ​ຫະ​ລັດ​ສະ​ແດງ​ໃຫ້​ເຫັນພາກ​ສ່ວນ​ຕ່າງໆຂອງ​ໄວ​ຣັ​ສ SARS-CoV-2 ທີ່​ເອົາ​ອອກ​ມາ​ຈາກ​ຄົນ​ປ່ວຍ​ຜູ້​ນຶ່ງ ຢູ່​ໃນ​ຫ້ອງ​ທົດລອງ Fort Detrick, ລັດ​ແມ​ຣີ​ແລນ.
ພາບ​ຈາກ​ກ້ອງ​ຊ່ອງ​ຈຸນ​ລະ​ທັດ​ທີ່​ຖ່າຍ​ໃນ​ປີ 2020 ເກັບ​ມ້ຽນ​ໄວ້​ໃຫ້​ຄົນ​ເບິ່ງຢູ່​ສະ​ຖາ​ບັນ​ໂຣກ​ພູມ​ແພ້ ແລະ​ພະ​ພ​ຍາດ​ຕິດ​ແປດ​ຂອງ​ສະ​ຫະ​ລັດ​ສະ​ແດງ​ໃຫ້​ເຫັນພາກ​ສ່ວນ​ຕ່າງໆຂອງ​ໄວ​ຣັ​ສ SARS-CoV-2 ທີ່​ເອົາ​ອອກ​ມາ​ຈາກ​ຄົນ​ປ່ວຍ​ຜູ້​ນຶ່ງ ຢູ່​ໃນ​ຫ້ອງ​ທົດລອງ Fort Detrick, ລັດ​ແມ​ຣີ​ແລນ.

ອົງການ​ອະນາ​ໄມ​ໂລກ​ພ້ອມ​ກັບ​ອົງການ​ສະຫະ​ປະຊາ​ຊາດ​ອີກ​ສອງ​ອົງການ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ພວກ​ເຂົາ​ເຈົ້າ​ກຳລັງ​ຕິດຕາມ​ເບິ່ງ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໃນ​ຝູງ​ສັດ ​ເພາະ​ຢ້ານ​ວ່າ ​ມັນຈະ​ສາມາດ​ເອື້ອ​ອຳ​ນວຍໃຫ້​ເກີດ​ການ​ແຜ່​ລະບາດ​ຂອງສາຍ​ພັນ​ໃໝ່ ​ຂອງ​ພະຍາດ​ດັ່ງກ່າວ.

​ໃນ​ຖະ​ແຫຼງການ​ຮ່ວມ​ກັບ​ອົງການ​ອາຫານ ​ແລະການ​ກະ​ເສດ ​ແລະອົງການ​ສຸຂະ ພາບ​ສັດ​ໂລກ, ອົງການ​ອະນາ​ໄມ​ໂລກຫລື WHO ກ່າວ​ວ່າ ການລະບາດ​ຂອງ​ ພະຍາດ​ໂຄ​ວິດ-19 ​ແມ່ນເປັນ​ຍ້ອນ​ແຜ່​ເຊື້ອ​ຈາກ​ຄົນ​ໄປຫາ​ຄົນ, ​ແຕ່​ເຊື້ອ​ໄວ​ຣັສ​ທີ່​ພາ​ໃຫ້​ເກີດພະຍາດ​ໂຄ​ວິດ-19 ຍັງ​ຮູ້​ກັນ​ວ່າໄດ້ໄປ​ຕິດໃສ່​ສັດ ຊະນິດຕ່າງໆ​ອີກ​ດ້ວຍ.

ຄຽງຄູ່ກັບສັດລ້ຽງເຊັ່ນ: ແມວ ແລະຫມາອົງ​ການ​ອະ​ນາ​ໄມ​ໂລກກ່າວວ່າສັດປ່າ ທີ່ເລາະໄປທົ່ວ, ສັດປ່າ​ທີ່​ຖືກ​ຈັບ​ມາ​ຂັງ ຫລືເອົາ​ມາ​ລ້ຽງ​ໄວ້ເຊັ່ນ: ແມວໃຫຍ່, ຈອນ​ຟອນ ຫລື mink, ໂຕ​ເຟີເຣດ, ກວງຫາງຂາວອາເມຣິກາເຫນືອ ແລະລີງ​ໃຫຍ່ໄດ້ຖືກສັງເກດເຫັນວ່າ ຕິດເຊື້ອໄວຣັສ​ດັ່ງ​ກ່າວນີ້.

ອົງການດັ່ງກ່າວເວົ້າຕື່ມອີກວ່າ ມາເຖິງປັດຈຸບັນນີ້ ແລະ ໜູ​ພຸກທີ່ເອົາ​ມາລ້ຽງໄດ້ ສະແດງໃຫ້ເຫັນວ່າ ສາມາດນຳ​ເອົາ​ໄວ​ຣັ​ສ SARS-CoV-2 ມາ​ຕິດ​ໃສ່ມະນຸດ ໄດ້. ກໍລະນີທີ່ອາດຈະເປັນໄປໄດ້ຂອງການເຮັດ​ໃຫ້​ມີ​ການ​ຕິດ​ຕໍ່ກັນ​ລະຫວ່າງກວງຫາງຂາວ ກັບຄົນແມ່ນກຳລັງຖືກ​ທົບ​ທ​ວນຢູ່.

ແຕ່ອົງການຕ່າງໆມີຄວາມເປັນຫ່ວງທີ່ສຸດກ່ຽວກັບການນໍາເຊື້ອໄວຣັສໄປສູ່ສັດປ່າ ເຊິ່ງສາມາດສົ່ງຜົນໃຫ້ມີການສ້າງ "ບ່ອນເຕົ້າ​ໂຮມ" ສັດ - ຊຶ່ງ​ເປັນ​ກຸ່ມ​ສັດໃຫຍ່ທີ່ຕິດເຊື້ອໄວຣັສນີ້.

XS
SM
MD
LG