ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ ອະນາໄມ ໂລກ ກ່າວວ່າ ປະຊາກອນ ໂລກ ໄດ້ຮັບຄວັນພິດ ສູງເກີນລະດັບ


ແມ່ຍິງ ອິນເດຍ ຄົນໜຶ່ງຍ່າງຂ້າມທາງ ໃນຂະນະທີ່ລົດແລ່ນໄປມາຕາມໝອກຄວັນ ໃນວັນສຸດທ້າຍ ຂອງການວິໄຈສອງສັບປະດາເພື່ອຫຼຸດຜ່ອນຈຳນວນລົດໃນ ທ້ອງຖະໜົນເພື່ອຢຸດການປ່ອຍຄວັນພິດໃນນະຄອນຫຼວງ ນິວເດລີ, ອິນເດຍ. 15 ມັງກອນ, 2016.
ແມ່ຍິງ ອິນເດຍ ຄົນໜຶ່ງຍ່າງຂ້າມທາງ ໃນຂະນະທີ່ລົດແລ່ນໄປມາຕາມໝອກຄວັນ ໃນວັນສຸດທ້າຍ ຂອງການວິໄຈສອງສັບປະດາເພື່ອຫຼຸດຜ່ອນຈຳນວນລົດໃນ ທ້ອງຖະໜົນເພື່ອຢຸດການປ່ອຍຄວັນພິດໃນນະຄອນຫຼວງ ນິວເດລີ, ອິນເດຍ. 15 ມັງກອນ, 2016.

ຫຼາຍກວ່າ 90 ເປີເຊັນຂອງປະຊາກອນໂລກ ແມ່ນໄດ້ຮັບເອົາຄວັນພິດເກີນລະດັບ​ທີ່​ຄວນ, ເຊິ່ງມີສ່ວນຕໍ່ບັນຫາທາງສຸຂະພາບຫຼາຍຊະນິດ, ອີງຕາມບົດລາຍງານສະບັບໃໝ່ຈາກອົງ ການອະນາໄມໂລກຫຼື WHO.

ຂໍ້ມູນໃໝ່ໄດ້ຖືກເປີດເຜີຍໃນວັນອັງຄານມື້ນີ້ ໂດຍຄະນະກຳມະການສັງເກດການ ສຸຂະ ພາບ ຂອງອົງການສະຫະປະຊາຊາດ ສະແດງໃຫ້ເຫັນ ວ່າ ບັນຫາແມ່ນໄດ້ຖືກພົບເຫັນ ຫຼາຍທີ່ສຸດ ຢູ່ໃນບັນດາຕົວເມືອງໃຫຍ່, ແຕ່ປະຊາຊົນອາດມີຄວາມຕົກໃຈເມື່ອຄົ້ນພົບຄຸນ ນະພາບອາກາດ ຢູ່ ເຂດຊົນນະບົດແມ່ນຮ້າຍແຮງຊ່ຳໃດ.

ທ່ານນາງ Maria Neira ຜູ້ອຳນວຍການພະແນກສາທາລະນະສຸກ ແລະ ສິ່ງແວດລ້ອມ ຂອງອົງການ WHO ກ່າວວ່າ ມັນ “ຫຼາຍພຽງ ພໍທີ່ຈະເຮັດໃຫ້ພວກເຮົາທຸກຄົນມີຄວາມ ເປັນຫ່ວງ. ມັນແມ່ນພະວະສຸກ ເສີນທາງສາທາລະນະສຸກ. ການລົງມືປະຕິບັດໜ້າທີ່ ຢ່າງວ່ອງໄວ ເພື່ອຈັດການບັນຫາຄວັນພິດແມ່ນບໍ່ສາມາດເກີດຂຶ້ນໄວພຽງພໍ.”

ອົງການ WHO ຄາດວ່າ ປະຊາຊົນຫຼາຍກວ່າ 92 ເປີເຊັນແມ່ນໄດ້ ຮັບຜົນກະທົບຈາກ ຄວັນພິດ, ແລະ ອາກາດທີ່ຕ່ຳກວ່າມາດຕະຖານ ແມ່ນມີສ່ວນໃນການເສຍຊີວິດຂອງປະ ຊາຊົນຫຼາຍກວ່າ 6 ລ້ານຄົນ ໃນແຕ່ລະປີ. ການຕາຍເກືອບທຸກຄັ້ງທີ່ມີຂຶ້ນນັ້ນ ປະມານ 90 ເປີເຊັນ ແມ່ນເກີດຂຶ້ນຢູ່ໃນບັນດາປະເທດທີ່ມີລາຍໄດ້ຕ່ຳ ແລະ ປານກາງ.

ຂໍ້ມູນແມ່ນໄດ້ມາຈາກສະຖານທີ່ຕ່າງໆປະມານ 3,000 ແຫ່ງໃນທົ່ວ ໂລກ ແລະ ໄດ້ວັດ ແທກປະລິມານຂອງລະອອງຄວັນພິດທີ່​ເປັນອັນຕະ ລາຍຂະໜາດນ້ອຍຢູ່ໃນອາກາດ.

ອົງການສຸຂະພາບ ຂອງ ສະຫະປະຊາຊາດ ໄດ້ປະຕິເສດທີ່ຈະກ່າວ ຢ່າງເປີດເຜີຍວ່າ ປະ ເທດໃດແດ່ມີສະຖິຕິຄວັນພິດທີ່ຮ້າຍແຮງທີ່ສຸດ ແຕ່ຂໍ້ມູນໄດ້ສະແດງໃຫ້ເຫັນວ່າ ພາກພື້ນ ເອເຊຍຕາເວັນອອກ ແລະ ພາກຕາເວັນຕົກຂອງມະຫາສະໝຸດປາຊີຟິກ, ລວມມີ ຈີນ, ມາເລເຊຍ ແລະ ຫວຽດນາມ ມີລະດັບຂອງຄວັນພິດທີ່ສູງທີ່ສຸດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG