ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ WHO ເປີດ​ໂຄງ​ການ​ໃໝ່ ເພື່ອ​ປິ່ນ​ປົວ​ ວັນ​ນະ​ໂ​ຣກ ທີ່ດື້​ຢາ


​ຜູ້​ປ່​ວຍ​ຕິດວັນ​ນະ​ໂລກ ຈັບ​ຢາ​ຢູ່​ໂຮງ​ໝໍ​ລັດ​ຖະ​ບານ ລາ​ລ ບາ​ຮາ​ເດີ ຊາ​ສ​ຕ​ຣີ, ເຂດ​ເທດ​ສະ​ບານ ຣາມ ນາ​ກາ, ເມືອງ ວາ​ຣ​າ​ນາ​ສີ. ອິນ​ເດຍ. 13 ມີ​ນາ, 2018.
​ຜູ້​ປ່​ວຍ​ຕິດວັນ​ນະ​ໂລກ ຈັບ​ຢາ​ຢູ່​ໂຮງ​ໝໍ​ລັດ​ຖະ​ບານ ລາ​ລ ບາ​ຮາ​ເດີ ຊາ​ສ​ຕ​ຣີ, ເຂດ​ເທດ​ສະ​ບານ ຣາມ ນາ​ກາ, ເມືອງ ວາ​ຣ​າ​ນາ​ສີ. ອິນ​ເດຍ. 13 ມີ​ນາ, 2018.

ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ໄດ້​ເປີດ​ໂຄງ​ການ​ ກ່ຽວ​ກັບ ຢາ​ກິນ ທີ່​ເຂົາ​ເຈົ້າ​ເວົ້າ​ວ່າ
ສາມາດປິ່ນປົວຄົນປ່ວຍ ຕິດວັນນະໂຣກທີ່ຕ້ານຢາຫຼາຍຊະນິດໄດ້ ຢ່າງມີປະສິດທິຜົນ
ຫຼາຍກວ່າເກົ່າ. ກ່ອນໜ້າວັນ ວັນນະໂຣກຂອງປີນີ້, ເຊິ່ງແມ່ນວັນທີ 24 ມີນາ ທີ່ຜ່ານ
ມາ, ອົງການ WHO ໄດ້ປະກາດການຮຽກຮ້ອງ ເພື່ອດຳເນີນການລົບລ້າງໂຣກດັ່ງກ່າວ
ພາຍໃນປີ 2030. ນັກຂ່າວ ລີຊາ ສໄລນ໌ ມີລາຍງານສຳລັບວີໂອເອ ຈາກສຳນັກງານ
ໃຫຍ່ອົງການ WHO ໃນນະຄອນຫຼວງ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ
ມາສະເໜີທ່ານໃນອັນດັບຕໍ່ໄປ.

ໂຣກວັນ​ນະ​ໂລກ ໄດ້​ກໍ່​ກວນ​ມະ​ນຸດ​ມາຫຼາຍ​ພັນ​ປີ​ແລ້ວ ແລະ ຍັງ​ຈະ​ສືບ​ຕໍ່​ດຳ​ເນີນ​ໄປ​ຢູ່.
ວັນນະໂຣກ ຍັງຄົງເປັນໂຣກຕິດຕໍ່ທີ່ຮ້າຍແຮງທີ່ສຸດໃນໂລກ, ໂດຍເອົາຊີວິດເກືອບ
4,500 ຄົນຕໍ່ວັນ ແລ ຕິດແປດ 10 ລ້ານຄົນໃນປີນຶ່ງ.

ເຖິງ​ແມ່ນ​ຈະ​ມີ​ສະ​ຖິ​ຕິ​ທີ່​ເປັນ​ຕາ​ຢ້າ​ນ, ການ​ກວດ​ຫາ, ປ້ອງ​ກັນ ແລະ ປິ່ນປົ​ວ​ໂຣກ​ດັ່ງ​
ກ່າວ ແມ່ນໄດ້ມີຄວາມກ້າວໜ້າຫຼາຍ. ອົງການອະນາໄມໂລກກ່າວວ່າ ຊີວິດຂອງຄົນ
54 ລ້ານຄົນ ໄດ້ຖືກຊ່ວຍໄວ້ ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ. ແຕ່ອົງການ WHO ໄດ້
ເຕືອນວ່າ ຄວາມສຳເລັດແມ່ນມີຄວາມສ່ຽງທີ່ຈະສູນເສຍໄປ ຍ້ອນການກຳເນີດຂອງ
ວັນນະໂຣກ ທີ່ຕ້ານທານຕໍ່ຢາຫຼາຍຊະນິດ ຫຼື MDR-TB

ການ​ປິ່ນ​ປົວ MDR-TB ປະ​ກອບ​ມີ​ຫຼັກ​ສູດ​ປິ່ນ​ປົວ​ສອງ​ປີ ດ້ວຍ​ການ​ສັກ​ຢາ​ທີ່​ເຈັບ​ປວດ,
ເຊິ່ງກະຕຸ້ນໃຫ້ມີຜົນຂ້າງຄຽງຫຼາຍຢ່າງ.

ອົງ​ການ WHO ເວົ້າ​ວ່າ ເຂົາ​ເຈົ້າ​ຫວັງ​ເປັນ​ຢ່າງ​ຍິ່ງວ່າ ໂຄງ​ການ​ປິ່ນ​ປົວ​ດ້ວຍ​ຢາ​ກິນ​ໃໝ່
ທີ່ເຂົາເຈົ້າໄດ້ເປີດນັ້ນຈະມີປະສິດທິຜົນຫຼາຍຂຶ້ນ ໃນການຄວບຄຸມການແຜ່ຂະຫຍາຍ
ໂຣກວັນນະໂລກປະເພດທີ່ຮ້າຍເປັນພິເສດນັ້ນ.

ຜູ້​ອຳ​ນວຍ​ການ​ໂຄງ​ການ​ວັນ​ນະ​ໂ​ຣກ ​ລະ​ດັບໂລກ ຂອງ​ອົງ​ການ WHO ທ່ານ​ນາງ
ເທຣີຊາ ຄາເຊວາ, ໄດ້ກ່າວຕໍ່ວີໂອເອວ່າ ການປິ່ນປົວດ້ວຍຢາກິນປະເພດໃໝ່ທີ່ອົງ
ການ WHO ໄດ້ແນະນຳນີ້ ມີຜົນຂ້າງຄຽງໜ້ອຍກວ່າຫຼາຍ.

ທ່ານ​ນາງ ຄາ​ເຊວາ ໄດ້​ກ່າວ​ວ່າ “ແນ່ນ​ອນ, ມັນ​ຈະ​ງ່າຍຫຼາຍ ແລະ ມັນ​ຈະ​ບໍ່​ຕ້ອງ​ໄດ້​ມີ
ການໄປຫາແພດ ຫຼື ພະນັກງານສາທາລະນະສຸກເປັນປະຈຳ ສຳລັບການສັກຢາພວກ
ນີ້. ແນ່ນອນ, ດັ່ງທີ່ພວກເຮົາເຫັນໃນຂໍ້ມູນນັ້ນ, ຄວາມມີປະສິດທິພາບ, ຄວາມສຳເລັດ
ໃນການນປິ່ນປົວ ແມ່ນຈະສູງຫຼາຍຢ່າງແນ່ນອນ.”

ລັດ​ຖະ​ບານ​ປະ​ເທດ ອາ​ຟ​ຣິ​ກາ​ໃຕ້ ໄດ້​ປະ​ກາດ​ວ່າ ​ເຂົາ​ເຈົ້າ​ມີ​ແຜນ​ທີ່​ຈະ​ຮັບ​ຮອງ​ເອົາ​
ການປິ່ນປົວໂດຍບໍ່ໄດ້ສັກຢານີ້. ທ່ານນາງ ຄາເຊວາ ກ່າວວ່າ ຄ່າໃຊ້ຈ່າຍສຳລັບການ
ປິ່ນປົວດ້ວຍຢາກິນແມ່ນປະມານ 2,000 ໂດລາ, ເຊິ່ງມັນແພງຫຼາຍສຳລັບປະເທດທີ່
ມີລາຍໄດ້ຕ່ຳ.

ທ່ານ​ນາງ​ກ່າວ​ວ່າ ອາ​ຟ​ຣິ​ກາ​ໃຕ້ ໄດ້​ທຳ​ການ​ເຈ​ລະ​ຈະ​ກັບ​ບໍ​ລິ​ສັດ​ການ​ຢາ​ຕ່າງໆ ເພື່ອ​
ໃຫ້ຫຼຸດລາຄາລົງເປັນ 400 ໂດລາ.

ອົງ​ການ WHO ກ່າວ​ວ່າ ອາ​ຟ​ຮິ​ກາ​ໃຕ້ ແມ່ນ​ນຶ່ງ​ໃນ 20 ປະ​ເທດ​ທີ່​ມີ​ຜູ້​ຕິດ​ໂຣກ MDR-
TB ຫຼາຍທີ່ສຸດ. ປະເທດອື່ນໆແມ່ນລວມມີ ຣັດເຊຍ, ຈີນ, ອິນເດຍ, ໄນຈີເຣຍ, ປາກິສ
ຖານ ແລະ ຫວຽດນາມ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG