ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໂອ​ໄມ​ຄ​ຣອນ ຊະ​ນິດ​ໃໝ່ ​ມີ​ຄວາມ​ຮ້າຍ​ແຮງ​ຄ້າຍ ​ຄື​ກັນກັບ​ຊະ​ນິດ​ເດີມ, ອີງ​ຕາມ​ອົງ​ການ​ອະ​ນາ ໄມ​ໂລກ


ລົດ​ທີ່​ມີ​ປ້າຍ​ໂຄ​ສະ​ນາ​ໃຫ້​ຄົນ​ຮູ້​ກ່ຽວ​ກັບ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໂອ​ໄມ​ຄ​ຣອນ ແລ່ນ​ໄປ​ຕາມ​ຖະ​ໜົນ​ສາຍ​ນຶ່ງທີ່​ມີ​ຄົນເດີນ​ທາງ​ຢ່າງ​ຄັບ​ຄາ​ໜາ​ແໜ້ນ​ຂອງ​ນະ​ຄອນ​ຫລວງ​ໂຕ​ກຽວໃນ​ຍີ່​ປຸ່ນ, ວັນ​ທີ 28 ມັງ​ກອນ, 2022.
ລົດ​ທີ່​ມີ​ປ້າຍ​ໂຄ​ສະ​ນາ​ໃຫ້​ຄົນ​ຮູ້​ກ່ຽວ​ກັບ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໂອ​ໄມ​ຄ​ຣອນ ແລ່ນ​ໄປ​ຕາມ​ຖະ​ໜົນ​ສາຍ​ນຶ່ງທີ່​ມີ​ຄົນເດີນ​ທາງ​ຢ່າງ​ຄັບ​ຄາ​ໜາ​ແໜ້ນ​ຂອງ​ນະ​ຄອນ​ຫລວງ​ໂຕ​ກຽວໃນ​ຍີ່​ປຸ່ນ, ວັນ​ທີ 28 ມັງ​ກອນ, 2022.

ສາຍ​ພັນ​ໂອ​ໄມ​ຄ​ຣອນຂອງໄວ​ຣັ​ສ​ໂຄ​ໂຣ​ນາລຸ້ນ​ທີ່​ກຳ​ລັງ​ເກີດ​ຂຶ້ນມາ​ໃໝ່ ປາ​ກົດວ່າ ບໍ່ມີ​ຄວາມຮ້າຍແຮງກວ່າລຸ້ນຕົ້ນ ຂອງສາຍ​ພັນ​ດັ່ງ​ກ່າວ, ອີງ​ຕາມອົງການອະນາໄມໂລກ ຫລື WHO ທີ່ກ່າວໃນວັນອັງຄານວານນີ້.

ດຣ. ບໍ​ຣິ​ສ ພາບວ໌​ລິນ (Boris Pavlin) ຈາກທີມງານຮັບ​ມື​ກັບໂຄວິດ-19 ຂອງ WHO ກ່າວເຖິງສາຍ​ພັນໃໝ່ດັ່ງ​ກ່າວ​ຢູ່ໃນກອງ​ປະ​ຊຸມຖະ​ແຫຼງ​ຂ່າວ ທາງອອນລາຍໃນ​ຂະ​ນະ​ທີ່ສາຍ​ພັນຍ່ອຍ BA.2 ທີ່ໃໝ່ກວ່າ ໄດ້​ເຂົ້າ​ໄປ​ແທນ​ທີ່ສາຍ​ພັນ​ຍ່ອຍ BA.1 ຂອ​ງສາຍ​ພັນ​ໂອ​ໄມ​ຄ​ຣອນ ທີ່​ມັກມີ​ຢູ່ທົ່ວໄປຫລາຍກວ່ານັ້ນ ຢູ່ໃນປະ​ເທດເດັນມາກ ແລະປະເທດອື່ນ​ອີກ​ຈຳ​ນວນ​ນຶ່ງ.

ທ່ານພາບວ໌​ລິນ ກ່າວວ່າ "ເມື່ອເບິ່ງປະເທດອື່ນໆທີ່ການ​ຕິດສາຍ​ພັນ​ຍ່ອຍ BA.2 ​ໄດ້​ກວມ​ເອົາ​ຈຳ​ນວນ​ການ​ຕິດ​ເຊື້ອສ່ວນ​ໃຫຍ່ໃນປັດຈຸບັນນີ້, ພວກເຮົາ ບໍ່ເຫັນວ່າມີການເຂົ້າໂຮງໝໍທີ່​ເພີ້ມສູງຂຶ້ນກວ່າສິ່ງທີ່ໄດ້ຄາດຄິດໄວ້ເລີຍ."

ທ່ານພາບວ໌​ລິນ ກ່າວວ່າຄຳ​ເວົ້າຂອງທ່ານແມ່ນອີງໃສ່ຂໍ້ມູນທີ່​ມາຈາກເດັນມາກ, ຊຶ່ງ​ເປັນປະເທດທໍາອິດທີ່ມີ​ສາຍ​ພັນ​ຍ່ອຍ BA.2 ຫລາຍກວ່າ BA.1. ທ່ານກ່າວຕື່ມວ່າ ວັກຊີນຍັງສືບຕໍ່ໃຫ້ການປົກປ້ອງທີ່ຄ້າຍຄືກັນ ຕໍ່ປະ​ເພດ​ຂອງ​ສາຍ​ພັນ​ໂອ​ໄມ​ຄ​ຣອນທີ່ແຕກຕ່າງກັນ.

ສາຍ​ພັນຍ່ອຍ​ໃໝ່ແມ່ນສາມາດເຮັດ​ໃຫ້​ມີ​ການ​ແຜ່​ເຊື້ອ​ໄດ້​ສູງກວ່າສາຍ​ພັນ​ຍ່ອຍ BA.1 ທີ່ມັກພົບເຫັນຢູ່​ທົ່ວ​ໄປ​ນັ້ນ, ອີງຕາມການສຶກສາຂອງເດັນມາກ ທີ່ວິເຄາະ ການຕິດເຊື້ອໃນຫຼາຍກວ່າ 8,500 ຄອບຄົວຂອງຄົນເດັນມາກໃນ ເດືອນທັນວາ ແລະມັງກອນຜ່ານ​ມາ.

ແຕ່ການແຜ່ເຊື້ອຂອງສາຍ​ພັນຍ່ອຍ​ໃໝ່ ເຊິ່ງໄດ້ກວມ​ເອົາ​ການ​ຕິດ​ເຊື້ອ​ສ່ວນ​ໃຫຍ່ໃນອິນເດຍ, ເນປານ, ຟີລິບປິນແລະກາຕານັ້ນບໍ່ໄດ້ເຮັດ​ໃຫ້ເດັນມາກຢຸດ​ການຍົກເລີກຂໍ້ຈໍາກັດກ່ຽວ​ກັບໂຣກລະບາດເກືອບ​ໝົດ​ທຸກ​ຂໍ້​ເລີຍໃນວັນອັງຄານວານນີ້.

ເດັນມາກ, ປະເທດທີ່ມີຫຼາຍກວ່າ 60 ເປີ​ເຊັນຂອງປະຊາກອນທີ່ມີອາຍຸສູງກວ່າ 12 ປີໄດ້ຮັບການສັກຢາເຂັມທີສາມນັ້ນ ກ່າວວ່າຕົນບໍ່ໄດ້ຖືວ່າການລະບາດຂອງ ໂຄວິດ-19 ເປັນ "ພະຍາດທີ່ໜັກ​ທີ່​ສຸດໃນທາງສັງຄົມ" ອີກຕໍ່ໄປ ເພາະວ່າການ ເພີ່ມຂຶ້ນຂອງການຕິດເຊື້ອຄັ້ງຫລ້າສຸດບໍ່ໄດ້ເຮັດ​ໃຫ້ມີພາລະອັນ​ໜັກໜ່ວງ​ໃຫ້​ແກ່ລະບົບ​ປິ່ນ​ປົວສຸຂະພາບ​ຂອງ​ປະ​ເທດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG