ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງ​ການ​ອະ​ນາ​ໄມ​ໂລກ ໃນ​ເຂດ​ຢູ​ໂຣບ ເຕືອນ​ວ່າ ໂຕ​ເລກ​ຜູ້​ເສຍ​ຊີ​ວິດ ຍ້ອນ​ໂຄວິດ-19 ອາດ​ຈະ​​ສູງເຖິງ 2 ລ້ານ 2 ແສນ​ຄົນ ພາຍ​ໃນ​ເດືອນ​ມີ​ນາ


ພະ​ນັກ​ງານ​ຄົນ​ນຶ່ງ ພວມ​ກຽມ​ຂະ​ໜົມ ທີ່​ນະ​ຄອນ​ວຽນ​ນາ ປະ​ເທດອອ​ສ​ເຕ​ຣຍ ເມື່ອ​ວັນ​ທີ 23 ພະ​ຈິກ 2021 ໃນ​ຂະ​ນະ​ທີ່ຫ້າງ​ຮ້ານ ແລະ​ຮ້ານ​ອາ​ຫານ​ທັງ​ຫຼາຍ ອະ​ນຸ​ຍາດ​ໃຫ້​ຄົນ​ຊື້​ ແລະ​ນຳ​ໄປ​ກິນ​ຢູ່​ບ່ອນ​ອື່ນ ແລະ​​ສົ່ງ​ໄປ​ໃຫ້ຢູ່​ບ້ານ​ໄດ້​ເທົ່າ​ນັ້ນ ຍ້ອນ​ການ​ລັອກ​ດາວ​ ເນື່ອງ​ຈາກ​ໂຄວິດ-19
ພະ​ນັກ​ງານ​ຄົນ​ນຶ່ງ ພວມ​ກຽມ​ຂະ​ໜົມ ທີ່​ນະ​ຄອນ​ວຽນ​ນາ ປະ​ເທດອອ​ສ​ເຕ​ຣຍ ເມື່ອ​ວັນ​ທີ 23 ພະ​ຈິກ 2021 ໃນ​ຂະ​ນະ​ທີ່ຫ້າງ​ຮ້ານ ແລະ​ຮ້ານ​ອາ​ຫານ​ທັງ​ຫຼາຍ ອະ​ນຸ​ຍາດ​ໃຫ້​ຄົນ​ຊື້​ ແລະ​ນຳ​ໄປ​ກິນ​ຢູ່​ບ່ອນ​ອື່ນ ແລະ​​ສົ່ງ​ໄປ​ໃຫ້ຢູ່​ບ້ານ​ໄດ້​ເທົ່າ​ນັ້ນ ຍ້ອນ​ການ​ລັອກ​ດາວ​ ເນື່ອງ​ຈາກ​ໂຄວິດ-19

ສຳ​ນັກ​ງານຂອງອົງ​ການ​ອະ​ນາ​ໄມ​ໂລກຫຼື WHO ປະ​ຈຳ​ເຂດ​ຢູ​ໂຣບ ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ຂົງ​ເຂດ​ທີ່ກວມ​ເອົາ 53 ປະ​ເທດ​ໃນ​ຢູ​ໂຣບ ອາດ​ຈະ​ມີ​ຜູ້ເສຍ​ຊີ​ວິດຍ້ອນ​ໂຄວິດ-19 ​ຕື່ມ​ອີກ 700,000 ຄົນ ໃນ​ໄລ​ຍະສີ່​ເດືອນ​ຕໍ່​ໜ້າຖ້າຫາກ​ບໍ່​ໄດ້​ມີ​ການ​ເພີ້ມຄວາມ​ພະ​ຍາ​ຍາມ​ໃນ​ການ​ສັກ​ຢາ​ວັກ​ຊີນ​ຕື່ມ.

ຢູ່​ໃນ​ຖະ​ແຫຼງ​ຂ່າວນັ້ນ ອົງ​ການ​ອະ​ນາ​ໄມ​ໂລກ​ປະ​ຈຳ​ເຂດ​ຢູ​ໂຣ​ບ ​ລາຍ​ງານ​ວ່າ ໃນ​ອາ​ທິດ​ແລ້ວນີ້ ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂຄວິດ-19 ເກືອບ 4,200 ຄົນ ​ຢູ່​ໃນ​ຂົງເຂດ ໂດຍມີ​ຜູ້​ເສຍຊີ​ວິດ​ປະ​ຈຳ​ວັນ​ເພີ້ມ​ຂຶ້ນ​ສອງ​ເທົ່າ ​ຂອງ​ຈຳ​ນວນ​ທີ່ໄດ້​ມີ​ການ​ລາຍ​ງານ​ໃນ​ທ້າຍ​ເດືອນ​ກັນ​ຍາ​ຜ່ານ​ມາ.

ຂົງເຂດ​ຢູ​ໂຣບ ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂຄວິດ-19 ກາຍ 1 ​ລ້ານ 5 ແສນ​ຄົນ​ແລ້ວ​ແລະ​ຂໍ້​ມູນ​ທີ່​ເກັບ​ກຳ​ໂດຍ​ສະ​ຖາ​ບັນ​ສຸ​ຂະ​ພາບເມຕ​ຣິກ​ແລະ​ຕີ​ລາ​ຄາ​ຂອງອົງ​ການ​ອະ​ນາ​ໄມ​ໂລກ​ປະ​ຈຳ​ເຂດ​ຢູ​ໂຣ​ບ ສະ​ແດ​ງ​ໃຫ້​ເຫັນ​ວ່າ​ ພະ​ຍາດ​ດັ່ງ​ກ່າວ​ໃນ​ປັດ​ຈຸບັນ​ແມ່ນ​ສາ​ເຫດ​ທີ່​ພາ​ໃຫ້​ມີ​ການ​ເສຍ​ຊີ​ວິດ​ຫຼາຍ​ເປັນ​ອັນ​ດັບ​ນຶ່ງ​ໃນ​ຢູ​ໂຣບແລະ​ເອ​ເຊຍ​ກາງ.

ອົງ​ການ​ອະ​ນາ​ໄມ​ໂລກ​ປະ​ຈຳ​ເຂດ​ຢູ​ໂຣ​ບຄາດ​ຄະ​ເນ​ວ່າ ໂຮງ​ໝໍຕ່າງໆ​ຈະໄດ້​ຮັບ ການ​ກົດ​ດັນ​ສຸດ​ຂີດ​ ສຳ​ລັບ​ເລື້ອງ​ຕຽງ​ນອນ​ໃນ 25 ​ປະ​ເທດຢູ່​ໃນ​ຂົງ​ເຂດ ແລະການ​ກົດ​ດັນໃນ​ລະ​ດັບ​ສູງ ຫາ​ສຸດ​ຂີດ ສຳ​ລັບຫ້ອງ​ມໍ​ລະ​ສຸມ ​ຫຼື ICU ຢູ່​ໃນ 49 ປະ​ເທດ ນັບ​ແຕ່​ດຽວນີ້​ເປັນ​ຕົ້ນ​ໄປ ​ຫາ​ວັນ​ທີ 1 ມີ​ນາ 2022. ເຂົາ​ເຈົ້າ​ກ່າວ​ວ່າ ​ອີງ​ຕາມທ່າ​ອຽງ​ໃນ​ເວ​ລານີ້ ແລະ​ລາຍ​ງານສະ​ສົມ ​ກ່ຽວ​ກັບ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດແລ້ວ ​ແມ່ນ​ຄາດ​ກັນຈະ​ກາຍ 2 ລ້ານ 2 ແສນ​ຄົນ ​ພາຍ​ໃນ​ເດືອນ​ມີ​ນາ.

ພະ​ນັກ​ງານ​ແພດ​ໝໍ ພວມ​ປິ່ນ​ປົວ​ຄົນ​ເຈັບ ທີ່​ຕິດ​ໂຄ​ໂຣ​ນາ​ໄວ​ຣັ​ສ ຢູ່​ໃນໂຮງ​ໝໍຕູບ​ຜ້າ​ຕັ້ງ ທີ່​ປຸກ​ຂຶ້ນ​ສຳ​ລັບ​ພວກ​ຄົນ​ເຈັບ​ໂຄວິດ-19 ໃນ​ເມືອງ Kakhovka ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 7 ພະ​ຈິກ 2021.
ພະ​ນັກ​ງານ​ແພດ​ໝໍ ພວມ​ປິ່ນ​ປົວ​ຄົນ​ເຈັບ ທີ່​ຕິດ​ໂຄ​ໂຣ​ນາ​ໄວ​ຣັ​ສ ຢູ່​ໃນໂຮງ​ໝໍຕູບ​ຜ້າ​ຕັ້ງ ທີ່​ປຸກ​ຂຶ້ນ​ສຳ​ລັບ​ພວກ​ຄົນ​ເຈັບ​ໂຄວິດ-19 ໃນ​ເມືອງ Kakhovka ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 7 ພະ​ຈິກ 2021.

ຢູ່​ໃນ​ຖະ​ແຫຼງ​ການນັ້ນ ທ່ານ​ຮານ ຄ​ລັກ (Hans Kluge) ຜູ້​ອຳ​ນວຍ​ການ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ປະ​ຈຳ​ເຂດ​ຢູ​ໂຣບໄດ້​ຮຽກ​ຮ້ອງ​ໃຫ້​ນຳ​ໃຊ້​ວິ​ທີ “ສັກ​ຢາ​ວັກຊີນ​ເພີ້ມ” ເພື່ອ​ອຳ​ນວຍ​ໃຫ້​ປະ​ຊາ​ຊົນ​ຢູ່​ໃນ​ຂົງ​ເຂດ​ຊົມ​ໃຊ້​ແລະ​ສືບ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ພວກ​ເຂົາ​ເຈົ້າ.

ທ່ານ​ກ່າ​ວ​ວ່າ “ນີ້​ໝາຍ​ຄວາມ​ວ່າ ໄດ້​ຮັບ​ການ​ສັກ​ຢາ​ວັກ​ຊີນ​ ຕາມ​ໂດ​ສ​ມາດ​ຕະ​ຖານ ສັກ​ບູ​ສ​ເຕີ້​ຖ້າ​ຫາກ​ມີ​ການ​ສະ​ເໜີພ້ອມ​ທັງ​ນຳ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ເຂົ້າໃນ​ຊີ​ວິດ​ປະ​ຈຳ​ວັນ.” ທ່ານ​ຄ​ລັກ​ກ່າວ​ຕື່ມ​ວ່າ ຢາ​ວັກ​ຊີນ ບວກກັ ບໃສ່​ໜ້າ​ກາກ ລ້າງ​ມື ລະ​ບາຍ​ອາ​ກາດ​ພາຍ​ໃນ ຮັກ​ສາ​ໄລ​ຍະ​ຫ່າງ ແລະ​ເວ​ລາ​ຈາມ​ເອົາ​ມື​ອັດປາກ ແມ່ນ​ວິ​ທີ​ທີ່​ງ່າຍໆ ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ ແລະຮັກ​ສາ​ໃຫ້​ສັງ​ຄົມ​ດຳ​ເນີນການ​ຕໍ່​ໄປ.

ໃນ​ຂະ​ນະ​ດຽວ​ກັນ ການ​ປະ​ຊຸມ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ຢູ​ໂຣບ ທີ່​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌​ໃນ​ວັນ​ອັງ​ຄານ​ວານນີ້ ໄດ້​ອະ​ພິ​ປາຍ​ກັນ​ກ່ຽວ​ກັບ​ການ​ສັກ​ຢາ​ວັກ​ຊີນ​ເພີ້ມ​ຫຼື​ບູ​ສ​ເຕີ້ສຳ​ລັບ​ຂົງ​ເຂດ ເພື່ອ​ຕ້ານ​ກະ​ແສ​ຟອງ​ຂອງ​ກໍ​ລະ​ນີໂຄວິດ-19 ​ທີ່​ພວມ​ເພີ້ມ​ຂຶ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG