ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນຶ່ງໃນສາເຫດ ທີ່ສຳຄັນ ຂອງການເສຍຊີວິດ ເດັກນ້ອຍ ຢູ່ເອເຊຍ ຄື ການຕາຍດຶກນ້ຳ


ເຮືອບິນເຮລິຄອບເຕີລຳນຶ່ງ ກຳລັງຊອກຄົ້ນຫາພວກນັກຮຽນ ຫລາຍສິບຄົນ ທີ່ຖືກນໍ້າພັດໄປ ຢູ່ເຂດທະເລອາຣັບ.
ເຮືອບິນເຮລິຄອບເຕີລຳນຶ່ງ ກຳລັງຊອກຄົ້ນຫາພວກນັກຮຽນ ຫລາຍສິບຄົນ ທີ່ຖືກນໍ້າພັດໄປ ຢູ່ເຂດທະເລອາຣັບ.

ອົງການ​ອະນາ​ໄມ​ໂລກ ຫຼື WHO ກ່າວ​ວ່າ ການ​ຈົມ​ນໍ້າ​ຕາຍ​ຮວມຢູ່​ໃນ​ຫ້າ​ສາ​ເຫດ​ສຳຄັນ ​ໃນ​ການ​ເສຍ​ຊີວິດ ​ຂອງ​ພວກເດັກນ້ອຍ ​ອາຍຸ​ຕໍ່າ​ກວ່າ 15 ປີ ຢູ່​ໃນ 48 ຂອງ 85 ປະ​ເທດ ທີ່​ໄດ້​ສຳ​ຫຼວດ ​ໂດຍ​ມີພວກ​ເດັກ​ນ້ອຍທີ່​ພາກັນອາ​ໄສ​ຢູ່​ໃກ້​ກັບ​ແຫຼ່ງ​ນໍ້າທີ່​ເປີດ​ກວ້າງຕ່າງໆ ເຊັ່ນວ່າ ຫ້ວຍ ໜອງ ບຶງ ຄອງຊົນລະ​ປະທານ ຫລືວ່າ​ສະ​ນໍ້າ ທີ່​ມີ​ຄວາມ​ສ່ຽງ​ເປັນພິ​ເສດ​.

ການ​ສຳ​ຫລວດຢູ່​ໃນ​ຂົງ​ເຂດ ສະ​ແດງໃຫ້​ເຫັນ​ວ່າ ການ​ຈົມ​ນໍ້າໄດ້ເ​ອົາຊີວິດ​ເດັກ​ນ້ອຍຜູ້​ນຶ່ງ ​ໃນ​ຢ່າງໜ້ອຍ​ທຸກໆ 15 ນາ​ທີ​ຢູ່​ໃນ​ເອ​ເຊຍ. ໃນທ່າມກາງຄວາມ​ຮ້ອນ​ເອົ້າ​ຂອງລະດູ​ຮ້ອນ ສຸດ ​ແລະ​ລະຫວ່າງ​ລະດູຝົນ ​ແລະ​ລະດູ​ນໍ້າ​ຖ້​ວມ ພວກ​ເດັກນ້ອຍ​ໃນ​ເອ​ເຊຍໂດຍ​ສະເພາະ ​ຢ່າ​ງຍິ່ງ ຕົກ​ຢູ່​ໃນ​ອັນຕະລາຍ.

ອົງການ​ພັນທະ​ມິດ​ເພື່ອ​ຄຸ້ມຄອງຄວາມ​ປອດ​ໄພ​ແກ່ເດັກນ້ອຍ ທີ່​ມີ​ຫ້ອງການ ​ໃນ​ເອ​ເຊຍ ກ່າວ​ວ່າ ອັດຕາ​ການ​ຈົມ​ນໍ້າຢູ່​ໃນ​ບັນດາ​ປະ​ເທດ​ທີ່​ກຳລັງ​ພັດທະນາ​ມີ​ຢູ່ 10 ຫາ 20 ເທື່ອ ສູງ​ກວ່າ​ພວກ​ທີ່ຢູ່​ປະ​ເທດທີ່​ຈະ​ເລີ​ນທາງ​ດ້ານ​ອຸດສາຫະກຳ.

​ອີງ​ຕາມ​ການ​ສຳ​ຫລວດ​ຂອງ​ພັນທະ​ມິດ ບັນທຶກ​ຂອງ​ບັງກລາ​ແດັສ ມີອັດຕາ​ສູງສຸດ​ຂອງ​ ເດັກນ້ອຍ​ຈົມນໍ້າ​ຕາຍ​ເກືອບ 17,000 ຄົນ​ຕໍ່​ປີ ຕີີ​ດຕາ​ມມາ​ດ້ວຍ​ຫວຽດນາມ ທີ່​ມີ​ຫລາຍ ​ກວ່າ 11,000 ຄົນ. ຢູ່​ໃນ​ປະ​ເ​ທດ​ໄທ​ເດັກ​ນ້ອຍຈຳນວນ 2,600 ຄົນ​ໄດ້​ຫາຍ​ສາບ​ສູນ​ໃນ​ ແຕ່ລະ​ປີ.

ຊາວບ້ານຢູ່ໃນປາກິສຖານ ພາກັນເກັບສິ່ງຂອງຫລັງຈາກເກີດນໍ້າຖ້ວມຢູ່ນອກເມືອງ Peshawar ປະທດປາກິສຖານ ວັນທີ 3 ເມສາ 2016.
ຊາວບ້ານຢູ່ໃນປາກິສຖານ ພາກັນເກັບສິ່ງຂອງຫລັງຈາກເກີດນໍ້າຖ້ວມຢູ່ນອກເມືອງ Peshawar ປະທດປາກິສຖານ ວັນທີ 3 ເມສາ 2016.

ພະ​ແນ​ກຄວບ​ຄຸມ​ພະຍາດຂອງ​ໄທ ​ຫວ່າງ​ມໍ່​ໆ​ມານີ້ ໄດ້​ລາຍ​ງານ​ວ່າ ເດັກ​ນ້ອຍ​ຈຳ​ນວນ 10,923 ຄົນ​ໄດ້​ຈົມນໍ້າ​ຕາຍແຕ່​ປີ 2006 ຫາ​ປີ 2015 ​ໃນ​ອັດຕາ 10 ຄົນ​ຕໍ່​ມື້. ​ແຕ່ລະ​ປີ ຈາກປີ 2011 ຫາ​ປີ 2015 ​ເດັກນ້ອຍ 192 ຄົນ ອາຍຸ​ຕໍ່າ​ກວ່າສາມ​ປີ​ ໄດ້​ຈົມ​ນໍ້າ​ຕາຍຢູ່ ບ່ອນ​ເກັບ​ນໍ້າ​ໃນ​ເຮືອນ ຫລື​ບ່ອນລ້ຽງ​ເດັກນ້ອຍ.

ສຳລັບ​ຈີນ​ແລ້ວຂໍ້​ມູນ​ແມ່ນ​ຍັງ​ບໍ່​ມີສຳລັບ​ທຸກແຂວງ​. ​ແຕ່​ວ່າ​ຢູ່​ໃນ​ແຂວງ Jiangxi ​ເທົ່າ​ນັ້ນ ຂໍ້​ມູນ​ຂອງພັນ​ທະ​ມິດ ສະ​ແດງ​ໃຫ້​ເຫັນວ່າ ມີ​ເດັກນ້ອຍ​ຈົມ​ນ້ຳ​ຕາຍຫຼາຍ​ກວ່າ 4,600 ຄົນ​ ຕໍ່​ປີ ຊຶ່ງ​ເປັນ​ອັດຕາການ​ຕາຍ 10 ຄົນ​ຕໍ່​ມື້.

XS
SM
MD
LG