ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີ 22 ຄົນ ເສຍຊີວິດ ຍ້ອນໄຂ້ຫວັດ ສັດປີກ ສາຍພັນໃໝ່ ຢູ່ຈີນ (ວີດີໂອ)


ທ່ານ Keiji Fukuda ​​ຕອບຄໍາຖາມກ່ຽວກັບ ເຊື້ອ​ໄວຣັສ H7N9
ທ່ານ Keiji Fukuda ​​ຕອບຄໍາຖາມກ່ຽວກັບ ເຊື້ອ​ໄວຣັສ H7N9
​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງທ່ານ​ນຶ່ງ​ຂອງ​ອົງການ​ອະນາ​ໄມ​ໂລກກ່າວ​ວ່າ
ເຊື້ອໂຣກ​ໄຂ້ຫວັດ​ສັດ​ປີກ​ສາຍ​ພັນ​ໃໝ່ ​ໃນ​ຈີນ​ ​ໄດ້ເອົາ​ຊີວິດ​ຜູ້​ຄົນ​
ໄປ​ແລ້ວ​ 22 ຄົນ​ແລະ​ໄດ້​ແຜ່​ລາມ​ໄປ​ຍັງ 7 ​ ແຂວງ​ແລະເຂດເມືອງ.

ທ່ານ Keiji Fukuda ເຈົ້າ​ໜ້າ​ທີ່ WHO ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​
ວ່າ ​ເຊື້ອ​ໄຂ້ຫວັດ​ສັດ​ປີກ​ສາຍ​ພັນ​ໃໝ່ ​H7N9 ​ແມ່ນ​ເປັນ​ເຊື້ອ​
ໄວຣັສທີ່​ຮ້າຍແຮງ​ເປັນ​ອັນຕະລາຍ​ແບບຜິດ​ປົກກະຕິຕໍ່ມວນ​ມະນຸດ.

ທ່ານກ່າວ​ອີກ​ວ່າ ຍັງ​ບໍ່​ທັນ​ມີ​ຫຼັກ​ຖານ​ພຽງພໍ​ທີ່​ສະ​ແດງໃຫ້​ເຫັນ​ວ່າ
ເຊື້ອ​ໄວຣັສນີ້​ສາມາດຕິດ​ຕໍ່ ຈາກ​ມະນຸດ​ສູ່​ມະນຸດ​ໄດ້. ​ແຕ່ທ່ານ​ຊີ້
​ໃຫ້​ເຫັນ​ວ່າ ມັນ​ຕິດ​ຕໍ່​ຈາກພວກ​ສັດ​ປີກ​ສູ່​ມະນຸດ​ ​ໄດ້​ງ່າຍຫຼາຍ​ກວ່າ​ເຊື້ອ​ໄຂ້ຫວັດ​ສັດ​ປີກ
​ສາຍ​ພັນ​ເດີມ H5N1.

ທ່ານ Fukuda ​ແມ່ນ​ຜູ້ນຶ່ງ​ໃນ​ຄະນະ​ເຈົ້າ​ໜ້າ​ທີ່ WHO ​ທີ່​ໄດ້​ເດີ​ນທາງ​ໄປ​ປະ​ເທດ​ຈີນ ​
ເພື່ອ​ຮຽນ​ຮູ້​ເພີ່​ມຕື່ມ ກ່ຽວ​ກັບ​ເຊື້ອ​ໄວຣັສ​ໄຂ້ຫວັດ​ສັດ​ປີກ​ສາຍ​ພັນ​ໃໝ່ ​H7N9 ທີ່​ໄດ້
ຕິດ​ແປດໃສ່ຜູ້​ຄົນ ຫຼາຍ​ກ່ວາ 100 ຄົນ​ແລ້ວ​ໃນ​ທົ່ວ​ປະ​ເທດ.

​ໃນ​ວັນ​ພຸດ​ວານ​ນີ້​ເຊ່ນ​ກັນ ​ເຈົ້າ​ໜ້າ​ທີ່ໄຕ້​ຫວັນ​ໄດ້​ອອກ​ມາ​ຢືນຢັນວ່າ ມີ​ຊາວ​ໄຕ້​ຫວັນ​ຄົນ
​ ທໍາ​ອິດ​ທີ່​ຕິດ​ເຊື້ອ​ໄວຣັສດັ່ງກ່າວ ​ແລະ​ວ່າ ຊາຍໄວ 53 ປີ ທີ່​ຕິດ​ເຊື້ອ​ນັ້ນ ​ໄດ້​ສະ​ແດງ​ອາ
ການ​ໃຫ້​ເຫັນ 3 ມື້​ຫລັງ​ຈາກ​ຜູ້ກ່ຽວ​ກັບ​ຄືນ​ມາ ຈາກ​ການ​ໄປ​ຢ້ຽມຢາມ​ເມືອງ ຊູ​ໂຈ ທາງ
​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ.


ທ່ານ Chang Feng-yi ຫົວໜ້າ​ສູນກາງ​ຄວບ​ຄຸມພະ​ຍາດ
​ຂອງໄຕ້ຫວັນ ກ່າວ​ວ່າ: “ຍັງ ​ບໍ່​ທັນ​ມີ​ຫຼັກ​ຖານ​ພຽງພໍເທື່ອ
ທີ່ບົ່ງ​ບອກເຖິງ​ການຕິດແປດຈາກ​ມະນຸດ​ສູ່​ມະນຸດ​ ​ແຕ່​ວ່າ ​
ກໍລະນີ​ນີ້​ແມ່ນ​ເປັນ​ລາຍ​ທໍາ​ອິດ​ຂອງໂຣກ​ໄຂ້ຫວັດ​ສັດ​ປີກ ​
ໃນໄຕ້ຫວັນ ​ແລະ​ພວກ​ເຮົາ​ກໍ​ ຈະເຮັດທຸກ​ວິທີ​ທາງທີ່​
ສາມາດ ​ເພື່ອ​ຄວບ​ຄຸມ​ສະຖາ​ນະ​ການ​ນີ້.”


ທ່ານ Chang Feng-yi ຍັງ​ກ່າວ​ອີກ​ວ່າ ທາງ​ການວາງ​ແຜນ
​ທີ່​ຈະກວດກາ​ຜູ້​ໂດຍສານ​ທີ່​ເດີນທາງ​ມາ​ຈາກ ປະ​ເທດ​ຈີນ
​ໃຫ້​ເຄ່ງ​ຄັດ​ຂຶ້ນ.

ມີ​ຜູ້​ໂດຍສານ​ຈໍານວນ​ຫຼາຍ​ພັນ​ຄົນ ເດີນທາງ​ລະຫວ່າງ​ໄຕ້​ຫວັນ​ແລະ​ຈີນ​ແຜ່ນດິນ​ໃຫຍ່ ​
ໃນ​ແຕ່​ລະ​ມື້.

Taiwan Bird Flu
please wait
Embed

No media source currently available

0:00 0:00:32 0:00



XS
SM
MD
LG