ເຈົ້າໜ້າທີ່ຂັ້ນສູງຂອງອົງການອະນາໄມໂລກຫຼື WHO ຄົນນຶ່ງ ກ່າວວ່າ ອົງການອະນາໄມຂອງສະຫະປະຊາຊາດ ສັນນິດຖານວ່າການແຜ່ລະບາດໄວຣັສໂຄໂຣນາຢູ່ໃນເກົາຫລີເໜືອ “ກຳລັງຮ້າຍແຮງລົງຕື່ມ ບໍ່ແມ່ນດີຂຶ້ນ” ເຖິງແມ່ນວ່າປະເທດທີ່ລີ້ລັບດັ່ງກ່າວ ຫວ່າງມໍ່ໆມານີ້ໄດ້ອ້າງວ່າ ການລະບາດຂອງໂຄວິດ-19 ກຳລັງຊ້າລົງຢູ່ທີ່ນັ້ນ ອີງຕາມລາຍງານຂອງອົງການຂ່າວເອພີ.
ຢູ່ທີ່ກອງປະຊຸມນັກຂ່າວໃນວັນພຸດວານນີ້ ດຣ. ໄມ ຣາຍອັນ (Mike Ryan) ຫົວໜ້າຮັບມືກັບເຫດການສຸກເສີນຂອງອົງການ WHO ໄດ້ຮຽກຮ້ອງໃຫ້ພວກເຈົ້າໜ້າທີ່ເກົາຫລີເໜືອ ໃຫ້ຂໍ້ມູນເພີ້ມເຕີມກ່ຽວກັບການແຜ່ລະບາດ ໂຄວິດ-19 ຢູ່ທີ່ນັ້ນ ໂດຍກ່າວວ່າ “ພວກເຮົາມີບັນຫາແທ້ ໃນການເຂົ້າໄປຫາຂໍ້ມູນທີ່ແທ້ຈິງ ແລະສະພາບໂຕຈິງ ຢູ່ພາກພື້ນດິນ.” ທ່ານກ່າວວ່າ ອົງການ WHO ບໍ່ໄດ້ມີໂອກາດໄດ້ຮັບຂໍ້ມູນໃດໆ ກ່ຽວກັບການແຜ່ລະບາດ. ບໍ່ເໝືອນກັບການແຜ່ລະບາດທຳມະດາ ເວລາປະເທດຕ່າງໆອາດແບ່ງປັນຂໍ້ມູນທີ່ສຳຄັນຫຼາຍຂຶ້ນ ໃຫ້ກັບອົງກາ ເພື່ອສາມາດທີ່ຈະຊັງຊາຄວາມສ່ຽງດ້ານສາທາລະນະສຸກແກ່ປະຊາຄົມໂລກ.
ທ່ານກ່າວວ່າ “ມັນຍາກ ລຳບາກຫລາຍ ທີ່ໃຫ້ການວິເຄາະທີ່ເໝາະສົມແກ່ໂລກ ເວລາເຮົາບໍ່ສາມາດເຂົ້າຫາຂໍ້ມູນ ທີ່ຈຳເປັນ.” ອົງການ WHO ຊຶ່ງກ່ອນໜ້ານີ້ໄດ້ສະແດງຄວາມເປັນຫ່ວງກ່ຽວກັບຜົນກະທົບຂອງໂຄວິດ-19 ຢູ່ໃນ ປະຊາຊົນຂອງເກົາຫລີເໜືອ ຊຶ່ງມີຄວາມເຊື່ອວ່າ ບໍ່ໄດ້ມີການສັກຢາຢ່າງຫລວງຫລາຍ ແລະຜູ້ທີ່ມີລະບົບສຸຂະ ພາບທີ່ບອບບາງ ອາດດິ້ນລົນເພີ້ມຂຶ້ນເພື່ອຮັບມືກັບກໍລະນີການຕິດແປດທີ່ເພີ້ມຂຶ້ນຢ່າງຮ້າຍແຮງ ຂອງສາຍພັນໂອໄມຄຣອນ ແລະສາຍພັນຍ່ອຍຂອງມັນ.
ທ່ານຣາຍອັນ ກ່າວວ່າ ອົງການ WHO ໄດ້ສະເໜີການຊ່ວຍເຫລືອດ້ານເທັກນິກແລະເຄື່ອງໃຊ້ຕ່າງໆໃຫ້ແກ່ພວກເຈົ້າໜ້າທີ່ເກົາຫລີເໜືອຫລາຍໆເທື່ອ ຮວມທັງການສັກຢາວັກຊີນ ປ້ອງກັນໂຄວິດ-19 ຢ່າງໜ້ອຍສາມຄັ້ງແຕກ ຕ່າງກັນທີ່ຜ່ານມາ.
ໃນອາທິດແລ້ວນີ້ ຜູ້ນຳເກົາຫລີເໜືອ ທ່ານກິມ ຈົງ ອຶນ ແລະບັນດາເຈົ້າໜ້າທີ່ຂັ້ນສູງອຶ່ນໆໄດ້ສົນທະນາເພື່ອດັດ ແປງກົດລະບຽບທີ່ເຄັ່ງຄັດເພື່ອຄວບຄຸມການແຜ່ລະບາດ ອີງຕາມການລາຍງານຂອງສື່ມວນຊົນທາງການ ໃນ ຂະນະທີ່ເຂົາເຈົ້າໄດ້ກ່າວອ້າງ ທີ່ຍັງມີການໂຕ້ຖຽງຢ່າງກວ້າງຂວາງ ທີ່ວ່າ ການແຜ່ລະບາດຮອບທຳອິດຂອງໂຄວິດ-19 ໃນປະເທດກຳລັງຊ້າລົງນັ້ນ.
A top official at the World Health Organization said the U.N. health agency assumes the coronavirus outbreak in North Korea is "getting worse, not better," despite the secretive country's recent claims that COVID-19 is slowing there.
At a press briefing on Wednesday, WHO's emergencies chief, Dr. Mike Ryan, appealed to North Korean authorities for more information about the COVID-19 outbreak there, saying, "We have real issues in getting access to the raw data and to the actual situation on the ground."
He said WHO has not received any privileged information about the epidemic — unlike in typical outbreaks, when countries may share more sensitive data with the organization so it can evaluate the public health risks for the global community.
Tough to analyze
"It is very, very difficult to provide a proper analysis to the world when we don't have access to the necessary data," he said.
WHO has previously voiced concerns about the impact of COVID-19 in North Korea's population, which is believed to be largely unvaccinated and whose fragile health systems could struggle to deal with a surge of cases prompted by the highly infectious omicron and its subvariants.
Ryan said WHO had offered technical assistance and supplies to North Korean officials multiple times, including offering COVID-19 vaccines at least three times.
ast week, North Korean leader Kim Jong Un and other top officials discussed revising stringent anti-epidemic restrictions, state media reported, as they maintained a widely disputed claim that the country's first COVID-19 outbreak is slowing.