ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ອົງ​ການ ອະ​ນາ​ໄມ​ໂລກ ເວົ້າ​ວ່າ ໄວ​ຣັ​ສ​ໂຄ​ໂຣ​ນາ ຍັງ​ບໍ່ຮ້າຍ​ແຮງ ​ຮອດ​ລະ​ດັບ ໂຣກ​ລະ​ບາດ​ເທື່ອ


ກຳ​ມະ​ກອນ​ໃສ່​ຊຸດ​ກັນ​ໂຣກ ສີດ​ຢາ​ຂ້າ​ເຊື້ອ​​ໃນ​ຮ້ານ​ຂາຍ​ເຄື່ອງ ເພື່ອ​ຕໍ່​ຕ້ານ​ໄວ​ຣັ​ສ​ໂຄ​ໂຣ​ນາ ຢູ່​ຕະຫຼາດ ນຳ​ແດ​ມຸນ, ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 5 ກຸມ​ພາ, 2020.
ກຳ​ມະ​ກອນ​ໃສ່​ຊຸດ​ກັນ​ໂຣກ ສີດ​ຢາ​ຂ້າ​ເຊື້ອ​​ໃນ​ຮ້ານ​ຂາຍ​ເຄື່ອງ ເພື່ອ​ຕໍ່​ຕ້ານ​ໄວ​ຣັ​ສ​ໂຄ​ໂຣ​ນາ ຢູ່​ຕະຫຼາດ ນຳ​ແດ​ມຸນ, ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 5 ກຸມ​ພາ, 2020.

ກໍ​ລ​ະ​ນີ​ການ​ຕິດ​ເຊື້ອ​ໃໝ່​ຈຳ​ນວນ​ນຶ່ງ ແລະ ການ​ຕາຍ​ທີ່​ກ່ຽວ​ຂ້ອງ​ກັບ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ ໄດ້​ເພີ່ມ​ຂຶ້ນ​ໃນ​ຈີນ​ແຜ່ນ​ດິນ​ໃຫຍ່​ໃນ​ວັນ​ພຸດ​ວານນີ້, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ຂອງ ຈີນ, ໃນ​ຂະ​ນະ​ທີ່​ການ​ກວດ​ພົບ​ກໍ​ລະ​ນີ​ໃໝ່​ຢູ່ນອກ​ຈີນ​ແຜ່ນ​ດິນ​ໃຫຍ່ໄດ້​ລະ​ບຸ​ໃຫ້​ເຫັນ​ການ​ແຜ່​ລາມ​ຂອງ​ການ​ລະ​ບາດ​ນັ້ນ​ເພີ່ມ​ຂຶ້ນ.

ແນວ​ໃດ​ກໍ​ຕາມ, ເຖິງ​ແມ່ນ​ໄດ້​ມີ​ການກວດ​ພົບ​ການ​ເພີ່ມ​ຂຶ້ນ​ໃນຫຼາຍ​ປະ​ເທດ​ນັ້ນ, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ກ່າວ​ວ່າ ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ແມ່ນ​ຍັງ​ບໍ່​ໄດ້​ໄປ​ຮອດ​ລະ​ດັບ​ຂອງ​ໂຣກ​ລະ​ບາດ​ເທື່ອ. ດ​ຣ. ຊິ​ລ​ວີ ບ​ຣີ​ແອນ, ຜູ້​ອຳ​ນວຍ​ການ​ພະ​ແນກ​ພະ​ຍາດແຜ່​ລະ​ບາດ ແລະ ໂຣກ​ບາດ​ລະ​ບາດ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ນະ​ຄອນ ເຈ​ນີ​ວາ ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ວ່າ ການ​ແຜ່​ລະ​ບາດ​ດັ່ງ​ກ່າວ​ ແມ່ນ​ຍັງ​ຢູ່​ໃນ​ໄລ​ຍະ “ທີ່​ມັນ​ຍັງ​ເປັນ​ການ​ລະ​ບາດ​ຢູ່​ພາຍ​ໃນ​ຈຸດ​ສູນ​ກາງຫຼາຍ​ແຫ່ງ.”

ຮອດ​ວັນ​ພຸດ​ວານນີ້, ຢ່າງ​ໜ້ອຍ 490 ຄົນ, ເຊິ່ງ​ສ່ວນ​ໃຫຍ່​ໃນ ຈີນ​ແຜ່ນ​ດິນ​ໃຫຍ່, ໄດ້​ເສຍ​ຊີ​ວິດ​ຈາກ​ໄວ​ຣັ​ສ​ໂຣ​ໂຄ​ນາ ນັບ​ຕັ້ງ​ມັນ​ໄດ້​ຖືກ​ກວດ​ພົບ​ຄັ້ງ​ທຳ​ອິດ​ໃນ​ເດືອນ​ທັນ​ວາ​ທີ່​ຜ່ານ​ມາ ໃນ​ເມືອງ ວູ​ຮານ ຢູ່​ພາກ​ກາງ​ຂອງ​ປະ​ເທດ, ພ້ອມ​ກັບ​ຕົວ​ເລກ​ການຕິດ​ເຊື້ອ​ທີ່​ຖືກ​ຢືນ​ຢັນຫຼາຍກວ່າ 24,000 ກໍ​ລະ​ນີ. ມັນ​ມີ​ 150 ກໍ​ລະ​ນີ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ໃນ 23 ປະ​ເທ​ດ​ອື່ນໆ, ລວມ​ທັງ​ການ​ເສຍ​ຊີ​ວິດ​ນຶ່ງ​ກໍ​ລະ​ນີ​ໃນ​ປະ​ເທດ ຟີ​ລິບ​ປິນ, ​ເຊິ່ງເປັນ​ຄົນ​ທຳ​ອິດ​ທີ່​ໄດ້​ເສຍ​ຊີ​ວິດ​ຢູ່ນອກ​ປະ​ເທດ ຈີນ.

ການ​ແຜ່​ລະ​ບາດ​ດັ່ງ​ກ່າວຍັງ​ໄດ້​ຖືກກວດ​ພົບ​ຢູ່​ໃນ​ທະ​ເລ​ເປີດ. ບັນ​ດາ​ເຈົ້າ​ໜ້າ​ທີ່ ຍີ່​ປຸ່ນ ໄດ້​ກ່າວ​ວ່າ 10 ຄົນ​ຖືກກວດ​ສອບ​ມີ​ຜົນ​ບວກ​ສຳ​ລັບ​ໄວ​ຣັ​ສ​ໂຄ​ໂຣ​ນາ​ໃນ​ເຮືອ​ສຳ​ລານ​ລຳ​ນຶ່ງ ​ທີ່​ຖືກ​ກັກ​ກວດ​ເຊື້ອ​ໂຣກ​ຢູ່​ທ່າ​ເຮືອ ໂຢ​ໂກ​ຮາ​ມາ ຂອງ ຍີ່​ປຸ່ນ. ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ ຜູ້​ໂດຍ​ສານ​ທີ່​ຍັງ​ເຫຼືອຫຼາຍກວ່າ 3,700 ຄົນ ແລະ ພະ​ນັກ​ງານ​ໃນ​ເຮືອ​ນັ້ນ ​ຈະ​ຖືກ​ກັກ​ກວດ​ໂຣກ ​ເທິງ​ເຮືອ​ສຳ​ລານ Diamond Princess ຂອງ ຍີ່​ປຸ່ນ ສຳ​ລັບ​ການກວດ​ສອບ​ຕໍ່​ໄປ.

ສາຍ​ການ​ບິນ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່ ສະ​ຫະ​ລັດ ສອງ​ບໍ​ລິ​ສັດ​ໃນ​ວັນ​ພຸ​ດ​ວານນີ້ ໄດ້​ປະ​ກາດ​ແຜນ​ການ​ໂຈະ​ຖ້ຽວ​ບິນ​ໄປ​ເກາະ​ ຮົງ​ກົງ ຊົ່ວ​ຄາວ. ສາຍ​ການ​ບິນ American Airlines ກັບ United Airlines ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ຈະ​ຢຸດ​ຖ້ຽວ​ບິນ​ຕ່າງໆ​ໄປ​ທີ່​ນັ້ນ ​ຈົນ​ຮອດ​ວັນ​ທີ 20 ກຸມ​ພາ.

ໃນ​ຂະ​ນະ​ດຽວ​ກັນ, ບັນ​ດາ​ພະ​ນັກ​ງານ​ການ​ແພດ​ໃນ ຮົງ​ກົງ ໄດ້​ພາ​ກັນ​ນັດ​ຢຸດ​ງານ​ສອງວັນ​ລຽນ​ຕິດ ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ໃນ​ຂະ​ນະ​ທີ່​ເຂດ​ແດນ​ທີ່​ເປັນ​ຂອງ ຈີນ ນັ້ນ​ໄດ້​ລາຍ​ງານ​ການ​ເສຍ​ຊີ​ວິດ​ຄັ້ງ​ທຳ​ອິດ​ຂອງ​ເຂົາ​ເຈົ້າ​ຈ​າກ​ໄວ​ຣັ​ສ​ໂຄ​ໂຣ​ນາ.

ຮົງ​ກົງ ໄດ້​ປິດ​ເຂດ​ຊາຍ​ແດນ​ທາງ​ບົກ ແລະ ທາງ​ທະ​ເລ​ທີ່​ຕິດ​ກັບ​ ຈີນ​ແຜ່ນ​ດິນ​ໃຫຍ່​ເກືອບ​ທັງ​ໝົດ ​ເມື່ອ​ຕອນ​ທ່ຽງ​ຄືນ​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ ຫຼັງ​ຈາກ​ພະ​ນັກ​ງານ​ການ​ແພດຫຼາຍກວ່າ 2,000 ຄົນ​ໄດ້​ຍ່າງ​ອອກ​ຈາກວຽກ​ໃນ​ວັນ​ຈັນ​ແລ້​ວນີ້ ເພື່ອ​ຮຽກ​ຮ້ອງ​ໃຫ້​ປິດ​ການ​ຂ້າມ​ເຂດ​ຊາຍ​ແດນ​ທັງ​ໝົດ​ຢ່າງ​ສິ້ນ​ເຊີງ. ຮົງ​ກົງ ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ຈາກ ການ​ຕິດ​ເຊື້ອ​ໄວ​ຣັ​ສ​ຜ່ານ​ທາງ​ເດີນ​ລົມ​ຫາຍ​ໃຈ ທີ່​ເປັນ​ອັນ​ຕະ​ລາຍ​ຢ່າງ​ຮຸນ​ແຮງ ຫຼື ໂຣກ ຊາ​ສ໌ (SARS) ໃນ​ປີ 2002-2003.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG