ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າອົງການອະນາໄມໂລກເວົ້າ​ວ່າ ທັງ​ໂລກຕ້ອງດຳ​ເນີນ​ການດຽວນີ້ເພື່ອ​ ປ້ອງ​ກັນ​ບໍ່​ໃຫ້ ສາຍ​ພັນ​ໂອ​ໄມ​ຄ​ຣອນ ແຜ່​ລະ​ບາດ​ໄປ​ທົ່ວ​ໄດ້


​ຊາຍ​ຄົນ​ນຶ່ງກຳ​ລັງ​ຖືກກວດ​ຫາ​ພະ​ຍາດ COVID-19 ໂດຍ​ໜ່ວຍກວດ​ພະ​ຍາດ​ເຄື່ອນ​ທີ່ຂະ​ນະ​ທີ່​ມີ​ສາຍ​ພັນ​ໂອ​ໄມ​ຄ​ຣອນ​ລະ​ບາດຢູ່​ໃນ​ເ​ຂດ Manhattan ຂອງ​ນະ​ຄອນ​ນິວຢອກ, ວັນ​ທີ 8 ທັນ​ວາ, 2021
​ຊາຍ​ຄົນ​ນຶ່ງກຳ​ລັງ​ຖືກກວດ​ຫາ​ພະ​ຍາດ COVID-19 ໂດຍ​ໜ່ວຍກວດ​ພະ​ຍາດ​ເຄື່ອນ​ທີ່ຂະ​ນະ​ທີ່​ມີ​ສາຍ​ພັນ​ໂອ​ໄມ​ຄ​ຣອນ​ລະ​ບາດຢູ່​ໃນ​ເ​ຂດ Manhattan ຂອງ​ນະ​ຄອນ​ນິວຢອກ, ວັນ​ທີ 8 ທັນ​ວາ, 2021

ອົງການອະນາໄມໂລກກ່າວໃນວັນພຸດວານນີ້ວ່າ ເຖິງ​ແມ່ນ​ຈະຍັງມີຫຼາຍສິ່ງ​ຫລາຍ ຢ່າງທີ່ໄດ້ຕ້ອງຮຽນຮູ້ກ່ຽວກັບສາຍ​ພັນ​ໂອ​ໄມ​ຄ​ຣອນ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາທີ່ເຮັດ ໃຫ້ເກີດພະ​ຍາດ COVID-19 ຢູ່ກໍ​ຕາມ ແຕ່ວ່າ​ໂລກ​ກໍ​ບໍ່​ແມ່ນ​ວ່າບໍ່ມີ​ສິ່ງປ້ອງກັນມັນໄດ້ ແລະປະເທດຕ່າງໆຕ້ອງດຳ​ເນີນ​ການດຽວນີ້ ເພື່ອຮັກສາມັນ ບໍ່ໃຫ້ແຜ່ລາມອອກໄປ​ອີກ.

ໃນກອງປະຊຸມລາຍ​ງານຫຍໍ້ທີ່ສໍານັກງານໃຫຍ່ຂອງອົງການດັ່ງ​ກ່າວໃນນະຄອນ ເຈນີວານັ້ນ ຜູ້ອຳນວຍການໃຫຍ່ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ,​ ທ່ານເຕໂດຣສ ອັດດານອມ ເກເບຣເຢຊູສ (Tedros Adhanom Ghebreyesus) ກ່າວວ່າ​ສາຍ​ພັນ​ໂອ​ໄມ​ຄ​ຣອນຖືກ​ລາຍ​ງານ​ວ່າມີຢູ່ໃນ 57 ປະເທດ, ແລະຕົວເລກ ດັ່ງກ່າວຄາດວ່າຈະສືບຕໍ່ເພີ້ມຂຶ້ນ.

ທ່ານກ່າວວ່າ, ໃນຂະນະທີ່ສາຍ​ພັນ​ນີ້ຍັງຖືກສຶກສາເບິ່ງຢູ່, ຄຸນລັກສະນະບາງ ຢ່າງຂອງ​ໂອ​ໄມ​ຄ​ຣອນ ລວມທັງການແຜ່ກະຈາຍ​ໄປທົ່ວໂລກ ແລະ ການກາຍ ພັນຢ່າງຫລວງຫລາຍຂອງ​ມັນ ຊີ້ໃຫ້ເຫັນວ່າ ມັນສາມາດມີຜົນກະທົບອັນໃຫຍ່ ຫຼວງຕໍ່ສະ​ພາບການລະບາດຂອງພະ​ຍາດນີ້. ການຕິດຕາມເບິ່ງຢ່າງລະມັດ ລະວັງຕໍ່ສິ່ງທີ່ເກີດຂຶ້ນໃນທົ່ວໂລກເພື່ອຈະເຂົ້າໃຈໄດ້ວ່າໂອ​ໄມ​ຄ​ຣອນສາມາດ ກາຍເປັນສາຍ​ພັນ​ທີ່​ມີ​ການ​ແຜ່​ລະ​ບາດ​ຫລາຍກວ່າ​ໝູ່ໄດ້ ຫລືບໍ່.

ທ່ານ​ເຕ​ໂດ​ຣ​ສກ່າວ​ອີກວ່າ ເຖິງແມ່ນວ່າຍັງ​ຕ້ອງຫາຄໍາຕອບສໍາລັບຄໍາຖາມ ທີ່ສໍາຄັນເຫລົ່າ​ນີ້​ຢູ່​ກໍ​ຕາມ ແຕ່​ມັນ​ກໍບໍ່​ແມ່ນວ່າຄົນບໍ່ສິ່ງປ້ອງກັນສາ​ຍ​ພັນ​ໂອ​ໄມ​ຄ​ຣອນ ຫຼື ແດ​ລ​ຕາໄດ້​, ມີ​ແຕ່​ວ່າບັນດາປະເທດຕ່າງໆ ຕ້ອງດຳ​ເນີນ​ການ​ດຽວນີ້.

ຫົວໜ້າອົງການ​ອະ​ນາ​ໄມ​ໂລກ​ຍັງກ່າວອີກວ່າ, "ພວກເຮົາກຳ​ລັງ​ຈະໝົດຫົນທາງ ທີ່ຈະເວົ້າເລື່ອງນີ້ແລ້ວ, ແຕ່ພວກເຮົາກໍ​ຍັງຈະເວົ້າຕໍ່ໄປອີກຢູ່: ພວກເຮົາທຸກຄົນ - ລັດຖະບານທຸກ​ປະ​ເທດ ແລະແຕ່​ລະບຸກຄົນ - ຈະຕ້ອງໃຊ້ເຄື່ອງມືທັງໝົດ ທີ່ພວກເຮົາມີຢູ່ໃນປັດຈຸບັນນີ້." ທ່ານໄດ້ຮຽກຮ້ອງໃຫ້ທຸກປະເທດເລັ່ງການຄຸ້ມ​ກັນຂອງວັກຊີນໃຫ້ປະຊາກອນທີ່ມີຄວາມສ່ຽງທີ່ສຸດ, ເພີ້ມທະວີຄວາມພະຍາຍາມ ເພື່ອບັງ​ຄັບໃຫ້ການຕິດເຊື້ອຫລຸດລົງ, ແລະຮັກສາມັນໃຫ້​ມັນ​ຕ່ຳລົງ, ດ້ວຍມາດ ຕະການດ້ານສາທາລະນະສຸກ​ທີ່ປັບໃຫ້​ເໝາະ​ສົມ​ແບບປະສົມກັນ.

ໃນກອງປະຊຸມລ​າຍ​ງານຫຍໍ້ດຽວກັນນັ້ນ, ຫົວຫນ້າດ້ານວິທະຍາສາດຂອງອົງ​ການ​ອະ​ນາ​ໄມ​ໂລກ, ທ່ານນາງ​ຊູ​ມີ​ຢາ ສວາ​ມີ​ນາ​ຕານ (Soumya Swaminathan) ໄດ້ເຕືອນວ່າບໍ່ຄວນ​ຄິດ​ຫລາຍເກີນ​ໄປກ່ຽວ​ກັບການສຶກສາຢູ່ ອາຟຣິກາໃຕ້ທີ່​ສະ​ແດງ​ໃຫ້ເຫັນວ່າວັກຊີນໄຟ​ເຊີ-ໄບໂອເອັນ​ເທັກ (Pfizer-BioNTech) ທີ່​ຕ້ອງ​ສັກສອງຄັ້ງນັ້ນວ່າມີປະສິດທິພາບຫນ້ອຍໃນການຕໍ່ສູ້ກັບ COVID-19 ຍ້ອນວ່າມັນສະ​ແດງໃຫ້ເຫັນການຫຼຸດລົງຂອງລະດັບການ​ຕ້ານ​ທານຂອງພູມຄຸ້ມ​ກັນ​ຮ່າງ​ກາຍໃນ​ການ​ຕ້ານ​ສາຍ​ພັນ​ໂອ​ໄມ​ຄ​ຣອນນັ້ນ.

ທ່ານນາງສວາ​ມີ​ນາ​ຕານ (Swaminathan) ກ່າວຕໍ່ບັນດານັກຂ່າວວ່າ ມັນຍັງ ໄວ​ເກີນ​ໄປທີ່ຈະສະຫຼຸບໄດ້ວ່າການຫຼຸດລົງໃນຄວາມ​ສາ​ມາດເຮັດ​ໃຫ້ພູມຄຸ້ມ​ກັນ​ຂອງ​ຮ່າງ​ກາຍຕໍ່​ຕ້ານ​ພະ​ຍາດ​ໄດ້ນັ້ນເຮັດໃຫ້ຢາວັກຊີນມີປະສິດທິພາບໜ້ອຍລົງ.

ທ່ານ​ນາງ​ເວົ້າ​ວ່າ "ພວກເຮົາບໍ່ຮູ້ສິ່ງນັ້ນ, ເພາະວ່າ, ດັ່ງທີ່ທ່ານຮູ້, ລະບົບພູມ ຕ້ານທານແມ່ນສັບສົນຫຼາຍ," "ມັນມີ T-cells, ມີແຊ​ລ Memory B ແລະ ເພາະສະນັ້ນສິ່ງທີ່ພວກເຮົາຕ້ອງການແທ້ໆ ໃນປັດຈຸບັນ ກໍ​ຄືຄວາມພະຍາຍາມ ໃນການຄົ້ນຄ້ວາທີ່ມີ​ການປະສານງານກັນ ແລະບໍ່ຟ້າວ​ດ່ວນ​ສະຫຼຸບ ... ທຳ​ການສຶກສາຄົ້ນ​ຄວ້າ ດ້ວຍການສຶກສາເບິ່ງ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG