ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຫົວໜ້າ ອົງການ WHO ວ່າ ບາງປະເທດ “ຫຼິ້ນກັບໄຟ” ໂດຍເອົາມາດຕະການ ທີ່ບໍ່ເຄັ່ງຄັດ ກັບການເພີ້ມຂຶ້ນ ຂອງ ກໍລະນີຕິດໂຄວິດ-19 ໃໝ່


ທ່ານເທໂດຣສ ອາດານົມ ເກບຣີເຢຊຸສ, ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ ຫຼື WHO, ເຂົ້າຮ່ວມກອງປະຊຸມ ການຮັບມືກັບໂຣກລະບາດໄວຣັສໂຄໂຣນາຂອງຄະນະບໍລິຫານອົງການ WHO ໃນນະຄອນເຈນີວາ ຂອງສະວິດເຊີແລນ, ວັນທີ 5 ຕຸລາ 2020.
ທ່ານເທໂດຣສ ອາດານົມ ເກບຣີເຢຊຸສ, ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ ຫຼື WHO, ເຂົ້າຮ່ວມກອງປະຊຸມ ການຮັບມືກັບໂຣກລະບາດໄວຣັສໂຄໂຣນາຂອງຄະນະບໍລິຫານອົງການ WHO ໃນນະຄອນເຈນີວາ ຂອງສະວິດເຊີແລນ, ວັນທີ 5 ຕຸລາ 2020.

ໂດຍທີ່ໂລກມີຄົນຕິດໄວຣັສໂຄວິດ-19 ລວມທັງໝົດເກືອບຮອດ 55 ລ້ານແລ້ວ ຊຶ່ງປະກອບດ້ວຍຫຼາຍກວ່າ 1 ລ້ານ 3 ແສນຄົນໄດ້ເສຍຊີວິດ ຫົວໜ້າອົງການອະນາໄມໂລກ ຫຼື WHO ກ່າວວ່າ ບັນດາປະເທດທີ່ບໍ່ເອົາມາດຕະການຄວບຄຸມການແຜ່ລະບາດຂອງໄວຣັສດັ່ງກ່າວຢ່າງເຂັ້ມງວດນັ້ນ “ແມ່ນກຳລັງຫຼິ້ນກັບໄຟ.”

ທ່ານໝໍ ເທໂດຣສ ອາດານົມ ເກບຣີເຢຊຸສ ໄດ້ສະແດງຄວາມເປັນຫ່ວງກ່ຽວກັບຈຳນວນກໍລິນີຕິດໄວຣັສໃໝ່ທີ່ເພີ້ມຂຶ້ນຢ່າງວ່ອງໄວຢູ່ທົ່ວໂລກ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ເມື່ອວັນຈັນຜ່ານມາ ຈາກສຳນັກງານໃຫຍ່ຂອງອົງ ການຢູ່ໃນນະຄອນເຈນີວາ. ກອງປະຊຸມດັ່ງກ່າວເປັນຂີດໝາຍການກັບຄືນມາສຳນັກງານໃຫຍ່ຂອງອົງການ WHO ນັບຕັ້ງແຕ່ທ່ານໄດ້ກັກໂຕໄລຍະສອງອາທິດຫຼັງຈາກທີ່ໄດ້ສຳພັດກັບບຸກຄົນຜູ້ທີ່ໄດ້ຖືກກວດພົບ ມີເຊື້ອໄວຣັສໂຄວິດ-19.

ທ່ານໝໍ ເທໂດຣສ ໄດ້ຮູ້ສຶກຍິນດີນຳຂ່າວຄາວຈາກບໍລິສັດຜະລິດຢາ ໂມເດີຣນາ (Moderna) ທີ່ມີຫ້ອງການຢູ່ໃນສະຫະລັດ ທີ່ວ່າ ຢາວັກຊີນກັນໄວຣັສໂຄໂຣນາທີ່ມີສັກກະຍະພາບຂອງຕົນນັ້ນ ໄດ້ພົບເຫັນວ່າ ມີປະສິດທິພາບເກືອບເຖິງ 95 ເປີເຊັນ ແຕ່ທ່ານໄດ້ກ່າວວ່າ ໂລກບໍ່ອາດສາມາດຖືກຊັກຈູງ ໃຫ້ໃຈ ເຢັນໄດ້.

ທ່ານເທໂດຣສ ໄດ້ກ່າວວ່າ “ອັນນີ້ແມ່ນໄວຣັສທີ່ອັນຕະລາຍ ຊຶ່ງສາມາດໂຈມຕີທຸກລະບົບໃນຮ່າງກາຍ. ພວກປະເທດເຫຼົ່ານັ້ນ ທີ່ປ່ອຍໃຫ້ໄວຣັສແຜ່ລະບາດໂດຍບໍ່ມີການກວດການັ້ນ ແມ່ນກຳລັງຫຼິ້ນກັບໄຟ.”

ທ່ານໝໍເທໂດຣສ ຍັງໄດ້ໃຫ້ຂໍ້ສັງເກດວ່າ ການເກີດຂຶ້ນຮອບໃໝ່ຂອງກໍລະນີຕິດໂຄວິດ-19 ແມ່ນການກົດດັນລະບົບສາທາລະນະສຸກທັງຫຼາຍຈົນເຖິງ “ຈຸດແຕກຫັກ.”

ບໍລິສັດໂມເດີຣນາ ເປັນຜູ້ຜະລິດຢາວັກຊີນຊະນິດທີ່ສອງ ທີ່ລາຍງານກ່ຽວກັບ ອັດຕາປະສິດທິພາບສູງຂອງຢາວັກຊີນໃນຂັ້ນທົດລອງ ຊຶ່ງໄດ້ອອກມານຶ່ງອາທິດຫຼັງຈາກທີ່ບໍລິສັດຟາຍເຊີຣ (Pfizer) ໄດ້ປະກາດຜົນການທົດລອງຢາວັກຊີນແບບດຽວກັນ ທີ່ຕົນໄດ້ພັດທະນາຂຶ້ນ ໂດຍການປະສານງານກັນກັບບໍລິສັດ ບາຍໂອເອັນເທັກ (BioNTech) ຂອງເຢຍຣະມັນ.

ບໍລິສັດຟາຍເຊີຣ ໄດ້ກ່າວໃນວັນຈັນຜ່ານມາວ່າ ຕົນໄດ້ເລີ້ມໂຄງການທົດລອງຢູ່ໃນສະຫະລັດ ເພື່ອຊ່ອຍພັດທະນາແຜນການນຳສົ່ງຢາວັກຊີນຂອງຕົນ ເມື່ອໃດທີ່ມັນໄດ້ຮັບການຮັບຮອງຢ່າງເປັນທາງການ. ບໍລິສັດນີ້ກ່າວວ່າ ຕົນໄດ້ຄັດເລືອກ 4 ລັດ ຄື ລັດນິວເມັກຊິໂກ ໂຣດໄອແລນ ເທັນເນສຊີ ແລະເທັກຊັສ ບົນພື້ນຖານຂອງຄວາມແຕກຕ່າງໃນດ້ານຂະໜາດ ແລະຄວາມຫຼາກຫຼາຍຂອງປະຊາກອນໂດຍລວມ ໂດຍປະກອບດ້ວຍລັກສະນະຂອງຫົວເມືອງຫຼາຍໆແບບແລະເຂດຊົນນະບົດຂອງລັດທັງຫຼາຍນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

With the world nearing 55 million total COVID-19 infections, including over 1.3 million deaths, the head of the World Health Organization says countries that are not taking aggressive actions to control the spread of the virus “are playing with fire.”

Dr. Tedros Adhanom Ghebreyesus expressed concern about the rapidly growing numbers of new cases across the globe during a news conference Monday from the agency’s headquarters in Geneva. The briefing marked his return to WHO headquarters since entering into a two-week self-quarantine period after coming into contact with a person who tested positive for COVID-19.

Dr. Tedros welcomed the news from U.S.-based drug maker Moderna that its potential coronavirus vaccine was found to be nearly 95% effective, but said the world could not be lulled into complacency.

“This is a dangerous virus, which can attack every system in the body,” he said. “Those countries that are letting the virus run unchecked are playing with fire.”

Dr. Tedros also noted that a resurgence of COVID-19 cases are pushing health care systems “to the breaking point.”

Moderna is the second drug maker to report a high efficacy rate of its experimental COVID-19 vaccine, coming a week after U.S.-based Pfizer announced similar results of a drug it developed in collaboration with Germany’s BioNTech.

Pfizer said Monday it was launching a test program in the United States to help develop its plan to deliver its vaccine once it receives formal approval. The company says it has selected four states -- New Mexico, Rhode Island, Tennessee and Texas -- based on their differences in overall size and population diversity, including their varied city and rural settings.

XS
SM
MD
LG