ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໔ ທັນວາ ໒໐໒໔

WHO: ມະ​ເຮັງ​ປາ​ກ​ມົດ​ລູກ ສາ​ມາດ​ປ້ອງ​ກັນ​ໄດ້, ສາ​ມາດ​ລົບ​ລ້າງ​ໄດ້


ແມ່​ຍິງ​ຄົນ​ນຶ່ງ​ທີ່​ເປັນ​ມະ​ເຮັງ​ປາກ​ມົດ​ລູກ ກຳ​ລັງ​ຈະ​ກິນ​ຢາ ຢູ່​ສະ​ຖານ​ທີ່​ປິ່ນ​ປົວ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ, ປະ​ເທດ ຈີນ. 23 ມິ​ຖຸ​ນາ, 2016.
ແມ່​ຍິງ​ຄົນ​ນຶ່ງ​ທີ່​ເປັນ​ມະ​ເຮັງ​ປາກ​ມົດ​ລູກ ກຳ​ລັງ​ຈະ​ກິນ​ຢາ ຢູ່​ສະ​ຖານ​ທີ່​ປິ່ນ​ປົວ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ, ປະ​ເທດ ຈີນ. 23 ມິ​ຖຸ​ນາ, 2016.

ເນື່ອງ​ໃນ​ໂອ​ກາດ​ວັນແຫ່ງ​ໂຣ​ກ​ມະ​ເຮັງ​ໂລກ ເມື່ອວັນ​ທີ 4 ກຸມ​ພາ​ວານນີ້, ອົງ​ການ​ອະ
ນາໄມໂລກ ໄດ້ຮຽກຮ້ອງໃຫ້ເລັ່ງການດຳເນີນການເພື່ອລົບລ້າງມະເຮັງປາກມົດລູກ,
ເຊິ່ງເປັນໂຣກທີ່ສາມາດປ້ອງກັນໄດ້ທີ່ໄດ້ສັງຫານຊີວິດຂອງແມ່ຍິງຫຼາຍກວ່າ 300,000
ຄົນໃນແຕ່ລະປີ ຢູ່ໃນປະເທດທີ່ກຳລັງພັດທະນາເປັນສ່ວນໃຫຍ່ນັ້ນ. ນັກຂ່າວ ລີຊາ
ສໄລນ໌ ມີລາຍງານສຳລັບວີໂອເອ ຈາກສຳນັກງານໃຫຍ່ຂອງ WHO ໃນນະຄອນ ເຈນີ
ວາ ປະເທດສວິສເຊີແລນ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນ
ອັນດັບຕໍ່ໄປ.

ໂຣກ​ມະ​ເຮັງ​ປາກ​ມົດ​ລູກ​ແມ່ນ​ສາ​ເຫດນຳ​ໜ້າທີ່​ພາ​ໃຫ້​ມີ​ການ​ຕາຍ​ຂອງແມ່​ຍິງ​ໃນ​ທົ່ວ​
ໂລກ. ການເສຍຊີວິດຂອງ 9 ຄົນ ໃນ 10 ຄົນໃດ ແມ່ນເກີດຂຶ້ນໃນປະເທດທີ່ທຸກຍາກ
ແລະມີລາຍໄດ້ປານກາງ. ໂຣກດັ່ງກ່າວເກີດມາຈາກໄວຣັສປາປີລໂລມາຂອງມະນຸດ
ແລະ ຖືກຕິດຕໍ່ໃສ່ຄົນອື່ນໂດຍຜ່ານການສຳພັດທາງເພດ.

ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ ມະ​ເຮັງ​ປາກ​ມົດ​ລູກ ສາ​ມາດ​ຮັກ​ສາ​ໄດ້ ຖ້າ​ການ​ຕິດ​
ເຊື້ອໄດ້ຖືກກວດພົບ ແລະ ຖືກປິ່ນປົວຕົ້ງແຕ່ຫົວທີ. ແຕ່, ເໝືອນກັນກັບການເປັນພະ
ຍາດບາງຢ່າງຢູ່ໃນຊີວິດເຮົາ, ການປ້ອງກັນແມ່ນການປິ່ນປົວທີ່ດີທີ່ສຸດ. ແລະ ໃນກໍ
ລະນີຂອງມະເຮັງປາກມົດລູກນີ້, ມີຢາວັກຊີນທີ່ມີປະສິດທິພາບທີ່ສາມາດປ້ອງກັນ
ໂຣກດັ່ງກ່າວໄດ້ ເມື່ອເອົາສັກໃຫ້ເດັກຍິງອາຍຸລະຫວ່າງ 9 ແລະ 14 ປີ.

ເຈົ້າ​ໜ້າ​ທີ່​ດ້ານ​ເຕັກ​ນິກຂອງໂຄງ​ການປ້ອງ​ກັນ​ພະ​ຍາດຂອງ​ອົງ​ການ WHO,ທ່ານ
ພອລ ໂບລມ ກ່າວວ່າ ຢາວັກຊີນດັ່ງກ່າວແມ່ນໄດ້ສະໜອງໃຫ້ຢູ່ໃນບັນດາປະເທດ
ທີ່ຮັ່ງມີ. ໃນຂະນະທີ່ປະເທດຕ່າງໆ ທີ່ເປັນໂຣກມະເຮັງປາກມົດລູກສູງທີ່ສຸດໃນ ອາ
ຟຣິກາ ແລະ ເອເຊຍນັ້ນແມ່ນລາກຫຼັງໝູ່ ແຕ່ທ່ານກໍເວົ້າວ່າ ມັນກຳລັງມີຄວາມກ້າວ
ໜ້າຢູ່.

ທ່ານ ໂບ​ລມ​ ກ່າວ​ວ່າ “ໃນ​ປະ​ເທດ​ຕ່າງໆ, ເຊັ່ນ ຣວັນ​ດາ, ເຊິ່ງ​ເປັນ​ຜູ້​ລິ​ເລີ່ມກ່ອນ​ໝູ່
ຢູ່ໃນທະວີບອາຟຣິກາໄດ້ ຢານີ້ເຂົ້າເຖິງຫລາຍກວ່າ 90 ເປີເຊັນ ນັບຕັ້ງແຕ່ 5, 6 ປີ
ກ່ອນນັ້ນ ເປັນຕົ້ນມາ. ພູຖານ ຢາວັກຊີນນັ້ນ ກໍໄດ້ເຂົ້າເຖິງ 90 ເປີເຊັນຂອງຈຳນວນ
ເດັກນ້ອຍຜູ້ຍິງທັງໝົດຂອງປະເທດນັ້ນ. ມາເລເຊຍ ຢາວັກຊີນນັ້ນ ໄດ້ເຂົ້າເຖິງ 97
ເປີເຊັນຂອງເດັກນ້ອຍຜູ້ຍິງຂອງປະເທດ. ສະນັ້ນ ມັນມີຕົວຢ່າງທີ່ດີເປັນຢ່າງຍິ່ງຢູ່
ຫລາຍອັນ ເຊິ່ງສະແດງໃຫ້ເຫັນວ່າ ຢາວັກຊີນນີ້ ແມ່ນໄດ້ຮັບການຍອມຮັບ ແລະ
ສາມາດສົ່ງໄປໃຫ້ປະເທດທີ່ມີລາຍໄດ້ຕ່ຳໄດ້.”

ທ່ານ ໂບ​ລມ ກ່າວອີກ​ວ່າ 4 ປ​ະ​ເທດ​ໃນ​ອາ​ຟ​ຣິ​ກາ​ຄື ເອ​ທິ​ໂອ​ເປຍ, ແທນ​ຊາ​ເນຍ,
ຊິມບັບເວ ແລະ ເຊເນກາລ ໄດ້ນຳສະເໜີຢາວັກຊີນດັ່ງກ່າວໃນປີກາຍນີ້. ທ່ານກ່າວ
ວ່າອີກຫຼາຍກວ່າ 11 ປະເທດໃນອາຟຣິກາ ແລະ ເອເຊຍ ຈະເລີ່ມໃຊ້ວັກຊີນດັ່ງກ່າວ
ໃນປີໜ້ານີ້.

ເຈົ້າ​ຍິງ ໂນ​ເທັມ​ບາ ຊິ​ເມ​ເລ​ລາ ເປັນຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ WHO ສຳ​ລັບ​
ຄອບຄົວ, ແມ່ຍິງ, ເດັກນ້ອຍ ແລະ ເດັກໄວລຸ້ນ. ເຈົ້າຍິງກ່າວວ່າ ບັນຫາໃຫຍ່ຢູ່ໃນ
ບັນດາປະເທດທີ່ກຳລັງພັດທະນາແມ່ນການຂາດຄົນຜູ້ທີ່ມີຄວາມຊຳນິ ຊຳນານໃນ
ການທົດລອງ ແລະກວດຫາໂຣກມະເຮັງປາກມົດລູກຂອງແມ່ຍິງ.

ເຈົ້າ​ຍິງ​ເວົ້າ​ວ່າ ແມ່​ຍິງ​ໃນ​ເຂດ​ ຊົນ​ນະ​ບົດ​ຫ່າງ​ໄກ​ສອກຫຼີກ ມັກ​ຈະ​ມີ​ຄວາມ​ຫຍຸ້ງ​
ຍາກໃນການໄປຫາຄລີນິກ ບ່ອນທີ່ເຂົາເຈົ້າສາມາດໄດ້ຮັບການກວດ ແລະປິ່ນປົວ
ໂຣກດັ່ງກ່າວ. ແຕ່ເຈົ້າຍິງໄດ້ກ່າວຕໍ່ວີໂອເອວ່າ ມັນມີຍຸດທະສາດຕ່າງໆທີ່ບັນດາລັດ
ຖະບານສາມາດນຳໃຊ້ເພື່ອເອົາຊະນະຕໍ່ບັນຫານັ້ນໄດ້.

ເຈົ້າ​ຍິງ ຊິ​ເມ​ເລ​ລາ ໄດ້​ກ່າວ​ວ່າ “ພວກ​ເຮົາ​ສາ​ມາດ​ມີ​ຄ​ລີ​ນິກ​ເຄື່ອນ​ທີ່. ບາງ​ເທື່ອ, ສິ່ງ
ທີ່ເຈົ້າມີກໍຄື ມື້ທີ່ບັນດາແມ່ຍິງສາມາດຖືກເອີ້ນມາ ຫຼື ເດັກຍິງສາມາດຖືກນຳເຂົ້າມາ,
ເພື່ອໃຫ້ເອົາໃຈໃສ່ໃນເລື້ອງນີ້ເປັນການສະເພາະ.”

ເຈົ້າ​ຍິງ​ກ່າວ​ວ່າ ອີກ​ຍຸດ​ທະ​ສາດ​ນຶ່ງ​ທີ່​ລັດ​ຖະ​ບານ​ສາ​ມາດ​ເຮັດໄດ້​ກໍ​ຄື​ໃຊ້​ໂຄງ​ການ
ດ້ານສຸຂະພາບຢູ່ໂຮງຮຽນ. ເຈົ້າຍິງເວົ້າວ່າ ຕົວຢ່າງເຊັ່ນ ປະເທດ ຣວັນດາ ແລະ
ອາຟຣິກາໃຕ້ ໄດ້ນຳເອົາຢາວັກຊີນໄປໃຫ້ໂຮງຮຽນຕ່າງໆ ບ່ອນທີ່ມີມີການເຂົ້າເຖິງ
ເດັກຍິງໄດ້ເປັນຈຳນວນຫຼວງຫຼາຍ ໃນກຸ່ມອາຍຸທີ່ຕ້ອງໄດ້ມີການເອົາຢານີ້ເຂົ້າໄປຫາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG