ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະນາໄມໂລກ ສະໜັບສະໜຸນ ການສັກຢາວັກຊີນ ກັນໄຂ້ມາເລເຣຍ ແກ່ເດັກນ້ອຍ ໃນທະວີບອາຟຣິກາ


ທ່ານໝໍກວດເບິ່ງໄຂ້ມາເລເຣຍແກ່ເດັກນ້ອຍຄົນນຶ່ງ ຢູ່ທີ່ໂຮງໝໍ Ithani-Asheri ໃນເມືອງ Arusha ຂອງຕານຊາເນຍ, ວັນທີ 11 ພຶດສະພາ 2016
ທ່ານໝໍກວດເບິ່ງໄຂ້ມາເລເຣຍແກ່ເດັກນ້ອຍຄົນນຶ່ງ ຢູ່ທີ່ໂຮງໝໍ Ithani-Asheri ໃນເມືອງ Arusha ຂອງຕານຊາເນຍ, ວັນທີ 11 ພຶດສະພາ 2016

ອົງການອະນາໄມໂລກ ໃນວັນພຸດວານນີ້ໄດ້ແນະນຳວ່າໃຫ້ເດັກນ້ອຍຢູ່ໃນເຂດໃຕ້​ທະ​ເລ​ຊາຍ​ຊາ​ຮາ​ຣາ ຂອງອາຟຣິກາ ແລະຂົງ​ເຂດອື່ນ ໃນທະວີບດັ່ງ​ກ່າວ ທີ່ມີການແຜ່​ຜາຍຂອງພະຍາດໄຂ້ຍຸງ ລະດັບປານກາງຫາສູງ ໄດ້ຮັບຢາວັກ ຊີນປ້ອງກັນໄຂ້ມາ​ເລ​ເຣຍ ຫລື​ໄຂ້ຍຸງ.

ວັກຊີນທີ່ຮູ້ກັນວ່າ ມ​ອ​ສ​ຄີ​ຣິກ (Mosquirix) ໄດ້ພິສູດໃຫ້ເຫັນວ່າ ມີປະສິດທິ ພາບໃນໂຄງການທົດລອງຢູ່ໃນປະເທດການາ, ເຄນຢາແລະມາລາວີ ທີ່ໄດ້ເຂົ້າ​ໄປເຖິງເດັກນ້ອຍຫຼາຍກວ່າ 800,000 ຄົນ ນັບຕັ້ງແຕ່ປີ 2019 ເປັນຕົ້ນມາ.

ອົງການອະນາໄມໂລກ ຫລື WHO ກ່າວວ່າພະຍາດໄຂ້ມາເລເຣຍ ແມ່ນເປັນ ຕົວ​ສັງ​ຫານ​ຊີ​ວິດ​ຂອງເດັກນ້ອຍ ອັນ​ດັບ​ນຶ່ງ ຢູ່ໃນເຂດໃຕ້​ທະ​ເລ​ຊາຍຊາຮາຣາ ຂອງອາຟຣິກາ, ເຊິ່ງເຮັດໃຫ້ເດັກ​ນ້ອຍອາຍຸຕ່ຳກວ່າ 5 ປີ ເສຍຊີ ວິດຫຼາຍກວ່າ 260,000 ຄົນ ໃນແຕ່ລະປີ.

ຢາວັກຊີນ, ເຊິ່ງຕ້ອງການສີ່ໂດ​ສເປັນ​ໂຕຕ້ານ ພີ. ຟາ​ລ​ຊີ​ພາ​ຣອມ (P. falciparum) ທີ່​ເປັນ "ແມ່ກາຝາກໄຂ້ຍຸງ ທີ່ເປັນອັນຕະລາຍຮ້າຍແຮງ ທີ່ສຸດ ໃນທົ່ວໂລກ, ແລະແຜ່ຫຼາຍທີ່ສຸດ ໃນທະ​ວີບອາຟຣິກາ," ອີງ​ຕາມ WHO ທີ່ ກ່າວຢູ່ໃນບົດຖະແຫຼງຂ່າວສະ​ບັບ​ນຶ່ງ.

ດຣ. ມາ​ຊີ​ດິ​ໂຊ ໂມວ​ຕີ (Matshidiso Moeti), ຜູ້ອຳນວຍປະ​ຈຳ​ຂົງ​ເຂດ ອາ- ຟຣິກາຂອງ WHO ກ່າວຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງວ່າ "ເປັນເວລາຫຼາຍ ສັດຕະວັດມາ​ແລ້ວ, ພະຍາດໄຂ້ຍຸງໄດ້ມາ​ເຝົ້າ​ຢູ່ໃນເຂດ​ໃຕ້​ທະ​ເລ​ຊາຍ​ຊາ​ຮາ​ຣາ​ຂອງອາຟຣິກາ ເຊິ່ງກໍ່ໃຫ້ເກີດຄວາມທຸກທໍລະມານແກ່​ຄົນຢ່າງຫຼວງຫຼາຍ." "ພວກເຮົາມີຄວາມຫວັງມາດົນນານວ່າ​ຢາກຈະ​ມີວັກຊີນຕ້ານໄຂ້ມາເລເຣຍທີ່ມີ ປະສິດທິພາບ ແລະດຽວນີ້ເປັນຄັ້ງທຳອິດທີ່ພວກເຮົາມີວັກຊີນດັ່ງກ່າວ ທີ່ແນະ ນຳໃຫ້ໃຊ້ຢ່າງແຜ່ຫຼາຍ. ຄຳ​ແນະ​ນຳ​ໃນ​ມື້ນີ້ ໄດ້​ໃຫ້​ຄວາມ​ຫວັງ​ທີ່​ພໍມີ​ແສງສະ​ຫວ່າງ​ໜ້ອຍ​ນຶ່ງແດ່ ສຳ​ລັບ​ທະ​ວີບ​ທີ່​ແບກ​ຫາບ​ພາ​ລະທີ່​ເກີດ​ມາ​ຈາກ​ພະ​ຍາດ​ດັ່ງ​ກ່າວນີ້ຢ່າງໜັກ​ໜ່ວງ​ທີ່​ສຸດ ແລະ​ພວກ​ເຮົາ​ຄາດ​ຫວັງ​ວ່າ ເດັກນ້ອຍຊາວອາຟຣິ ກາຫຼາຍຄົນຈະໄດ້ຮັບການປົກປ້ອງຈາກພະຍາດໄຂ້ຍຸງແລະເຕີບໃຫຍ່ຂຶ້ນ ເປັນ ຜູ້ໃຫຍ່ທີ່ມີສຸຂະພາບດີ.”

ອີງຕາມຂໍ້ມູນຂອງອົງການ, ຂໍ້ມູນຂອງໂຄງການທົດລອງສະແດງໃຫ້ເຫັນວ່າ ຫຼາຍກວ່າສອງສ່ວນສາມຂອງຈຳ​ນວນເດັກນ້ອຍທີ່ບໍ່ໄດ້ນອນຢູ່ໃນ​ມຸ້ງໄດ້ຮັບ ຜົນປະໂຫຍດຈາກການ​ສັກວັກຊີນນີ້, ແລະເຫັນ​ວ່າມີການຫຼຸດລົງຂອງ "ພະ ຍາດໄຂ້ຍຸງທີ່​ເປັນ​ອັນ​ຕະ​ລາຍຮ້າຍແຮງ 30 ເປີ​ເຊັນແມ່ນແຕ່ຕອນເອົາໄປ​ ແນະນຳໃຫ້ໃຊ້ຢູ່ໃນພື້ນທີ່ທີ່ມີ​ການໃຊ້ມຸ້ງ​ທີ່ຍ້ອມ​ດ້ວຍ​ຢາຂ້າແມງໄມ້ ຢ່າງກວ້າງ ຂວາງ ແລະມີການເຂົ້າເຖິງການວິນິດໄສ ແລະການປິ່ນປົວທີ່ດີກໍ​ຫລຸດ​ລົງ​ເຊັ່ນ​ກັນ.”

ໂຄການທົດລອງຍັງພົບອີກວ່າວັກຊີນມີ "ປະຫວັດຄວາມປອດໄພທີ່ດີ" ແລະ "ມີ​ລາ​ຄາ​ຖືກ".

ອີງຕາມໜັງສືພິມ Wall Street Journal, ມັນຍັງອາດ​ຈະ​ໃຊ້ເວລາຫຼາຍປີຈຶ່ງ ຈະມີວັກຊີນ ທີ່ສາມາດມີ​ໄວ້​ໃຫ້ໃຊ້ ຢ່າງກວ້າງຂວາງໄດ້.

ອ່ານຂ່າວນີເພີ້ມເປັນພາສາອັງກິດ

XS
SM
MD
LG