ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະນາໄມໂລກ ອະນຸມັດການໃຊ້ຢາວັກຊີນ ຂອງບໍລິສັດ Pfizer ສຳລັບເຫດການສຸກເສີນ


ພະນັກງານປິ່ນປົວສຸຂະພາບຄົນນຶ່ງ ກະກຽມຢາວັກຊີນ COVID-19 ຂອງບໍລິສັດ Pfizer-BioNtech ຢູ່ທີ່ສູນກາງການສັກຢາທີ່ໃຫຍ່ແຫ່ງນຶ່ງ, ເປີດໂດຍເທດສະບານເມືອງ Tel Aviv-Yafo ແລະ ສູນກາງການແພດ Tel Aviv Sourasky. ຢູ່ເມືອງແຄມຊາຍຝັ່ງຂອງປະເທດ ອິສຣາແອລ. 31 ທັນວາ, 2020.
ພະນັກງານປິ່ນປົວສຸຂະພາບຄົນນຶ່ງ ກະກຽມຢາວັກຊີນ COVID-19 ຂອງບໍລິສັດ Pfizer-BioNtech ຢູ່ທີ່ສູນກາງການສັກຢາທີ່ໃຫຍ່ແຫ່ງນຶ່ງ, ເປີດໂດຍເທດສະບານເມືອງ Tel Aviv-Yafo ແລະ ສູນກາງການແພດ Tel Aviv Sourasky. ຢູ່ເມືອງແຄມຊາຍຝັ່ງຂອງປະເທດ ອິສຣາແອລ. 31 ທັນວາ, 2020.

ອົງການອະນາໄມໂລກໃນວັນພະຫັດວານນີ້ໄດ້ອະນຸມັດຢາວັກຊີນໄວຣັສໂຄໂຣນາຂອງບໍລິສັດ Pfizer-BioNTech ສຳລັບການໃຊ້ສຸກເສີນ, ເປັນການເຄື່ອນໄຫວທີ່ໄດ້ເພັ່ງເລັງໃສ່ການຊ່ວຍ ເຫຼືອພັດທະນາການເຂົ້າເຖິງຢາວັກຊີນໃນໂລກໃຫ້ໄວຂຶ້ນ.

ອົງການອະນາໄມໂລກໄດ້ຈັດຕັ້ງຂະບວນການໃຊ້ຢາສຸກເສີນຂອງເຂົາເຈົ້າເພື່ອຊ່ວຍເຫຼືອປະເທດຕ່າງໆ ທີ່ບໍ່ມີແຫຼ່ງຊັບພະຍາກອນການຄວບຄຸມບັງຄັບຂອງເຂົາເຈົ້າເອງໃນການອະນຸມັດຢາວັກຊີນ, ເພື່ອເປິດທາງໃນການນຳໃຊ້ຂອງເຂົາເຈົ້າ.

ທ່ານນາງ ມາຣຽນເຈລາ ຊີມາວ (Mariangela Simao), ຫົວໜ້າໂຄງການ ການເຂົ້າຫາຢາຂອງອົງການອະນາໄມໂລກໄດ້ກ່າວວ່າ “ນີ້ແມ່ນບາດກ້າວໄປໜ້າທີ່ມີີຄວາມຫວັງຫຼາຍ ໃນການຮັບປະ ກັນການເຂົ້າຫາຢາວັກຊີນ COVID-19.”

ແຕ່ແນວໃດກໍຕາມ, ອຸນຫະພູມທີ່ເຢັນສຸດຂີດທີ່ຕ້ອງໄດ້ເກັບຢາວັກຊີນໄວ້ນັ້ນ, ເຊິ່ງແມ່ນ ລົບ 70 ອົງການແຊລຊຽດ ຈະເຮັດໃຫ້ການຂົນສົ່ງ ແລະ ການເກັບມ້ຽນເປັນສິ່ງທີ່ທ້າທາຍສຳລັບບັນດາປະເທດກຳລັງພັດທະນາ.

COVAX ເຊິ່ງແມ່ນຄວາມພະຍາຍາມໃນທົ່ວໂລກ ທີ່ໄດ້ອັບການໜູນຫຼັງໂດຍອົງການອະນາໄມໂລກ ເພື່ອຊື້ ແລະ ແຈກຢາຍຢາວັກຊີນໃຫ້ບັນດາປະເທດທີ່ທຸກຍາກນັ້ນ, ໄດ້ມີຄຳໝັ້ນສັນຍາທີ່ຈະຊື້ຢາວັກຊີນ 2 ພັນລ້ານຫຼອດໃນປັດຈຸບັນນີ້ ແລະ ກຳລັງທຳການເຈລະຈາກັບບໍລິສັດ Pfizer-BioNTech ເພື່ອຊື້ຢາຈຳນວນນຶ່ງຂອງເຂົາເຈົ້າ, ທີ່ມີປະສິດທິພາບ 95 ເປີເຊັນຫຼັງຈາກການສັກ ສອງຫຼອດ.

ຢາວັກຊີນ COVID-19 ອີກຊະນິດນຶ່ງ, ຊະນິດນີ້ແມ່ນຖືກພັດທະນາໂດຍຜູ້ຜະລິດຢາ ຈີນ, ໃນວັນພະຫັດວານນີ້ໄດ້ກາຍເປັນຜູ້ທຳອິດທີ່ຮັບການອະນຸມັດຢ່າງເປັນທາງການຈາກລັດຖະບານ ຈີນ.

ອົງການຜະລິດຕະພັນການແພດແຫ່ງຊາດຂອງ ຈີນ ໄດ້ປະກາດກການອະນຸມັດຕາມເງື່ອນໄຫວຂອງຢາວັກຊີນທີ່ຖືກພັດທະນາໂດຍສະຖາບັນຜະລິດຕິພັນຊີວະພາບ ປັກກິ່ງ, ເຊິ່ງແມ່ນສະຖາບັນ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ທີ່ເປັນເຈົ້າຂອງໂດຍບໍລິສັດ Sinopham. ອົງການບໍລິ ຫານດັ່ງກ່າວ ໄດ້ໃຫ້ການອະນຸມັດນຶ່ງວັນຫຼັງຈາກບໍລິສັດ Sinopham ໄດ້ກ່າວວ່າຢາວັກຊີນມີອັດຕາໄດ້ຜົນ 79.3 ເປີເຊັນຕໍ່ໄວຣັສໂຄໂຣນາ ໃນການທົດລອງທາງການແພດຂະໜາດໃຫຍ່.

ແນວໃດກໍຕາມ, ບັນດາຜູ້ຊ່ຽວຊານພາຍນອກໄດ້ມີຄວາມສົງໄສ ກ່ຽວກັບ ການກ່າວອ້າງຂອງບໍລິ ສັດ Sinopham ຍ້ອນວ່າເຂົາເຈົ້າບໍ່ໄດ້ສະໜອງຂໍ້ມູນທີ່ຈຳເປັນ ເພື່ອໃຫ້ມັນຖືກຢືນຢັນຢ່າງເປັນກາງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG