ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອານາໄມໂລກ ຫຼື WHO ປະກາດການແນະນຳ ໃຫ້ໃຊ້ຢາວັກຊີນ ປ້ອງກັນ ມາລາເຣຍ ຊະນິດທີ 2


ແຟ້ມພາບ - ແພດຜູ້ນຶ່ງກຳລັງສັກຢາວັກຊີນປ້ອງກັນມາລາເຣຍ ໃຫ້ແກ່ເດັກທາລົກ ຢູ່ທີ່ ໂຮງໝໍຂັ້ນເມືອງ ລູມຳບາ ໃນເຂດ ກີຢູມູ ຂອງເຄນຢາ, ວັນທີ 1 ກໍລະກົດ 2022.
ແຟ້ມພາບ - ແພດຜູ້ນຶ່ງກຳລັງສັກຢາວັກຊີນປ້ອງກັນມາລາເຣຍ ໃຫ້ແກ່ເດັກທາລົກ ຢູ່ທີ່ ໂຮງໝໍຂັ້ນເມືອງ ລູມຳບາ ໃນເຂດ ກີຢູມູ ຂອງເຄນຢາ, ວັນທີ 1 ກໍລະກົດ 2022.

ອົງການອານາໄມໂລກ ຫຼື WHO ໃນວັນຈັນວານນີ້ ໄດ້ປະກາດການແນະນຳກ່ຽວກັບຢາວັກຊີນກັນມາລາເຣຍ ຊະນິດທີສອງ ໂດຍຫວັງວ່າ ຈະເຮັດໃຫ້ປະເທດທັງຫຼາຍ ມີທາງເລືອກຂອງຢາທີ່ຖືກກວ່າເກົ່າ ແລະມີພ້ອມໃຫ້ໃຊ້ ໃນການຮັບມືກັບພະຍາດທີ່ຮ້າຍແຮງດັ່ງກ່າວ.

ຜະລິດຂຶ້ນມາໂດຍ ມະຫາວິທະຍາໄລ ອັອກສຟອດ ໂດຍການຊ່ອຍເຫຼືອຂອງສະຖາບັນເຊຣຳຂອງອິນເດຍ ຄືຢາວັກຊີນໃໝ່ ທີ່ຮູ້ຈັກກັນຄື R-21 ຊຶ່ງຈະຖືກນຳອອກມາໃຊ້ຢູ່ໃນບາງປະເທດຂອງເຂດອາຟຣິກາ ໃນຕົ້ນປີໜ້ານີ້ ໂດຍປະ ເທດອື່ນໆ ຈະໄດ້ຮັບມັນຕາມທີຫຼັງພາຍໃນນຶ່ງປີ ອີງຕາມຫົວໜ້າອົງການ WHO ທ່ານເຕໂດຣສ ອາດາໂນມ ເກເບຣເຢຊຸສ. ການຄົ້ນຄວ້າທີ່ຍັງບໍ່ທັນໄດ້ຜ່ານຂັ້ນຕອນການທົບທວນທາງດ້ານວິທະຍາສາດເທື່ອນັ້ນ ຕາມການແນະນຳ ສັກຢາວັກຊີນສາມເຂັມ ຖືວ່າມີປະສິດທິພາບປະມານ 75 ເປີເຊັນ ແລະວ່າ ເປັນຢາເສີມ ຫຼື ບຸສເຕີ ທີ່ຈະມີໃຫ້ນຳໃຊ້ສຳລັບການປ້ອງກັນຢ່າງຕໍ່ເນື່ອງ.

“ເກືອບສອງປີເຕັມທີ່ຜ່ານມາ ອົງການ WHO ໄດ້ແນະນຳການໃຊ້ຢາວັກຊີນກັນມາລາເຣຍ ອັນທຳອິດຂອງໂລກ ຢ່າງກວ້າງຂວາງ ທີ່ເອີ້ນວ່າ RTS,S” ທີ່ຍັງຮູ້ຈັກກັນຄື Mosquirix, ທ່ານເກເບຣເຢຊຸສ ໄດ້ກ່າວໃນຖະແຫລງການຢູ່ທີ່ທີ່ນະຄອນເຈນີວາ.

ຜະລິດຂຶ້ນມາໂດຍ ບໍລິສັດເພຊັດສະກຳ GSX ຂອງອັງກິດ ຢາວັກຊີນ Mosquirix ຕ້ອງໄດ້ສັກສີ່ເຂັມ ແລະມີປະສິດທິພາບພຽງປະມານ 30 ເປີເຊັນເທົ່ານັ້ນ ແລະຈະຫລຸດລົງພາຍໃນບໍ່ເທົ່າໃດເດືອນ. ອົງການ WHO ກ່າວວ່າ ບໍ່ມີຂໍ້ມູນພຽງພໍເທື່ອທີ່ຈະຢືນຢັນໄດ້ວ່າ ຢາວັກຊີນທີ່ຜະລິດຂຶ້ນມາໃໝ່ໆ ໂດຍ ອັອກຟອດນັ້ນ ຈະມີປະສິດທິພາບຫຼາຍກວ່າຫຼືບໍ່. ສະຖາບັນເຊຣຳ ໄດ້ກ່າວວ່າ ພວກເຂົາເຈົ້າ ຈະສາມາດຜະລິດໄດ້ 200 ລ້ານໂດສຕໍ່ປີ ໂດຍບໍລິສັດ GSX ກໍສາມາດຜະລິດໄດ້ພຽງ 15 ລ້ານໂດສເທົ່ານັ້ນ.

The World Health Organization on Monday announced the recommendation of a second malaria vaccine, with the aim of giving countries a cheaper and more readily available option to tackle the deadly disease.

Developed by Oxford University with the help of the Serum Institute of India, the new vaccine, known as R-21, will be rolled out in some African countries early next year, and expand into other countries later in 2024, according to WHO chief Tedros Adhanom Ghebreyesus.

Research that has not yet undergone the usual process of scientific review suggests the three-dose vaccine to be around 75% effective. Boosters would be available for continued protection.

"Almost exactly two years ago, WHO recommended the broad use of the world's first malaria vaccine called RTS,S" also known as Mosquirix, Tedros told a briefing in Geneva.

Developed by British pharmaceutical GSK, Mosquirix requires four doses, is only about 30% effective, and fades within months. The WHO says there is not enough data available to confirm whether the newly developed Oxford vaccine will be more effective.

The Serum Institute has said it could produce 200 million doses of the R-21 vaccine per year, while GSK is able to produce only 15 million doses of Mosquirix annually.

XS
SM
MD
LG