ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະນາໄມໂລກ ແນະນຳບໍ່ໃຫ້ໃຊ້ ນໍ້າເຫຼືອງໃນເລືອດ ເພື່ອປິ່ນປົວຄົນໄຂ້ COVID-19


ພະຍາບານຄົນນຶ່ງຖືຖົງນໍ້າເລືອງໃນເລືອດທີ່ບໍລິຈາກໂດຍຄົນໄຂ້ທີ່ຫາຍດີຈາກ COVID-19, ຢູ່ສູນເກັບເລືອດຂອງອົງການກາແດງ ແບລຈຽມ, ນະຄອນຫຼວງ ບຣັສໂຊລສ໌, ປະເທດ ແບລຈຽມ, 27 ຕູລາ, 2020.
ພະຍາບານຄົນນຶ່ງຖືຖົງນໍ້າເລືອງໃນເລືອດທີ່ບໍລິຈາກໂດຍຄົນໄຂ້ທີ່ຫາຍດີຈາກ COVID-19, ຢູ່ສູນເກັບເລືອດຂອງອົງການກາແດງ ແບລຈຽມ, ນະຄອນຫຼວງ ບຣັສໂຊລສ໌, ປະເທດ ແບລຈຽມ, 27 ຕູລາ, 2020.

ອົງການອະນາໄມໂລກກ່າວວ່າ ນໍ້າເຫຼືອງໃນເລືອດຂອງຜູ້ຫາຍດີຈາກ COVID-19 ຈະບໍ່ປ້ອງກັນຄົນຈາກການຕາຍຍ້ອນເຊື້ອໄວຣັສດັ່ງກ່າວ ແລະ ໄດ້ແນະນຳບໍ່ໃຫ້ໃຊ້ມັນ. ນັກຂ່າວວີໂອເອ ລີຊາ ສໄລນ໌ ມີລາຍງານສຳລັບວີໂອເອຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ການສຶກສາຫຼາຍຄັ້ງໃນໄລຍະເວລາທີ່ຜ່ານມາໄດ້ຖືກດຳເນີນຂຶ້ນເພື່ອພິຈາລະນາວ່າ ນໍ້າເຫຼືອງໃນເລືອດ ທີ່ເປັນການຖ່າຍນໍ້າເຫຼືອງຂອງເລືອດຈາກຄົນຜູ້ທີ່ໄດ້ຫາຍດີຈາກ COVID-19, ສາມາດຊ່ວຍຊີວິດຄົນທີ່ໄດ້ຕິດເຊື້ອໂຣກຮ້າຍແຮງໃໝ່ ໄດ້ຫຼືບໍ່.

ຫົວໜ້າໂຄງການປິ່ນປົວສຸຂະພາບສຸກເສີນຂອງອົງການອະນາໄມໂລກ ທ່ານນາງ ແຈນເນັດ ດີອັສ, ເວົ້າວ່າການສຶກສາທີ່ວ່ານີ້ ບາງອັນໄດ້ສະແດງໃຫ້ເຫັນຜົນທີ່ແຕກຕ່າງກັນ ໃນຄວາມມີປະສິດ ທິພາບຂອງການປິ່ນປົວນີ້.

ທ່ານນາງ ດີອັສ ກ່າວວ່າ “ແຕ່ເວລາທີ່ພວກເຮົາເບິ່ງຫຼັກຖານຈຳນວນທັງໝົດ, ສະນັ້ນມັນບໍ່ແມ່ນພຽງແຕ່ການທົດລອງອັນດຽວເທົ່ານັ້ນ ແຕ່ນຳເອົາມັນມາລວມກັນທັງໝົດນັ້ນ, ຄວາມແນ່ນອນໃນຄົນທີ່ບໍ່ໄດ້ເປັນໄຂ້ຮຸນແຮງ, ສະນັ້ນມັນແມ່ນຄົນໄຂ້ທີ່ມີອາການບໍ່ແຮງ, ແມ່ນຂ້ອນຂ້າງຈະສູງຫາປານກາງ ທີ່ມັນບໍ່ໄດ້ສົ່ງຜົນທີ່ສຳຄັນຕໍ່ການຕາຍ.”

ທ່ານນາງ ດີອັສ ກ່າວວ່າ ບັນດານັກຊ່ຽວຊານການແພດໃນຂະແໜງການຢາທີ່ແຕກຕ່າງກັນໄດ້ອອກແນວທາງໃໝ່ ກ່ຽວກັບ ການໃຊ້ນໍ້າເຫຼືອງໃນເລືອດ. ທ່ານນາງເວົ້າວ່າມັນອີງໃສ່ຫຼັກຖານທີ່ຖືກເຕົ້າໂຮມຈາກການທົດລອງທາງການແພດ 16 ຄັ້ງທີ່ປະກອບມີຄົນໄຂ້ຫຼາຍກວ່າ 16,000 ຄົນທີ່ຕິດເຊື້ອ COVID-19 ບໍ່ຮຸນແຮງ, ຮຸນແຮງ ແລະ ສາຫັດ.

ດັ່ງຜົນທີ່ອອກມາ, ທ່ານນາງເວົ້າວ່າ ອົງການອະນາໄມໂລກແນະນຳເປັນຢ່າງສູງບໍ່ໃຫ້ໃຊ້ນໍ້າເຫຼືອງໃນເລືອດສຳລັບການປິ່ນປົວ COVID-19 ທີ່ບໍ່ຮຸນແຮງ. ທ່ານນາງເວົ້າວ່າ ຫຼັກຖານທີ່ມີຄວາມແນ່ ນອນເປັນຢ່າງສູງໃນປັດຈຸບັນນີ້, ສະແດງໃຫ້ເຫັນວ່າ ມັນບໍ່ໄດ້ມີຜົນໃນການຫຼຸດຜ່ອນທີ່ສຳຄັນໃນການເສຍຊີວິດ.

ທ່ານນາງ ດີອັສ ກ່າວວ່າ “ການແນະນຳທີສອງກໍແມ່ນການແນະນຳບໍ່ໃຫ້ໃຊ້ນໍ້າເຫຼືອງໃນເລືອດຂອງຄົນໄຂ້ທີ່ມີອາການ COVID-19 ຮຸນແຮງ ແລະ ສາຫັດທີ່ບໍ່ໄດ້ຢູ່ໃນການທົດລອງທາງການແພດ. ນີ້ແມ່ນອີງໃສ່ຫຼັກຖານທີ່ມີຄວາມແນ່ນອນຕໍ່າ ທີ່ວ່າ ນໍ້າເຫຼືອງໃນເລືອດອາດມີຜົນເລັກນ້ອຍ ຫຼື ບໍ່ມີເລີຍຕໍ່ການຕາຍ.”

ທ່ານນາງ ດີອັສ ໄດ້ກ່າວຢໍ້າວ່າ ຄວາມບໍ່ແນ່ນອນແມ່ນຍັງຄົງມີຢູ່ ກ່ຽວກັບ ຜົນປະໂຫຍດທີ່ອາດເປັນໄປໄດ້ຂອງນໍ້າເຫຼືອງໃນເລືອດ ຂອງຄົນຜູ້ທີ່ເຈັບປ່ວຍສາຫັດຍ້ອນ COVID-19. ສະນັ້ນ, ທ່ານນາງກ່າວວ່າ, ຄະນະກຳມະການຂອງບັນດານັກຊ່ຽວຊານຄິດວ່າ ມັນສຳຄັນທີ່ຈະສືບຕໍ່ການທົດລອງທາງການແພດໃນການໃຊ້ການປິ່ນປົວນີ້ສຳລັບຄົນໄຂ້ປະເພດນີ້.

ທ່ານນາງໄດ້ກ່າວຕື່ມວ່າ “ການທົດລອງທີ່ຖືກຕິດຕາມຢ່າງລະມັດລະວັງ ແລະ ເປັນໄປຕາມການຈັດການຢ່າງມີຈັນຍາບັນ, ຈະຊ່ວຍສ້າງຫຼັກຖານເພີ່ມເຕີມ ກ່ຽວກັບ ຜົນກະທົບທີ່ແທ້ຈິງໃນການປິ່ນປົວພວກຄົນໄຂ້ທີ່ປ່ວຍຢ່າງຮຸນແຮງນີ້.

ໃນເດືອນກຸມພາທີ່ຜ່ານມາ, ອົງການອາຫານ ແລະ ຢາ ສະຫະລັດ ໄດ້ຫຼຸດຜ່ອນການອະນຸຍາດນໍາໃຊ້ນໍ້າເຫຼືອງໃນເລືອດສຳລັບເຫດການສຸກເສີນ ອີງຕາມຜົນຂອງການທົດລອງທາງການແພດຕ່າງໆ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG